ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາຫຼາຍ​ຢ່າງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ

(VOVWORLD) -  ທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ເດີນທາງໄປຢ້ຽມຢາມ ອິນເດຍ ຢ່າງເປັນທາງການຄັ້ງທຳອິດ, ເຊິ່ງເປັນປະເທດທີ່ນັບມື້ນັບມີທີ່ຕັ້ງບົດບາດສຳຄັນຢູ່ພາກພື້ນ ແລະ ໃນໂລກ. ໂດຍໄດ້ດຳເນີນໃນສະພາບ ປະເທດ ເຢຍລະມັນ ແລະ ທົ່ວທະວີບ ເອີຣົບ ພວມປະເຊີນໜ້າກັບສິ່ງທ້າທາຍຮ້າຍແຮງຫຼາຍຢ່າງ, ການຢ້ຽມຢາມ ອິນເດຍ ຂອງຜູ້ນຳໜ້າລັດຖະບານ ເຢຍລະມັນ ໃນຄັ້ງນີ້ ໄດ້ຮັບຖືວ່າ ມີຄວາມໝາຍສຳຄັນ, ສຳລັບບໍ່ວ່າ Berlin ເທົ່ານັ້ນ, ຫາກຍັງນັບທັງ ເອີຣົບ ແລະ ຫຼາຍກວ່ານີ້ອີກດ້ວຍ.

ນີ້ເປັນການຢ້ຽມຢາມ ອິນເດຍ ຄັ້ງທຳອິດຂອງທ່ານ Olaf Scholz ນັບແຕ່ເມື່ອດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ເຢຍລະມັນ ແຕ່ເດືອນ ສິງຫາ 2021. ການຢ້ຽມຢາມດັ່ງກ່າວ ໄດ້ດຶງດູດຄວາມສົນໃຈຈາກຫາງສຽງສາກົນ ຍ້ອນວ່າ ໄດ້ການຢ້ຽມຢາມແມ່ນດຳເນີນໃນຈຸດເວລາພິເສດທີ່ສຸດ, ເມື່ອປະເທດ ເຢຍລະມັນ ແລະ ບັນດາປະເທດເອີຣົບສ່ວນໃຫຍ່ ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປະທະກັນລະຫວ່າງ ເຢຍລະມັນ - ຢູແກຼນ, ໃນຂະນະທີ່ ອິນເດຍ ນັບມື້ນັບເປັນຄູ່ຮ່ວມມືສຳຄັນ ເຊິ່ງເບິ່ງຄືວ່າເກືອບທຸກປະເທດຢາກເຂົ້າເຖິງ ແລະ ຍາດເອົາກາລະໂອກາດນີ້.

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາຫຼາຍ​ຢ່າງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz (ເບື້ອງຊ້າຍ) ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: Indiaexpress)

        ສະພາບການພິເສດ

        ຕາມນັກໄຈ້ແຍກສາກົນຫຼາຍຄົນແລ້ວ, ການຢ້ຽມຢາມດັ່ງກ່າວໄດ້ດຳເນີນໃນຈຸດເວລາທີ່ໜ້າສົນໃຈທີ່ສຸດ. ທີໜຶ່ງແມ່ນ, ການຢ້ຽມຢາມໄດ້ດຳເນີນກົງກັບຈຸດເວລາຄົບຮອບ 1 ປີ ທີ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນ, ເຊິ່ງເປັນເຫດການທີ່ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງສະພາບການພູມມີສາດການເມືອງທົ່ວໂລກ, ໃນນັ້ນ ເອີຣົບ, ລວມທັງ ເຢຍລະມັນ ແມ່ນປະເທດທີ່ກ່ຽວຂ້ອງ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ສິ່ງທີ່ໜ້າສົນໃຈແມ່ນ: ໃນການປະທະກັນນີ້, ປະເທດ ເຢຍລະມັນ ນັບມື້ນັບສະແດງບົດບາດ ແລະ ຜົນສະທ້ອນໄດ້ຢ່າງເດັ່ນຊັດ. ປັດຈຸບັນ, Berlin ແມ່ນໜຶ່ງໃນບັນດາປະເທດຝ່າຍຕາເວັນຕົກ ທີ່ສະໜອງອາວຸດ ແລະ ການເງິນໃຫຍ່ສຸດໃຫ້ແກ່ ຢູແກຼນ. ຕາມສະຖາບັນເສດຖະກິດໂລກ Kiel (ເຢຍລະມັນ) ແລ້ວ, ປັດຈຸບັນ, Berlin ໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳອາວຸດການທະຫານໃຫ້ແກ່ Kiev ດ້ວຍມູນຄ່າກວ່າ 2,5 ຕື້ USD.

