ການເຈລະເຈ ອິດສະຣາແອນ-ປາແລດຕີນ ນຳມາເຊິ່ງຄວາມຫວັງໃໝ່

ການເຈລະເຈ ອິດສະຣາແອນ-ປາແລດຕີນ ນຳມາເຊິ່ງຄວາມຫວັງໃໝ່ - ảnh 1
ການ​ເຈລະ​ເຈລະຫວ່າງ ອິດສະຣາ​ແອນ-ປາ​ແລດຕີນຫາ​ກໍ​ຖືກ
ດຳເນີນຢູ່​ນະຄອນຫຼວງ​ວໍຊິງຕັນ ດ້ວຍການເປັນກາງຂອງອາເມລິກາ
(ພາບ : AP)

    ຫວ່າງ​ແລ້ວ​ນີ້, ການ​ເຈລະ​ເຈລະຫວ່າງ ອິດສະຣາ​ແອນ-ປາ​ແລດຕີນຫາ​ກໍ​ສິ້ນ​ສຸດ​ລົງ​ຢູ່​ນະຄອນຫຼວງ​ວໍຊິງຕັນພາຍຫຼັງດຳເນີນມາເປັນເວລາ 2 ວັນ. ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກບົນເສັ້ນທາງ ຊອກຫາວິທີການແກ້ໄຂດ້ວຍການຄົງຕົວ 2 ລັດໃນສັນຕິພາບ, ແຕ່ການ​ເຈລະ​ເຈຄັ້ງນີ້, ສ່ວນໃດ ສ່ວນໜຶ່ງໄດ້ນຳຄວາມ ຫວັງມາສູ່ຊາວອິດສະຣາ​ແອນ, ປາ​ແລດຕີນ ແລະ ນັບທັງປະຊາຄົມໂລກກ່ຽວກັບ ພື້ນຖານສັນຕິພາບທີ່ແທ້ຈິງຢູ່ຕາເວັນອອກກາງ.

     ພາຍຫຼັງ​ສິ້ນ​ສຸດການ​ເຈລະ​ເຈ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ 2 ຫົວໜ້າ​ຄະນະ​ເຈລະຈາ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳອິດສະຣາ​ແອນ ທ່າ​ນ Tzipi Livni ​ແລະ​ນັກ​ເຈລະຈາ​ອາວຸ​ໂສ​ຂອງປາ​ແລດຕີນ ທ່ານ Saeb Erakat, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ Jonh Kerry ​ໄດ້​ປະກາດ​ວ່າການ​ເຈລະ​ເຈ​ໄດ້​ບັນລຸ​ໝາກຜົນ​ຢ່າງ​ຕັ້ງໜ້າ​ໃນ​ທ່າມກາງ​ບັນຍາກາດ​ກົງ​ໄປ​ກົງ​ມາ ​ແລະ ສ້າງສັນ. 2 ຝ່່າຍ​ໄດ້​ເປັນ​ເອກະສັນ​ກັນ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ທຸກໆ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສັນຍາ​ສັນຕິພາບ ​ແລະ ບັນດາ​ບັນຫາ​ພື້ນຖານ​ອື່ນໆ. ລະອຽດ​ແມ່ນ ​ໃນ​ຮອບ 2 ອາທິດ​ຂ້າງ​ໜ້າ, ອິດສະຣາ​ແອນ ​ແລະ ປາ​ແລດຕີນ ​ເຫັນ​ດີ​ພົບ​ປະກັນ​ເພື່ອ​ເລີ່​ມ ດຳ​ເນີນການ​ເຈລະ​ເຈຢ່າງ​ເປັນ​ທາງ​ການ, ພ້ອມ​ກັນ​ນັ້ນ, ກໍ​ຢືນຢັນ​ວ່າ ຈະ​ມານະ​ພະຍາ​ຍາມບັນລຸ​ສັນຍາ​ສັນຕິພາບ​ຮອບດ້ານ​ໃນ​ຮອບ​ເວລາ 9 ​ເດືອນ​ອີກ.

