ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ: ໝາກ​ຜົນ​ຍາ​ກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້

(VOVWORLD) -ນອກຈາກວິກິດການລະຫວ່າງ ລັດເຊຍ - ຢູແກຼນ ແລ້ວ, ການເລືອກຕັ້ງປະທານາທິບໍດີ ທີ່ຍັງບໍ່ທັນຈະແຈ້ງຢູ່ ຝລັ່ງ ກໍແມ່ນບັນຫາທີ່ໜ້າສົນໃຈຂອງຫາງສຽງສາກົນ, ໂດຍສະເພາະແມ່ນຫາງສຽງ ເອີຣົບ ໃນຊຸມວັນຜ່ານມາ. ເພາະສະນັ້ນ, ໝາກຜົນຂອງການເລືອກຕັ້ງບໍ່ພຽງແຕ່ສົ່ງຜົນກະທົບໂດຍກົງເຖິງແນວທາງການທູດຂອງ ຝລັ່ງ ເທົ່ານັ້ນ, ຫາກຍັງອາດຈະສົ່ງຜົນສະທ້ອນຕໍ່ທັງ ເອີຣົບ ອີກດ້ວຍ.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ: ໝາກ​ຜົນ​ຍາ​ກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ - ảnh 1

ຕາມໝາກຜົນທີ່ເປັນທາງການຂອງການເລືອກຕັ້ງປະທານາທິບໍດີ ຝລັ່ງ 2022 ຮອບທຳອິດໂດຍກະຊວງພາຍໃນ ຝລັ່ງ ປະກາດໃນຕອນຄ່ຳວັນທີ 11 ເມສາ (ຕາມເວລາ ຫວຽດນາມ), ທ່ານ Emmanuel Macron ປະທານາທິບໍດີຄົນປັດຈຸບັນ ບັນລຸຈຳນວນບັດສະໜັບສະໜູນຫຼາຍທີ່ສຸດດ້ວຍ 27,85%, ໃນນັ້ນ, ການນຳຝ່າຍຂວາ ທ່ານນາງ Marine Le Pen ຢືນອັນດັບທີ 2 ດ້ວຍ 23,15% ບັດສະໜັບສະໜູນ. ດ້ວຍໝາກຜົນນີ້, ທ່ານ Emmanuel Macron ແລະ ທ່ານນາງ Marine Le Pen ຈະສືບຕໍ່ກ້າວເຂົ້າສູ່ການເລືອກຕັ້ງຮອບທີສອງ ເຊິ່ງຄາດວ່າຈະດຳເນີນໃນວັນທີ 24 ເມສາ ຈະມາເຖິງ, ສ້າງເປັນການແຂ່ງຂັນທີ່ຄ້າຍຄືກັນກັບໄລຍະກ່ອນນີ້ 5 ປີ ລະຫວ່າງຜູ້ສະໝັກເລືອກຕັ້ງສອງທ່ານນີ້.

ການແຂ່ງຂັນທີ່ດຸເດືອດ

ເຖິງຢ່າງໃດກໍຕາມ, ການຫຼຸດລື່ນເລັກໜ້ອຍກ່ຽວກັບຈຳນວນບັດເລືອກຕັ້ງນີ້, ໝາກຜົນໃນການເລືອກຕັ້ງປະທານາທິບໍດີ ຝລັ່ງ ໃນຮອບທີສອງນີ້ ໄດ້ຮັບຖືວ່າ ແມ່ນຍາກທີ່ຄາດຄະເນໄດ້ ເມື່ອທຽບໃສ່ການເລືອກຕັ້ງໃນປີ 2017. ໃນການເລືອກຕັ້ງຄັ້ງກ່ອນ, ທ່ານ Emmanuel Macron, ຜູ້ນຳພາບັ້ນປະຕິຮູບຕາມທິດທາງເປັນກາງ ຍາດໄດ້ໄຊຊະນະຕໍ່ທ່ານນາງ Marine Le Pen ຢ່າງງ່າຍດາຍ ດ້ວຍອັດຕາ 66 – 34%.

