ການເລືອກຕັ້ງທົ່ວປະເທດຄັ້ງທຳອິດ-ກຳນົດ ລະບອບປະຊາທິປະໄຕຂອງປະເທດຫວຽດນາມ

ການ​ເລືອກ​ຕັ້ງທົ່ວ​ປະ​ເທດເມື່ອ​ວັນ​ທີ 6/1/1946 ເພ​ື່ອ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຂົ້​າ​ສູ່​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ ຄື​ດັ່ງ​ຂີດ​ໝາຍ​ແຫ່ງ​ການ​ກຳ​ນົດ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ ພາຍຫຼັງ​ຖືກ​ສູນ​ເສຍ​ເສ​ລີ​ພາບ​ມາ​ເປັນ​ເວ​ລາ​ສະ​ຕະ​ວັດ. ເຫດ​ການນີ້​ແມ່ນ​ແບບ​ຢ່າງ​ໃຫ້​ແກ່​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ, ພ້ອມ​ທັງ​ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ສ້​າງ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຢູ່​ຫວຽດ​ນາມ,

 

ການເລືອກຕັ້ງທົ່ວປະເທດຄັ້ງທຳອິດ-ກຳນົດ ລະບອບປະຊາທິປະໄຕຂອງປະເທດຫວຽດນາມ - ảnh 1
ປະ​ຊາ​ຊົນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​​ຫວຽດ​ນາມຊຸດ​ທຳ​ອິດ

       ໃນ​ຈຸດ​ເວ​ລາ​ດຳ​ເນີນການ​ເລືອກ​ຕັ້ງທົ່ວ​ປະ​ເທດ, ຢູ່​ພາກ​ກາງ ແລະ ເຂດ​ຕອນ​ໃຕ້​ພາກ​ກາງ, ພວກ​ລ່າ​ເມືອງ​ຂຶ້ນ​ຝະ​ລັ່ງ​ໄດ້​ເປີດ​ກ້​ວາງ​ສົງ​ຄາມ​ດ້ວຍ​ກົນ​ອຸ​ບາຍ​ຕັດ​ແຍກ​ຫວຽດ​ນາມ​ຍາວ​ນານ, ສ້າງ​ຕັ້ງ​ລະ​ບອບ “ພາກ​ໃຕ້​ປົກ​ຄອງ​ດ້ວຍ​ຕົນ​ເອງ”ດ້ວຍ​ລັດ​ຖະ​ບານ​ທີ່​ເປັນ​ລູກ​ແຫຼ້ງ​ຕີນ​ມື. ຢູ່​ພາກ​ເໜືອ, ກຳ​ລັງ​ທະ​ຫານ​ຂອງ​ຈຽງ​ເຈ້ຍ​ສື ໃນ​ນາມເປັນ​ກຳ​ລັງ​ພັນ​ທະ​ມິດໄດ້​ບຸກ​ເຂົ້າ​ປົດ​ອາ​ວຸດ​ຂອງ​ພວກ​ທະ​ຫານ​ຍີ​ປຸ່ນ, ແກ່​ດຶງ​ພວກ ລູກ​ແຫຼ້ງ​ຕີນ​ມືຫວັງ​ຢຶດ​ຄອງ​ອຳ​ນາດ​ການ​ປົກ​ຄອງ, ທຳ​ລາຍ ການ​ເລືອກ​ຕັ້ງທົ່ວ​ປະ​ເທດ. ແຕ່​ປະ​ຊາ​ຊົນ​ຢູ່​ທົ່ວ​ທຸກ​ແຫ່ງ​ຍັງສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກຳ​ລັງ​ຫວຽດ​ມິນ ແລະ ບັນ​ດາຜູ້​ຮັກ​ຊາດ​.

ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ ແລະ ອອກ​ສາ​ໝັກ​ຮັບ​ເລືອກ​ຕັ້ງ

ລະ​ບຽບ​ການ​ໃນ​ການ​ເລືອກ​ຕັ້ງ ແລະ ລາຍ​ຊື່ຜູ້ ອອກ​ສາ​ໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ຖືກ​ປະ​ກາດ​ຢ່າງ​ຈະ​ແຈ້ງ ແລະ ເປີດ​ເຜີຍ​ໃນ​ໜັງ​ສື​ພິມກີ້ວ​ກ໋ວກ (ແປ​ວ່າ​ກູ້​ຊາດ) ໃນ​ຕະຫຼອດອາ​ທິດກ່ອນ​ທີ່​ດຳ​ເນີນການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ຄັ້ງ​ປະ​ຫວັດ​ສາດ. ຮູບ​ການ​ເລືອກ​ຕັ້ງ​ປ່ອນ​ບັດ​ໂດຍ​ກົງ. ເພື່ອ​ເປີດ​ກ້​ວາງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ, ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ “ເອ​ກະ​ພາບ,ເອ​ກະ​ພາບ, ເອ​ກະ​ພາບ​”, ທ່ານ​ປະ​ທານ​ໂຮ່​ຈິ​ມິນ ແລະ ກອງ​ບັນ​ຊາ​ການ​ກຳ​ລັງ​ຫວຽດ​ມິນ​ໄດ້​ຕົກ​ລົງ​ເຊື້ອ​ເຊີນ​ທຸກ​ຄົນ​ບໍ່​ສັງ​ກັດ​ແນວ​ໂຮມ​ຫວຽດ​ມິນ ກໍ​ຢູ່​ຮ່ວມ​ໃນ​ບັນ​ຊີ​ລາຍ​ຊື່ອອກ​ສາ​ໝັກ​ຮັບ​ເລືອກ​ຕັ້ງ. ຂໍ້​ຕົກ​ລົງ​ນີ້​ໄດ້​ສະ​ແດງໃຫ້​ເຫັນ​ຄວາມ​ເຄົາ​ລົບ​ນັບ​ຖື​ສິດ​ເສ​ລີ ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ, ເຄົາ​ລົບ​ນັບ​ຖື​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ສ້າງ​ຄວາມ​ສາ​ມັກ​ຄີລະ​ຫວ​່າງທຸກໆ​ກຳ​ລັງ​ຮັກ​ຊາດ, ມີ​ນ້ຳ​ໃຈ ແລະ ເຈດ​ຕະ​ນາ​ດີ​ເພື່ອ​ສິດ​ຜົນ​ປະ​ໂຫຍດ​ຢ່າງ​ສູງ​ສຸດ​ຂອງ​ຊາດ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ບຸຍ​ຊວນ​ດຶກ ຖື​ວ່າ : 

     “ການ​ເລືອກ​ຕັ້ງທົ່ວ​ປະ​ເທດ ເຖິງວ່າ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຖືກ​ຈັດ​ຕັ້ງ​ຢູ່​ຫວຽດ​ນາມ​ກໍ​ຕາມ, ແຕ່​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​​ດ້ານ​ເນື້ອ​ໃນ, ຄວາມ​ຕ້ອງ​ການ​ຂອງຫຼັກການ​ເລືອກ​ຕັ້ງ​ໃໝ່​ເຊັ່ນ: ເສ​ລີ​ພາບ​ໃນ ການ​ເລືອກ​ຕັ້ງ, ເສ​ລີ​ພາບ​ໃນ​ການອອກ​ສາ​ໝັກ​ຮັບ​ເລືອກ​ຕັ້ງ. ສິ່ງນີ້​ຖືກ​ເຂົ້າ​ໃຈ​ວ່າ​ແມ່ນ​ການ​ເລືອກ​ຕັ້ງແບບ​ສາ​ມັນ, ສະ​ເໝີ​ພາບ, ໂດຍ​ກົງ ແລະ ປ່ອນ​ບັດ​ລັບ. ນີ້​ແມ່ນ​ຜົນ​ສຳ​ເລັດ​ຊຶ່ງບໍ່​ວ່າ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ໃດໆ​ກໍ​ສາ​ມາດ​ປະ​ຕິ​ບັດ​ໄດ້. ພວກ​ເຮົາ​ປະ​ຕິ​ບັດ​ບັນ​ດາຫຼັກການ​ເລືອກ​ຕັ້ງໂດຍ​ປະ​ຊາ​ທິ​ປະ​ໄຕ. ສິດ ແລະ ພັນ​ທະ​ເທົ່າ​ທຽມ​ກັນ. ໂຄ​ສະ​ນາ ການ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ກ້​ວາງ​ຂວາງ ແລະ ແທດ​​ຈິງ”

