ການເດີນທາງໄປຢ້ຽມຢາມໄດ້ເປີດສາກໃຫ້ແກ່ການພັດທະນາໃໝ່, ຮອບດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ

(VOVWORLD) -ບົນພື້ນຖານການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະດີງາມທີ່ສຸດ,  ຫວຽດນາມ ຢືນຢັນຈະພ້ອມກັບ ຍີ່ປຸ່ນ ເປີດໄລຍະພັດທະນາໃໝ່ຢ່າງແທດຈິງ, ມີປະສິດທິຜົນກວ່າໃນຫຼາຍຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ.
ການເດີນທາງໄປຢ້ຽມຢາມໄດ້ເປີດສາກໃຫ້ແກ່ການພັດທະນາໃໝ່, ຮອບດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢູ່ສະໜາມບິນ Haneda)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio, ວັນທີ 22 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເລີ່ມຕົ້ນໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ເປັນເວລາ 3 ວັນ. ການເດີນທາງໄປຢ້ຽມຢາມຄັ້ງນີ້ເປັນການສະແດງໃຫ້ເຫັນຢ່າງມີຊີວິດຊີວາຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ທີ່ພວມພັດທະນາອັນດີງາມທີ່ສຸດ, ເປີດໄລຍະພັດທະນາໃໝ່ຢ່າງຮອບດ້ານລະຫວ່າງ 2 ປະເທດ.

        ນີ້ແມ່ນການເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ ແລະ ຍີ່ປຸ່ນ ມີການນຳໃໝ່. ການເດີນທາງໄປຢ້ຽມຢາມກໍ່ດຳເນີນໄປພາຍຫຼັງ ຍີ່ປຸ່ນ ຫາກໍ່ຜ່ອນຜັນບັນດາມາດຕະການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແລະ ພວມເຊື່ອມຕໍ່ບັນດາການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມເທື່ອລະກ້າວ. ຍ້ອນເຫດນັ້ນ, ກາລະໂອກາດຮ່ວມມືລະຫວ່າງ 2 ປະເທດຈະນັບມື້ນັບໄດ້ຮັບການເປີດກວ້າງໃນຂົງເຂດເສດຖະກິດ, ການຄ້າ ແລະ ແຫຼ່ງຊັບພະຍາກອນມະນຸດ.

ການພົວພັນພັດທະນາຢ່າງໄວວາ, ມີຄວາມໄວ້ເນື້ອເຊື່ອໃຈສູງ

        ຫວຽດນາມ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 21 ກັນຍາ 1973, ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ເມື່ອປີ 2014. ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງໄວວາ, ປະຈຸບັນແມ່ນພວມຢູ່ໃນໄລຍະດີທີ່ສຸດນັບແຕ່ເມື່ອສ້າງຕັ້ງການພົວພັນ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ, ໃຫ້ຮູ້ວ່າ:

        “ຈຸດພິເສດໃນການພົວພັນລະຫວ່າງ 2 ປະເທດໃນຊຸມປີຜ່ານມາ, ພິເສດແມ່ນໃນ 2 ປີທີ່ເກີດໂລກລະບາດໂຄວິດຍັງສືບຕໍ່ເພີ່ມຂຶ້ນ. ການລົງທຶນຍັງເພີ່ມຂຶ້ນຍ້ອນກະແສພັດທະນາວິສາຫະກິດເປີດກວ້າງແຫຼ່ງສະໜອງຢູ່ ຫວຽດນາມ. ການຄ້າໄດ້ເພີ່ມຂຶ້ນຍ້ອນການສະໜອງສິນຄ້າຂອງ 2 ປະເທດລ້ວນແຕ່ເພີ່ມຂຶ້ນ. ການພົວພັນດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການພັດທະນາ, ຫວຽດນາມ ສືບຕໍ່ຕ້ອນຮັບກ່ຳປັ່ນຂອງ ຍີ່ປຸ່ນ ຫຼາຍລຳເຂົ້າມາຢ້ຽມຢາມ. ປະຈຸບັນ, ນັກຝຶກງານຂອງ ຫວຽດນາມ ໄປ ຍີ່ປຸ່ນ ເພີ່ມຂຶ້ນຫຼາຍ ແລະ ເປັນແຫຼ່ງສະໜອງແຫຼ່ງຊັບພະຍາກອນມະນຸດເຊິ່ງ ຍີ່ປຸ່ນ ມີຄວາມໄວເນື້ອເຊື່ອໃຈ ແລະ ຖືເປັນສຳຄັນ”.

        ຫວຽດນາມ ແລະ ຍີ່ປຸ່ນ ໄດ້ດຳເນີນການແລກປ່ຽນຢ່າງເປັນປະຈຳ ບົນຈິດໃຈທີ່ຈິງໃຈ, ມິດຕະພາບ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ກົງໄປກົງມາ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດທີ່ມີຄວາມສຳຄັນ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ, ສາທາລະນະສຸກ, ວັກຊິນກັນໂຄວິດ-19 ແລະ ຢາປິ່ນປົວ; ຊຸກຍູ້ການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍກ່ຽວກັບບັນຫາສາກົນ ເຊິ່ງ 2 ປະເທດຕ່າງມີຄວາມສົນໃຈ.

