ການເດີນທາງຢ້ຽມຢາມທີ່ຊ້ອນແຝງບັນຫາຫຼາຍຢ່າງ


  ທ່ານ​ລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຫາ​ກໍ​ສິ້ນ​ສຸດ​ການ​ຢ້ຽມຢາມ​ປັກ​ກິ​ງ ​ແລະ ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ ທ່ານ​ຫວາງ​ອີ. ​ເຖິງ​ວ່າ ​ໄດ້​ປະກາດ​ວ່າ ນີ້​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໃນ​ເດືອນ​ໜ້າ​ນີ້, ​ແຕ່​ການ​ຢ້ຽມຢາມ​ນີ້​ພັດ​ດຶງ​ດູດ​ຄວາມ​ສົນ​ໃຈ​​ເປັນພິ​ເສດ​ຈາກ​ວົງ​ການ​ນັກ​ໄຈ້​ແຍກ​ການ​ເມືອງ​ສາ​ກົນ ​ເພາະວ່າ​ມັນ​ໄດ້​ດຳ​ເນີນ​ກົງ​ກັບ​ຈຸດ​ເວລາ​ທີ່​ການ​ພົວພັນ​ລະຫວ່າງ ມົດ​ສະ​ກູ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ພວມ​ເກີດ​ຄວາມ​ເຄັ່ງ​ຕຶງ​ທີ່​ສຸດ​ຊຶ່ງ​ກ່ຽວຂ້ອງ​ເຖິງ​ບັນຫາ​ຢູກ​ແຣນ.  ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດຂອງມົດ​ສະ​ກູ​ແມ່ນ​ຊ້ອນ​ແຝງ​ບັນຫາ​ຫຼາຍ​ຢ່າງ, ຫາກ​ບໍ່​ພຽງ​ແຕ່​ແມ່ນ​​ເພື່ອ ປັບປຸງການ​ພົວພັນ 2 ຝ່າຍ​ເທົ່າ​ນັ້ນ. 

ການເດີນທາງຢ້ຽມຢາມທີ່ຊ້ອນແຝງບັນຫາຫຼາຍຢ່າງ - ảnh 1
ທ່ານ​ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov


    ທີ່​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງຈີ​ນ, ທ່ານ​ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ​ໄດ້​ຢືນຢັນ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລັດ​ເຊຍ-ຈີນ​ ​ແມ່ນ​ພວມ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ລະດັບສູງ​ສຸດ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຕີ​ລາຄາ​ວ່າ ຂົງ​ເຂດ​ທີ່​ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ໃນ​ການ​ພົວພັນ 2 ຝ່າຍ​ແມ່ນ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ. ​ໂດຍ​ບໍ່​ຫົວຊາ​ຕໍ່​ສະພາບ​ການ​ເສດຖະກິດ​ໂລກ​ບໍ່​ສະດວກ​ໃນ​ປີ 2013, ວົງ​ເງິນ​ການ​ຄ້າ ລັດ​ເຊຍ-ຈີນຍັງ​ຄົງ​ບັນລຸ 88,8 ຕື້ USD ດ້ວຍ​ທ່າ​ອຽງ​ລົງທຶນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ ການ​ສົ່ງ​ນ້ຳມັນ​ຂອງ​ລັດ​ເຊຍ​ໄປ​ຂາຍ​ໃຫ້​ຈີ​ນ ​ແລະ ການ​ລົງທຶນ​ຂອງ​ຈີນ​ເຂົ້າ​ຂົງ​ເຂດ​ຂຸດ​ຄົ້ນ​ອາຍ​ແກັສຢູ່​ເຂດ​ໄຫຼ່​ທະວີບ​ຂອງ​ລັດ​ເຊຍ. ບັນດາ​ຂົງ​ເຂດ​ສັງຄົມ, ການ​ທະຫານ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ກໍ​ພັດທະນາ​ຢ່າງ​ແຂງ​ແຮງ.

   ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ຜູ້​ຊ່ຽວຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ ຈຸດປະສົງ​ຕົ້ນ​ຕໍ່​ຂອງ ການ​ເດີນທາງ​ຢ້ຽມຢາມ​ແມ່ນ​ມົດ​ສະ​ກູ​ພວມ​ຮູ້​ແຮງ​ບັນດາ​ການ​ເຄືອ​ນ​ໄຫວ​ທາງ​ການ​ທູດ​ມຸ່ງ​ໄປ​ສູ່​ທາງ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ຈີນ​ໃນ​ສະພາວະ​ໃນ​ສະພາບ​ການ​ທີ່​ການ​ພົວພັນ​ລັດ​ເຊຍ-ຝ່າຍ​ຕາ​ເວັນ​ຕົກ​ພວມ​ຕົກ​ເຂົ້າ​ສູ່​ສົງຄາມ​ເຢັນ​ຄັ້ງ​ໃໝ່​ພາຍຫຼັງ​ບັນດາເຫດການຢູ່​ຢູກະ​ແຣນ.

     ຄວາມ​ມານະ​ພະຍາຍາມ​ຍາດ​ເອົາ​ການ​ສົ່ງຜົນ​ສະທ້ອນ

   ວິ​ກິດ​ການຢູກະ​ແຣນ ​ໄດ້​ຍູ້​ລັດ​ເຊຍ, ອາ​ເມ​ລິ​ກາ​ຕົກ​​​ເຂົ້າ​ສູ່​ສົງຄາມ​ເຢັນ​ຄັ້ງ​ໃໝ່ ​ແລ​ະ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຖືກ​ຕົກ​ເຂົ້າ​ສູ່​ສະພາບ​ສູ້​ຢັນ​ກັນ​ຢ່າງ​ຮ້າຍ​ແຮງທີ່​ສຸດ​ນັບ​ແຕ່ ສະຫະພາບ​​ໂຊ​ຫວຽດຖືກ​ພັງ​ທະລາ​ຍ​ເມື​ອ່ປີ 1991. ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ສູ້​ຢັນ​ກັນ​ລະຫວ່າງ​ອາ​ເມ​ລິ​ກາ - ສະຫະພາບ​​ໂຊ​ຫວຽດ​ເມື່ອ​ກ່ອນ​ນີ້, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ 3 ທີ່​ສຳຄັນ ​ແລະ ​ເລື່ອງ​ຈີນ​ເລືອກ​ເຟັ້ນຢືນ​ຢູ່​ຝ່າຍ​ໃດ ກໍ​ແມ່ນ​ສິ່ງ​ທີ່​ທັງ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ​ມີ​ຄວາມ​ສົນ​ໃຈ​ກ່ວາ​ໝູ່. ​ເພາະສະ​ນັ້ນ, ໜຶ່ງ​ໃນ​ບັນດາ​ໜ້າທີສຳຄັນ​ຂອງທ່ານ​ລັດຖະມົນຕີການ ຕ່າງປະເທດລັດເຊຍ Sergei Lavrov ຢູ່​ປັກ​ກິ​ງ, ນັ້ນ​ແມ່ນ​ເພື່ອ​ຊອກ​ຫາ​ການ​ສະໜັບສະໜູນ​ຈາກຈີນ.

    ຕາມ​ຂໍ້​ສັງ​ເກດ​ແລ້ວ, ​ໃນຄວາມ​ມານະ​ພະຍາຍາມ​ຍາດ​​ແຍ່ງເອົາ​ການ​ສົ່ງຜົນ​ສະທ້ອນນີ້, ມົດ​ສະ​ກູ​ມີທ່າ​ດີ​ຫຼາຍ​ກ່ວາ​ເພາະ​ມົດ​ສະ​ກູ ​ແລ​ະ ປັກ​ກິ​ງມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ​ທາງ​ດ້ານ​ເສດຖະກິດ, ທັດສະນະ​ການ​ເມືອງ ​ແລະ ຫຼັກ​ໝັ້ນ​ທີ່​ມີ​ຕໍ່​ຝ່າຍ​ຕາ​ເວັນ​ຕົກ.  2 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ນີ້​ແມ່ນ​ປະ​ເທດ​ພັນທະ​ມິດ​ຂອງ​ກັນ​ໃນ​ຫຼາຍ​ບັນຫາ​ທີ່​ເຄັ່ງຮ້ອນ​ຂອງ​ໂລກ​ຄື ຊີຣີ, ອີຣານ, ສປປເກົາຫຼີ... ມີ​ທ່າ​ໄດ້​ປຽບ​ອີກ​ອັນ​ໜຶ່ງ​ຂອງ​ລັດ​ເຊຍ​ໃນ​ທ່າ​ສະໜາມຮົບ​ນີ້ ​ແມ່ນ​ການ​ພົວພັນ​ຄູ່​ແຂ່ງ - ຄູ່​ຮ່ວມ​ມື, ການ​ພົວພັນ​ຮ່ວມ​ມື - ລະງັບ​ໃຈ​ຊຶ່ງ​ກັນ ​ແລະ ກັນ​ລະຫວ່າ​ງຈີນ - ອາ​ເມ​ລິ​ກາ.

