ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສປຊ. ການເດີນທາງໄປປະຕິບັດງານ “ສາມເປົ້າໝາຍ” ຂອງຄະນະຜູ້ແທນຫວຽດນາມໃນຄັ້ງນີ້ ລວມມີການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ສະໄໝພິເສດ, ຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ ແລະ ສປຊ, ເຊິ່ງມີຄວາມໝາຍຫຼາຍຢ່າງ ແລະ ບັນລຸໄດ້ໝາກຜົນສຳຄັນ ນັບທັງໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ.

ດ້ວຍລາຍການເຄືອນໄຫວທີ່ມີກວ່າ 60 ກິດຈະກຳ ລວມທັງສອງຝ່າຍສົມທົບກັບຫຼາຍຝ່າຍໃນລະດັບທີ່ແຕກຕ່າງກັນ: ລະດັບພາກພື້ນໃນ ອາຊຽນ ແລະ ລະດັບທົ່ວໂລກ ກັບ ສປຊ, ການເດີນທາງໄປປະຕິບັດງານ ແມ່ນການຜັນຂະຫຍາຍ ແນວທາງຕ່າງປະເທດຢ່າງແຮງ, ປະກອບສ່ວນຍົກລະດັບການຕ່າງປະເທດຫຼາຍຝ່າຍ ແລະ ເຮັດໃຫ້ການພົວພັນສອງຝ່າຍ ກັບ ອາເມລິກາ ເລິກເຊິ່ງຂຶ້ນຕື່ມ - ໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ພາຍຫຼັງເກືອບ 3 ທົດສະວັດທີ່ສ້າງຕັ້ງການພົວພັນທາງການທູດ.

ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

        ແບ່ງປັນວິໄສທັດຂອງ ອາຊຽນ ຕໍ່ໂລກ ແລະ ພາກພື້ນ

        ໃນກອງປະຊຸມສຸດຍອດສະໄໝພິເສດ ສະເຫຼີມສະຫຼອງສາຍພົວພັນລະຫວ່າງ ອາຊຽນ  - ອາເມລິກາ ຄົບຮອບ 45 ປີ, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ. ພິເສດ, ບັນດາບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສ່ອງແສງໃຫ້ເຫັນຄວາມສົນໃຈລວມຂອງບັນດາປະເທດ, ຍົກສູງບົດບາດເປັນໃຈກາງຂອງ ອາຊຽນ, ຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ; ແບ່ງປັນວິໄສທັດຕໍ່ກັບບັນດາບັນຫາຂອງໂລກ, ພາກພື້ນ ແລະ ກຳນົດທິດພັດທະນາໃຫ້ເໝາະສົມກັບຜົນປະໂຫຍດຂອງ ອາຊຽນ, ອາເມລິກາ ແລະ ປະຊາຄົມສາກົນ.

        ຫວຽດນາມ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ໄດ້ສົມທົບກັບຄູ່ຮ່ວມມື ອາເມລິກາ ເພື່ອຮັບຮອງເອົາຖະແຫຼງການວິໄສທັດລວມ ອາຊຽນ - ອາເມລິກາ, ນຳການພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະໃໝ່ ນັ້ນແມ່ນຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ. ກອງປະຊຸມໄດ້ວາງອອກການກຳນົດທິດຮ່ວມມືທີ່ເປັນຈຸດສຸມໃນໄລຍະຈະມາເຖິງ.

ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງກ່າວປາໄສກ່ຽວກັບນະໂຍບາຍ ຢູ່ສູນຍຸດທະສາດ ແລະ ຄົ້ນຄວ້າສາກົນ (ພາບ: TTXVN)
 ພົ້ນເດັ່ນແມ່ນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນການນຳ ອາຊຽນ ໜຶ່ງດຽວທີ່ມີບົດກ່າວປາໄສກ່ຽວກັບນະໂຍບາຍ ຢູ່ສູນຍຸດທະສາດ ແລະ ຄົ້ນຄວ້າສາກົນ (CSIS) ໃນໂອກາດນີ້, ແລະທ່ານກໍເປັນການນຳຂັ້ນສູງຄົນທຳອິດຂອງ ຫວຽດນາມ ທີ່ມີບົດກ່າວປາໄສຢູ່ມະຫາວິທະຍາໄລ Harvard ແລະ ໄດ້ຮັບການຕີລາຄາສູງຈາກວົງການນັກການເມືອງປະເທດປະຈຳຖິ່ນ, ຫາງສຽງພາຍໃນປະເທດ ແລະ ສາກົນ.