    ໃນ ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ, ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ 89%ໄດ້​ໄປ​ປ່ອນ​ບັດ  ແລະ ເລືອກ​ຕັ້ງໄດ້ ສ.ສ.ຊ 333 ທ່ານ, ໃນ​ນັ້ນ 57%ຈຳ​ນວນ ສ.ສ.ຊ ແມ່ນ​ແມ່ນ​ຂຶ້ນ​ກັບ​ບັນ​ດາ​ພັກ​ແຕກ​ຕ່າງ​ກັນ, 43% ບໍ່​ສັງ​ກັດ​ພັກ​ໃດ, 87% ຈຳ​ນວ​ນ ສ.ສ.ຊ ແມ່ນ​ກຳ​ມະ​ກອນ, ຊາວ​ນາ, ນັກ​ຮົບ​ປະ​ຕິ​ວັດ. ເປັນ​ອັນ​ວ່າ ສະ​ພາ​ແຫ່ງ​ຊາດ​ໄດ້​ເຕົ້າ​ໂຮມ​ບັນ​ດາ ສ.ສ.ຊ ​ຂອງ​ທັງ 3 ພາກ​ເໜືອ, ພາກ​ກາງ ແລະ  ພາກ​ໃຕ້, ເຕົ້າ​ໂຮມ ສ.ສ.ຊ ທີ່​ມາ​ຈາກບັນ​ດາ​ຂະ​ແໜງ​ການ, ວົງ​ການ,ບັນ​ດາ​ຊົນ​ຊັ້ນ​ໃນ​ສັງ​ຄົມ​ຈາກ​ກຳ​ມະ​ກອນ, ຊາວ​ນາ, ທັງ​ເພດ​ຊາຍ ແລະ ຍິງ ຕະຫຼອດ​ຮອດ​ນາຍ​ທຶນ, ນັກ​ທຸ​ລະ​ກິດ, ບັນ​ດາ​ຜູ້​ຊົງ​ຄຸນ​ວຸດ​ທິ ແລະ ບັນ​ດາ​ນັກ​ວັດ​ທະ​ນະ​ທຳ​ທີ່​ມີ​ຊື່​ສຽງ. ສະ​ພາ​ແຫ່ງ​ຊາດ​ກໍ​ໄດ້​ເຕົ້າ​ໂຮ​ມ​ບັນ​ດາ ສ.ສ.ຊ​ທີ່​ມາ​ຈາກ​ບັນ​ດາ​ສາ​ສະ​ໜາ, ບັນ​ດາ​ພາກ​ສ່ວ​ນ​ຂອງ​ຊາດ, ຈາກ​ຊາວ​ເຜົ່າ​ກຸ່ມ​ໃຫຍ່​ເຖິງ​ຊາວ​ກຸ່ມ​ໜ້ອຍ, ບັນ​ດາ​ຜູ້ບໍ່​ສັງ​ກັດພັກໃດ ແລະ ບັນ​ດາ​ສະ​ມາ​ຊິກ​ພັກ​ການ​ເມືອງ​ຕ່າງໆ. ເປັນ​ອັນ​ວ່າ ເປັນ​ຄັ້ງ​ທຳອິດຢູ່​ຫວຽດ​ນາມ ແລະ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ປະ​ກົດ​ມີ​ສະ​ພາ​ແຫ່ງ​ຊາດທີ່​ມີ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ແທ້​ຈິງ.

   ປະ​ຖົມ​ປັດ​ໄຈ​ສ້າງ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ

   ໄຊ​ຊະ​ນະ​ຂອງ ການ​ເລືອກ​ຕັ້ງທົ່ວ​ປະ​ເທດ ບໍ່​ພຽງ​ແຕ່​ແມ່ນ​ໝາກ​ຜົນ​ຂອງ​ກຳ​ລັງ​ແຮງ​ແຫ່ງ​ມະ​ຫາ​ສາ​ມັກ​ຄີ​ຂອງ​ຊາດ​ໃນ​ການ​ສ້າງ​ລະ​ບອບ​ສັງ​ຄົມ​ໃໝ່ເທົ່າ​ນັ້ນ, ຫາກຍ​ັງ​ເປັນ​ຫຼັກ​ໝາຍ​ພັດ​ທະ​ນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ​ທຳ​ອິດ​ກ່ຽວ​ກັບ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຫວຽດ​ນາມ​ອີກ​ດ້ວຍ, ອັນ​ໄດ້​ເປີດ​ແງ່​ຫວັງ​ຂອງ​ໄລ​ຍະ​ໃໝ່, ໄລ​ຍະ​ທີ່​ປະ​ເທດ​ຫວຽດ​ນາມ​ມີ​ລະ​ບົບ​ອຳ​ນາດ​ການ​ປົກ​ຄອງ​ທີ່​ເຕັມ​ສ່ວນ​ໃນ​ນາມ​ດ້ານ​ນິ​ຕິ​ທຳ. ລັດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕຫວຽດ​ນາມມີ​ລັກ​ສະ​ນະ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ປະ​ຊາ​ທິ​ປະ​ໄຕ- ລັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ບຸຍ​ຊວນ​ດຶກຢືນ​ຢັນ​ວ່າ :

