ການເດີນທາງຢ້ຽມຢາມເພື່ອປັບປຸງທີ່ຕັ້ງບົດບາດຂອງລັດເຊຍຢູ່ຕາເວັນອອກກາງ

  

ການເດີນທາງຢ້ຽມຢາມເພື່ອປັບປຸງທີ່ຕັ້ງບົດບາດຂອງລັດເຊຍຢູ່ຕາເວັນອອກກາງ - ảnh 1
ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແລະ
ນາຍົກລັດຖະມົນຕີອິດສະ​ລາ​ແອນ Benjamin Nentayahu
(ພາບ: internet)

 
   ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມບັນດາ​ປະ​ເທດ​ໃນພາ​ກພື້ນຕາ​ເວັນ​ອອກ​ກາງ​ເປັນ​ເວລາ​ສັ້ນໆ ຊຶ່ງ​ລວມມີ ອິດສະ​ລາ​ແອນ, ​ເຂດ​ດິນ​ແດນ ປາ​ແລດ​ສຕິນ ​ແລະ ຈໍ​ແດນ ​ແນ​ໃສ່​ປຶກສາ​ຫາລື​ສະພາບ​ການຢູ່ ຊີຣີ ແລະ ອີຣານ ກໍຄືແງ່ຫວັງຊອກຫາວິທີການແກ້ໄຂສັນຕິພາບໃຫ້ແກ່ການປະທະ ກັນລະຫວ່າງ ອິດສະ​ລາ​ແອນ - ປາ​ແລດ​ສຕິນ. ​ເຖິງ​ວ່າການ​ຢ້ຽມຢາມ​ເປັນ​ເວລາ​ພຽງ 48 ຊົວ​ໂມງ​ເທົ່າ​ນັ້ນ, ​ແຕ່​ການ​ຢ້ຽມຢາມ​ຂອງ​ຜູ້ນຳ​ວັງ ກ​ແຣມລິ​ນ ​ໄດ້​ສົ່ງ​ສານ​ທີ່​ຈະ​ແຈ້ງ​ໂດຍ​ຢືນຢັນ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ ​ແນ​ໃສ່​ປັບປຸງ​ທີ່​ຕັ້ງ​ບົດບາດ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ-ອາ​ຟະ​ລິ​ກາ​ເໜືອ ​ແລະ ນຳ​ມາ​ເຊິ່ງຄວາມ​ຫວັງ​ໃໝ່​ໃຫ້​ແກ່​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ.

      ປະ​ເທດ​ທຳ​ອິດ​ໃນ​ການ​ເດີ​ນທາງ​ຢ້ຽມຢາມຂອງ ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແມ່ນ ອິດສະ​ລາ​ແອນ. ນັບ​ແຕ່​ເວລາ​​ໄປ​ຮອດ ອິດສະ​ລາ​ແອນ, ການ​ຢ້ຽມຢາມ​ຂອງ​ທ່ານ ປະທານາທິບໍດີ​ Vladimir Putin​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກ​ວົງ​ການ​ສື່​ມວນ​ຊົນ. ຍ້ອນ​ວ່າ​ຕາມແຜນການ​ເຮັດ​ວຽກ, ​ໄປ​ຄຽງ​ຄູ່ກັບ​ບັນດາ​ບັນຫາ​ຮ່ວມ​ມື 2 ຝ່າຍ, ທ່ານປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີອິດສະ​ລາ​ແອນ Benjamin Nentayahu ກ່ຽວ​ກັບ​ຫຼາຍ​ບັນ​ຫາ​ທີ່​ເຄັ່ງຮ້ອນ​ຄື ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ, ບັນ​ຫາ​ນິວ​ເຄຼຍຂອງ​ອີຣານ ​ແລະ ວິ​ກິດ​ການ​ຢູ່​ຊີຣີ.