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ: ໝາກ​ຜົນ​ຍາ​ກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ - ảnh 2ທ່ານ Emmanuel Macron ປະທານາທິບໍດີຄົນປັດຈຸບັນ ພ້ອມດ້ວຍພັນລະຍາ ພວມໂອ້ລົມກັບປະຊາຊົນ ກ່ອນການປ່ອນບັດໃນວັນທີ 10 ເມສາ (ພາບ: AP)
ສ່ວນໃນປັດຈຸບັນ, ການສຳຫຼວດຈາກຫາງສຽງໄດ້ຮັບການປະຕິບັດພາຍຫຼັງທີ່ສິ້ນສຸດການເລືອກຕັ້ງປະທານາທິບໍດີ ຝລັ່ງ ໃນວັນທີ 10 ເມສາ ຊີ້ໃຫ້ເຫັນວ່າ, ໂອກາດທີ່ຈະຍາດໄດ້ໄຊຊະນະຂອງທ່ານ Emmanuel Macron ປະທານາທິບໍດີຄົນປັດຈຸບັນ ຕໍ່ຄູ່ແຂ່ງ ທ່ານນາງ Marine Le Pen ກໍຫຼຸດລື່ນກັນໜ້ອຍດຽວ. ລະອຽດ, ການສຳຫຼວດໂດຍສະຖາບັນ Ifop-Fiducial (ຝລັ່ງ) ປະຕິບັດ ໄດ້ຊີ້ໃຫ້ເຫັນວ່າ ທ່ານ Emmanuel Macron ຍາດໄດ້ໄຊຊະນະຕໍ່ທ່ານນາງ Marine Le Pen ດ້ວຍຄະແນນ 51 – 49%,  ດ້ວຍອັດຕາຫຼຸດລື່ນກັນ 3%. ໃນຂະນະນັ້ນ, ການສຳຫຼວດຕ່າງຫາກຂອງສອງອົງການສຳຫຼວດຄຳເຫັນຂອງຫາງສຽງອື່ນຄື Ipsos-Sopra Steria ແລະ OpinionWay ຄາດຄະເນວ່າ ທ່ານ Emmanuel Macron ຈະຍາດໄດ້ໄຊຊະນະດ້ວຍ 54% ບັດສະໜັບສະໜູນ, ເມື່ອທຽບໃສ່ 46% ຂອງທ່ານນາງ Marine Le Pen.

    ດ້ວຍຄວາມຈິງດັ່ງກ່າວ, ບັນດານັກວິເຄາະຖືວ່າ ອີງໃສ່ໝາກຜົນການໂຕ້ວາທີ ທີ່ໄດ້ຖ່າຍທອດໂດຍກົງ ໃນຊ່ອງໂທລະພາບແຫ່ງຊາດ ຝລັ່ງໃນວັນທີ 20 ເມສາ ຈະມາເຖິງນີ້ ກໍອາດຈະຄາດເດົາໄດ້ສ່ວນໃດໜຶ່ງໝາກຜົນຂອງການປ່ອນບັດຮອບຕໍ່ໄປ.

    ສົ່ງຜົນກະທົບ ແລະ ສິ່ງທ້າທາຍ

    ການເລືອກຕັ້ງປະທານາທິບໍດີ ຝລັ່ງ ຄັ້ງນີ້ ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ ເອີຣົບ ກໍຄື ໃນໂລກ ກໍຍ້ອນວ່າ ໝາກຜົນຂອງການເລືອກຕັ້ງຄັ້ງນີ້ ອາດຈະເຮັດໃຫ້ມີການປ່ຽນແປງຫຼາຍພໍສົມຄວນກ່ຽວກັບນະໂຍບາຍທາງການທູດຂອງ ຝລັ່ງ ກໍຄື ເອີຣົບ. ກ່ອນ Brexit, ຝລັ່ງ ພ້ອມດ້ວຍ ເຢຍລະມັນ ແລະ ອັງກິດ ໄດ້ໂຮມກັນເປັນກຸ່ມ 3 ປະເທດນຳໜ້າ ຂອງ ສະຫະພາບເອີຣົບ (ອີຢູ). ພາຍຫຼັງທີ່ ອັງກິດ ຖອນຕົວອອກຈາກ ອີຢູ ຢ່າງເປັນທາງການໃນຕົ້ນປີ 2021, ບົດບາດນຳພາຂອງ ອີຢູ ໄດ້ສຸມໃສ່ 2 ປະເທດ ເຢຍລະມັນ ແລະ ຝລັ່ງ.