    ​ໃນ​ຕົວ​ຈິງ, ບັນດາ​ປະຕິກິລິຍາ​ຂອງ​ຈີນ​ທີ່​ມີ​ຕໍ່​ສະພາບ​ການຢູກະ​ແຣນ​ເມື່ອ​ມໍ່ໆ​ມາ​ນີ້ ​ແມ່ນ​ເປັນ​ໜ້າ​ໃສ່​ໃຈ. ນັບ​ຕັ້ງ​ແຕ່​ເມື່ອ​ວິ​ກິດ​ການ​ເລີ່​ມລະ​ເບີດຂຶ້ນ​ເມື່ອ​ທ້າຍ​ປີ 2013, ສົງການ​ສື່ສານ​ຈີນ​ມີ​ແນວ​ໂນ້ມຕຳ​ໜິຕິຕຽນ​ຝ່າຍ​ຕາ​ເວັນ​ຕົກ ຊຶ່ງ​ໄດ້​ກໍ່​ຄວາມ​ວຸ່ນວາຍ​ຢູ່ ຢູກະ​ແຣນ ​ແລະ ຖື​ວ່າຄວາມ​ຕັດສິນ​ໃຈ​ຂອງ​ທ່ານ​ປະທານາທິບໍດີ Putin ​ແນ​ໃສ່​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ລັດ​ເຊຍ ​ແມ່ນ​ເຂົ້າ​ໃຈງ່າຍ​ຢ່າງ​ສິ້ນ​ເຊິ່ງ. ພາຍຫຼັງ​ທີ່​ມັດ​ສະ​ກູ​ສົ່ງກຳລັງ​ທະຫານ​ເຂົ້າ Crimea ນັ້ນ, ຈີນ​ພຽງ​ແຕ່​ອອກສຽງ ກະຕຸກ​ຊຸກຍູ້​ບັນດາ​ຝ່າ​ຍທີ່​ກ່ຽວຂ້ອງ​ຈົ່ງ​ແກ້​ໄຂ​ການ​ພິພາດ​ກັນ​ໂດຍ​ສັນຕິ​ວິທີ ຕາມ​ລະບຽບ​ກົດໝາຍ. ບັດ​ຂາວ​ຂອງ​ຈີນ​ທີ່​ມີ​ຕໍ່​ມະຕິ​ຂອງ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ​ ເມື່ອ​ເດືອນ 3 ທີ່​ຜ່ານ​ມາ​ກ່ຽວ​ກັບ​ການ​ໂຮມ​ເອົາ Crimea ​ເຂົ້າ​ດິນ​ແດນ​ສະຫະພັນ​ລັດ​ເຊຍ​ນັ້ນ, ​ສ່ວນ​ໃດ​ສ່ວນ​ໜຶ່ງ​ກໍ​ໄດ້​ສະ​ແດງ​ທ່າ​ທີ, ທັດສະນະ​ຂອງ​ຈີນ​ຕໍ່​ບັນຫາ ຢູກະ​ແຣນ. ບັດ​ຂາວ​ນີ້ ​ແມ່ນ​ຍາກ​ທີ່​ຈະ​ຖື​ວ່າ​ແມ່ນ​ການ​ກະທຳ​ຄັດຄ້ານ​ລັດ​ເຊຍ.