        ທີສອງແມ່ນ, ເຢຍລະມັນ ພວມດຳເນີນການດັດປັບນະໂຍບາຍການຕ່າງປະເທຢ່າງແຮງ, ໂດຍສະເພາະແມ່ນກັບບັນດາປະເທດມະຫາອຳນາດໃນໂລກ. ໃນນັ້ນ, Berlin ໄດ້ເພີ່ມທະວີການປັບປຸງການພົວພັນກັບບັນດາປະເທດສຳພັນທະມິດທີ່ເປັນມູນເຊື້ອ ເຊິ່ງແມ່ນ ອາເມລິກາ ແລະ ເອີຣົບ, ພ້ອມທັງຫຼຸດຜ່ອນການພົວພັນກັບ ລັດເຊຍ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ. ໄປຄຽງຄູ່ກັນນັ້ນ, ເຢຍລະມັນ ພວມຕັ້ງໜ້າຍູ້ແຮງການຫັນບັນດາຄູ່ຮ່ວມມືເສດຖະກິດ ແລະ ຕະຫຼາດໃຫຍ່ເປັນຫຼາຍຮູບຫຼາຍແບບ ເພື່ອແນໃສ່ຫຼຸດຜ່ອນການເອື່ອຍອີງໃສ່ຕະຫຼາດ ຈີນ.

        ໃນສະພາບການນັ້ນ, ອິນເດຍ ນັບມື້ນັບກາຍເປັນຄູ່ຮ່ວມມືສຳຄັນໃນຂອບເຂດທົ່ວໂລກ. ປະເທດອາຊີ ໃຕ້ນີ້ ບໍ່ພຽງແຕ່ແມ່ນຕະຫຼາດທີ່ມີພົນລະເມືອງຫຼາຍອັນດັບທີ 2 ໃນໂລກເທົ່ານັ້ນ, ຫາກຍັງມີທີ່ຕັ້ງພູມມີສາດສຳຄັນ, ເປັນໜຶ່ງໃນບັນດາປະເທດໃນໂລກທີ່ໄດ້ກຳນົດວ່າເປັນກຳມະສິດອາວຸດນິວເຄຼຍ. ສິ່ງທີ່ໜ້າສົນໃຈ ນັ້ນແມ່ນ ອິນເດຍ ນອນໃນບັນດາປະເທດຢຶດໝັ້ນບໍ່ສະໜັບສະໜູນບັນດາຄຳສັ່ງລົງໂທດ ລັດເຊຍ ເຊິ່ງ ເຢຍລະມັນ ແລະ ບັນດາປະເທດສຳພັນທະມິດຕາເວັນຕົກ ພວມຈັດວາງໂດຍກ່ຽວຂ້ອງເຖິງວິກິດການຢູ່ ຢູແກຼນ. ວັນທີ 23 ກຸມພາ ຜ່ານມາ, ອິນເດຍ ສືບຕໍ່ປ່ອນບັດຂາວ ເມື່ອ ສະມັດຊາໃຫຍ່ ສປຊ ຈັດການປ່ອນບັດ ກ່ຽວກັບມະຕິວ່າດ້ວຍການຮຽກຮ້ອງ ລັດເຊຍ ຖອນກຳລັງກັບເມືອປະເທດໃນທັນທີ. ກ່ອນໜ້ານັ້ນ, ວັນທີ 12 ມັງກອນ 2022,  New Dehli  ກໍປ່ອນບັດຂາວສຳລັບຮ່າງມະຕິວ່າດ້ວຍການຄັດຄ້ານ ລັດເຊຍ ໂຮມ 4 ເຂດແຍກຕົວຈາກ ຢູແກຼນ ເຂົ້າດິນແດນ ລັດເຊຍ ໃນກອງປະຊຸມສະມັດຊາໃຫຍ່ ສປຊ. ບໍ່ພຽງແຕ່ເທົ່ານັ້ນ, New Dehli ຍັງສືບຕໍ່ ແລະ ເປີດກວ້າງການພົວພັນຮ່ວມມືກັບ ມົດສະກູ ຢ່າງບໍ່ຢຸດຢັ້ງ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ປະກອບສ່ວນ ຊ່ວຍ ລັດເຊຍ ມີແຫຼ່ງກຳລັງສຳຄັນຕື່ມອີກ ເພື່ອສາມາດຄົງຕົວຢ່າງໝັ້ນຄົງ ຕໍ່ຄໍາສັ່ງລົງໂທດນັບພັນຢ່າງຈາກຝ່າຍຕາເວັນຕົກ.

