ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບ​ໍ​ດີ ອາບ​ກາ​ນິດ​ສະຖານ: ເປັນ​ໄປບໍ່ຄື​ດ​ັ່ງ​ຄວາມ​ຫວັງ

(VOVWORLD) -ການເລືອກຕັ້ງປະທານາທິບໍດີ ອາບການິດສະຖານ ຮອບທີ 1 ຫາກໍ່ສິ້ນສຸດລົງໃນທ້າຍອາທິດຜ່ານມາດ້ວຍໝາກຜົນບໍ່ຄືດັ່ງຄວາມຫວັງ. ຜູ້ມີສິດເລືອກຕັ້ງໄປເຂົ້າຮ່ວມການປ່ອນບັດເລືອກຕັ້ງມີພຽງແຕ່ 2,2 ລ້ານ, ກວມເອົາອັດຕາຍັງບໍ່ເຖິງ 20%, ຕ່ຳກວ່າຫຼາຍເມື່ອທຽບໃສ່ການຄາດຄະເນເບື້ອງຕົ້ນຂອງວົງການເຈົ້າໜ້າທີ່ແມ່ນ 60%. ໝາກຜົນນີ້ສ່ອງແສງໃຫ້ເຫັນສະພາບການຕົວຈິງແມ່ນ ຜູ້ມີສິດເລືອກຕັ້ງ ອາບການິດສະຖານ ບໍ່ສົນໃຈເຖິງການເລືອກຕັ້ງຍ້ອນວ່າສຳລັບເຂົາເຈົ້າແລ້ວຖ້າຜູ້ໃດຊຶ້ນກຳອຳນາດກໍ່ຍາກທີ່ຈະແກ້ໄຂໄດ້ບັນດາສະພາບຈົນຕາແຈດ້ານການເມືອງ, ເສດຖະກິດ ຢູ່ປະເທດອິດສະລາມນີ້.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບ​ໍ​ດີ ອາບ​ກາ​ນິດ​ສະຖານ: ເປັນ​ໄປບໍ່ຄື​ດ​ັ່ງ​ຄວາມ​ຫວັງ - ảnh 1ຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ Jalalabad (ພາບ: TTXVN) 

ການເລືອກຕັ້ງປະທານາທິບໍດີ ອາບການິດສະຖານໄດ້ດຳເນີນໃນວັນທີ 28 ກັນຍາ. ເມື່ອປະເທດນີ້ພວມຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ ແລະ ອາເມລິກາຍັງບໍ່ທັນລົງນາມສົນທິສັນຍາສັນຕິພາບກັບ ພວກກະບົດອິດສະລາມ ຕາລີບານ, ບໍ່ມີຊາວ ອາບການິດສະຖານຈັກຄົນທີ່ສົນໃຈຢ່າງແທ້ຈິງວ່າ ຜູ້ໃດຈະເປັນຜູ້ຊະນະໃນການເລືອກຕັ້ງຄັ້ງນີ້.

ໝາກຜົນບໍ່ຄືດັ່ງຄວາມຫວັງ

ຕາມການລົງທະບຽນເບື້ອງຕົ້ນສະແດງໃຫ້ເຫັນວ່າ ການເລືອກຕັ້ງປະທານາທິບໍດີ ອາບການິດສະຖານປີນີ້ມີຜູ້ມີສິດເລືອກຕັ້ງກ່ວາ 9,6ລ້ານຄົນ. ເຖິງຢ່າງໃດກໍຕາມ, ໃນສະພາບການຕົວຈິງແລ້ວ ມີຜູ້ມີສິດເລືອກຕັ້ງ ພຽງແຕ່ 2,2 ລ້ານຄົນເທົ່ານັ້ນທີ່ໄປເລືອກຕັ້ງ ເມື່ອທຽບໃສ່ ຜູ້ມີສິດເລືອກຕັ້ງ ທີ່ໄປເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີໃນປີ 20147 ລ້ານຄົນນັ້ນ, ແມ່ນຕົວເລກບັນລຸລະດັບສະຖິຕິຕ່ຳທີ່ສຸດ. ຕາມວົງການນັກໄຈ້ແຍກແລ້ວ, ສະພາບການຂາດສະຖຽນລະພາບ, ເລື່ອງກຳລັງ ຕາລີບານກ່າວເຕືອນປະຊາຊົນວ່າບໍ່ຄວນໄປເຂົ້າຮ່ວມການປ່ອນບັດນັ້ນໄດ້ຖືວ່າແມ່ນ ສາຍເຫດພາໄປເຖິງສະພາບການນີ້. ນອກຈາກນັ້ນ, ການເລືອກຕັ້ງຍັງເກີດການຂາດຕົກບົກພ່ອງດ້ານເຕັກນິກໃນໄລຍະດຳເນີນການເລືອກຕັ້ງ.

