ການເຕີບໂຕຂຽວ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ການເຕີບໂຕຂຽວແມ່ນທ່າອ່ຽງຈຳເປັນ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນຊີວິດການເປັນຢູ່. ຖ້າຫາກປະຕິບັດໄດ້ການເຕີບໂຕຂຽວນັ້ນ ຖືກຕາມແຜນການ ຈະຊ່ວຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ ແລະ ມີຄວາມໝາຍແທ້ຈິງໃຫ້ການພັດທະນາແບບຍືນຍົງຂອງແຂວງ.

ກໍ່ເຊັ່ນດຽວກັນກັບຫລາຍແຫ່ງໃນພາກພື້ນ ແລະ ໃນໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການປ່ອຍອາຍພິດເຮືອນແກ້ວເພີ່ມຂຶ້ນ ແມ່ນບັນຫາໃຫຍ່ ພວມວາງອອກໃຫ້ແກ່ການພັດທະນາແບບຍືນຍົງ ສຳລັບບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ສິ່ງທ້າທາຍຕົ້ນຕໍແມ່ນ ຕ້ອງພັດທະນາເຂດນີ້ ຕາມທິດ ເພີ່ມທະວີຄວາມສາມາດຕ້ານຢັນ ແລະ ຄວາມສາມາດຫລຸດຜ່ອນຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດ. ໃນສະພາບການນັ້ນ, ການປະຕິບັດຍຸດທະສາດການເຕີບໂຕຂຽວ ໄດ້ຮັບຖືວ່າ ແມ່ນລູກກະແຈແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງໃນປັດຈຸບັນ. 6 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ພວມຊຸກຍູ້ການປະຕິບັດຍຸດທະສາດດັ່ງກ່າວ.

ການເຕີບໂຕຂຽວ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ການເຕີບໂຕຂຽວແມ່ນທ່າອ່ຽງຈຳເປັນ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນຊີວິດການເປັນຢູ່

        ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍຈຳນວນພົນລະເມືອງປະມານ 18 ລ້ານຄົນ, ແມ່ນເຂດອຸດສາຫະກຳ - ກະສິກຳຈຸດສຸມຂອງທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ ບັນດາແຂວງເຫຼົ່ານັ້ນ ພວມປະເຊີນໜ້າກັບໄພນາບຂູ່ອັນເປັນຕາຍຫລາຍຢ່າງ ຈາກການປ່ຽນແປງຂອງດິນຟ້າອາກາດຄື: ນ້ຳທະເລຂຶ້ນສູງ ໄດ້ທຳລາຍເນື້ອທີ່ດິນ, ປ່າຊາຍເລນຖືກນ້ຳທະເລຊຶມເຂົ້າຢ່າງຮ້າຍແຮງ, ດິນເຊາະເຈື່ອນຢູ່ເຂດແຄມທະເລ ແລະ ແຄມແມ່ນ້ຳ…

        ຄາດຄະເນວ່າ: ອຸນຫະພູມອາກາດຢູ່ບັນດາແຂວງເຫລົ່ານີ້ ກໍ່ເພີ່ມຂຶ້ນ 0,7 ອົງສາໃນປີ 2020 ແລະ ເກືອບ 2 ອົງສາໃນປີ 2025. ພິເສດ ຕາມທ່ວງທ່າການປ່ອຍອາຍພິດ CO2 ເພີ່ມຂຶ້ນຢູ່ເຂດນີ້ ປະລິມານ CO2 ຈະເພີ່ມທະວີຂຶ້ນຢ່າງວ່ອງໄວໃນໄລຍະຈະມາເຖິງ.

ການເຕີບໂຕຂຽວແມ່ນທ່າອ່ຽງຕ້ອງເປັນໄປ

        ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວ ໄດ້ຮັບການອະນຸມັດຜ່ານຈາກລັດຖະບານໃນປີ 2012 ດ້ວຍ 3 ເປົ້າໝາຍພື້ນຖານ: ຫລຸດລະດັບການປ່ອຍອາຍພິດເຮືອນແກ້ວລົງ, ຫັນການຜະລິດເປັນສີຂຽວສະອາດ ແລະ ຫັນວິຖີຊີວິດຂອງຜູ້ບໍລິໂພກອຸປະໂພກເປັນສີຂຽວສະອາດ. ທີ່ເຂດທົ່ງພຽງແມ່ນ້ຳຂອງ, ປັດຈຸບັນມີ 6 ແຂວງ ນັ້ນແມ່ນ: ອານຢາງ, ກາເມົາ, ບາກລຽວ, ກຽນຢາງ, ຊອັກຈັງ ແລະ ເຮົ້າຢາງ ພວມປັບປຸງແຜນການດັ່ງກ່າວໃຫ້ສົມບູນແບບ.

        ທ່ານ ຫວໍຢວານຢຸງ, ຫົວໜ້າຂະແໜງສັງລວມ ສັງກັດພະແນກແຜນການ ແລະ ການລົງທຶນແຂວງ ເຮົ້າຢາງ ຖືວ່າ: ການເຕີບໂຕຂຽວແມ່ນທ່າອ່ຽງຈຳເປັນ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນຊີວິດການເປັນຢູ່. ຖ້າຫາກປະຕິບັດການເຕີບໂຕຂຽວ ຖືກຕາມແຜນການນັ້ນ ຈະຊ່ວຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ ແລະ ມີຄວາມໝາຍແທ້ຈິງໃຫ້ການພັດທະນາແບບຍືນຍົງຂອງແຂວງ. ທ່ານ ເລມິງຈ໋ຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ບາກລຽວ ຖືວ່າ:

        “ການເຕີບໂຕຂຽວມມີຄວາມໝາຍໃຫຍ່ຫລວງກ່ຽວກັບໄລຍະຍາວໃຫ້ການພັດທະນາ. ການເຕີບໂຕຂຽວໄດ້ວາງອອກຈຸດໝາຍ, ໜ້າທີ່ຫລາຍຢ່າງ. ຢາກປະຕິບັດອັນນີ້ ຕ້ອງການແຫຼ່ງກຳລັງອັນໃຫຍ່ຫລວງ. ທີ 2 ແມ່ນ ກົນໄກນະໂຍບາຍຕ້ອງຄົບຊຸດ.

