ການ​ເຕີບ​ໂຕ​ເສດ​ຖະ​ກິດ​ເອີ​ລົບ​ບໍ່​ທັນ​ໄດ້​ຮັບ​ການ​ຟື້ນ​ຟູ

(VOVWORLD) - ໃນຊຸມມື້ທີ່ຜ່ານມາ, ຄະນະກຳມະການເອີລົບ (EC) ກໍ່ຄືບັນດາອົງການຈັດຕັ້ງສາກົນ ໄດ້ປະກາດບັນດາຂໍ້ມູນຂ່າວ ທີ່ບໍ່ມີຄວາມປະເອີບໃຈຫຼາຍ ກ່ຽວກັບສະພາບການເຕີບໂຕດ້ານເສດຖະກິດຂອງເອີລົບ. ການແຜ່ລະບາດຂອງໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ທ່າຟື້ນຟູເສດຖະກິດຖືກຊັກຊ້າລົງ ພ້ອມທັງປັບປຸງຂໍ້ສັງເກດທີ່ວ່າ: ພື້ນຖານເສດຖະກິດພາກພື້ນເອີລົບ ຈະບໍ່ກັບຄືນສູ່ສະພາບປົກກະຕິໃນກ່ອນປີ 2023 ໄດ້.
ການ​ເຕີບ​ໂຕ​ເສດ​ຖະ​ກິດ​ເອີ​ລົບ​ບໍ່​ທັນ​ໄດ້​ຮັບ​ການ​ຟື້ນ​ຟູ - ảnh 1

ຄຳສັ່ງສະພາວະສຸກເສີນຢູ່ເອີລົບເຮັດໃຫ້ຮ້ານຂາຍເຄື່ອງຕ້ອງປິດປະຕູໂດຍໄວ (ພາບ: REUTERS)

    ຕາມການສຳຫຼວດຂອງ Standard Eurobarometer ປະກາດເມື່ອວັນທີ 23 ຕຸລາແລ້ວ, ຊາວເອີລົບຈຳນວນ 64% ຄິດວ່າ ສະພາບເສດຖະກິດຂອງປະເທດຕົນ ພວມຊົ່ວຮ້າຍທີ່ສຸດ ແລະ ມີພຽງ 42% ເຊື່ອໝັ້ນວ່າ ພື້ນຖານເສດຖະກິດຂອງປະເທດຊາດ ຈະຟື້ນຟູ ພາຍຫຼັງການກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ 19. ເລື່ອງເສດຖະກິດກາຍເປັນຄວາມສົນໃຈອັນດັບໜຶ່ງຂອງຊາວເອີລົບ ໃນປີ 2020 ແທນໃຫ້ບັນຫາເຂົ້າເມືອງ ແລະ ການແປ່ຽນແປງຂອງດິນຟ້າອາກາດ ຄືດັ່ງໃນບັນດາການສຳຫຼວດເມື່ອປີ 2019 ໄດ້ສະແດງໃຫ້ເຫັນສະພາບເສດຖະກິດເອີລົບ ໃນຈຸດເວລາປະຈຸບັນ.

ພ້ອມກັນຫລຸດຜ່ອນການຄາດຄະເນການເຕີບໂຕ

  ໃນການຄາດຄະເນຫຼ້າສຸດເມື່ອວັນທີ 5 ພະຈິກ, ຄະນະກຳມະການເອີລົບ (EC) ໄດ້ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດ  Eurozone ຈະເຕີບໂຕຢູ່ໃນລະດັບ 4,2%  ໃນປີໜ້າ, ຕ່ຳກ່ວາທົບຫຼາຍເທົ່າ ເມື່ອທຽບກັບລະດັບຄາດຄະເນ 6,1%  ທີ່ຖືກຍົກອອກມາ ເມື່ອເດືອນກໍລະກົດທີ່ຜ່ານມາ. EC ຖືວ່າ, ພື້ນຖານເສດຖະກິດພາກພື້ນ ພວມຖືກຫລຸດລົງ ເຖິງວ່າໄດ້ຮັບຮູ້ການຟື້ນຟູເປັນຢ່າງດີກ່ວາການຄາດຄະເນໃນກາງປີນີ້.

