ການເລືອກຕັ້ງປະທານາທິບໍດີຢູ່ອາບການິສຖານ, ຄວາມຫຍຸ້ງຍາກຍັງຢູ່ຕໍ່ໜ້າ



(vovworld)- ທ້າຍ​ສັບປະດາ​ນີ້, ປະຊາຊົນ​ອາບ​ກາ​ນິສຖານ ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ ດ້ວຍ​ຄວາມ​ຫວັງ​ວ່າ ລັດຖະບານ​ໃໝ່​ຈະນຳ​ອາບ​ກາ​ນິສຖານ​ ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ຂາດສະຖຽນ​ລະ​ພາບ, ການ​ສໍ້​ລາດ​ບັງ​ຫຼວງ, ລະດັບ​ຄຸ້ມ​ຄອງ​ທີ່​ອ່ອນ​ດອຍ​ພາຍ​ໃນ​ປະ​ເທດ ກໍ່​ຄື​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ໃນ​ການ​ເຈລະຈາ​ກ່ຽວ​ກັບຄວາມ​ສະຫງົບ​ປອດ​ໄພກັບ​ອາ​ເມ​ລິ​ກາ ຫຼັງ​ປີ 2014. ​ແຕ່​ສະຖານະ​ການ​ກ່ອນ​ການ​ເລືອກ​ຕັ້ງ​ພວມ​ຂົ່ມ​ຂູ່​​ເຖິງວິວັດ​ການ​ມອບ​ສິດ​ອຳນາດ​ຢູ່​ປະ​ເທດ ສ.ອິດສະ​ລາມ​ນີ້, ທັງ​ສະ​ແດງ​ໃຫ້​ເຫັນ​ສະພາບ​ການ​ເມືອງ​ຢູ່​ອາບ​ກາ​ນິສຖານ ຍາກ​ທີ່​ຈະ​ແກ້​ໄຂ​ໄດ້

ການເລືອກຕັ້ງປະທານາທິບໍດີຢູ່ອາບການິສຖານ, ຄວາມຫຍຸ້ງຍາກຍັງຢູ່ຕໍ່ໜ້າ - ảnh 1

ກຳລັງປ້ອງກັນຄວາມສະຫງົບອາບການິສຖານ ປ້ອງກັນຢູ່ນອກຄະນະກຳມະການເລືອກຕັ້ງ
(ພາບ: Reuters)

        ກ່ອນ​ການ​ເລືອກ​ຕັ້ງ, ຢູ່​ອາບ​ກາ​ນິສຖານ,​ໄດ້​ເກີດ​​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຫຼາຍ​ຄັ້ງ​, ​ເຊິ່ງ​ໄດ້​ກີດຂວາງ​ເຖິງ​ການ​ເລືອກ​ຕັ້ງ. ​ໃນ​ຂະນະ​ນັ້ນ, ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບອັດຕາ​ສ່ວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະໜັບສະໜູນ​ລະຫວ່າງຜູ້​ອອກ​ສະໝັກ​ເລືອກ​ຕັ້ງພັດ​ບໍ່​ຫຼາຍ, ອັນ​ຈະ​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ເລືອກ​ຕັ້ງ.

        ຕາ​ລີ​ບານ​ ຖະ​ແຫຼ​ງທຳລາຍ​ການ​ເລືອກ​ຕັ້ງ

        ກ່ອນ​ການ​ເລືອກ​ຕັ້ງ​ເກືອບ 1 ​ເດືອນ, ກຳລັງ​ຕາ​ລີ​ບານ ຢູ່ ອາບ​ກາ​ນິສຖານ ​ໄດ້​ຮຽກຮ້ອງ​ສະມາຊິກ​ທັງ​ໝົດ​ທຳລາຍການ​ເລືອກ​ຕັ້ງ​ປະທານາທິບໍດີ​, ຄຳ​ຖະ​ແຫຼ​ງທີ່​ມີ​ລັກສະນະ​ກະຕຸກ​ຊຸກຍູ້​ການ​ໃຊ້​ຄວາມ​ຮຸນ​ແຮງ​ນີ້ຂອງຕາ​ລີ​ບານ ຖືກ​ເຜີຍ​ເຜ່​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ. ຕາມ​ນັ້ນ​ແລ້ວ, ບັນດາ​ສະມາຊິກ​ຂອງ​ກຳລັງ​ຕາ​ລີ​ບານ ຈະ​ເລັ່ງ​ໃສ່​ບຸກຄົນ​​ສຳຄັນ ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເລືອກ​ຕັ້ງ, ພາລະ​ກອນ​ເລືອກ​ຕັ້ງ, ຜູ້​ມີ​ສິດ​ເລືອກ​ຕັ້ງ, ນັບ​ທັງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີກ.

