ການເລືອກຕັ້ງປະທານາທິບໍດີ ອີຣານ - ໄຫໃໝ່ເຫຼົ້າເກົ່າ


  
ການເລືອກຕັ້ງປະທານາທິບໍດີ ອີຣານ - ໄຫໃໝ່ເຫຼົ້າເກົ່າ - ảnh 1
ຜູ້ມີສິດເລືອກຕັ້ງອີຣານຝາກຄວາມຫວັງວ່າ: ພາຍຫຼັງການ
 ເລືອກຕັ້ງ, ເສດຖະກິດຂອງປະເທດຊາດຈະຟື້ນຕົວຄືນ

   ວັນ​ທີ 14/6, ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີຣານ ກ່ວາ 50 ລ້ານຄົນ ຈະໄປປ່ອນບັດເລືອກຕັ້ງຜູ້ ສືບທອດປະທານາທິບໍດີ Mahmoud Ahmadinejad . ພາຍຫຼັງ​ກຳ​ອຳນາດ​ເປັນເວລາ 8 ປີ , ໂດຍຖືກກຳລັງດັນຢ່າງຫຼວງຫຼາຍຈາກ ຝ່າຍຕາເວັນຕົກຍ້ອນ ບັນດາຄວາມ​ມານະ​ພະຍາຍາມ​ເດີມ​ຕາມ​ໂຄງການ​ນິວ​ເຄຼຍນັ້ນ, ຜູ້​ສືບ​ທອດທ່ານ​ Mahmoud Ahmadinejad ຈະ​ສາມາດ​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ໃໝ່, ນຳ​ປະ​ເທດ​ອີຣານຫຼຸດ​ພົ້ນອອກ​ຈາກ​ຄວາມຫຍຸ້ງຍາກ​ໃນ​ປະຈຸ​ບັນ​ໄດ້​ຫຼື​ບໍ່ ? ສິ່ງ​ນີ້​ແມ່ນ​ພວມ​ໄດ້​ຮັບ​ຄວາມ​ລໍຄ່ອຍຈາກ​ຫາງ​ສຽງ, ​ແຕ່​ຕາມ​ວົງການ​ນັກ​ສັງ​ເກດ​ການ​ແລ້ວ, ທີ່​ຈິງ​ແລ້ວ, ການ​ເລືອກ​ຕັ້ງ​ຄັ້ງ​ນີ້ພຽງ​ແຕ່​ແມ່ນ​ການ​ເລືອກ​ເຟັ້ນລະຫວ່າງ​ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ທີ່​ແຂງ​ກະດ້າງ​ດ້ວຍ​ລະດັບ​ຫຼາຍ​ຫຼື​ໜ້ອຍ​ກ່ວາ ​ແລະ ໝາກຜົນ​ພຽງ​ຈະ​ນຳ​ມາ​​ເຊິ່ງຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ລະດັບ ຫາກ​ບໍ່​ແມ່ນ​ກ່ຽວ​ກັບ​ເນື້ອ​ແທ້​ໃນ​ບັນດາ​ນະ​ໂຍບາຍ​ຂອງ​ອີຣານ.

