ການເຊື່ອມໂຍງເຂົ້າກັບສາກົນ ແມ່ນກຳລັງຫນູນສຳຄັນເພື່ອປ່ຽນແປງໃຫມ່ ແລະ ພັດທະນາປະເທດຊາດ

(VOVWORLD) -ການເຊື່ອມໂຍງເຂົ້າກັບສາກົນ ແມ່ນຫນຶ່ງໃນ 3ເສົາຄ້ຳ ຊື່ງ ຫວຽດນາມໄດ້ເລືອກເຟັ້ນ ເພື່ອປະຕິບັດພາລະກິດແຫ່ງການປ່ຽນແປງໃຫມ່ປະເທດຊາດ. ພາຍຫລັງ 10ປີແຫ່ງການຜັນຂະຫຍາຍມະຕິ ເລກທີ 22 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ (2013 - 2023), ຫວຽດນາມ ບັນລຸໄດ້ຜົນງານອັນຍິ່ງໃຫຍ່ຫລາຍຢ່າງ ມີຄວາມໝາຍປະຫວັດສາດ. ບົນພື້ນຖານນັ້ນ ໃນໄລຍະຈະມາເຖິງ, ຫວຽດນາມ ກຳນົດຕ້ອງສ້າງບາດກ້າວພັດທະນາໃຫມ່ໂດຍມີຄຸນນະພາບໃນການເຊື່ອມໂຍງເຂົ້າກັບສາກົນ, ນຳປະເທດຊາດບັນລຸໄດ້ທີ່ຕັ້ງດີສຸດໃນສະພາບສາກົນໃຫມ່ ແລະຍາດແຍ່ງບັນດາແຫລ່ງກຳລັງຢ່າງສຸດຂີດເພື່ອພັດທະນາປະເທດຊາດ.

ການເຊື່ອມໂຍງເຂົ້າກັບສາກົນ ແມ່ນກຳລັງຫນູນສຳຄັນເພື່ອປ່ຽນແປງໃຫມ່ ແລະ ພັດທະນາປະເທດຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ປະຈຸບັນ ຫວຽດນາມ ໄດ້ສ້າງການພົວພັນທາງການທູດກັບເກືອບ 200 ປະເທດ. ແຕ່ປີ 2013 ມາຮອດປະຈຸບັນ, ຫວຽດນາມໄດ້ສ້າງເຄືອຂ່າຍ ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບ 33 ປະເທດ, ໃນນັ້ນ ມີບັນດາປະເທດໃຫຍ່. ຫວຽດນາມ ກໍ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສປຊ; ລົງນາມໃນສັນຍາການຄ້າເສລີ (FTA) 16 ສະບັບ ດ້ວຍການເຂົ້າຮ່ວມຂອງ ປະມານ 60 ພື້ນຖານເສດຖະກິດ. ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ມີລະດັບການເຕີບໂຕດ້ານມູນຄ່າແມ່ນວ່ອງໄວທີ່ສຸດໃນໂລກ  (74%) ໃນໄລຍະ 2019 – 2022, ປີກາຍບັນລຸ 431 ຕື້ USD.

ຖືການເຊື່ອມໂຍງເຂົ້າກັບສາກົນແມ່ນບັນຫາຍຸດທະສາດຢ່າງແທ້ຈິງ

 ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 1 ຂອງ ຄະນະຊີ້ນຳການສ້າງແຜນຮ່າງ “ສະຫລຸບ 10 ປີແຫ່ງການປະຕິບັດມະຕິເລກທີ 22 ລົງວັນທີ 10 ເມສາປີ 2013 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ”, ວັນທີ 02 ສິງຫາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມຟ້າມມິງຈິງ ເນັ້ນຫນັກວ່າ ການເຊື່ອມໂຍງເຂົ້າກັບສາກົນ ແມ່ນບັນຫາຍາກ, ສະດຸ້ງໄວ ແຕ່ຕ້ອງໄດ້ເຮັດ. ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ, ມີກາລະໂອກາດກ່ຽວກັບການຮ່ວມມືກັບສາກົນເພື່ອສືບຕໍ່ຍາດແຍ່ງກາລະໂອກາດ, ເສີມຂະຫຍາຍ. ຕາມນັ້ນແລ້ວ ຕ້ອງຖືການເຊື່ອມໂຍງເຂົ້າກັບສາກົນແມ່ນບັນຫາຍຸດທະສາດ, ແມ່ນພາລະກິດຂອງທົ່ວປວງຊົນ ແລະ ທັງລະບົບການເມືອງ.