        ບາດກ້າວເດີນແບບມີຍຸດທະສາດຂອງ Berlin

    ດ້ວຍສະພາບການຕົວຈິງເຫຼົ່ານັ້ນ, ການຢ້ຽມຢາມ ອິນເດຍ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ມີລັກສະນະຍຸດທະສາດ ພ້ອມທັງຄວາມມຸ່ງມາດປາດຖະໜາທີ່ໃຫຍ່ຫຼວງ. ໃນນັ້ນ, ພົ້ນເດັ່ນແມ່ນເປົ້າໝາຍຊຸກຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ Berlin ແລະ New Dehli. ສິ່ງດັ່ງກ່າວ ໄດ້ສະແດງອອກຢ່າງຈະແຈ້ງໃນການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ເຢຍລະມັນ ກັບຄູ່ຕຳແໜ່ງ ອິນເດຍ Narendra Modi ໃນມື້ທຳອິດຂອງການຢ້ຽມຢາມ (ວັນທີ 25 ກຸມພາ). ນະທີ່ນີ້, ການນຳສອງທ່ານໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ, ນອກຈາກບາງບັນຫາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື ການປະທະກັນຢູ່ ຢູແກຼນ, ສະພາບການຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ… ການນຳສອງທ່ານຍັງດຳເນີນການປຶກສາຫາລືກັບຜູ້ຕາງໜ້າວິສາຫະກິດຂອງສອງປະເທດ. ໃນການຢ້ຽມຢາມນີ້, ຜູ້ນຳໜ້າລັດຖະບານ ເຢຍລະມັນ ກໍໄດ້ໄປຢ້ຽມຢາມ Bengaluru, ນະຄອນທີ່ໄດ້ຮັບການຂະໜານນາມວ່າ ເປັນ “ສູນ Silicon” ຂອງ ອິນເດຍ.

        ກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງການພົບປະ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢັ້ງຢືນວ່າ ສອງຝ່າຍໄດ້ເຫັນດີຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ອິນເດຍ ແລະ ອີຢູ, ໃນນັ້ນ ມີເລື່ອງປະຕິບັດສຳເລັດລະບຽບການເພື່ອມຸ່ງໄປເຖິງການລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງສອງຝ່າຍ. ຜູ້ນຳໜ້າລັດຖະບານ ເຢຍລະມັນ ກໍຕີລາຄາສູງການພັດທະນາຂອງຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຊັອບແວຕ່າງໆທີ່ພົ້ນເດັ່ນຂຶ້ນຢູ່ ອິນເດຍ, ໂດຍເນັ້ນໜັກວ່າ ຫຼາຍບໍລິສັດທີ່ມີຄວາມສາມາດກໍພວມເຄື່ອນໄຫວຢູ່ປະເທດອາຊີໃຕ້ນີ້. ທ່ານນາຍົກລັດຖະມົນຕີ ເຢຍລະມັນ ກໍສະແດງຄວາມປາດຖະໜາຢາກດຶງດູດກຳລັງແຮງງານທີ່ມີຄຸນນະພາບສູງຈາກ ອິນເດຍ.

        ຕາມນັກໄຈ້ແຍກສາກົນຫຼາຍທ່ານແລ້ວ, ວິທີການສຳຜັດຈາກແງ່ມູມຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ກັບ ອິນເດຍ ແມ່ນບາດກ້າວທີ່ມີລັກສະນະຍຸດທະສາດ ເພື່ອແນໃສ່ຮັບໃຊ້ເປົ້າໝາຍທີ່ມັກໃຫຍ່ໄຝ່ສູງຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz. ທິດທາງນີ້ ບໍ່ພຽງແຕ່ຊ່ວຍໃຫ້ Berlin ແລະ ອີຢູ ບັນລຸໄດ້ຜົນປະໂຫຍດທາງດ້ານເສດຖະກິດ - ການຄ້າຢ່າງໃຫຍ່ຫຼວງຈາກປະເທດ ອາຊີໃຕ້ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້ເທົ່ານັ້ນ, ຫາກຍັງຊ່ວຍປັບປຸງ ແລະ ເພີ່ມທະວີທີ່ຕັ້ງຂອງປະເທດ ເຢຍລະມັນ, ພື້ນຖານເສດຖະກິດໃຫຍ່ສຸດຂອງ ອີຢູ ນຳອີກ. ສິ່ງດັ່ງກ່າວ ບໍ່ພຽງແຕ່ຕອບສະໜອງເປົ້າໝາຍຫັນຕະຫຼາດຂອງ Berlin ເປັນຫຼາຍຮູບຫຼາຍແບບ ແລະ ປັບປຸງຖານະບົດບາດສ່ວນຕົວຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢູ່ ເຢຍລະມັນ ແລະ ອີຢູ ເທົ່ານັ້ນ, ຫາກຍັງເປີດກາລະໂອກາດ ນຳ New Dehli ຫຍັບມໍ່ເຂົ້າໃກ້ກັບ ອີຢູ ແລະ ຝ່າຍຕາເວັນຕົກເປັນເທື່ອລະກ້າວຕື່ມອີກ. ເຖິງຢ່າງໃດກໍຕາມ, ວົງການນັກສັງເກດການຖືວ່າ ຍັງໄວໂພດ ທີ່ຈະຕີລາຄາໄດ້ປະສິດທິຜົນຂອງການຄິດໄລ່ທີ່ມັກໃຫຍ່ໄຝ່ສູງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