     ດັ່ງ​ນັ້ນ, ​ໃນ​ການ​ເດີນທາງ​ຢ້ຽມຢາມ​ປັກ​ກິ​ງຄັ້ງ​ນີ້, ທ່ານ​ລັດຖະມົນຕີການ ຕ່າງປະເທດລັດເຊຍ Sergei Lavrov ກໍ​ບໍ່​ລັ່ງ​ເລ​ໃຈ​ເມື່ອ​ໄດ້​ຕີ​ລາຄາ​ສູງ​ຫຼັກໝັ້ນພາວະ​ວິ​ໄສ ​ແລະ ສ້າງ​ຄວາມ​ກ້ຳ​ເກິ່ງ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ ໂຮມ​ Crimea ​ເຂົ້າ​ດິນ​ແດນ​ສະຫະພັນ​ລັດ​ເຊຍ ​ແລະ ຖື​ວ່າ​ປັກ​ກິ​ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂົ້າ​ໃຈ​ຢ່າງຮອບ​ດ້ານກ່ຽວ​ກັບ​ບັນດາ​ປັດ​ໄຈ, ພິ​ເສດ​ແມ່ນ​ປັດ​ໄຈ​ປະຫວັດສາດ​ໃນ​ວິທີ​ຕີ​ລາຄາ​ວິ​ກິດ​ການ​ຢູ່ ຢູກະ​ແຣນ.

    ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ໂລກ​ໃໝ່

  ວິ​ກິດ​ການ ຢູກະ​ແຣນ ​ໃນ​ປະຈຸ​ບັນ​ພວມ​ກ້າວ​ໄປ​ສູ່ບັນດາ​ການ​ຜັນ​ແປ​ທີ່​ສັບສົນ​ທີ່​ສຸດ. ​ເຖິງ​ວ່າ​ຍາກ​ທີ່​ຈະ​ໄປ​ສູ່​ສົງຄາມ​ກໍ​ຕາມ, ​ແຕ່​ບັນຫາ​ຂາດ​ສະຖຽນ​ລະ​ພາບ​ຢູ່ ຢູກະ​ແຣນ ອາດ​ຈະ​ກາຍ​ເປັນບາດກ້າວ​ຫັນປ່ຽນ​​ໃຫຍ່​ມຸ່ງ​​ໄປ​ສູ່​ການ ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ໂລກ​ໃໝ່. ຄວາມ​ມານະ​ພະຍາຍາມ​ເຮັດ​ມຫ້ລັດ​ເຊຍ​ຕົກ​ຢູ່​ໂດດ​ດຽວ​ຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ຈະ​ຍູ້​ມົດ​ສະ​ກູ ​ແລະ ຈີນ​ຫຍັບ​ມໍ່​ເຂົ້າກັນ, ຊຶ່ງ​ແມ່ນ​ສິ່ງທີ່​ອາ​ເມ​ລິ​ກາ​ບໍ່​ມຸ່ງ​ຫວັງ​ແຕ່​ຢ່າງ​ໃດ.

        ຈາກ​ບັນດາ​ການ​ຜັນ​ແປ​ດັ່ງກ່າວ ​ແມ່ນ​ອາດ​ຈະ​ເຫັນ​ວ່າການ​ເດີນທາງ​ຢ້ຽມຢາມຈີນ​ຂອງທ່ານ​ລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ​ໄດ້​ບັນລຸ​ຜົນ​ສຳ​ເລັດບໍ່​ຫຼາຍ​ກໍ​ໜ້ອຍ. ​ເຖິງ​ວ່າ​ບໍ່​ສະໜັບສະໜູນ​ຢ່າງ​ເປີດ​ເຜີຍ​ກໍ​ຕາມ,​ ​ແຕ່​ທ່າ​ທີ​ບໍ່​ຄັດຄ້ານ​ຂອງ​ປັກ​ກິ​ງ ອາດ​ຈະ​ເຮັດ​ໃຫ້​ມົດ​ສະ​ກູ​ມີ​ຄວາມ​ເພິ່ງ​ພໍ​ໃຈ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ລັດ​ເຊຍ​ກ້າວ​ເຂົ້າ​ສູ່​ການ​ເຈລະຈາ 4 ຝ່າຍ​ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ​ໃນ​ວັນ​ທີ 17/4 ​ເພື່ອ​ຊອກ​ຫາວ​ິທີ​ແກ້​ໄຂ​ດ້ານ​ການ​ເມືອງ​ຢູ່ ຢູກະ​ແຣນ

ຕອບກັບ

ຂ່າວ/ບົດ​ອື່ນ