    ໃນຖະແຫຼງການຕ່າງໆໃນວິວັດການອອກສະໝັກເລືອກຕັ້ງ, ຜູ້ສະໝັກເລືອກຕັ້ງ Marine Le Pen ຢັ້ງຢືນວ່າ ຢາກປະຕິຮູບ ອີຢູ ຢ່າງຂ້ຽວຂາດ, ພ້ອມທັງໃຫ້ຮູ້ວ່າ ຢາກຖອນ ຝລັ່ງ ຕົວອອກຈາກອົງການບັນຊາລວມຂອງພັນທະມິດການທະຫານ ອົງການສົນທິສັນຍາ ອັດລັງຕິກເໜືອ NATO  ໂດຍ ອາເມລິກາ ນຳໜ້າ.  ໃນຂະນະນັ້ນ, ທ່ານປະທານາທິບໍດີ Emmanuel Macron ຖະແຫຼງວ່າ “ຢາກໃຫ້ປະເທດ ຝລັ່ງ ເຂົ້າຮ່ວມການສ້າງ ເອີຣົບ ຢ່າງເຂັ້ມແຂງ, ສືບຕໍ່ຮ່ວມສໍາພັນກັບພື້ນຖານປະຊາທິປະໄຕໃນໂລກເພື່ອປົກປ້ອງຕົນເອງ”.

    ເຖິງວ່າຜູ້ໃດຈະຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ຝລັ່ງ ໃນຄັ້ງນີ້ກໍຕາມ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ ນັບທັງກ່ຽວກັບວຽກງານພາຍໃນ ແລະ ວຽກງານການຕ່າງປະເທດ. ກ່ຽວກັບວຽກງານການຕ່າງປະເທດ, ສິ່ງທ້າທາຍແຖວໜ້າແມ່ນ ແກ້ໄຂສາຍພົວພັນທີ່ສັບສົນໃນປັດຈຸບັນກັບ ລັດເຊຍ ໃນໂຄງສ້າງການພົວພັນລວມກັບບັນດາອົງການໃຫຍ່ຂອງໂລກຄື ອີຢູ, ອາເມລິກາ ແລະ ຈີນ, ໃນສະພາບທີ່ວິກິດການລະຫວ່າງ ລັດເຊຍ - ຢູແກຼນ ໄດ້ ແລະ ກຳລັງມີຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງຕໍ່ຊີວິດສັງຄົມທົ່ວເອີຣົບ. ສຳລັບວຽກງານພາຍໃນ, ສິ່ງທ້າທາຍໃຫຍ່ຫຼວງທີ່ສຸດແມ່ນເຮັດແນວໃດເພື່ອຟື້ນຟູພື້ນຖານເສດຖະກິດ ຝລັ່ງ ທີ່ຖືກຊຸດໂຊມຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ວິກິດການລະຫວ່າງ ລັດເຊຍ - ຢູແກຼນ.

    ບັນດາສິ່ງທັງໝົດເຫຼົ່ານັ້ນ ໄດ້ອະທິບາຍໃຫ້ຮູ້ວ່າ ເປັນຫຍັງທັງປະຊາຊົນ ຝລັ່ງ, ປະຊາຊົນ ເອີຣົບ ແລະ ຫຼາຍພາກພື້ນອື່ນໃນໂລກ ກໍພວມລໍຄອຍໝາກຜົນການເລືອກຕັ້ງປະທານາທິບໍດີ ຢູ່ ຝລັ່ງ ໃນຄັ້ງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