   ​ເຖິງ​ວ່າ​ການພົບ​ປະ​ເປັນ​ເວລາ 2 ວັນ​ພຽງ​ແຕ່​ແມ່ນ​ບາດກ້າວ​ລິ​ເລີ່​ມ​ເພື່ອ​ຂຶ້ນ​ແຜນການ​ໃຫ້​ແກ່​ບັນດາ​ຮອບ​ເຈລະຈາ​ທີ່​ໃຫຍ່​ກ່ວາ​ໃນ​ຂັ້ນ​ຕໍ່​ໄປ, ​ແຕ່​ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ມີ​ສັນຍານ​ຫຼາຍ​ຢ່າງ​ທີ່​ປະ​ເອີ​ບ​ໃຈ​ຕໍ່​ຄວາມ​ຄື​ບໜ້າ​ກ່ຽວ​ກັບ​ສັນຕິພາບ​ໃນ​ພາກ​ພື້ນ. ກ່ອນ​ອື່ນ​ໝົດ, ກ່ອນ​ທີ່​ດຳ​ເນີນ​ການ​ເຈລະຈາ, ທັງອິດສະ ຣາ​ແອນ ​ແລະ ປາ​ແລດຕີນ ລ້ວນ​ແຕ່​ມີ​ບັນດາ​ບາດກ້າວ​​ເດີນ​ດ້ວຍ​ເຈດ​ຕະນາ​ດີ​ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງພ້ອມ​ແລ້ວ​ທີ່​ຈະ​ຊອກ​ຫາ​ກາລະ​ໂອກາດ​ສັນຕິພາບ. ພ້ອມ​ກັບ​ຄຳ​ຖະ​ແຫຼ​ງຂອງ​ຜູ້​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ທີ່​ວ່າ ການ​ເຊື່ອມ​ຕໍ່ການ​ເຈລະ​ເຈກັບປາ​ແລດຕີນຄືນ​ໃໝ່ ​ແມ່ນ​ຄວາມ“ ​ເປັນຕາ​ຍ ” ຂອງອິດສະຣາ​ແອນ, ອຳນາດ​ການ​ປົກຄອງ ​ແທນ​ອາ​ວີ​ບ ກໍ​ຍິນ​ຍອມ​ປ່ອຍ​ຕົວ​ນັກ​ໂທ​ດຊາວປາ​ແລດຕີນ 100 ກ່ວາ​ຄົນ. ອິດສະຣາ​ແອນຍັງ​ສະ​ແດງ​ເຈດ​ຈຳນົງ​ຈະ​ບໍ່​ອອກ​ໜັງສື​ອະນຸຍາດ​ເພື່ອ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂອງ​ຊາວ​ຢິວທີ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຂອງ​ຊາວປາ​ແລດຕີນ, ຊຶ່ງ​ແມ່ນ​ໜຶ່ງ​ໃນັບ​ນດາ​ການ​ກະທຳ​ທຳລາຍ​ຄວາມ​ເຊື່ອ​ໝັ້ນ​ລະຫວ່າງ 2​ ຝ່າຍ. ສຳລັບ​ທາງ​ຝ່າ​ຍປາ​ແລດຕີນ ຈະ​ບໍ່​ເດີນ​ຕາມ​ບັນດາ​ການ​ກະທຳ​ທາງ​ການ​ທູດ​ຕ້ານອິດສະ ຣາ​ແອນ ຢູ່​ໃນ​ບໍ່​ວ່າ​ອົງການ​ຈັດ​ຕັ້ງ​ສາກົນ​ໃດໆ ​ແນ​ໃສ່​ຕອບ​ສະໜອງ​ຄວາມ​​ເປັນ​ຫ່ວງກັງວົນຂອງ​ແທນ​ອາ​ວີ​ບ. ພ້ອມ​ກັນ​ນັ້ນ, ປາ​ແລດຕີນກໍ​ຫຼຸດຜ່ອນ​ຄຳ​ຮຽກຮ້ອງກ່ຽວ​ກັບ​ການ​ຢຸດ​ກໍ່ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ກໍ​ຄື​ເລື່ອງ​ອິດສະຣາ​ແອນ ຕ້ອງ​ຍອມຮັບ​ຕໍ່​ການ​ຂີດ​ຂັ້ນ​ຊາຍ​ແດນ​ກ່ອນ​ປີ 1967 ​ເພື່ອ​ເປັນ​ພື້ນຖານ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ. ສັນຍານ​ທີ່ 2 