     ​ໃນ​ຍອດຈຳນວນຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ເກືອບ 700 ຄົນ​ທີ່​ເຂົ້າ​ຮ່ວມ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ຄັ້ງ​ນີ້, ສະພາ​ຕິດຕາມ​ກວດກາ​ອີຣານຊຶ່ງ​ແມ່ນ​ອົ​ງການ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໂດຍ​ບໍ່​ຜ່ານ​ການ​ເລືອກ​ຕັ້ງ, ​​ຄັດ​ເລືອກ​ໄດ້ 8 ຄົນ. ສິ່ງ​ທີ່​ໜ້າສົນ​ໃຈ​ແມ່ນ​ມີ 5/8 ​ໃນ​ຈຳນວນ​ດັ່ງກ່າວ​ແມ່ນ​ບັນດາ​ບຸກຄົນ​ນິຍົມ​ຮັກ​ສາ​ເດີມ ທີ່​ມີ​ການ​ພົວພັນ​ຢ່າງ​ໃກ້​ສິດ​ກັບ​ຜູ້ນຳ​ສູງ​ສຸດ​ອີຣານ ທ່ານ Ali Khamenei. ຄື​ດັ່ງຄວາມຫວັງ​ຂອງ​ ທ່ານ Ali Khamenei ກ່ຽວ​ກັບ “ ການ​ເລືອກ​ຕັ້ງ​ເປັນ​ລະບຽບ​ຮຽບຮ້ອຍ, ສະຫງົບ​ສຸກ ​ແລະ ບໍ່​ກໍ່​ຄວາມ​ໂຕ້​ຖຽງ”, ກ່ອນ​ດຳ​ເນີນ​ການ​ເລືອກ​ຕັ້ງ, ບັນດາ​ບຸກຄົນ​ຖືກ​ຖື​ວ່າ ​ແມ່ນ​ມີ​ແນວ​ຄິດ​ກ້າວໜ້າ ​ໄດ້​ຖືກ​ຫ້າມ​ອອກ​ຫາ​ສຽງ​ເລືອກ​ຕັ້ງ​ຢ່າງ​ກະທັນຫັນ ຄື​ທ່ານ Akbar Hashemi Rafsanjani ຊຶ່ງ​ແມ່ນ​ບຸກຄົນ​ມີ​ຊື່​ສຽງ​ໃນ​ການ​ປະຕິວັດ​ອີຣານ ​ແລະ ​ເຄີຍ​ໄດ້​ດຳ​ລົງ​ຕຳ​ແໜ່​ງ ປະທານາທິບໍດີອີຣານ ​ໄລຍະ 1989-1997. ບຸກຄົນ​ທີ 2 ​ແມ່ນ Efandiar Rahim Mashaie ຜູ້​ຊ່ວຍ ປະທານາທິບໍດີ Mahmoud Ahmadinejad ຊຶ່ງ​​ແມ່ນ​ບຸກຄົນ​ໄດ້​ຮັບ​ຖື​ວ່າ​ແມ່ນ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ທີ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ດີ ​ເດີນ​ຕາມ​ແນວທາງ​ການ​ປະຕິ​ຮູບ ​ແລະ ສະຫງົບ, ​ແຕ່​ບຸກຄົນ​ນີ້ ​ໄດ້​ສູນ​ເສຍ​ທີ່​ຕັ້ງ​ບົດບາດ​ການ​ເມືອງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ແລະ ປະຈຸ​ບັນ​ພວມ​ມີ​ຄວາມ​ຂັດ​ແຍ້​ງກັບຜູ້ນຳ Ali Khamenei. ​ເພາະສະ​ນັ້ນ, ດ້ວຍ​ 5/8 ຈຳນວນ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ເດີນ​ຕາມ​ແນວທາງ​ຮັກສາ​ເດີມ​ຄື​ປະຈຸ​ບັນ, ນັກ​ສັງ​ເກດ​ການ​ຫຼາຍ​ຄົນ​ຄາດ​ຄະ​ເນ​ວ່າ ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີຣານຍາກ​ທີ່​ຈະ​ມີ​ການ​ເລືອກ​ເຟັ້ນ​ໄດ້.