    ລັດ​ເຊຍ​ແມ່ນ​ປະ​ເທດ​ພັນທະ​ມິດ​ທີ່​​ໃກ້​ຊິດ​ຂອງ ອີຣານ ​ແລະ ຊີຣີ ຊຶ່ງ​ແມ່ນ 2 ປະ​ເທດ​​ໄດ້​ຮັບ​ຖື​ວ່າ​ເປັນ​ປໍ​ລະ​ປັກ​ກັບ ອິດສະ​ລາ​ແອນ, ດັ່ງ​ນັ້ນ​ບັນດາ​ນັກ​ໄຈ້​ແຍກ​ດ້ານ​ການ​ເມືອງ​ຖື​ວ່າ ​ເລື່ອງ ຜູ້ນຳ​ວັງ ກ​ແຣມລິ​ນ​ເລື່ອກເອົາ ​ແທນ​ອາ​ວິບ ​ແມ່ນສະຖານ​ທີທຳ​ອິດ​ໃນ​ການ​ຢ້ຽມຢາມນັ້ນ ກໍ​ຊ້ອນ​ແຝງ​ຫຼາຍ​ຫຼາຍ​ຢ່າງ. ກ່ອນ​ອື່ນ​ໝົດ, ມົດ​ສະ​ກູ​ຢາກ​ຊອກ​ຫາການ​ສະໜັບສະໜູນ ​ແລະ ພິຈາລະນາ​ປະຕິກິລິຍາ​ຂອງ​ບັນດາ​ຝ່າຍ​ກ່ຽວ​ກັບ​ວິທີ​ແກ້​ໄຂ​ບັນຫາ ຊີຣີຂອງ​ລັດ​ເຊຍ, ​ໂດຍ​ສະ​ເພາະ​ແມ່ນ ອິດສະ​ລາ​ແອນ. ​ແຕ່ດົນ​ນານ​ມາ​ແລ້ວ, ແທນ​ອາ​ວິບ ​ແລະ ມົດ​ສະ​ກູ ​ໄດ້​ມີ​ການ​ພົວພັນທາງ​ດ້ານ​ເສດຖະກິດ-ວັດທະນະທຳ-ສັງຄົມ​ຢ່າງ​ເລິກ​ເຊິ່ງ, ຂະນະ​ທີ​່ໄດ້ມີ​ປະຊາຊົນ​ອະດີດ​ສະຫະພາບ​ໂຊ​ຫວຽດ ປະມານ 1 ລ້ານ​ຄົນ​ພວມ​ດຳລົງ​ຊີວິດ​ຢູ່ ອິດສະ​ລາ​ແອນ. ​ແຕ່​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ຍາມ​ໃດ​ກໍ ​ເຄັ່ງ​ຕຶງ​ຕະຫຼອດ ຍ້ອນ​ວ່າ ອິດສະ​ລາ​ແອນ ນອນ​ໃນ​ກຸ່ມ​ບັນດາ​ປະ​ເທດ​ຮ່ວມ​ສຳພັນ​ຕ້ານ ອະດີດ​ສະຫະພາບ​ໂຊ​ຫວຽດ ພ້ອມ​ກັບ​ບາງ​ປະ​ເທດ​ອາຣັບ. ​ເພາະສະ​ນັ້ນ, ການ​ເລື​ອກ​ເອົາ​ພາກ​ພື້ນ​ນີ້​ເພື່ອ​ຢ້ຽມຢາມ, ທ່ານປະທານາທິບໍດີ​ລັດ​ເຊຍ Vladimir Putin ຢາກ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ພາ​ກພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ລະບົບ​ບຸລິ​ມາ​ສິດ​ດ້ານ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ ມົດ​ສະ​ກູ. ​ແລະ ກ່ອນ​ອື່ນ​ໝົດ​ແມ່ນ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ. ປີ 2011, ວົງ​ເງິນ​ການຄ້າລະຫວ່າງ 2 ປະ​ເທດ​ບັນລຸ​ເກືອບ 3 ຕື້ USD ​ແລະ ພວມ​ມີ​ຫຼາຍ​ແງ່​ຫວັງ​ເພື່ອ​ສືບ​ຕໍ່​ເພີ່ມ​ຂຶ້ນ​ແຮງ. ອິດສະ​ລາ​ແອນ ກໍ​ແມ່ນ​ປະ​ເທດ​ມະຫາ​ອຳນາດ​ທາງດ້ານ​ເຕັກ​ໂນ​ໂລ​ຢີ ຊຶ່ງລັດ​ເຊຍ​ພວມ​ມຸ່ງ​ໄປ​ເຖິງ​ແນ​ໃສ່​ປະຕິບັດ​ໂຄງການ​ພັດທະນາ​ພື້ນ​ຖານ​​ເສດຖະກິດ​ຢ່າງ​ມີ​ຫົວຄິດ​ປະດິດສ້າງ, ລະອຽດ​ແມ່ນ​ໂຄງການ​ເຕັກ​ໂນ​​ໂລ​ຢີສູງ Skolkovo ທີ່​ເລີ່​ມຜັນ​ຂະຫຍາຍ. ສ່ວນ ອິດສະ​ລາ​ແອນ ກໍ​ສະ​ແດງ​ຄວາມ​ຫວັງ​ຢາກ​ອີງ​ໃສ່​ຜົນ​ປະ​ໂຫຍ​ດຂອງ ມົດ​ສະ​ກູ​ເພື່ອ​ຊວ່ຍ ແທນ​ອາ​ວິບຂຸດ​ຄົ້ນ​ບັນດາບໍລິ​ເວນ​ມີ​ອາຍ​ແກັສທຳ​ມະ​ຊາດ​ຢູ່​ທະ​ເລ​ ເມ​ດີ​ແຕຣາ​ເນ. ດັ່ງ​ນັ້ນ, ​ເຖິງ​ວ່າ 2 ປະ​ເທດ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ບາງ​ຢ່າງ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ​ກໍ​ຕາມ, ​ແຕ່​ການ​ພົ​ບປະ​ຄັ້ງ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ​ເພື່ອ​ໃຫ້ 2 ຝ່າຍ​ແລກປ່ຽນ​ທັດສະນະ​ໃນ​ຂັ້ນ​ສູງ ​ແລະ ມີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ກັນ​ກ່ວາ. ​ໃນ​ຕົວ​ຈິງ,ທຸກ​ສິ່ງ​ທີ່​ບັນລຸ​ໄດ້​ນັ້ນ ​ແມ່ນນອນ​ນອກ​ເໜືອ​ຈາກ​ຄວາມ​ຫວັງ.ການ​ພົວພັນ​ຮ່ວມ​ມືລະຫວ່າ​ງລັດ​ເຊຍ- ອິດສະ​ລາ​ແອນ ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຂງ​ແຮງ​ໃນ​ຂົງ​ເຂດ​ພະລັງງານ, ກະ​ສີ​ກຳ, ການ​ຢາ ​ແລະ ອຸດ​ສະຫະ​ກຳ​ອາ​ວະ​ກາດ. ລະອຽດ ​ແມ່ນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ລັດ​ເຊຍ​ຈະ​ເປີດ​ສະຖານີ​ລະບົບ​ກຳນົດ​ທີ່​ຕັ້ງ​ດາວ​ທຽມ​ຢູ່ ອິດສະ​ລາ​ແອນ ​ໃນ​ປີ 2013 ​ແລະ ຈະ​ຊື້​ບັນດາເຮືອບິນ​ບໍ່ມີ​ຄົນ​ຂັບ​ຂອງ ອິດສະ​ລາ​ແອນ ລວມມູນ​ຄ່າ​ເຖິງ 50 ລ້ານ USD.