ເພື່ອຜັນຂະຫຍາຍວິວັດການເຊື່ອມໂຍງຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ, ຫວຽດນາມ ຄວນແກ້ໄຂການພົວພັນລະຫວ່າງ ເອກະລາດ, ເປັນເຈົ້າ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ,ຮອບດ້ານໃຫ້ເປັນຢ່າງດີ; ຖືການເຊື່ອມໂຍງເຂົ້າກັບສາກົນແມ່ນກຳລັງຫນູນສຳຄັນ ເພື່ອປ່ຽນແປງໃຫມ່ ແລະ ພັດທະນາ. ສະຫນິດຕິດພັນຢ່າງແຫນ້ນແຟ້ນກັບວິວັດການເຊື່ອມໂຍງເຂົ້າກັບສາກົນ ດ້ວຍການຍົກສູງກຳລັງຄວາມສາມາດຂອງຄວາມເປັນເຈົ້າ, ກຳລັງແກ້ງແຍ່ງ, ກຳລັງທົນທານ ແລະ ຄວາມສາມາດຮັບມືຂອງປະເທດຊາດຕໍ່ທຸກການຜັນແປຈາກພາຍນອກ. ເສີມຂະຫຍາຍລບັນດາແຫ່ລງກຳລັງຈາກພາຍນອກໃນວິວັດການກໍ່ສ້າງ ແລະປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຍົກສູງກຳລັງຄວາມສາມາດການຄຸ້ມຄອງ, ລະດົມການເງິນ ບຳລຸງສ້າງຊັບພະຍາກອນມະນຸດ,ຄົ້ນຄ້ວາ ແລະ ຖ່າຍທອດເຕັກໂນໂລຊີ.

ຕາມທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງແລ້ວ, ວຽກງານການເຊື່ອມໂຍງເຂົ້າກັບສາກົນຄວນໄດ້ຮັບການຜັນຂະຫຍາຍດ້ວຍຈິນຕະນາການກ້າຄິດກ້າເຮັດ, ກະໂດດຂັ້ນ, ການກະທຳຂ້ຽວຂາດ. ການເຊື່ອມໂຍງໃນບັນດາຂົງເຂດຄວນຫນູນຊ່ວຍກັນ,ໃນນັ້ນ ການເຊື່ອມໂຍງດ້ານເສດຖະກິດຍັງຄົງແມ່ນບັນຫາຈຸດສຸມ, ການເຊື່ອມໂຍງໃນຂົງເຂດອື່ນ ຕ້ອງປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດ.

ການເຊື່ອມໂຍງເຂົ້າກັບສາກົນ ແມ່ນກຳລັງຫນູນສຳຄັນເພື່ອປ່ຽນແປງໃຫມ່ ແລະ ພັດທະນາປະເທດຊາດ - ảnh 2ວາລະປະຊຸມຄັ້ງທີ 1 ຂອງ ຄະນະຊີ້ນຳການສ້າງແຜນຮ່າງ “ສະຫລຸບ 10 ປີແຫ່ງການປະຕິບັດມະຕິເລກທີ 22 ລົງວັນທີ 10 ເມສາປີ 2013 ຂອງກົມການເມືອງ

ສ້າງບາດກ້າວພັດທະນາໃໝ່ກ່ຽວກັບຄຸນນະພາບໃນການເຊື່ອມໂຍງເຂົ້າກັບສາກົນ

ເພື່ອສ້າງບາດກ້າວພັດທະນາໃໝ່ໃນການເຊື່ອມໂຍງເຂົ້າກັບສາກົນ, ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ຫວຽດນາມ ຕ້ອງໝູນໃຊ້ 3 ເສົາຄ້ຳໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ (ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ສ້າງລັດແຫ່ງອຳນາດກົດໝາຍ ສັງຄົນິຍົມ ແລະ ພັດທະນາພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ) ຢ່າງມີຫົວຄິດປະດິດສ້າງ.