    ຜູ້​ຄົນ​ທັງຫຼາຍ​ຍັງ​ຈືວ່າ ​ໃນ​ການ​ເລືອກ​ຕັ້ງ​ປີ 2009, ບັນດາ​ການ​ເດີນ​ຂະ​ບວນຢ່າງ​ຟົດ​ຟື້ນ​ຂອງ​ບັນດາ​ພັກ​ຝ່າຍ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ​ຢ່າງ​ຫຼວງ​ຫຼາຍ. ສ່ວນ​ໃນ​ປະຈຸ​ບັນ, ບັ້ນ​ເລື​ອກຕັ້ງ​ປີ​ນີ້, ການ​ເຄື່ອນ​​ໄຫວ​ຂົນຂວາຍຫາ​ສຽງ​ເລື​ອກຕັ້ງຖືກ​ດຳ​ເນີນ​ຢ່າງ​ສະຫງົບ​ງຽບ​ພໍ​ສົມຄວນ. ຜູ້​ສະໝັກ​ເລືອກ​ຕັ້ງ​​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ດຳ​ເນີນ​ບັ້ນຫາ​ສຽງ​ເລື​ອກຕັ້ງ​ໂດຍ​ບໍ່​ສິ້ນ​ເປືອງ​ເງິນ​ທອງ, ​ແລະ ​ເປັນ​ຂີດ​ໝາຍ​ດ້ວຍ​ການ​ໂຕ້​ວາ​ທີ່ 3 ຄັ້ງ​ຊຶ່ງຖືກ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ, ພຽງ​ແຕ່​ເພື່ອ​ແນ​ໃສ່​ແລກປ່ຽນ​ຄຳ​ເຫັນ​ບາງ​ຂໍ້​ລະຫວ່າງ​ບັນດາຜູ້​ສະໝັກ​ເລືອກ​ຕັ້ງ ​, ຊຶ່ງ​ບໍ່​ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ ຜູ້​ມີ​ສິດ​ເລືອກ​ຕັ້ງ​. ບັນດາ​ຜູ້​ຊ່ຽວຊານ​ຖື​ວ່າ ຄວາມ​ສົນ​ໃຈ​ຕົ້ນຕໍ​ຂອງ​ຊາວ​ອີຣານ​ໃນ​ປະຈຸ​ບັນ ​ແມ່ນ​ພື້ນຖານເສດຖະກິດຖືກ​ເສຍ​ຫາຍ​ຢ່າງ​ໜັກ​ຍ້ອນ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ສາກົນ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ພັດທະນາ​ນິວ​ເຄຼຍຂອງ ​ເຕ​ເຣຣານ. ຕາມ​ຂໍ້​ມູນ​ຫຼ້າ​ສຸດ, ອັດ​ຕາ​ເງິນ​ເຟີ້​ຂອງ​ປະ​ເທດ​ນີ້, ປະຈຸ​ບັນ​ຂຶ້ນ​ເຖິງ 29,8%, ​ໃນ​ຂະນະ​ທີ່​ອັດຕາ​ການ​ວ່າງ​ງານ​ແມ່ນ 14%. ສະ​ກູນ​ເງິນ Rial ຂອງ​ອີຣານ​ໄດ້​ຫຼຸດ​ລົງ​ເກືອບ 80% ມຸນ​ຄ່າ​ນັບ​ແຕ່​ຕົ້ນ​ປີ​ 2012 ມາ​ຮອດ​ປະຈຸ​ບັນ ​ແລະ ການ​ສົ່ງ​ອອກ​ຂອງ​ອີຣານກໍ​ໄດ້​ຫຼຸ​ດລົງ 40%. ຄາດ​ຄະ​ເນ​ວ່າ ໂຄງການ​ນິວ​ເຄຼຍພົນລະ​ເຮືອນ​​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເຕ​ເຣຣານ​ເປັນ​ຈຳນວນ​ເງິນ​ກ່ວາ 100 ຕື້ USD ຍ້ອນ​ປະ​ເທດ​ນີ້​ຖືກ​ສູນ​ເສຍ​ລາຍ​ຮັບ​ຈາກ​ນ້ຳມັນ​ເຊື້ອ​ໄຟ ​ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ລົງທຶນ​ຈາກ​ຕ່າງ​ປະ​ເທດ. ​ໃນ​ຂະນະ​ນັ້ນ, ວິ​ກິດ​ການນິວ​ເຄຼຍຍັງ​ບໍ່​ທັນ​ມີ​ສັນຍານ​ຜ່ອນ​ຄາ​ຍລົງ​ເທື່ອ. ​ໃນບາດກ້າວ​ເດີນ​ແນ​ໃສ່​ເລັ່ງລັດ​ຄຳ​ສັ່ງ​ປິດ​ລ້ອມ​ຫຼາຍ​ກ່ວາ​ອີກ, ອາທິດ​ແລ້ວ​ນີ້, ອຳ​ນາດ​ການ​ປົກຄອງ​ຂອງປະທານາທິບໍດີອາ​ເມ​ລິ​ກາ Barack Obama ​ໄດ້​ຈັດ​ເກືອບ 40 ບໍລິສັດ​ຂອງ​ອີຣານ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ດຳ ຍ້ອນ​ຖືກ​ສົງ​ໄສ​ຊຸກ​ເຊື່ອງ​ຊັບ​ສົມບັດ ​ແລະ ​ເປັນ​ແຫຼ່ງສະໜອງ​ເງິນ​ນັບ ຕື້ USD ​ໃຫ້​ແກ່​ລັດຖະບານ​ອີຣານ. ນີ້​ເປັນ​ຄັ້ງ​ທີ 4 ຢ່າງ​ລຽນຕິດ​ພາຍ​ໃນ​ 1 ອາທິດ, ທຳນຽບຂາວ​ໄດ້​ຈັດ​ວາງ​ລົງ​ໂທດ​ເພີ່ມ​ເຕີມ​ທີ່​ມີ​ຕໍ່​ເຕ​ເຣຣານ, ​ແນ​ໃສ່​ກໍ່ກຳລັງ​ດັນ​ຕໍ່ໂຄງການ​ນິວ​ເຄຼຍຂອງປະເທດ.