        ຫຼັງ​ຈາກ​ນັ້ນ​ບໍ່​ດົນ, ບັນດາ​ສະມາຊິກ​ໃນ​ກຳລັງ​ຕາ​ລີ​ບານ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ຫຼາຍ​ຄັ້ງ, ​ໂດຍ​ບໍ່​ຫົວ​ຕໍ່​ເລື່ອງ​ກຳລັງ​ຄວາມ​ສະຫງົບ​ນັບ​ຮ້ອຍ​ຄົນຂອງ​ລັດຖະບານ ພວມ​ຖືກ​ຈັດ​ວາງ​ໃນ​ສະພາບ​ຍົກ​ສູງ​ສະຕິ​ລະວັງ​ຕົວ. ວັນ​ທີ 25/3 ບັນດາ​ມື​ປືນ​ໄດ້​ບຸກ​ໂຈມ​ຕີ​ສະຖານ​ທີ່​ເລືອກ​ຕັ້ງ​ແຫ່ງ​ໜຶ່ງ​ຢູ່ Darulaman, ທາງ​ທິດ​ໃຕ້​ນະຄອນຫຼວງ Kabul. 3 ມື້​ຕໍ່​ມາ, ກຸ່ມ​ໜຶ່ງ​ລວມມີ​ມື​ປືນ 5 ຄົນ​ຂອງ​ຕາ​ລີ​ບານ ​ໄດ້​ບຸກ​ໂຈມ​ຕີ​ໂຮງ​ແຮມ​ແຫ່ງ​ໜຶ່ງ​ຢູ່​ນະຄອນຫຼວງ Kabul ຂອງ​ອາບ​ກາ​ນິສຖານ, ບ່ອນ​ທີ່​ມີ​ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ອາ​ໄສ. ຫວ່າງ​ແລ້ວ​ນີ້, ວັນ​ທີ 29/3, ທະຫານ​ແຕກ​ທັບ​ຕາ​ລີ​ບານ​ ໄດ້​ບຸກ​ໂຈມ​ຕີ​ຄະນະ​ກຳມະການ​ເລືອກ​ຕັ້ງ​ເອກະລາດ (IEC) ອາບ​ກາ​ນິສຖານ, ບ່ອນ​ທີ່​ໄດ້​ຮັບ​ການ​ເວນຍາມ, ປ້ອງ​ກັນ​ຮັກສາ​ຢ່າງ​ເຄັ່ງ​ຄັດ​ຢູ່ນະຄອນຫຼວງ Kabul. ຕໍ່ໜ້າ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ປິນຂັ້ນ​ໄດ​ຄື​ດັ່ງກ່າວ, ສະໜາມ​ບິນ​ຢູ່ນະຄອນຫຼວງ Kabul ຕ້ອງ​ອັດ​ປະຕູ.

        ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ຢູ່​ອາບ​ກາ​ນິສຖານ ​ໄດ້​ເຮັດ​ໃຫ້​ວົງ​ການ​ນັກ​ສັງ​ເກດ​ການ​ວິຕົກ​ກັງວົນ​ວ່າ, ບໍ່​ມີ​​ໄຜສາມາດ​ຮັບປະກັນ​​ໄດ້​ວ່າ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ 5/4, ຢູ່​ອາບ​ກາ​ນິສຖານ​ ຈະ​ດຳ​ເນີນ​ໄປ​ຢ່າງ​ສະດວກ​ສະບາຍ, ພິ​ເສດ​ແມ່ນ​ໃນ​ສະພາບທີ່​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ແຈ້ງ​ໃຫ້​ປະທານາທິບໍດີ​ອາບ​ກາ​ນິສຖານ Hamid Karzai ວ່າ ​ອາ​ເມ​ລິ​ກາ ​ແລະ NATO ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດໆ ນອກຈາກ​ເລື່ອງ​ຖອນ​ທະຫານ​ໃນ​ທ້າຍ​ປີ​ນີ້.