ກ່ອນໜ້ານັ້ນ, ສະພາບກາໃຊ້ຄວາມຮຸນແຮງພວມປົກຄຸມໄປທົ່ວປະເທດກ່ອນເວລາດຳເນີນການເລືອກຕັ້ງປະທານາທິບໍດີ ຢູ່ ອາບການິດສະຖານ. ເຫດບຸກໂຈມຕີໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນລະຫວ່າງວັນທີ 6 ສິງຫາ - 22 ກັນຍາ, ມີ ປະຊາຊົນກ່ວາ 240 ຄົນ ແລະ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ປະມານ 40 ຄົນຖືກເສຍຊີວິດຍ້ອນການກໍ່ການຮ້າຍ. ວົງການນັກໄຈ້ແຍກເຄີຍຖືວ່າ ສະພາບການໃນປັດຈຸບັນຢູ່ ອາບການິດສະຖານບໍ່ແມ່ນຈຸດເວລາທີ່ເໝາະສົມເພື່ອປ່ອນບັດ. ຕາມທ່ານ Hamid Karzai ອະດີດປະທານາທິບໍດີ ອາບການິດສະຖານແລ້ວ, ເລື່ອງການຈັດຕັ້ງເລືອກຕັ້ງໃນຈຸດເວລາປັດຈຸບັນແມ່ນບໍ່ແຕກຕ່າງຫຍັງກັບການຮຽກຮ້ອງໃຫ້ຄົນເຈັບທີ່ເປັນໂລກຫົວໃຈຕ້ອງໄປແລ່ນ ມາຣາທອນ, ຍ້ອນວ່າ ອາດຈະເຮັດໃຫ້ ພວກກະບົດຕາລີບານໂກດແຄ້ນ ແລະ ເຮັດໃຫ້ສະພາບທີ່ຂາດສະຖຽນລະພາບນີ້ ຮ້າຍແຮງຂຶ້ນຕື່ມ…

  ຕາມການຄາດຄະເນແລ້ວ, ໝາກຜົນໃນເບື້ອງຕົ້ນຈະໄດ້ຮັບການຮັບຮອງເອົາໃນວັນທີ 19 ຕຸລາ ແລະ ໝາກຜົນສຸດທ້າຍ ກໍຈະຖືກປະກາດໃນວັນທີ 7 ພະຈິກ ຈະມາເຖິງ. ຖ້າຫາກ ບໍ່ມີຜູ້ສະໝັກເລືອກຕັ້ງທ່ານໃດ ໄດ້ຮັບຈໍານວນບັດສະໜັບສະໜູນຫຼາຍກວ່າເຄິ່ງໜຶ່ງນັ້ນ, ການເລືອກຕັ້ງຮອບທີ 2 ຈະຖືກຈັດຂຶ້ນ. ເຖິງຢ່າງໃດກໍຕາມ, ດ້ວຍອັດຕາຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດຕໍ່າຄືໃນປັດຈຸບັນ ຈະສົ່ງຜົນກະທົບສ່ວນໃດສ່ວນໜຶ່ງຕໍ່ໝາກຜົນຂອງການເລືອກຕັ້ງ.

ສິ່ງທ້າທາຍຍັງຄົງມີຢູ່

        ຄືກັນກັບຄັ້ງກ່ອນ, ການປ່ອນບັດເລືອກຕັ້ງປະທານາທິບໍດີ ຄັ້ງທີ 4 ນັບແຕ່ເມື່ອ ຕາລີບານ ຖືກພັງທະລາຍເມື່ອປີ 2001 ຍັງຄົງແມ່ນການຕໍ່ສູ້ລະຫວ່າງທ່ານປະທານາທິບໍດີຄົນປັດຈຸບັນ Ashraf Ghani ແລະ ທ່ານ Abdullah Abdullah ເຊິ່ງແມ່ນເຈົ້າໜ້າທີ່ບໍລິຫານຂັ້ນສູງຂອງອໍານາດການປົກຄອງ ອາບການິດສະຖານ ທຽບເທ່ົາກັບ ນາຍົກລັດຖະມົນຕີ. ກ່ອນນີ້ 5 ປີ, ທ່ານ Ghani ໄດ້ຮັບໄຊຊະນະທີ່ “ຂາດການເກ້ຍກ່ອມ” ຕໍ່ທ່ານ Abdullah ເມື່ອມີສ່ວນພົວພັນກັບເຫດການສໍ້ໂກງບັດເລືອກຕັ້ງ. ໝາກຜົນດັ່ງກ່າວ ໄດ້ກໍ່ໃຫ້ເກີດການຍາດຊີງສິດອໍານາດທາງການເມືອງຢ່າງດຸເດືອດ ແລະ ເຮັດໃຫ້ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ຕ້ອງເຂົ້າມາແຊກແຊງ ແລະ ເກ້ຍກ່ອມການນໍາສອງທ່ານແບ່ງປັນສິດອໍານາດນໍາກັນ.