        ເຮັດໃຫ້ການພົວພັນ ຫວຽດນາມ - ອາເມລິກາ ເລິກເຊິ່ງກວ່າເກົ່າ

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຄື່ອນໄຫວສອງຝ່າຍເປັນຈຳນວນຫຼາຍໃນຕະຫຼອດໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ. ນີ້ກໍແມ່ນການພົບປະແລກປ່ຽນໂດຍກົງໃນລະດັບສູງສຸດ ແລະ ຮອບດ້ານທີ່ສຸດລະຫວ່າງສອງປະເທດ ພາຍຫຼັງຖືກຢຸດສະງັກມາເປັນເວລາເກືອບ 2 ປີ ຍ້ອນໂລກລະບາດ. ນອກຈາກນັ້ນແລ້ວ, ການນຳບັນດາກະຊວງ, ຂະແໜງການທີ່ຕິດຕາມໄປນຳຄະນະ ກໍໄດ້ມີການພົບປະ, ເຮັດວຽກ, ການໂອ້ລົມສົນທະນາກວ່າ 40 ຄັ້ງ ກັບຄູ່ຮ່ວມມືໃນທຸກຂົງເຂດ.

        ໃນການພົບປະທັງໝົດນັ້ນ, ວົງການເຈົ້າໜ້າທີ່ ອາເມລິກາ ລ້ວນແຕ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ, ພ້ອມທັງຢັ້ງຢືນເຖິງການ ເຄົາລົບລະບອບການເມືອງ, ສະໜັບສະໜູນ ຫວຽດນາມ ເອກະລາດ, ວັດທະນາຖາວອນ ຢ່າງແຮງ ແລະ ຫວັງວ່າ ການພົວພັນສອງຝ່າຍຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ. ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢືນຢັນວ່າ:

        “ຝ່າຍ ອາເມລິກາ ໄດ້ຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບເມື່ອເຂົາເຈົ້າເຫັນວ່າ ຕະຫຼາດ ຫວຽດນາມ ແມ່ນຕະຫຼາດເພື່ອລົງທຶນ ແລະ ຮ່ວມມືລົງທຶນ. ເຂົາເຈົ້າຕີລາຄາສູງຕໍ່ການຫັນປ່ຽນນະໂຍບາຍເພື່ອດຶງດູດການລົງທຶນ ແລະ ມີຄວາມເຊື່ອໝັ້ນຕໍ່ນະໂຍບາຍເປີດກວ້າງ, ສະດວກດີ ແລະ ມີຄວາມເຊື່ອໝັ້ນຕໍ່ສິ່ງທີ່ເຂົາເຈົ້າບັນລຸໄດ້ຢູ່ ຫວຽດນາມ ໃນຊຸມປີຜ່ານມາ. ດ້ວຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງ ຫວຽດນາມ ແລະ ພິເສດແມ່ນຍຸດທະສາດ ອາຊຽນ - ອາເມລິກາ ທີ່ໄດ້ວາງອອກນັ້ນ, ຂ້າພະເຈົ້າ ເຊື່ອແນ່ວ່າ ວົງເງິນການຄ້າສອງສົ້ນ ຫວຽດນາມ - ອາເມລິກາ ຈະເຕີບໂຕສູງທີ່ສຸດໃນຊຸມປີຈະມາເຖິງ.”