     ສ່ວນ​ຢູ່​ນະຄອນ ​ແບ​ດ​ເລ​ແຮມ​ທີ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ​ໃນ​ການ​ເຈລະ​ຈາກັບ ປະທານາທິບໍດີ​ປາ​ແລດ​ສຕິນ Abbas ນັ້ນ, ​ເນື້ອ​ໃນ​ທີ່ປະທານາ ທິບໍດີ​ Vladimir Putin ສຸມ​ໃສ່​ປຶກສາ​ຫາລື​ນັ້ນ ​ແມ່ນ​ການ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ​ໃຫ້​ແກ່​ການ​ປະ​ທະ​ກັນ​ລະຫວ່າງ ປາ​ແລດ​ສຕິນ - ອິດສະ​ລາ​ແອນ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ຮູ້​ລັດ ປາ​ແລດ​ສຕິນ​ເອກະລາດ ​ແລະ ຮຽກຮ້ອງ​ໃຫ້ ອິດສະ​ລາ​ແອນ ​ແລະ ປາ​ແລດ​ສຕິນ ຈົ່ງ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​ໃໝ່ ​ແລະ ນັ້ນ​ແມ່ນ​​ເສັ້ນທາງ​ພຽງ​ໜຶ່ງດຽວ​ເພື່ອ​ສາມາດ​ແກ້​ໄຂ​ການ​ປະ​ທະ​ກັນ. ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ສະ​ແດງ​ການ​ຊົມ​ເຊີຍ​ຕໍ່​ທັດສະນະ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ ປະທານາທິບໍດີ​ປາ​ແລດ​ສຕິນ Abbas , ພ້ອມ​ກັນ​ນັ້ນ​ກໍ​ໃຫ້​ຄຳ​ຕັກ​ເຕືອນ​ວ່າ “ ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ກ່ອນ​ທີ່​ບັນລຸ​ໄດ້ວິທີ​ການ​ແກ້​ໄຂ​ສັນຕິພາບ​ສຸດ​ທ້າ​ຍ ກໍ​ລ້ວນ​ແຕ່​ໄຮ້​ຄຸນ​ປະ​ໂຫຍ​ດ ” ຄຳ​ປາ​ໄສ​ນີ້​ຂອງ ປະທານາທິບໍດີ Vladimir Putin ຖືກ​ຖື​ວ່າ ຈະບໍ່​ເຮັດ​ໃຫ້​ໃຜ​ເສຍ​ໃຈ ​ແລະ ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ເຊຍ​ໄດ້ ​ແລະ ພວມ​ກຽມພ້ອມ​ສວມ​ບົດບາດ​ແມ່ນ​ນັກ​ຟື້ນຟູສັນຕິພາບ​ຢູ່​ຕາ​ເວ​ັນອອກກາງ.

