ການເລືອກຕັ້ງປະທານາທິບໍດີອາເມລິກາ - ໄລຍະແຂ່ງຂັນທີ່ມີລັກສະນະຕັດສິນ

 

ການເລືອກຕັ້ງປະທານາທິບໍດີອາເມລິກາ - ໄລຍະແຂ່ງຂັນທີ່ມີລັກສະນະຕັດສິນ  - ảnh 1

ປະທາ​ນາ​ທິບໍດີອາ​ເມ​ລິ​ກາ ທ່ານ Barac Obama ​ແລະ ຄູ່​ແຂ່ງ​ສັງກັດ​ພັກສາ​ທາ​ລະນະ​ລັດ ທ່ານ Mitt Romney (ພາບ: internet)

vovworld- ໃນ​ຕອນ​ຄ່ຳ​ວັນ​ທີ 3/10(ຕາມ​ເວລາ​ທ້ອງ​ຖິ່ນ) ກົງ​ກັບ​ຕອນ​ເຊົ້າວັນ​ທີ 4/10(ຕາມ​ເວລາ ຫວຽດນາມ) , ຜູ້ພວມ​ດຳລົງ​ຕຳ​ແໜ່​ງປະທາ​ນາ​ທິບໍດີອາ​ເມ​ລິ​ກາ ທ່ານ Barac Obama ​ແລະ ຄູ່​ແຂ່ງ​ສັງກັດ​ພັກສາ​ທາ​ລະນະ​ລັດ ທ່ານ Mitt Romney  ​ໄດ້​ກ້າວ​ເຂົ້າ​ສູ່​ການ​ໂຕ້​ວາທີ​ຄັ້ງ​ທຳ​ອິດ​ ​ໃນ​ການ​ໂຕ້​ວາທີ 3 ຄັ້ງ​ຖືກ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ, ຊຶ່ງ​ເປັນ​ການ​ເປີດ​ສາກ​ໃຫ້​ແກ່ ໄລຍະ​ແຂ່ງຂັນທີ່​ມີ​ລັກສະນະ​ຕັດສິນ ຂອງ​ບັ້ນຫາ​ສຽງ​ເລືອກ​ຕັ້ງ​​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາປີ 2012. ຜູ້​ສະໝັກ​ເລືອກ​ຕັ້ງທັງ 2 ທ່ານລ້ວນ​ແຕ່​ມີ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ໃຫ້​ແກ່ ການ​ໂຕ້​ວາທີ​ຄັ້ງ​ທຳ​ອິດນີ້ ກໍ​ຄື​ນັບທັງ​ໄລຍະ​ແຂ່ງຂັນທີ່​ມີ​ລັກສະນະ​ຕັດສິນ.

