ການເຈລະຈາສັນຕິພາບກ່ຽວກັບບັນຫາຊີຣີ ຢູ່ ເຊີແນວ: ບັນດາຄວາມຫຍຸ້ງຍາກໄດ້ຮັບຮູ້ລ່ວງຫນ້າ

(VOVWORLD) - ວັນທີ 28 ພະຈິກ, ຮອບເຈລະຈາຄັ້ງທີ 8 ກ່ຽວກັບບັນຫາ ຊີຣີ ໂດຍ ສະຫະປະຊາຊາດ ປົກປ້ອງ ໄດ້ເລີ່ມຕົ້ນ ຢູ່ ເຊີແນວ ປະເທດ ສະວິດ. ຮອບເຈລະຈາແມ່ນ ເພື່ອແນໃສ່ເພື່ອຊອກຫາບັນດາມາດຕະການໃຫ້ແກ່ບັນດາບັນຫາ ຊີຣີ ແຕ່ວົງການນັກຊ່ຽວຊານບໍ່ມີຄວາມປະເອີບໃຈປານໃດທີ່ການເຈລະຈານີ້ ເມື່ອບັນດາຝ່າຍຍັງມີຄວາມບໍ່ລົງລອຍກັນຫລາຍຢ່າງ.

ການເຈລະຈາສັນຕິພາບກ່ຽວກັບບັນຫາຊີຣີ ຢູ່ ເຊີແນວ: ບັນດາຄວາມຫຍຸ້ງຍາກໄດ້ຮັບຮູ້ລ່ວງຫນ້າ - ảnh 1ຜູ້ຕາງຫນ້າຝ່າຍຄ້ານ ຊີຣີ  ທ່ານ Nasr al-Hariri

ພາບ: internet

ນັບແຕ່ເມື່ອສົງຄາມກາງເມືອງຢູ່ ຊີຣີ ເກີດຂຶ້ນ ໃນປີ 2011 ໄດ້ດຳເນີນການເຈລະຈາ 7 ຄັ້ງແລ້ວ ກ່ຽວກັບສັນຕິພາບຢູ່ ຊີຣີ ພາຍໃຕ້ການປົກປ້ອງຂອງ ສະຫະປະຊາຊາດ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂບັນຫາ ຊີຣີ. ເຖິງຢ່າງໃດກໍຕາມ: ໃນການເຈລະຈາ 7 ຮອບນັ້ນ ບໍ່ບັນລຸໄດ້ໝາກຜົນຫລາຍປານໃດ ເມື່ອອະນາຄົດຂອງ ປະທານາທິບໍດີ ຊີຣີ Bashar Assad ແມ່ນບັນຫາກໍ່ຄວາມແບ່ງແຍກຫລາຍສຸດ. ບັນດາກຸ່ມຝ່າຍຄ້ານ ຊີຣີ ແລະ ຫລາຍປະເທດມະຫາອຳນາດຝ່າຍຕາເວັນຕົກ ໄດ້ຮຽກຮ້ອງ ທ່ານ al – Assad ຕ້ອງລາອອກຈາກຕຳແຫນ່ງ.

ກ່ອນທີ່ດຳເນີນການເຈລະຈາສັນຕິພາບ ຄັ້ງນີ້, ຜູ້ຕາງຫນ້າ ສປຊ ກ່ຽວກັບບັນຫາຊີຣີ ຖືວ່າ: ການຕໍ່ສູ້ຕ້ານການກໍ່ການຮ້າຍ IS ຢູ່ ຊີຣີ ໃກ້ຈະສິ້ນສຸດ ແລະ ນີ້ແມ່ນຈຸດເວລາເພື່ອເລິ່ມຕົ້ນວິວັດທະນາການການເມືອງ ພ້ອມທັງເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາບັນດາເຂດຫລຸດຜ່ອນຄວາມເຄັ່ງຕຶງ. ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງລັດຖະບານ ຊີຣີ ແລະ ຝ່າຍຄ້ານ ເຂົ້າຮ່ວມຮອບເຈລະຈາ ຫາກບໍ່ຕ້ອງການເງື່ອນໄຂໃດ.

2 ເນື້ອໃນຈຸດສຸມ

ການເຈລະຈາສັນຕິພາບກ່ຽວກັບບັນຫາຊີຣີ ຢູ່ ເຊີແນວ ໂດຍ ສປຊ ປົກປ້ອງ ໄດ້ສຸມໃສ່ເຂົ້າໃນບັນຫາການເລືອກຕັ້ງ ແລະ ລັດຖະທຳມະນູນ. ນີ້ແມ່ນສອງບັນຫາຈຸດສຸມໃນ 4 ເນື້ອໃນທີ່ໄດ້ຮັບການປຶກສາຫາລືມາຕະຫລອດໃນບັນດາຮອບເຈລະຈາມໍ່ໆມານີ້ ຢູ່ ເຊີແນວ. ຮອງທູດພິເສດ ສປຊ ກ່ຽວກັບບັນຫາຊີຮີ ທ່ານ Ramzi Ezzedine Ramzi ໄດ້ໃຫ້ຂໍ້ສັງເກດວ່າ: ວິວັດທະນາການການເມືອງ ຢູ່ ຊີຣີ ແມ່ນຫຍຸ້ງຍາກທີ່ສຸດ ແລະ ສັບສົນ ສະນັ້ນ ສປຊ ພວມສ້າງຍຸດທະສາດຕາມວິທີສຳຜັດເທື່ອລະກ້າວ ເພື່ອແກ້ໄຂບັນຫາ.