  ສະພາບເສດຖະກິດຊຸດໂຊມໄດ້ເຫັນແຈ້ງຢູ່ບາງປະເທດ ທີ່ພວມສວມບົດບາດນຳໜ້າຢູ່ເອີລົບ. ຢູ່ເຢຍລະມັນ, ທ່າຟື້ນຟູຂອງບັນດາໃບສັ່ງຊື້ສິນຄ້າອຸດສາຫະກຳ ຖືກຊັກຊ້າລົງໃນເດືອນກັນຍາ, ໃນສະພາການທີ່ລັດຖະບານ ໄດ້ວາງອອກບັນດາມາດຕະການໃໝ່ ເພື່ອແນໃສ່ຮັບມືກັບສະພາບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ໄດ້ເພີ່ມຂຶ້ນຫຼາຍ. ຢູ່ຝະລັ່ງ, ຄາດວ່າບັນດາການເຄື່ອນໄຫວດຳເນີນທຸລະກິດ ຈະຫລຸດລົງ 15% ເມື່ອໄດ້ຈັດວາງຄຳສັ່ງປິດລ້ອມ.

ການ​ເຕີບ​ໂຕ​ເສດ​ຖະ​ກິດ​ເອີ​ລົບ​ບໍ່​ທັນ​ໄດ້​ຮັບ​ການ​ຟື້ນ​ຟູ - ảnh 2

ເຂດ Eurozone ຫລຸດຜ່ອນໃນລະດັບສະຖິຕິຄື 12.1% ໃນໄຕມາດທີ 2 ປີ 2020 (ພາບ:dw.com)

    ກ່າວຄຳເຫັນທີ່ການປະຊຸມຂ່າວ ພາຍຫຼັງການປະຊຸມທາງໄກ ກັບບັນດາທ່ານລັດຖະມົນຕີເສດຖະກິດ ແລະ ການເງິນອີຢູ, ວັນທີ 4 ພະຈິກ, ທ່ານຮອງປະທານບໍລິຫານ ຄະນະກຳມະການເອີລົບ (EC)  Valdis Dombrovskis ໃຫ້ຂໍ້ສັງເກດວ່າ, ຊຸມເດືອນຈະມາເຖິງ ແມ່ນໄລຍະທີ່ເຕັມໄປດ້ວຍບັນດາສິ່ງທ້າທາຍ ສຳລັບທຸກປະເທດອີຢູ, ທ່ານຮຽກຮ້ອງໃຫ້ບັນດາປະເທດສະມາຊິກອີຢູ ຈົ່ງກະກຽມ ແລະ ປະຕິບັດບັນດາແຜນການປະຕິຮູບ ແລະ ການລົງທຶນ ເພື່ອແນໃສ່ໜູນຊ່ວຍການຟື້ນຟູ ແລະ ຫັນປ່ຽນພື້ນຖານເສດຖະກິດ.

ຮັບຮອງເອົາບັນດາມາດຕະການດ້ານການເງິນ.