         ການ​ໂຕ້​ວາທີ​ເມື່ອ​ຕອນ​ຄ່ຳ 3/10 ຢູ່​ລັດ Colorado ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ການ​ແຂ່ງຂັນ​ເຂົ້າ​ດຳລົງ​ຕຳ​ແໜ່​ງ​ເປັນ​​​ປະທານາທິບໍດີອາ​ເມ​ລິ​ກາ. ຈາກການ​ ໂຕ້​ວາທີ ​​ໂດຍ​ກົງ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ​ນີ້ ຈະ​ເປັນ​ການ​ເປີດ​ສາກ​ໃຫ້​ແກ່ ການ​ ໂຕ້​ວາທີ ​ໂດຍ​ກົງ 3 ຄັ້ງ​ຕໍ່​ໄປ, ​ໃນ​ນັ້ນ​ມີ ການ​ໂຕ້​ແຍ້​ງ 2 ຄັ້ງ​ລະຫວ່າງ  ຜູ້​ສະໝັກ​ເລືອກ​ຕັ້ງປະທາ​ນາ​ທິບໍດີ ​ແລະ ການ​ໂຕ້​ແຍ້​ງອີກຄັ້ງ 1 ລະຫວ່າງ 2 ຜູ້​ສະໝັກ​ເລືອກ​ຕັ້ງຮອງ​ປະທານາທິບໍດີ. ຄາດ​ວ່າ ມີ​ຊາວ​ອາ​ເມ​ລິ​ກາ​ປະມານ 60 ລ້ານ​ຄົນຈະຕິດຕາມການ​ໂຕ້​ວາທີຄັ້ງທຳອິດ. ດັ່ງນັ້ນ, ໃນໄລຍະທີ່ຜ່ານມາ, 2 ຜູ້​ສະໝັກ​ເລືອກ​ຕັ້ງລ້ວນແຕ່ຍາດແຍ່ງເວລາ, ດຳເນີນລາຍການທີ່ເໝາະສົມໃນ ໄລຍະ​ແຂ່ງຂັນທີ່​ມີ​ລັກສະນະ​ຕັດສິນ ຂອງ​ບັ້ນຫາ​ສຽງ​ເລືອກ​ຕັ້ງ​ເພື່ອພ້ອມ​ກັບ​ຕົວລະຄອນຝຶກ​ແອບການ​ໂຕ້​ແຍ້​ງ ​ແລະ ​ຕອບ​ຄຳ​ຊັກ​ຖາມ​ທີ່​ຄາດ​ຄະ​ເນວ່າ​ຈະ​ຖືກ​ຍົກ​ອອກ​ມາ​ໃນການ​ໂຕ້​ວາທີ ​ໂດຍ​ກົງ​ນີ້.