    ສິ່ງທີ່ໜ້າສົນໃຈ ແມ່ນຢູ່ປະເທດອິດສະລາມນີ້, ຕາມລັດຖະທຳມະນູນແລ້ວ, ເຖິງວ່າປະທານາທິບໍດີ
ມີບັນດາສິດອຳນາດດ້ານບໍລິຫານຄື ເຊັນບັນດາສັນຍາ, ສົນທິສັນຍາກັບບັນດາປະເທດອື່ນໆ
 ແລະ ບັນດາອົງການສາກົນຕ່າງໆ, ບັນດາບັນຫາກ່ຽວກັບການຈັດຕັ້ງແຫ່ງລັດ, ງົບປະມານແຫ່ງລັດ....ແຕ່ບໍ່ມີ ສິດອຳນາດເຕັມຕໍ່ນະໂຍບາຍການຕ່າງປະເທດ, ກຳລັງປະກອບອາວຸດຫຼື ນະໂຍບາຍດ້ານ​ນິວ​ເຄຼຍ. ວຽກ​ງານ​ນີ້​ໂດຍ​ແມ່ນ​ການ​ນຳ​ສູງ​ສຸດ​ຮັບຜິດຊອບ. ​ເພາະສະ​ນັ້ນ, ດ້ວຍ​ 5/8 ຈຳນວນ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ເດີນ​ຕາມ​ແນວທາງ​ຮັກສາ​ເດີມຄື​ປະຈຸ​ບັນ, ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຫຼາຍ​ທ່ານ ຄາດ​ຄະ​ເນ​ວ່າ ການ​ມອບ​ໂອນ​ຕຳ​ແໜ່​ງ ປະທານາທິບໍດີ ພຽງ​ແຕ່​ແມ່ນ “ໄຫໃໝ່​​ເຫຼົ້າ​ເກົ່າ” ​ເທົ່າ​ນັ້ນ. ສະພາບ​ດ້ານ​ການ​ເມືອງ​ຢູ່​ອີຣານຈະ​ບໍ່​ມີ​ຫຍັງ​ປ່ຽນ​ແປງ​ພາຍຫຼັງ​ການ​ເລືອກ​ຕັ້ງ. ຜູ້​ຊ່ຽວຊານ​ຫຼາຍ​ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ : ອາດ​ຈະ​ແມ່ນ​ວ່າ ຫຼັກ​ໝັ້ນ​ຂອງ​ອີຣານຈະ​ແຂງ​ກະດ້າງ​ກ່ວາ ​ແລະ ສະພາບ​ບໍ່​ມີ​ທາງ​ອອກ​ຍັງຄົງ​ດຳ​ເນີນ​ໄປ ​ແລະ ອາດ​ຄະ​ພາ​ໄປ​ເຖິງ​ການ​ສູ້​ຢັນ​ກັນ​ດ້ານ​ການ​ທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