        ບໍ່​ພຽງ​ແຕ່​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ເທົ່າ​ນັ້ນ, ບັນດາ​ຜູ້​ຊ່ຽວຊານ​ດ້ານ​ການ​ເມືອງຍັງ​ຄາດ​ຄະ​ເນ​ວ່າ, ຕາ​ລີ​ບານ​ ຈະສວຍ​ໃຊ້​ສະພາບ​ສັບສົນ​ໃນ​ວັນ​ເລືອກ​ຕັ້ງ​ເພື່ອ​ຢືດອຳນາດ. ຄວາມ​ວິຕົກ​ກັງວົນ​ດັ່ງກ່າວ​​ແມ່ນ​ມີ​ພື້ນຖານ ​ເມື່ອ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ອາບ​ກາ​ນິສຖານ ຍັງຂາດ​​ເຂີນ​ດ້ານ​ກຳລັງອາວຸດ, ການຈັດ​ຕັ້ງ​ຍັງ​ສັບສົນ, ຍາກ​ທີ່​ຈະ​ຮັບ​ມື​ກັບ​ຕາ​ລີ​ບານ​ ໄດ້.

        ສິ່ງ​ທີ່​ໜ້າ​ສົນ​ໃຈນັ້ນ​ແມ່ນ​, ເຖິງ​ວ່າ​ກຳລັງ​ຕາ​ລີ​ບານ​ ໄດ້​ຮັບຜິດຊອບ​ເປັນ​ຜູ້​ກໍ່​ບັນດາ​ເຫດ​ບຸກ​ໂຈມ​ຕີ​ແລ້ວ​ກໍ່ຕາມ, ​ແຕ່​ລັດຖະບານ​ອາບ​ກາ​ນະ​ສຖານ ​ຍັງ​ຄົງ​ຢືນຢັນ​ວ່າ​​ເຫດການ​ເຫຼົ່ານັ້ນ​​ໂດຍ​ບັນດາ​ນັກ​ສືບ​ຕ່າງປະ​ເທດປະຕິບັດ.

        ບໍ່​ມີ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ຜູ້​ໃດ​ພົ້ນ​ເດັ່ນ

        ​ເມື່ອຕາ​ລີ​ບານ ພວມ​ຊອກ​ຫາ​ວິທີ​ທຳລາຍ​ການ​ເລືອກ​ຕັ້ງນັ້ນ, ​ໃນ​ເວທີ​ການ​ເມືອງ, ການ​ຊ່ວງ​ເສັງ​ລະຫວ່າງ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ກໍ່​ພວມ​ຢູ່​ໃນ​ໄລຍະ​ຮີບ​ເຮັ່ງ.

        ຜູ້​ອອກ​ສະໝັກ​ເລືອກ​ຕັ້ງພົ້ນ​ເດັ່ນ​ກວ່າ​ໝູ່​ໃນ​ປະຈຸ​ບັນ​ແມ່ນ​ອະດີດ​ຜູ້ນຳ​ຮ່ວມ​ສຳພັນ​ພາກ​ເໜືອ​ທ່ານ Abdullah. ທ່ານ​ແມ່ນ​ຜູ້​ໜຶ່ງ​ດຽວ​ທີ່​ມີ​ຄວາມ​ເຊື່ອ​ໝັ້ນ​ໂດຍປະກາດ​ວ່າ ຈະ​ຍາດ​ໄດ້​ໄຊຊະນະ​ນັບ​ແຕ່​ຮອບ​ທຳ​ອິດ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້, ​ເພື່ອ​ຍາດ​ໄດ້​ໄຊຊະນະ, ທ່ານ Abdullah ຕ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ​ ຕົນ​ເອງ​ແມ່ນ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​​ແຫ່ງ​ສັນຕິພາບ ​ແລະ ​​ເປັນ​ຜູ້ໄກ່​ເກ່ຍປອງ​ດອງ​ກັບ​ຕາ​ລີ​ບານ.