ຊຶ່ງ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ປະ​ເອີ​ບ​ໃຈ ນັ້ນ​ແມ່ນ​ບໍ່​ຄ້າຍຄື​ກັບ​ປີ 2010, ຊຶ່ງ​ແມ່ນ​ຈຸດ​ເວລາ​ທີ່ການ​ເຈລະ​ເຈສຸດ​ທ້າຍ​ລະຫວ່າງອິດສະຣາ​ແອນ-ປາ​ແລດຕີນພັງ​ທະລາ​ຍ, ການ​ເຈລະ​ເຈຄັ້ງ​ນີ້ ​ແມ່ນ​ມີ​ໄລຍະ​ໜຶ່ງ​ທີ່​ແກ່ຍາວ​ພໍ​ສົມຄວນ ​ເພື່ອ​ໃຫ້​ບັນດາ​ຝ່າຍ​ຜ່ອນ​ສັ້ນ​ຜ່ອນ​ຍາວ. ກ່ອນ​ນີ້ 3 ປີ, ທ່ານ Mahmoud Abbas ພຽງ​ແຕ່​ກັບ​ຄືນ​ສູ່​ການ​ເຈລະຈາ​ໃນ​ຈຸດ​ເວລາ​ໃກ້​ຈະ​ໝົດ​ກຳນົດ​ເວລາ 10 ​ເດືອນ​ຂອງ​ທ່ານ Benjamin Netanyahu ກ່ຽວ​ກັບ​ການ​ຢຸດ​ການ​ກໍ່​ສ້າງ ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​​ໂດຍ​ຊົ່ວຄາວ. ບັນດາການ​ເຈລະ​ເຈ​ໃນ​ຄາວ​ນັ້ນ ກໍ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ວ່ອງ​ໄວ. ​ໃນປະຈຸ​ບັນ, ບັນດາ​ຝ່າຍ​ໄດ້​ໝັ້ນ​ໝາຍ​ສະຫງວຽນ​ເວລາ 9 ​ເດືອນ​ໃຫ້​ແກ່ ການ​ເຈລະ​ເຈ, ຊຶ່ງ​ແມ່ນ​ໄລຍະ​ເວລາ​ພຽງພໍ​ເພື່ອ​ໃຫ້​ຄວາມ​ມານະພະ​ຍາ​ຍາມ​ຂອງທຸກ​ຝ່າຍ​ໄປ​ສູ່​ການ​ບັນລຸສັນຍາ ສັນຕິພາບ. ພ້ອມ​ກັນ​ນັ້ນ, 2 ຝ່າຍໝັ້ນ​ໝາຍ​ປຶກສາ​ຫາລື​ທຸກໆ​ບັນຫາ​ສຳຄັນ​ຢ່າງ​ເຂັ້ມ​ງວດ ຊຶ່ງ​ແມ່ນ​ການ​ກະທຳ​ບໍ່​ເຄີຍ​ມີ​ມາ​ເມື​່ອກ່ອນ​ນີ້. ສຸດ​ທ້າຍ, ບໍ່​ອາດ​ບໍ່​ເນັ້ນ​ໜັກ​ເຖິງ​ບົດບາດ​ເປັນກາງ​ຂອງ​ອາ​ເມ​ລິ​ກາ, ບັນດາການ​ເຈລະ​ເຈລະຫວ່າງ ອິດສະຣາ​ແອນ-ປາ​ແລດຕີນ ​ເຄີຍ​ຖືກ​ຢຸດ​ສະ​ງັກ ​ແລ້ວ​ກໍ​ຖືກ​ເຊື່ອມ​ຕໍ່ຄືນ​ໃໝ່ມາ​ຫຼາຍ​ຄັ້ງ​ແລ້ວ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ການ​ເຈລະຈາ​ເກືອ​ບຄື​ວ່າ ຖືກ​ພັງ​ທະລາ​ຍນັບ​ແຕ່​ເດືອນ 9 ປີ 2010 ຂະນະ​ທີ່ ອິດສະຣາ​ແອນປະຕິ​ເສດ​ຕໍ່​ການ​ຢຸດ​ການ​ເຄື​ອ່ນ​ໄຫວກໍ່ສ້າງເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ບົນ​ດິ​ນແດນຂອງ​ຊາວ ປາ​ແລດຕີນ. ​ເພາະສະ​ນັ້ນ, ການ​ເຈລະຈາ​ຮອບ​ໃໝ່​ດ້ວຍ​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ ​ໄດ້​ນຳ​ຄວາມ​ຫວັງ​ແຫ່ງ​ສັນຕິພາບ​ມາສູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ບັນລຸ​ໄດ້ຜົນ​ສຳ​ເລັດ​ດັ່ງກ່່າວ ​ແມ່ນ​ຕ້ອງ​ເນັ້ນ​ໜັກ​ເຖິງ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ຂອງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ Jonh Kerry. ດ້ວຍ​ບັນດາ​ຜົນ​ສະທ້ອນ​ຢ່າງ​ແຮງ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ກັບປະ​ເທດ​ພັນທະ​ມິດ ອິດສະຣາ​ແອນ ທີ່​ໃກ້ຊິດນັ້ນ, ກໍ​ມີ​ຫຼາຍ​ເຫດຜົນ​ເພື່ອ​ເຊື່ອ​ໝັ້ນ​ວ່າ ອຳນາດ​ການ​ປົກຄອງ​ຂອງ ປະທານາທິບໍດີ Barack Obama ຈະ​ບໍ່​ຢຸດຕິ​ການ​ຟື້ນ​ຟູ​ສັນຍາ​ສັນຕິພາບ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ສ້າງ​ສະ​ຖຽນລະ​ພາບ​ຢູ່​​ເຂດ​ດິນ​ທີ່​ຕິດ​ພັນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ​ອີ​ກດ້ວຍ.

    ​ແຕ່​ຫາງ​ສຽງ​ຖື​ວ່າ ການ​ຫັນປ່ຽນ​ຄັ້ງ​ປະຫວັດສາດ​ທີ່​ຫາ​ກໍ​ບັນລຸ​ໄດ້​ນັ້ນ, ​ແມ່ນ​ຍັງ​ບໍ່​ທັນ​ແມ່ນ​ເປົ້​າໝາຍ​ສຸດ​ທ້າຍ​ເພື່ອ​ນຳ​ມາ​​ເຊິ່ງສັນຕິພາບ ​ແລະ ທຸກ​ຝ່າຍ​ຄວນ​ມີ​ຄວາມ​ມານະ​ພະຍາຍາມ​ຕື່ມ​ອີກ. ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​ຜ່ານ​ຜ່າ. ນັ້ນ​ແມ່ນ​ບໍ່​ພຽງ​ແຕ່​ຄວາມ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງຢູ່​ພາຍ​ໃນປາ​ແລດຕີນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ວິຕົກ​ກັງ​ວົນ​ກ່ຽວ​ກັບ​ການ​ຄິດ​ໄລ​ສະ​ແຫວ​ງຫາຜົນປະ​ໂຫຍ​ດ ສ່ວນ​ຕົວຂອງ​ຝ່າຍ​ຕ່າງໆ​ເມື່ອ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​ໃໝ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫາງ​ສຽງ​ຍັງ​ຝາກ​ຄວາມ​ຫວັງຕໍ່ບັນດາຜົນສຳເລັດຂອງວິວັດທະນາການ ສັນຕິພາບ ຊຶ່ງຫາກໍໄດ້ຮັບການເຊື່ອມຕໍ່ຄືນໃໝ່ໂດຍພາຍໃຕ້ການເປັນກາງຂອງ ອາເມລິກາ. ພາຍຫຼັງ​ຖືກ​ປົກ​ຄຸມ​ດ້ວຍ​ເງົາ​ມືດ​ມາ​ເປັນ​ເວລາຫຼາຍ​ປີ, ກາລະ​ໂອກາດ​ເພື່ອ​ພື້ນຖານ​ສັນຕິພາບ​ແບບ​ຖາວອນ​ຢູ່​ຕາ​ເວັນ​ອອກກາງ ​ໄດ້​ມີ​ສັນຍານ​ທີ່​ສະຫວ່າງ​ສະ​ໄຫວ​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