ການເດີນທາງໄປຢ້ຽມຢາມໄດ້ເປີດສາກໃຫ້ແກ່ການພັດທະນາໃໝ່, ຮອບດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ - ảnh 2(ການຢ້ຽມຢາມຄັ້ງນີ້ໄດ້ເປັນການເປີດກະແສພັດທະນາໃໝ່ຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ)

ຊຸກຍູ້ການຮ່ວມມືເປັນຫຼາຍຮູບຫຼາຍແບບ

        ນັບແຕ່ຕົ້ນປີ 2020, ໂລກລະບາດໂຄວິດ-19 ແຜ່ລະບາດ ໄດ້ເຮັດໃຫ້ 2 ປະເທດຕ້ອງຍົກເລີກ, ໂຈະບາງການເຄື່ອນໄຫວທາງການທູດ. ການຮ່ວມມືດ້ານແຮງງານ, ທ່ອງທ່ຽວຖືກຜົນສະທ້ອນຢ່າງໜັກໜ່ວງ. ເຖິງຢ່າງໃດກໍ່ຕາມ, 2 ປະເທດຍັງຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນດ້ວຍຫຼາຍຮູບຫຼາຍແບບທີ່ແຕກຕ່າງກັນຢ່າງມີໄຫວພິບ. ຕັ້ງໜ້າແລກປ່ຽນ ແລະ ສົມທົບກັນໃນວຽກງານທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19, ລັດຖະບານ ຍີ່ປຸ່ນ ໄດ້ຊ່ວຍເຫຼືອ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດຜ່ານການອຸປະຖຳຈຳນວນເງິນກວ່າ 4 ຕື້ເຢັນ, ສະໜອງເຄື່ອງອຸປະກອນ, ໜູນຊ່ວຍດ້ານເຕັກນິກ, ປົວແປງລະບົບສາທາລະນະສຸກ ແລະ ຊ່ວຍເຫຼືອລ້າວັກຊິນ AstraZeneca ກວ່າ 4 ລ້ານໂດສ ໃຫ້ແກ່ ຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ໄດ້ໜູນຊ່ວຍຜ້າອັດປາກ-ອັດດັງເກືອບ 1,2 ລ້ານອັນ ແລະ ຜ້າອັດປາກ-ອັດດັງຊະນິດແພ 20.000 ອັນໃຫ້ແກ່ ຍີ່ປຸ່ນ.

        ໃນສະພາບການນັ້ນ, ຍີ່ປຸ່ນ ຫາກໍ່ຜ່ອນຜັນບັນດາມາດຕະການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແລະ ເຊື່ອມຕໍ່ບັນດາການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມເທື່ອລະກ້າວ. ຍ້ອນເຫດນັ້ນ, ການໄປຢ້ຽມຢາມ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຍິ່ງມີຄວາມໝາຍສຳຄັນກວ່າອີກ. ການເດີນທາງໄປຢ້ຽມຢາມ ບໍ່ພຽງແຕ່ສ້າງທ່ວງທ່າກະກຽມໃຫ້ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2023 ເທົ່ານັ້ນ, ຫາກຍັງເປັນການເປີດກະແສພັດທະນາໃໝ່ຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ, ໃຫ້ຮູ້ຕື່ມອີກວ່າ:

        “ນີ້ແມ່ນການຕ້ອນຮັບການນຳຕ່າງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Kishida Fumio, ສ່ວນສຳລັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ນີ້ແມ່ນການໄປຢ້ຽມຢາມຕ່າງປະເທດຄັ້ງທີ 2 ຖັດຈາກການເຂົ້າຮ່ວມກອງປະຊຸມ COP 26, ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນນາຍົກລັດຖະມົນຕີຄົນໃໝ່ 2 ທ່ານ ຢາກພົບປະກັນເພື່ອສ້າງການພົວພັນສ່ວນຕົວ. ຊາວ ຍີ່ປຸ່ນ ມີຄຳວ່າ “ຫ່າງໜ້າກໍ່ຫ່າງໃຈ” ຖ້າບໍ່ພົບປະກັນຄວາມໃກ້ຊິດສະໜິດສະໜົມກໍ່ຈະຈືດຈາງໄປ. ທີ່ກອງປະຊຸມ COP 26, ນາຍົກລັດຖະມົນຕີ 2 ທ່ານໄດ້ພົບປະກັນແບບພົບປະທາງການທູດ, ແຕ່ການເດີນທາງຄັ້ງນີ້ເປັນພື້ນຖານເພື່ອໃຫ້ນາຍົກລັດຖະມົນຕີທັງ 2 ທ່ານປຶກສາຫາລືຢ່າງເລິກເຊິ່ງ, ກວ້າງຂວາງກວ່າ”.

        ບົນພື້ນຖານການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະດີງາມທີ່ສຸດ,  ຫວຽດນາມ ຢືນຢັນຈະພ້ອມກັບ ຍີ່ປຸ່ນ ເປີດໄລຍະພັດທະນາໃໝ່ຢ່າງແທດຈິງ, ມີປະສິດທິຜົນກວ່າໃນຫຼາຍຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ. ຍາມໃດ ຫວຽດນາມ ກໍ່ເປັນເພື່ອນ, ຄູ່ຮ່ວມມືໃກ້ຊິດສະໜິດສະໜົມ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນ ຍີ່ປຸ່ນ ເສີມຂະຫຍາຍບົດບາດໃຫ້ເໝາະສົມຢູ່ພາກພື້ນ ແລະ ໃນໂລກ; ພ້ອມກັບ ຍີ່ປຸ່ນ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