ນອກຈາກ​ທ່ານ Abdullah ​ແລ້ວ, ທ່ານ Ashraf Ghani, ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ລະດັບ​ສາກົນ, ​ເຊິ່ງ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ​ໃນ​ສະ​ໄໝ​ປະທານາທິບໍດີ Karzai ນັບ​ແຕ່​ປີ 2002 – 2004, ກໍ່​ພວມ​ມີ​ທ່າ​​ໄດ້​ປຽບ, ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ຜູ້​ນີ້​ເຄີຍ​ເປັນຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​​ເປັນ​ປະທານາທິບໍດີເມື່ອ​ປີ 2009.

ຖັດມາ​ແມ່ນ​ທ່ານ Abdul Rasul, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້ນຳ​ທີ່​ມີ​ຊື່​ສຽງ​ຢູ່​ອາບ​ກາ​ນິສຖານ. ຜູ້​ທີ່​ໄດ້​ນຳ​ al – Qaeda ​​ເຂົ້າ​ອາບ​ກາ​ນິສຖານ. ຜູ້​ອອກ​ສະໝັກ​ເລືອກ​ຕັ້ງນີ້​ທີ​ທັດສະນະ​ນິຍົມ​ຮັກສາ​ເດີມ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ຂອງ​ແມ່ຍິງ, ຄວາມ​ເສລີ​ໃນ​ສັງຄົມ ​ແລະ ຍ້ອນ​ການ​ພົວພັນ​ຢ່າງ​ເລິກ​ເຊິ່ງຂອງ​ທ່ານ​ກັບ​ນັກຮົບ​ອິດສະ​ລາມ. Abdul Rasul ​ເອງ​ ໄດ້​ຊ່ວຍ Bin Laden ກັບ​ຄືນ​ອາບ​ກາ​ນິສຖານ ພາຍຫຼັງ​ທີ່​ຫົວ​ໂປ່​ກໍ່​ການ​ຮ້າຍ al – Qaeda ຖືກ​ເນລະ​ເທດ​ອອກ​ຈາກ Sudan.

​ເຖິງ​ວ່າຜູ້​ອອກ​ສະໝັກ​ເລືອກ​ຕັ້ງຜູ້​ໃດ​ກາຍ​ເປັນ​ປະທານາທິບໍດີ​ພາຍຫຼັງ​ວັນ​ທີ 5/4 ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ໜ້າ​ທີ່​ ທີ່ຫຍຸ້ງຍາກ. ນັ້ນ​ແມ່ນຄວາມ​ເຊື່ອ​ໝັ້ນ​ຂອງ​ກຳລັງ​ທະຫານ​ອາບ​ກາ​ນິສຖານຖືກຫຼຸດ​ລົງ, ພື້ນຖານ​ເສດຖະກິດ​ອ່ອນ​ດ້ອຍ, ​ແລະ ຄວາມ​ຫວັງ​ຍາດ​ໄດ້​ສິດ​ຄວບ​ຄຸມ​ປະ​ເທດຂອງ​ຕາ​ລີ​ບານ,

ບັນດາ​ເຫດ​ບຸກ​ໂຈມ​ຕີ​ນາບ​ຂູ່​ທຳລາຍ​ການ​ເລືອກ​ຕັ້ງ, ພ້ອມ​ກັບ​ເລື່ອງ​ບໍ່​ມີຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ພົ້ນ​ເດັ່ນ​ໃນ​ເວທີ​ການ​ເມືອງ, ​ເຮັດ​ໃຫ້ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່​ອາບ​ກາ​ນິສຖານ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຄວາມຫວັງ​ຂອງ​ປະຊາຊົນ ອາບ​ກາ​ນິສຖານ ຕໍ່​ອະນາຄົດທີ່​ສົກ​ໄສ​ກວ່າ​ນັ້ນ ​ແມ່ນຍາກ​ທີ່​ຈະ​ປະຕິບັດ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