ກາ​ນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ: ສານ ແລະ ສິ່ງ​ທ້າ​ທາຍຕ່າງໆ

(VOVWORLD) -ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາທິປະໄຕ  ອາເມລິກາ 2 3 ວັນ, ວັນທີ 24 ສິງຫາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກສາທາລະນະ ກໍຖືກດຳເນີນຢ່າງເປັນທາງການ, ເປັນສັນຍານບົ່ງບອກໃຫ້ຮູ້ເຖິງຄວາມວຸ້ນວາຍໃນການຊ່ວງເສັງເຂົ້າທຳນຽບຂາວ. ບັນດາສານທີ່ລະອຽດຈະແຈ້ງ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຂອງປະເທດ ອາເມລິກາ ກໍໄດ້ຍົກອອກມາໃນບັ້ນຫາສຽງເລືອກຕັ້ງຄັ້ງຕ່າງໆ. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍສຳລັບບັນດາຜູ້ສະໝັກເລືອກຕັ້ງ ແມ່ນຄືກັນ ແລະ ສິ່ງດັ່ງກ່າວໄດ້ເຮັດໃຫ້ໄລຍະທາງແຫ່ງການຊ່ວງເສັງໃນສະເພາະໜ້າ ຍິ່ງດຸເດືອດຫຼາຍຂຶ້ນ.

 

ໃນ 10 ອາທິດສຸດທ້າຍຂອງບັ້ນຫາສຽງເລືອກຕັ້ງ, ກອງປະຊຸມໃຫຍ່ຂອງພັກສາທາລະນະ ຫຼື ພັກປະຊາທິປະໄຕ ແມ່ນໂອກາດອັນໃຫຍ່ຫຼວງທີ່ສຸດໃນປີເລືອກຕັ້ງ ເພື່ອສົ່ງສານເຖິງຜູ້ມີສິດເລືອກຕັ້ງ ກ່ຽວກັບຄຸນຄ່າ ແລະ ນະໂຍບາຍຂອງຜູ້ສະໝັກເລືອກຕັ້ງຂອງແຕ່ລະພັກ.

ກາ​ນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ: ສານ ແລະ ສິ່ງ​ທ້າ​ທາຍຕ່າງໆ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາທິປະໄຕ  ເລືອກທ່ານ Joe Biden (ພາບ:  AP)


ສານກ່ຽວກັບພື້ນຖານປະຊາທິປະໄຕ ແລະ ເພື່ອປະເທດ ອາເມລິກາ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາທິປະໄຕ ໄດ້ຍົກອອກສານຢ່າງເປັນທາງການ ເຊິ່ງລວມມີ 4 ຂໍ້ດັ່ງນີ້: ເພື່ອປະຊາຊົນ, ວິໄສທັດການນຳພາ, ປະຊາທິປະໄຕ ແລະ ສາມັກຄີ. ຜ່ານບັນດາຄຳໝັ້ນສັນຍາໃນບົດກ່າວປາໄສຮອງຮັບການສະເໜີຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ ໃນຕອນຄ່ຳວັນທີ 21 ສິງຫາ, ຜູ້ສະໝັກເລືອກຕັ້ງ ທ່ານ Joe Biden ໄດ້ເຮັດໃຫ້ສານທີ່ສົ່ງໄປໃຫ້ຜູ້ມີສິດເລືອກຕັ້ງ ອາເມລິກາ ຈະແຈ້ງກວ່າ ນັ້ນແມ່ນພື້ນຖານປະຊາທິປະໄຕ ໂດຍພັກປະຊາທິປະໄຕນຳພາ, ສາມັກຄີ ແລະ ມຸ່ງໄປເຖິງອະນາຄົດ. ກ່ອນໜ້ານັ້ນ, ຜູ້ສະໝັກເລືອກຕັ້ງທ່ານ Joe Biden ໄດ້ຖະແຫຼງວ່າ ຖ້າຫາກວ່າ ທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງ, ທ່ານຈະເປັນປະທານາທິບໍດີທີ່ເພື່ອເຄື່ອນໄຫວເພື່ອຊາວຜູ້ອອກແຮງງານ ເພື່ອກໍ່ສ້າງປະເທດ ອາເມລິກາ ແລະ ປົກປັກຮັກສາບັນດາຄຸນຄ່າທີ່ສາມາດແກ້ໄຂການແບ່ງແຍກເຊື້ອຊາດຜິວພັນ.

ຄຳຖະແຫຼງທີ່ຢືນຢູ່ເບື້ອງຫຼັງຊາວຜູ້ອອກແຮງງານ ແມ່ນຄຳໝັ້ນສັນຍາທີ່ມີຄວາມສຳຄັນທີ່ສຸດ, ໂດຍພັກປະຊາທິປະໄຕ ແລະ ທ່ານ Joe Biden ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດໃນຊຸມວັນດຳເນີນກອງປະຊຸມໃຫຍ່. ຄ້າຍຄືກັນນັ້ນ, ຄຳໝັ້ນສັນຍາກ່ຽວກັບການປົກປັກຮັກສາບັນດາຄຸນຄ່າທີ່ສາມາດແກ້ໄຂການແບ່ງແຍກເຊື້ອຊາດຜິວພັນຂອງປະເທດ ອາເມລິກາ ກໍໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນບັນດາບົດກ່າວປາໄສຂອງບັນດານັກການເມືອງຂອງພັກປະຊາທິປະໄຕ, ຜູ້ຕາງໜ້າໃຫ້ແກ່ຫຼາຍຂົງເຂດ ແລະ ປະຊາຊົນທຸກຊັ້ນວັນນະທີ່ແຕກຕ່າງກັນ.