   ປະ​ເທດ​ສຸດ​ທ້າຍ​ໃນ​ການ​ເດີ​ນທາງ​ຢ້ຽມຢາມຕາ​ເວັນ​ອອກ​ກາງຂອງ ປະທານາ ທິບໍດີ​ລັດ​ເຊຍ Vladimir Putinຄັ້ງ​ນີ້, ແມ່ນລາຊະ​ອານາຈັກ​ຈໍ​ແດນ, ດ້ວຍ​ການ​ເຈລະ​ຈາ​ກັບ​ພະ​ມະຫາກະສັດ Abdulla Al- Husein ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ 2 ປະເທດ ​ແລະ ປຶກສາ​ຫາລື​ເລື່ອງ​ລັດ​ເຊຍ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິ​ວເຄຼຍຢູ່ ຈໍ​ແດນ.

     ຫາງ​ສຽງ​ຖື​ວ່າ ພຽງ​ແຕ່​ໃຊ້​ເວລາ 2 ວັນ​ເທົ່າ​ນັ້ນ, ​ແຕ່ການ​ເດີ​ນທາງ​ຢ້ຽມຢາມ ຕາ​ເວັນ​ອອກກາງຂອງ ປະທານາທິບໍດີ​ລັດ​ເຊຍ Vladimir Putin ຄັ້ງ​ນີ້​ໄດ້​ບັນລຸ​ບັນດາ​ໝາກຜົນ​ຕາມຄວາມ​ລໍຄອຍ. ພ້ອມ​ກັບ​ການ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃຫ້​ແກ່​ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ, ການ​ມີໜ້າ​ຂອງປະທານາ ທິບໍດີ​ລັດ​ເຊຍ Vladimir Putin ຢູ່​ຕາ​ເວັນ​ອອກກາງ , ​ແຫ່ງ​ທີ່ມີ ຊີຣີ ຊຶ່ງ​ແມ່ນ​ປະ​ເທດ​ພັນທະ​ມິດ​ທີ່​​ໃກ້​ຊິດ​ຂອງ​ຕົນ, ມົດ​ສະ​ກູ ​ໄດ້​ສົ່ງ​ສານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຈະ​ສືບ​ຕໍ່​ມີ​ການ​ແຊກ​ແຊງ​ຢ່າງ​ແຂງ​ແຮງ​ເຂົ້າ​ໃນ​ການ ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃຫ້​ແກ່ວິ​ກິດ​ການ​ການ​ເມືອງ​ຢູ່ ຊີຣີ​ໃນ​ປະຈຸ​ບັນ. ນອກຈາກ​ນັ້ນ, ​ການ​ເດີ​ນທາງ​ຢ້ຽມຢາມຂອງ ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ຍັງ​ຢາກ​ສົ່ງ​ສານ​ລັບ​ເຖິງ ປະທານາທິບໍດີ​ ອາ​ເມ​ລິ​ກາ Barak Obama ວ່າມົດ​ສະ​ກູ ​ໄດ້ ​ແລະ ພວມ​ສ້າງ​ທີ່​ຕັ້ງ​ບົດບາດທີ່ໝັ້ນ​ແກ່ນ​ໃຫ້​ແກ່​ຕົນ​ຢູ່​ພາກ​ພື້ນ​ທີ່​ມີ​ລະດັບ​ຍຸດ​ທະ​ສາດ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