        ສ່ວນທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ກໍ່ໃຫ້ຮູ້ວ່າ: ຜ່ານການຢ້ຽມຢາມຄັ້ງນີ້, ທ່ານເຫັນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຈາກການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນຂົງເຂດເຕັກໂນໂລຢີ ທີ່ມີລັກສະນະສະເໝີພາບລະຫວ່າງສອງຝ່າຍ. ທ່ານກ່າວວ່າ:

        “ໃນການເຮັດວຽກກັບຄູ່ຮ່ວມມືທາງດ້ານເຕັກໂນໂລຢີຂອງ ອາເມລິກາ, ສອງຝ່າຍຕ່າງກໍຕັ້ງບັນຫາວ່າ ການຍົກລະດັບການພົວພັນຮ່ວມມືດ້ານເຕັກໂນໂລຢີ, ບໍ່ພຽງແຕ່ແມ່ນການພົວພັນລະຫວ່າງຜູ້ຊື້ກັບຜູ້ຂາຍເທົ່ານັ້ນ, ແຕ່ສອງຝ່າຍຈະພ້ອມກັນຮ່ວມມືຄົ້ນຄວ້າພັດທະນາເຕັກໂນໂລຢີ, ພັດທະນາຜະລິດຕະພັນ, ອາດຈະແມ່ນຕະຫຼາດ ຫວຽດນາມ, ຫຼືນັບທັງຕະຫຼາດ ອາເມລິກາ ແລະ ໃນໂລກ. ໃນຊຸມປີຈະມາເຖິງບັນດາບໍລິສັດເຕັກໂນໂລຢີລະຫວ່າງ ອາເມລິກາ ແລະ ຫວຽດນາມ ຈະສ້າງຜະລິດຕະພັນທີ່ມີເຄື່ອງໝາຍການຄ້າຂອງທັງສອງຝ່າຍ”.

        ທ່ານນາຍົກລັດຖະມົນຕີກໍໄດ້ສະຫຼະເວລາໄປຢ້ຽມຢາມສຳນັກງານ ແລະ ຕ້ອນຮັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ອາເມລິກາ. ໃນການຕ້ອນຮັບຄັ້ງຕ່າງໆ, ບັນດາກຸ່ມບໍລິສັດ ອາເມລິກາ ລ້ວນແຕ່ຢັ້ງຢືນວ່າ ຫວຽດນາມ ມີທີ່ຕັ້ງບົດບາດສູງໃນຍຸດທະສາດດຳເນີນທຸລະກິດ, ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນ ເຊິ່ງເຂົາເຈົ້າພວມມຸ່ງໄປເຖິງ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະຂະຫຍາຍການລົງທຶນຢູ່ ຫວຽດນາມ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນຂໍ້ຕົກລົງ 25 ສະບັບລະຫວ່າງວິສາຫະກິດສອງປະເທດ.

        ເຖິງວ່າການເຮັດວຽກດຳເນີນຢ່າງຮີບດ່ວນກໍຕາມ ແຕ່ທ່ານນາຍົກລັດຖະມົນຕີ ກໍສະຫງວນເວລາສ່ວນຫຼາຍເພື່ອພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ປະເທດປະຈຳຖິ່ນ, ຢັ້ງຢືນຢ່າງຈະແຈ້ງກ່ຽວກັບນະໂຍບາຍຂອງພັກ, ລັດ ທີ່ວ່າຍາມໃດກໍຖືພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນສຳຄັນບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້.

        ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີກໍພົບປະກັບການນຳບັນດາອົງການສຳຄັນແຖວໜ້າຂອງ ສປຊ ເພື່ອແລກປ່ຽນຄຳເຫັນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ, ການຕີລາຄາສູງກໍຄືຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງຈາກ ສປຊ ສຳລັບນະໂຍບາຍອັນຖືກຕ້ອງຂອງ ຫວຽດນາມ ກ່ຽວກັບການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ. ບັນດາການນຳ ສປຊ ກໍຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ, ແມ່ນແບບຢ່າງປະສົບຜົນສຳເລັດກ່ຽວກັບການພັດທະນາແບບຍືນຍົງ ແລະ ກຳລັງຄວາມສາມາດປະກອບສ່ວນເຂົ້າໃນທຸກວຽກງານທີ່ເປັນເສົາຄ້ຳຂອງ ສປຊ.

        ການເດີນທາງໄປປະຕິບັດງານຢູ່ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ, ປະກອບສ່ວນປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ ຢ່າງມີໄຊ, ພິເສດແມ່ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ “ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນວຽກງານຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ”./.

ຕອບກັບ

ຂ່າວ/ບົດ​ອື່ນ