ກ່ອນທີ່ດຳເນີນຮອບເຈລະຈາ ຄັ້ງທີ 8, ທູດພິເສດ ສປຊ ກ່ຽວກັບບັນຫາຊີຣີ ທ່ານ Staffan de Mistura ໄດ້ໃຫ້ຂໍ້ສັງເກດວ່າ: ວິກິດການຢູ່ ປະເທດຕາເວັນອອກກາງນີ້ ປະຈຸບັນ ອາດຈະກ້າວໄປເຖິງ “ວິວັດທະນາການການເມືອງຢ່າງແທ້ຈິງ”. ໃນວິວັດການກະກຽມໃຫ້ແກ່ຮອບເຈລະຈາ, ທ່ານ Mistura ໄດ້ຮຽກຮ້ອງບັນດາຝ່າຍດຳເນີນບັນດາການເຄື່ອນໄຫວທາງການທູດຢ່າງແທ້ຈິງ, ສຸມໃສ່ເຂົ້າໃນບາງບັນຫາຄືດັ່ງລັດຖະບານ ແລະ ຝ່າຍຄ້ານ ຄວນເປັນເຈົ້າການເຂົ້າຮ່ວມວິວັດທະນາການເຈລະຈາຢູ່ ເຊີແນວ ຫາກບໍ່ຈຳເປັນມີເງື່ອນໄຂໃດ, ສະຫນັບສະຫນູນບັນດາຂໍ້ລິເລີ່ມຫນູນຊ່ວຍວິວັດທະນາການເຈລະຈາຂອງ ສປຊ.

ບາງປະເທດໃນໂລກກໍ່ອອກສຽງສະຫນັບສະຫນູນຮອບເຈລະຈາຄັ້ງນີ້. ຫວ່າງແລ້ວນີ້ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫລງຄວາມສຳຄັນຂອງການເຈລະຈາກ່ຽວກັບບັນຫາຊີຣີ ຢູ່ ເຊີແນວ ແລະ ຖືວ່າ ນີ້ແມ່ນມາດຕະການຫນຶ່ງດຽວ ເພື່ອແກ້ໄຂວິກິດການປະຈຸບັນ. ອາເມລິກາ ຈະສົມທົບກັບລັດເຊຍ ເພື່ອສະກັດກັ້ນບັນດາສົງຄາມກາງເມືອງທີ່ເກີດຂຶ້ນຢູ່ ຊີຣີ. ໃນຂະນະນັ້ນ ມີນັກການທູດ ຈຳນວນຫນຶ່ງຢູ່ ສປຊ ກໍ່ໄດ້ສະແດງຄວາມຫວັງວ່າ: ບັນດາການເຈລະຈາ ຢູ່ ເຊີແນວ ຈະບັນລຸໄດ້ບັນດາໝາກຜົນຕັ້ງຫນ້າ ເມື່ອບັນດາຝ່າຍຄ້ານ ຢູ່ ຊີຣີ ໄດ້ສ້າງຕັ້ງຄະນະກຳມະການເຈລະຈາ ພາຍຫລັງການປະຊຸມຢູ່ Riyadh (ປະເທດອາຣັບບີ ຊາອຸດີ). ເຂົາເຈົ້າຖືວ່າ ເລື່ອງນີ້ ຈະຊ່ວຍປັບປຸງຄວາມສຳຄັນຂອງວິວັດທະນາການສັນຕິພາບ ຢູ່ ເຊີແນວ ແລະ ນຳມາເຊິ່ງບັນດາກາລະໂອກາດໃຫມ່ໃຫ້ແກ່ວິວັດການນີ້.