   ສຳລັບຜູ້​ສະໝັກ​ເລືອກ​ຕັ້ງ​ສັງກັດ​ພັກສາ​ທາ​ລະນະ​ລັດ ທ່ານ Mitt Romney, ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ​ໄດ້​ມີໜ້າ​ຢູ່​ລັດ Massachusets, ທ່ານ Mitt Romney ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ພ້ອມ​ກັບ​ສະມາຊິກ​ສະພາ​ຕ່ຳ ​ສັງກັດ​ພັກສາ​ທາ​ລະນະ​ລັດ ທ່ານ Rob Portman ຊຶ່ງ​ແມ່ນ​ຜູ້​ຖືກຊັບຊ້ອນ​ສວມ​ບົດ​ຕົວ​ລະຄອນ​ Barac Obama ຝຶກ​​ແອບການ​ໂຕ້​ວາທີ ​ແລະ ອະພິປາຍ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່ ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາມີ​ຄວາມ​ສົນ​ໃຈ. ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ຖັນ​ແຖວ​ຜູ້​ຂົນຂວາຍຫາສຽງເລືອກ​ຕັ້ງ​​​ໄດ້​ເປີດ​ເຜີຍ​ວ່າ ທ່ານ Mitt Romney ​ໄດ້ມີ​ການ​ຝຶກ​ແອບ​ແຕ່ 2-3 ອາທິດ​ມໍ່​ໆມາ​ນີ້​ເພື່ອ​ກະກຽ​ມ​ໃຫ້​ແກ່ ການ​ໂຕ້​ແຍ້​ງຊຶ່ງ​ເຂົາ​ເຈົ້າ​ຄາດ​ຄະ​ເນ​ວ່າ​ຈະ​ມີ​ຄວາມ​ເຄັ່ງ​ຕຶງ​ທີ່​ສຸດ. ສິ່ງ​ທີ່ຜູ້​ສະໝັກ​ເລືອກ​ຕັ້ງ ​ສັງກັດ​ພັກສາ​ທາ​ລະນະ​ລັດ ທ່ານ Mitt Romney ​ເລັ່ງ​ໃສ່​ໂຕ້​ແຍ້​ງ ນັ້ນ​ແມ່ນ​ລະດັບ​ການ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ​ຂອງ​ເສດຖະກິດ​ອາ​ເມ​ລິ​ກາ. ທ່ານ Mitt Romney ຖື​ວ່າ ລະດັບ​ເພີ່ມ GDP ຂອງ​ອາ​ເມ​ລິ​ກາ​ໃນ​ໄຕ​ມາດ 2 ຂອງ​ປີ​ນີ້​ບັນລຸ​ພຽງ 1,3% ​ໂດຍ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ຫາ​ກໍ​ປະກາດ ​ແມ່ນ​ບໍ່​ອາດ​ຮັບ​ຮູ້​ໄດ້ ​ແລະ ​ເຖິງ​​ເວລາ​ແລ້ວ ຊຶ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາຄວນ​ເລືອກ​ເຟັ້ນ​ເອົາ ປະທານາທິບໍດີຄົນ​ໃໝ່​ຂອງອາ​ເມ​ລິ​ກາ, ດ້ວຍບັນດາ​ນະ​ໂຍບາຍ​ເສດຖະກິດ​ທີ່​ດີ​ກ່ວາ​ນັ້ນ, ປະ​ເທດ​ອາ​ເມ​ລິ​ກາ​ຈຶ່ງ​ສາມາດ​ກັບ​ຄືນ​ສູ່​ເສັ້ນທາງ​ພັດທະນາ​ຢ່າງ​ວ່ອງ​ໄວ​ໄດ້. ​ທ່ານ Mitt Romney ຍັງ​ຕ່ຳ​ໜິຕິຕຽນ​ແຜນ​ນະ​ໂຍບາຍ​ຂອງ​ອຳນາດ​ການ​ປົກຄອງ ປະທານາທິບໍດີ Barac Obama ທີ່​ຫຼຸດ​ງົບປະມານການ​ປ້ອງ​ກັນຊາ​ດ​ລົງ​ເກືອບ 500 ຕື້ USD ​ໃລຍະ 10 ປີ​ທີ່​ຈະ​ມາ​ເຖິງ ​ແລະ ຖື​ວ່າ ການ​ກະທຳ​ນີ້​ກໍ​ເຮັດ​ໃຫ້​ກຳລັງ​ແຮງ​ຂອງ​ກອງທັບ​ອາ​ເມ​ລິ​ກາ​ຖືກ​ຫຼຸດຜ່ອນລົງ, ກໍ​ຜົນ​ເສຍ​ຫາຍ​ຕໍ່​ຄວາມ​ສະຫງົບ​ປອດ​ໄພຂອງ​ປະ​ເທດ​ຊາດ. ຝ່າຍ​ຂອງ​ທ່ານ Mitt Romney ມີ​ຄວາມ​ຫວັງ​ຈະ​ຍາດ​ແຍ່ງ​ໂອກາດ​ໃນການ​ໂຕ້​ແຍ້​ງ​ເພື່ອ​ຕ່າວ​ປີ້ນ​ສະພາບ​ການ​ເພື່ອ​ກ້າວ​ເຂົ້າ​ສູ່ ການເລືອກ​ຕັ້ງ​​​ປະທານາ ທິບໍດີຢ່າງ​ເປັນ​ທາງ​ການໃນວັນທີ 6/11.