    “ການ​ເລືອກ​ຕັ້ງທົ່ວ​ປະ​ເທດໄດ້​​ຫັນ​ອຳ​ນາດ​ການ​ປົກ​ຄອງ​​ເປັນ​ທາງ​ການ ດ້ວຍ​ການສ້າງ​ຕັ້ງ​ສະ​ພາ​ແຫ່ງ​ຊາດ, ປະ​ກາດ​ໃຊ້​ລັດ​ຖະ​ທຳ​ມະ​ນູນ, ສ້າງ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ເປັນ​ຕົວ​ແທນ​ໃຫ້​ແກ່​ປະ​ຊາ​ຊົນ​ຫວຽດ​ນາມ​ກ່ຽວ​ກັບ​ການ​ພົວ​ພັນ​ຢູ່​ພາຍ​ໃນ ກໍ​ຄື​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ. ການ​ເລືອກ​ຕັ້ງທົ່ວ​ປະ​ເທດກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ເຊື່ອ​ໝັ້ນ​ຕໍ່​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ປະ​ຕິ​ບັດ​ອະ​ທິ​ປະ​ໄຕ​ປະ​ຊາ​ຊົນ. ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ເມື່ອ​ກ່ອນນີ້​ວ່າ : ພວກ​ເຮົາບໍ່​ມີ​ສິດ​ປະ​ຊາ​ທິ​ປະ​ໄຕ, ປະ​ຈຸ​ບັນ​ພວກ​ເຮົາໄດ້​ມີລັດ​ຖະ​ທຳ​ມະ​ນູນ, ມີ​ສະ​ພາ​ແຫ່ງ​ຊາດ​ເພື່ອປະ​ຕິ​ບັດ ສິດ​ປະ​ຊາ​ທິ​ປະ​ໄຕ ”

     ເກືອບ 70 ປີ​ນັບ​ຕັ້ງ​ແຕ່​ວັນ​ທີ 6/1/1946, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ 13 ຄັ້ງຢ່າງ​ສຳ​ເລັດ​ຜົນ. ແຕ່​ບັນ​ດາ​ຄຸນ​ຄ່າ​ປະ​ຊາ​ທິ​ປະ​ໄຕ​ຂອງການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ຍັງ​ຄົງ​ຖືກ​ຮັກ​ສາ​ໄວ້​ເໝືອນ​ເດີມ, ມັນ​ມີ​ລັກ​ສະ​ນະ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງ. ຄຸນ​ຄ່າເຫຼົ່າ​ນັ້ນ, ໄດ້, ພວມ ແລະ ຈະ​ຖືກ​ໝູນ​ໃຊ້​ໃນ​ການກໍ່​ສ້າງ, ພັດ​ທະ​ນາ​ສະ​ພາ​ແຫ່ງ​ຊ​າດ​ເພື່ອ​ໃຫ້​ອົງ​ການ​ລັດມີ​ສິດ​ອຳ​ນາດ​ ​ສູງ​ສຸດນີ້ ສົມ​ເປັນ​ຕົວ​ແທນ​ໃຫ້​ແກ່​ເຈດ​ຈຳ​ນົງ, ຄວາມ​ມຸງ​ຫວັງ ແລະ ສິດ​ຜົນ​ປະ​ໂຫຍດ​ຂອງ​ທັງ​ຊາດ​ໃນ​ໄລ​ຍະ​ໃໝ່​ຊຶ່ງ​ເປັນ​ໄລ​ຍະ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