ເຫັນດີເປັນເອກະພາບເພື່ອກະທຳ

        ເພື່ອປະຕິບັດການເຕີບໂຕຂຽວ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫາກໍ່ປະກາດແຜນການດຳເນີນງານການເຕີບໂຕຂຽວຢູ່ 5 ແຂວງ: ກາເມົາ, ບາກລຽວ, ກຽນຢາງ, ຊອັກຈັງ ແລະ ເຮົ້າຢາງ. ຕາມນັ້ນແລ້ວ, ບັນດາແຂວງດັ່ງກ່າວ ເອົາໃຈໃສ່ເປັນພິເສດເຖິງການພັດທະນາທີ່ມີລັກສະນະຮ່ວມສຳພັນສູງ, ອີງໃສ່ທັດສະນະການພັດທະແບບຍືນຍົງຄື: ຍົກສູງລັກສະນະຍືນຍົງຂອງສິ່ງແວດລ້ອມ, ຮັກສາລະບົບຊີວະນາໆພັນ; ຮັບປະກັນລັກສະນະກົມກຽວສຳລັບບັນດາເປົ້າໝາຍເສດຖະກິດ, ສັງຄົມ, ສິ່ງແວດລ້ອມ…ສະເພາະທາງດ້ານແຫຼ່ງກຳລັງ ເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງການໃນການລົງທຶນສາທາລະນະໃຫ້ການເຕີບໂຕຂຽວໄລຍະ 2016 – 2020 ແລະ 2021 – 2025, ທົ່ວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕ້ອງການເງິນປະມານ 120.000 ຕື້ດົ່ງ.

        ເພື່ອແກ້ໄຂຄວາມຫຍຸ້ງຍາກນີ້, ທ່ານ ຮ່າດັງເຊີນ ນັກຊ່ຽວຊານທີ່ປຶກສາກ່ຽວກັບການເຕີບໂຕຂຽວຂອງກະຊວງແຜນການ ແລະ ການລົງທຶນ ຖືວ່າ: ບັນດາແຂວງຄວນຍາດແຍ່ງແຫຼ່ງທຶນອຸປະຖຳສາກົນຫລາຍຝ່າຍ ແລະ 2 ຝ່າຍ. ພ້ອມທັງ ເອົາໃຈໃສ່ເປັນພິເສດເຖິງການຮ່ວມສຳພັນສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການປະຕິບັດຍຸດທະສາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕຂຽວໃນບັນດາກຸ່ມ, ຂະແໜງການເສດຖະກິດຈຸດສຸມ. ຕາມທ່ານ ຮ່າດັງເຊີນ ແລ້ວ, ແຕ່ລະທ້ອງຖິ່ນ ກໍ່ຄວນກວດກາການວາງແຜນຜັງຄືນໃໝ່ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນການຜະລິດເປັນສີຂຽວສະອາດ ແລະ ສຸມໃສ່ຫລຸດລະດັບການປ່ອຍອາຍພິດເຮືອນແກ້ວລົງ. ທ່ານ ຮ່າດັງເຊີນ ກ່າວວ່າ:

        “ບັນດາການເຄື່ອນໄຫວເພື່ອຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ ລ້ວນແຕ່ສຸມໃສ່ເຂົ້າໃນການພັດທະນາບັນດາແຫຼ່ງພະລັງງານຜະລິດຄືນໃໝ່ ຫຼື ແມ່ນການປ່ຽນໃໝ່ເຕັກນິກການປູກຝັງ, ປ່ຽນແທນໂຄງປະກອບກະສິກຳ. ເພີ່ມອັດຕາຜະລິດກະສິກຳດ້ວຍເຕັກໂນໂລຢີສູງຫລາຍກ່ວາອີກ. ກ່ຽວຂ້ອງເຖິງບັນຫາຫັນການຜະລິດເປັນສີຂຽວສະອາດ ຮຽກຮ້ອງໃຫ້ກວດກາຄືນແຜນການທັງໝົດ ເພື່ອຮັບປະກັນຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການໃໝ່ ທີ່ກ່ຽວຂ້ອງເຖິງການເຕີບໂຕເສດຖະກິດ, ກ່ຽວຂ້ອງເຖິງສິ່ງແວດລ້ອມຂອງບັນດາແຂວງພວກເຮົາ. ບັນດາບັນຫານີ້ ແມ່ນຈຳເປັນ ແລະ ຮີບຮ້ອນທີ່ສຸດ.

        ຕໍ່ໜ້າບັນດາສິ່ງທ້າທາຍໃຫຍ່ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຂຽວແມ່ນທິດກ້າວເດີນທີ່ຈຳເປັນ ເພື່ອໃຫ້ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮັບປະກັນການພັດທະນາແບບຍືນຍົງ ./.

ຕອບກັບ

ຂ່າວ/ບົດ​ອື່ນ