   ​ໃນ​ຂະນະ​ນັ້ນ, ສຳລັບຜູ້ພວມ​ດຳລົງ​ຕຳ​ແໜ່​ງປະທາ​ນາ​ທິບໍດີອາ​ເມ​ລິ​ກາ ທ່ານ Barac Obama ກໍ​ມີ​ບັນດາ​ບາດກ້າວ​ເດີນ​ທີ່​ເໝາະ​ສົມ​ເພື່ອ​ກ້າວ​ກະ​ໂດດ​ຂັ້ນ​ໃນ ໄລຍະ​ແຂ່ງຂັນ​ທີ່​ມີ​ລັກສະນະ​ຕັດສິນນີ້. ​ໃນ​​ໄລຍະ​ທີ່​ຜ່ານ​ມາ, ທ່ານ Barac Obama ​ໄດ້​ມີ​ການ​ແລກ​ປ່ຽນ​ຫຼາຍ​ຄັ້ງ​ກ່ຽວ​ກັບ​ຫົວ​ເລື່ອງ​ຕ່າງໆ​ກັບ​ບັນດາ​ເຈົາໜ້າ​ທີ່​ຂັ້ນ​ສູງ​ໃນ​ກຸ່ມ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ. ສະມາຊິກ​ສະພາ​ສູງ ທ່ານ John Kerry ຊຶ່ງ​ແມ່ນ​ຜູ້​ສວມ​ບົດ​ຕົວ​ລະຄອນ​ຄູ່​ແຂ່ງ ​Mitt Romney ກໍ​ໄດ້​ພ້ອມ​ກັບ​ທ່ານ Barac Obama ຝຶກ​ແອບການ​ໂຕ້ວາທີ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ບັນດາຜູ້ສະໜັບສະໜູນ​ຕົນ​ເອງ​ຢູ່​ນະຄອນ Las Vegas, ປະທານາທິບໍດີອາ​ເມ​ລິ​ກາ Barac Obama ຊີ້​ແຈ້ງວ່າ ສິ່ງ​ທີ່​ສຳຄັນ​ກ່ວາ​ໝູ່ ​ແມ່ນ​ທັງ 2 ຜູ້​ສະໝັກ​ເລືອກ​ຕັ້ງຕ້ອງ​ປຶກສາ​ຫາລື​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊ່ວຍ​ຮັກສາ​ລະດັບ​ການ​ເຕີບ​​ໂຕ​ເສດຖະກິດ​ຂອງ​ອາ​ເມ​ລິ​ກາ ​ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ. ທ່ານ Barac Obama ຍັງ​ເນັ້ນ​ໜັກ​ວ່າ ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາພວມ​ຢືນ​ຢູ່​ຕໍ່ໜ້າ​ການ​ເລືອກ​ເຟັ້ນຢ່າງ​ບໍ່​ງ່າຍດາຍ ​ເພາະວ່າ​ເຂົາ​ເຈົ້າ​ຕ້ອງ​ເລືອກ​ເຟັ້ນອະນາຄົດ​ຂອງ​ປະ​ເທດ​ຊາດ.

   ຕາມ​ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຫຼ້າ​ສຸດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະທານາທິບໍດີ Barac Obama ພວມ​ນຳ​ໜ້າ​ຕໍ່​ຄູ່​ແຂ່ງ ດ້ວຍ​ສຽງ​ສະໜັບສະໜູນ​ລື່ນ​ກາຍ 5% ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ໃນ​ຂະນະ​ນັ້ນ, ອັດຕາ​ສຽງ​ສະໜັບສະໜູນ​ຂອງ ຜູ້​ສະໝັກ​ເລືອກ​ຕັ້ງສັງກັດ​ພັກສາ​ທາ​ລະນະ​ລັດ ທ່ານ Mitt Romney ຢູ່​ບັນດາ​ລັດ​ທີ່​ສຳຄັນ ​ແມ່ນ​ຕ່ຳ​ພໍ​ສົມຄວນ, ​ແຕ່ຜູ້​ສະໝັກ​ເລືອກ​ຕັ້ງ ທ່ານ​ນີ້ ຢືນຢັນ​ວ່າ ​ໃນ​ໄລຍະ​ກ່ວາ 1 ​ເດືອນ​ທີ່​ຍັງ​ເຫຼືອ, ທ່ານ​ຈະ​ເຮັດ​ວຽກ​ງານ​ໂຄສະນາ​ເປັນ​ຢ່າງ​ດີ ​ແລະ ປາດ​ຖະໜາວ່າ ການ​ສົນທະນາ​ທາງ​ໂທລະພາບ​ໃນ​ມໍ່ໆ​ນີ້ ຈະ​ຊ່ວຍ​ເຮັດ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາປ່ຽນ​ແປງ​ທ່າ​ທີ. ​ເບິ່ງ​ຄື​ວ່າ ການ​ແຂ່ງຂັນ​​ໃນ​ຕອນ​ຕໍ່ໜ້າ​ຍັງ​ຄົງ​ປະສົບ​ຄວາມ​ຫຍຸ້ງຍາກ​ສຳລັບ ຜູ້​ສະໝັກ​ເລືອກ​ຕັ້ງທັງ 2 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