ໃນການເລືອກຕັ້ງຄັ້ງນີ້, ສະພາບການນັ້ນພວມຊໍ້າຮອຍ, ເມື່ອຄວາມເຄັ່ງຕຶງລະຫວ່າງຜູ້ອອກສະໝັກເລືອກຕັ້ງສອງທ່ານນີ້ ຖືກຮ້ອນຂຶ້ນອີກຄັ້ງ. ທ່ານ Abdullah ໄດ້ກ່າວຫາທ່ານ Ghani ມາຫຼາຍຄັ້ງແລ້ວວ່າ ສວຍໃຊ້ສິດອໍານາດ ແລະ ເງິນເພື່ອຊື້ບັດເລືອກຕັ້ງ, ຄອບງໍາໝາກຜົນຂອງການປ່ອນບັດ, ໃນຂະນະທີ່່ທ່ານປະທານາທິບໍດີຄົນປັດຈຸບັນ ນັ້ນແມ່ນປະຕິເສດຂໍ້ກ່າວຫາຢ່າງຕໍ່ເນື່ອງ ແລະ ຖືວ່າ ຕົນເອງເປັນຄົນໂປ່ງໃສ.

ສິ່ງທີ່ເຮັດໃຫ້ປະຊາຊົນວິຕົກກັງວົນຫຼາຍກວ່າ ນັ້ນແມ່ນ ທັງທ່ານປະທານາທິບໍດີ Ghani ແລະ ທ່ານ Abdullah ລ້ວນແຕ່ບໍ່ຍົກອອກແຜນການລະອຽດ ເພື່ອແນໃສ່ຊຸກຍູ້ວິວັດທະນາການສ້າງສັນຕິພາບ ເພື່ອພັດທະນາເສດຖະກິດຂອງປະເທດຊາດ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສະເງີ້ສະງ້າໃນການດໍານົດແຜນການດໍາເນີນງານລະອຽດ ເພື່ອແກ້ໄຂບັນຫາໃຫຍ່ທີີ່ສຸດຂອງປະເທດຊາດ. ນັ້ນແມ່ນແກ້ໄຂການປະທະກັນກັບ ຕາລີບານ - ເຊິ່ງແມ່ນກໍາລັງອິດສະລາມ ຫົວຮຸນແຮງ ທີ່ພວມຄວບຄຸມພົນລະເມືອງ ອາບການິດສະຖານ 11%.

ດັ່ງນັ້ນ, ສໍາລັບປະຊາຊົນ ອາບການິດສະຖານ ຫຼາຍຄົນແລ້ວ, ໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ແມ່ນບໍ່ສໍາຄັນອີກແລ້ວ. ໃນສະພາບທີ່ການໃຊ້ຄວາມຮຸນແຮງພວມປົກຄຸມ,  ໄດ້ນາບຂູ່ເຖິງຊີວິດອິນຊີຂອງສາມັນຊົນໃນແຕ່ລະວັນ ແລະ ການຂັດແຍ້ງກັນພາຍໃນປະເທດ ຕ້ອງອາໄສປະເທດອື່ນແກ້ໄຂນັ້ນ ເຖິງວ່າຜູ້ໃດຂຶ້ນກໍາສິດອໍານາດກໍຕາມ, ອາບການິດສະຖານຍັງບໍ່ສາມາດຫຼຸດພົ້ນອອກຈາກສະພາບການທີ່ຂາດແງ່ຫວັງໃນຕໍ່ໜ້າໄດ້ ແລະ ຄວາມສ່ຽງທີ່ປະເທດອິດສະລາມທີ່ເຄີຍຖືກສົງຄາມມ້າງເພທໍາລາຍນັ້ນ ສືບຕໍ່ຕົກເຂົ້າສູ່ສະພາບສັບສົນວຸ້ນວາຍ ແມ່ນສິ່ງທີ່ອາດຈະເກີດຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