ຄວາມຫຍຸ້ງຍາກນັບແຕ່ຫົວທີ

ເຖິງວ່າ ສປຊ ຕັ້ງຄວາມຫວັງຫລາຍຢ່າງຕໍ່ຮອບເຈລະຈາຄັ້ງນີ້ກໍຕາມ ແຕ່ ກ່ອນທີ່ດຳເນີນການເຈລະຈາ, ຄະນະຜູ້ແທນລັດຖະບານ ຊີຣີ ບັງເອີນໄດ້ປະກາດວ່າ ໂຈະການເດີນທາງເຖິງ ເຊີແນວ ເພື່ອຄັດຄ້ານຄຳຖະແຫລງຂອງຝ່າຍຄ້ານ ຮຽກຮ້ອງໃຫ້ຮັກສາຄຳສະເຫນີປະທານາທິບໍດີ Assad ຕ້ອງລາອອກຈາກຕຳແຫນ່ງ ເພື່ອເລີ່ມຕົ້ນໃຫ້ວິວັດການມອບໂອນດ້ານການເມືອງຢູ່ປະເທດນີ້. ອຳນາດການປົກຄອງ ຊີຣີ ຖືຄຳຖະແຫລງນີ້ ແມ່ນກັບຄືນການເລີ່ມຕົ້ນ.ຕາມຫນັງສືພິມຊົນຊາດ ຂອງ ຊີຣີ ສະບັບອອກໃນວັນທີ 29 ພະຈິກ, ຄະນະເຈລະຈາຂອງລັດຖະບານ ຊີຣີ ສຸດທ້າຍກໍ່ຕົກລົງເຂົ້າຮ່ວມຮອບເຈລະຈາຄັ້ງທີ 8 ກ່ຽວກັບບັນຫາຊີຣີ ແຕ່ຕ້ອງມີເງື່ອນໄຂຈຳນວນຫນຶ່ງ. ນັ້ນແມ່ນ ບໍ່ເຈລະຈາໂດຍກົງກັບຜູ້ຕາງຫນ້າຝ່າຍຄ້ານ ແລະ ພຽງປຶກສາຫາລືກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງການເລືອກຕັ້ງ ແລະ ລັດຖະທຳມະນູນໃຫມ່. ລັດຖະບານ ຊີຣີ ກໍ່ເຫັນດີຕໍ່ການຢຸດຍິງຢູ່ ຕາເວັນອອກ Ghouta.

ໃນຂະນະນັ້ນ ຝ່າຍຄ້ານ ປະກາດພ້ອມແລ້ວທີ່ຈະເຈລະຈາໂດຍກົງກັບລັດຖະບານ ແຕ່ເນັ້ນຫນັກວ່າຈະສຸມໃສ່ບັນຫາລາອອກຈາກຕຳແຫນ່ງຂອງທ່ານປະທານາທິບໍດີ Bashar al Assad ກ່ອນທີ່ເລີ່ມຕົ້ນວິວັດການມອບໂອນດ້ານການເມືອງ.

ເປັນອັນວ່າ ເຖິງວ່າສຸດທ້າຍລັດຖະບານ ຊີຣີ ກໍ່ເຂົ້າຮ່ວມການເຈລະຈາ ແລະ ຊ້າກວ່າແຜນການວາງອອກ 1 ວັນ ແຕ່ທູດພິເສດຂອງ ສປຊ ກ່ຽວກັບບັນຫາຊີຮີ ທ່ານ Staffan de Mistura ຍັງບໍ່ທັນຢັ້ງຢືນໄດ້ວ່າ ການເຈລະຈາໂດຍກົງ ລະຫວ່າງລັດຖະບານຊີຣີ  ແລະ ຝ່າຍຄ້ານ ອາດຈະດຳເນີນໄປ ຫລື ພຽງແຕ່ແມ່ນບັນດາການພົບປະສະເພາະລະຫວ່າງບັນດາຝ່າຍກັບບັນດາຜູ້ໄກ່ເກ່ຍ. ຖ້າຫາກພຽງແຕ່ເປັນການພົບປະສະເພາະ ຈະແມ່ນສິ່ງທີ່ບໍ່ມີຜົນປະໂຫຍດເພື່ອແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບບັນຫາຊີຣີ.

ການຕໍ່ສູ້ຕ້ານການກໍ່ການຮ້າຍ ຢູ່ ຊີຣີ ໃກ້ຈະສິ້ນສຸດລົງ. ເລື່ອງຈັດຕັ້ງຮອບເຈລະຈາຄັ້ງທີ 8 ກ່ຽວກັບບັນຫາຊີຣີ ໄດ້ຮັບຖືວ່າ ແມ່ນກາລະໂອກາດເພື່ອຊອກຫາບັນດາມາດຕະການຟື້ນຟູ ຊີຣີ ພາຍຫລັງສົງຄາມ. ແຕ່ທັດສະນະລະແຕກຕ່າງກັນຂອງບັນດາຝ່າຍກ່ຽວກັບບັນດາບັນຫາຫລັກແຫລ່ງ ໃຫ້ເຫັນວ່າ ຮອບເຈລະຈານີ້ ຍາກທີ່ບັນລຸບາດກ້າວບຸກທະລຸໄດ້ ເມື່ອທຽບໃສ່ກັບການເຈລະຈາ 7 ຄັ້ງກ່ອນນີ້. ສະນັ້ນ ຊີຣີ ຍັງຄົງຕ້ອງມີຫລາຍຮອບເຈລະຈາອີກເພື່ອຫນູນຊ່ວຍວິວັດທະນາການມອບໂອນດ້ານການເມືອງຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