   ວັນທີ 5 ພະຈິກ, ໃນຄວາມມານະພະຍາຍາມແກ້ໄຂສະພາບການບໍ່ມີທາງອອກເພື່ອຟື້ນຟູເສດຖະກິດ, ລັດຖະສະພາ ສະຫະພາບເອີລົບ (EP) ແລະ 27 ປະເທດສະມາຊິກ ໄດ້ເຫັນດີວ່າ ຈະຕິດຮ່າງກົດໝາຍວ່າດ້ວຍງົບປະມານໄລຍະຍາວຂອງທັງກຸ່ມ ກັບກົນໄກຮຽກຮ້ອງບັນດາປະເທດ ຕ້ອງເຄົາລົບອຳນາດກົດໝາຍຂອງອີຢູ. ການຜັນແປໃໝ່ນີ້ຖືກຖືວ່າ ຈະຊ່ວຍແກ້ໄຂສະພາບບໍ່ມີທາງອອກ ໃນການຮັບຮອງເອົາ ງົບປະມານໄລຍະຍາວທີ່ມີມູນຄ່າ 1100 ຕື້ເອີໂຣ ແລະ ບ້ວງເງິນກູ້ຊ່ວຍທີ່ມີມູນຄ່າ 750 ຕື້ເອີໂຣ ເພື່ອຟື້ນຟູເສດຖະກິດພາກພື້ນ ພາຍຫຼັງບັນດາການກະທົບຂອງໂລກລະບາດໂຄວິດ 19.

  ໃນເດືອນກໍລະກົດປີ 2020, ໃນກອງປະຊຸມສຸດຍອດໄດ້ຈັດຂຶ້ນ ເພື່ອສ້າງຄວາມເຫັນດີເປັນເອກະສັນ ກ່ຽວກັບບ້ວງເງິນກູ້ຊ່ວຍເສດຖະກິດ “ທີ່ບໍ່ເຄີຍມີມາກ່ອນ” ດ້ວຍບັນດາຮູບການກູ້ຢືມ ຫຼືໜູນຊ່ວຍນັ້ນ, ບັນດາການນຳອີຢູ ກໍ່ໄດ້ເຫັນດີຕໍ່ຫຼັກການທີ່ຕ້ອງມີເງື່ອນໄຂອຳນາດກົດໝາຍ ຕິດພ້ອມກັບຮ່າງກົດໝາຍ. ແຕ່ເຖິງແນວນັ້ນກໍ່ຕາມ, ບັນດາທ່ານສະມາຊິກ ລັດຖະສະພາ ສະຫະພາບເອີລົບ (EP) ໄດ້ຖືວ່າ ເງື່ອນໄຂນີ້ແມ່ນເຟີ້ຝັນທີ່ສຸດ  ແລະ ຈະບໍ່ສາມາດຮັບປະກັນໄດ້ວ່າ: ບາງປະເທດສະມາຊິກ ໄດ້ຮັບເງິນຈາກກອງທຶນກູ້ຊ່ວຍ ຈະປະຕິບັດບັນດາຂໍ້ກຳນົດກ່ຽວກັບປະຊາທິປະໄຕຂອງທັງກຸ່ມ.

   ໃນຂະນະນັ້ນ, ວັນທີ 5 ພະຈິກ, ທະນາຄານສູນກາງອັງກິດ (BoE)  ໄດ້ຕົກລົງເພີ່ມຈຳນວນເງິນສົດປະມານ 195 ຕື້ USD ເຂົ້າຕະຫຼາດ ເພື່ອກະຕຸກຊຸກຍູ້ພື້ນຖານເສດຖະກິດ, ພ້ອມທັງຄາດຄະເນວ່າ ເສດຖະກິດປະເທດນີ້ ອາດຈະຖືກຊຸດໂຊມຢ່າງແຮງ.

   ທ່າຊຸດໂຊມດ້ານເສດຖະກິດຂອງຫຼາຍປະເທດເອີລົບ ເວົ້າລວມ ແລະ ເຂດໃຊ້ສະກຸນເງິນເອີໂຣ ເວົ້າສະເພາະ ໄດ້ອັດຕາສ່ວນກົງກັບລະດັບການແຜ່ລະບາດຂອງຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ທະວີບນີ້. ຄວາມຫວັງກ່ຽວກັບເສດຖະກິດເອິລົບ ທີ່ຈະກັບຄືນສູ່ສະພາບເປັນປົກກະຕິແມ່ນຍັງຢູ່ຕໍ່ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