ກາ​ນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ: ສານ ແລະ ສິ່ງ​ທ້າ​ທາຍຕ່າງໆ - ảnh 2ທ່ານປະທານາທິບໍດີ Donald Trump  (ພາບ: charlotteobserver.com 

ສຳລັບຝ່າຍພັກສາທາລະນະ, ເຖິງວ່າທ່ານປະທານາທິບໍດີ Donald Trump ຍັງບໍ່ທັນມີບົດກ່າວປາໄສຮອງຮັບການສະເໜີຜູ້ສະໝັກເລືອກຕັ້ງກໍຕາມ (ຄາດວ່າຈະດຳເນີນໃນຕອນຄ່ຳວັນທີ 27 ສິງຫາ), ແຕ່ຕອນຄ່ຳວັນທີ 23 ສິງຫາ, ທິມງານຈັດຕັ້ງບັ້ນຫາສຽງເລືອກຕັ້ງຄັ້ງໃໝ່ຂອງທ່ານ Donald Trump  ກໍໄດ້ປະກາດໂຄງການດຳເນີນງານໃນອາຍຸການທີ 2 ຂອງທ່ານ.  ດ້ວຍຄຳຂວັນທີ່ວ່າ “ຕໍ່ສູ້ເພື່ອປະຊາຊົນ ອາເມລິກາ”, ໂຄງການດຳເນີນງານ ໄດ້ຍົກໃຫ້ເຫັນບາງບຸລິມະສິດຕົ້ນຕໍຂອງອາຍຸການທີ 2 ຂອງທ່ານ Donald Trump, ໂດຍໄດ້ຮັບຖືວ່າ ແມ່ນ “ກົງກັນຂ້າມກັບວິໄສທັດທີ່ມືດມົວກ່ຽວກັບປະເທດ ອາເມລິກາ” ເຊິ່ງ ທ່ານ  Joe Biden ແລະ ພັກປະຊາທິປະໄຕ ໄດ້ວາງອອກ. ຕາມນັ້ນແລ້ວ, ທ່ານ Donald Trump ຈະດັບມອດໂລກລະບາດໂຄວິດ - 19 ໃຫ້ໄດ້, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ຢຸດຕິການເອື່ອຍອີງໃສ່ປະເທດ ຈີນ, ຫຼຸດລາຄາຢຸກຢາລົງ, ເປີດກວ້າງການເລືອກເຟັ້ນ ໂຮງຮຽນ ແລະ ປົກປ້ອງຕຳຫຼວດ. ໂຄງການດຳເນີນງານ ໃນອາຍຸການທີ 2 ຂອງທ່ານ Donald Trump ໄດ້ອ່ຽງໄປທາງສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາ ເຊິ່ງທ່ານປະທານາທິບໍດີ Donald Trump ໄດ້ໝັ້ນໝາຍ ແທນທີ່ຈະຍົກອອກບັນດາແນວຄວາມຄິດໃໝ່ໆ ເຊິ່ງອາດຈະກໍ່ຄວາມສ່ຽງໃຫ້ແກ່ທ່ານປະທານາທິບໍດີໃນການດຶງດູດພື້ນຖານຜູ້ມີສິດເລືອກຕັ້ງຍາວນານຂອງທ່ານ ກໍຄື ອາດຈະຕ້ອງປະເຊີນໜ້າກັບການຕຳໜິຕິຕຽນຈາກພາຍໃນພັກສາທາລະນະເອງ. ທ່ານປະທານາທິບໍດີ Donald Trump  ຈະຊີ້ໃຫ້ເຫັນຢ່າງຈະແຈ້ງກວ່າກ່ຽວກັບໂຄງການດຳເນີນງານດັ່ງກ່າວໃນບົດກ່າວປາໄສຮອງຮັບການສະເໜີຜູ້ສະໝັກເລືອກຕັ້ງ ເຊິ່ງຈະດຳເນີນໃນວັນທີ 27 ສິງຫາ ໃນຂອບເຂດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກສາທາລະນະ ແລະ ຈະສືບຕໍ່ຍົກໃຫ້ເຫັນຢ່າງລະອຽດໃນບົດກ່າວປາໄສອື່ນໆ ໃນບັ້ນຫາສຽງເລືອກຕັ້ງຄັ້ງຕ່າງໆອີກດ້ວຍ.