ພ້ອມກັນນັ້ນແມ່ນການສືບຕໍ່ປະຕິບັດ, ຫັນແນວທາງການຕ່າງປະເທດໂດຍກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIII ຂອງພັກວາງອອກເປັນລະອຽດ.

ສືບຕໍ່ຫັນ ແນວທາງສຳຄັນທີສຸດຂອງພັກເປັນລະອຽດໃນວິວັດທະນາການເຊື່ອມໂຍງ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ເໝາະສົມກັບສະພາບການທັງຢູ່ພາຍໃນ ແລະ ຕ່າງປະເທດ, ສືບຕໍ່ແນວທາງການທູດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫັນເປັນຫຼາຍຝ່າຍ, ເປັນເພື່ອນມິດທີ່ດີ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ຕໍ່ປະຊາຄົມສາກົນ ເພື່ອເປົ້າໝາຍສັນຕິພາບ, ການຮ່ວມມື, ພັດທະນາໃນສະພາບການໃໝ່. ສືບຕໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແຕ່ມີຄວາມເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບເສດຖະກິດຢ່າງແທ້ຈິງ ແລະ ມີປະສິດທິຜົນກ່ວາ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ເນັ້ນໜັກເຖິງເລື່ອງ ຫວຽດນາມ ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄຳໝັ້ນສັນຍາສາກົນ ທັງສອງຝ່າຍ ແລະ ຫຼາຍຝ່າຍຢ່າງມີປະສິດທິຜົນ, ເຂັ້ມງວດ ແລະ ຄົບຖ້ວນ ບົນຈິດໃຈ “ເວົ້າແລ້ວຕ້ອງເຮັດ, ໃຫ້ຄຳໝັ້ນສັນຍາຕ້ອງປະຕິບັດ, ໄດ້ປະຕິບັດແລ້ວຕ້ອງມີໝາກຜົນ”.

ບັນດາຜົນສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໃນ 10 ປີຜ່ານມາ ໄດ້ປະກອບສ່ວນສຳຄັນເຂົ້າໃນການຍົກສູງຖານະບົດບາດ, ທີ່ຕັ້ງຂອງ ປະເທດຊາດບົນເວທີສາກົນ. ປັດຈຸບັນ ແມ່ນຈຸດເວລາທີ່ ຫວຽດນາມ ຕ້ອງສ້າງບາດກ້າວພັດທະນາໃໝ່ກ່ຽວກັບຄຸນນະພາບ, ຍາດແຍ່ງຢ່າງມີປະສິດທິຜົນບັນດາທ່າອ່ຽງໃໝ່ກ່ຽວກັບອຸດສາຫະກຳຄັ້ງທີ 4, ກ່ຽວກັບການຫັນປ່ຽນ, ສັບຊ້ອນຄືນໃໝ່ລະບົບສະໜອງ, ບັນດາເຄືອຂ່າຍສັນຍາການຄ້າເສລີ ເຊິ່ງ ຫວຽດນາມ ເຂົ້າຮ່ວມ, ບັນດາການພົວພັນຄູ່ຮ່ວມມືເພື່ອນຳປະເທດຊາດເຂົ້າຢູ່ທີ່ຕັ້ງທີ່ດີທີ່ສຸດໃນສະພາບການສາກົນໃໝ່, ສວຍໃຊ້ທຸກແຫຼ່ງກຳລັງຢ່າງສຸດຂີດ ໃຫ້ແກ່ການພັດທະນາປະເທດຊາດ.

           

ຕອບກັບ

ຂ່າວ/ບົດ​ອື່ນ