ບັນດາສິ່ງທ້າທາຍທີ່ແກ້ຍາກ

ໄລ່ຮອດຕອນເຊົ້າວັນທີ 26 ສິງຫາ, ອາເມລິຫາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຢ່າງໜັກໜ່ວງທີ່ສຸດໃນໂລກ, ເມື່ອມີຜູ້ຕິດເຊື້ອຂຶ້ນເຖິງເກືອບ 6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 182.000 ຄົນ. ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງການຫາສຽງເລືອກຕັ້ງຂອງທັງ 2 ຜູ້ສະໝັກເລືອກຕັ້ງປະທານາທິບໍດີ. ເຖິງວ່າທັງ 2 ທ່ານຕ່າງກໍຢັ້ງຢືນວ່າ ຈະສຸມໃສ່ຫຼຸດຜ່ອນອັດຕາສ່ວນຜູ້ຖືກຫວ່າງງານລົງ, ເອົາໃຈໃສ່ເຖິງຊາວຜູ້ອອກແຮງງານ ແລະ ດັບມອດໂລກລະບາດໂຄວິດ - 19 ກໍຕາມ ແຕ່ນີ້ກໍ່ແມ່ນບັນດາໜ້າທີ່ທີ່ບໍ່ງ່າຍດາຍ ສຳລັບບໍ່ວ່າຜູ້ສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ທ່ານໃດ.

        ຜົນການຕີລາຄາ ຂອງ ກອງທຶນເງິນຕາສາກົນ (IMF) ທີ່ໄດ້ປະກາດໃນວັນທີ 17 ກໍລະກົດ ໃຫ້ຮູ້ວ່າ ເມື່ອທຽບໃສ່ໄລຍະດຽວກັນຂອງໄຕມາດທີ 2 ປີ 2019, ເສດຖະກິດ ອາເມລິກາ ໄດ້ຫຼຸດລົງເຖິງ 37% ແລະ ຄາດວ່າ ທັງປີ 2020 ຈະຫຼຸດລົງ 6,6% ຍ້ອນໂລກລະບາດໂຄວິດ - 19. ເພາະສະນັ້ນ, ໂລກລະບາດໂຄວິດ - 19 ໄດ້ຢຸດຕິໄລຍະການເຕີບໂຕເສດຖະກິດທີ່ແກ່ຍາວທີ່ສຸດໃນປະຫວັດສາດ ອາເມລິກາ ແລະ ໂລກລະບາດໂຄວິດ - 19 ກໍ່ ແມ່ນໄພນາບຂູ່ໃຫຍ່ທີ່ສຸດຂອງພື້ນຖານເສດຖະກິດ ອາເມລິກາ ໃນປັດຈຸບັນ. ຜົນກະທົບຂອງວິກິດການດ້ານສຸຂະພາບຂອງຊຸມຊົນນີ້ ສາມາດເຫັນໄດ້ຢ່າງຈະແຈ້ງທີ່ສຸດ ຜ່ານອັດຕາສ່ວນຜູ້ຫວ່າງງານເພີ່ມຂຶ້ນສູງ ແລະ ສະພາບການຫຼຸບທຶນຂອງບັນດາວິສາຫະກິດຂະໜາດນ້ອຍ. ບົດລາຍງານຂອງກະຊວງແຮງງານ ອາເມລິກາ ກ່ຽວກັບຕົວເລກວຽກເຮັດງານທຳຂອງເດືອນກໍລະກົດ 2020 ໄດ້ຊີ້ໃຫ້ເຫັນວ່າ, ຈຳນວນວຽກເຮັດງານທຳໃນເດືອນກໍລະກົດ ໄດ້ຫຼຸດລົງຢ່າງແຮງເມື່ອທຽບໃສ່ເດືອນມິຖຸນາ ແລະ ເດືອນ ພຶດສະພາ. ນີ້ແມ່ນພະຍານຫຼັກຖານພິສູດໃຫ້ເຫັນການລະເບີດຄັ້ງທີ 2 ຂອງໂລກລະບາດໂຄວິດ - 19 ພວມເຮັດໃຫ້ການຮັບສະໝັກພະນັກງານແລະ ຄວາມຄືບໜ້າຂອງການຟື້ນຟູພື້ນຖານເສດຖະກິດ ອາເມລິກາ ຖືກຊັກຊ້າລົງ.

        ກ່ອນດຳເນີນການເລືອກຕັ້ງ ກວ່າສອງເດືອນ ແມ່ນຈຸດເວລາສຳຄັນ ເພື່ອໃຫ້ 2 ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ຊ່ວງເສັງ, ຊອກຫາການສະໜັບສະໜູນຈາກປະຊາຊົນ. ເຖິງຢ່າງໃດກໍຕາມ ຈາກສານຂອງການຫາສຽງເລືອກຕັ້ງ ຕະຫຼອດຮອດການປະຕິບັດບັນດາມາດຕະການເພື່ອນຳພາປະເທດ ອາເມລິກາ ຫຼຸດພົ້ນອອກຈາກວິກິດການໂລກລະບາດ, ເສດຖະກິດ ຍັງຄົງແມ່ນສິ່ງທ້າທາຍທີ່ບໍ່ງ່າຍດາຍແຕ່ຢ່າງໃດ./.

ຕອບກັບ

ຂ່າວ/ບົດ​ອື່ນ