ການເລືອກຕັ້ງປະນາທາທິບໍດີອີຢີບ -ໝາກຜົນທີ່ຍາກຈະຄາດຄະເນໄດ້ລ່ວງໜ້າ

 

ການເລືອກຕັ້ງປະນາທາທິບໍດີອີຢີບ -ໝາກຜົນທີ່ຍາກຈະຄາດຄະເນໄດ້ລ່ວງໜ້າ - ảnh 1
ບັນດາຜູ້ສະໜັບສະໜູນທ່ານ Mohamed Mursi ໄດ້ລົງຖະໜົນສະແດງກຳລັງໃຈຢູ່ Alexandria ເມື່ອ 22/5.
(ພາບ: AFP)


  ໃນວັນທີ 23 ແລະ 24/5, ຜູ້ມີສິດເລືອກຕັ້ງອີຢີບ ນັບລ້ານໆຄົນໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍ​ດີ​. ນີ້​​ແມ່ນ​ຄັ້ງທຳ​ອິດ​ທີ່​ປະຊາຊົນ​ອີ​ຢີບ​ ເຂົ້າຮ່ວມ​ການ​ເລືອກ​ຕັ້ງປະທານາທິບໍ​ດີ​​ໂດຍເສລີ ນັບ​ແຕ່​ອະດີດປະທານາທິບໍ​ດີ​ Hosni Mubarak ຖືກ​ໂຄ່ນ​ລົ້ມ​ໃນ​ການ​ລຸກ​ຮື້​ຂຶ້ນ​ລະດູບານ​ໃໝ່​ອາຣັບ ກ່ອນ​ນີ້ 15 ​ເດືອນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫາງ​ສຽງ​ຄາດ​ຄະ​ເນ​ວ່າ, ຜູ້​ອອກ​ສະໝັກ​ຮັບເລືອກ​ຕັ້ງ 12 ທ່ານ ລ້ວນ​ແຕ່​ຍາກ​ທີ່​ຈະ​ສາມາດ​ຍາດ​ໄດ້​ໄຊຊະນະ​ຢ່າງຂາດ​ຂັ້ນ​ໃນ​ຮອບ​ທີ 1..

  ວົງ​ການ​ນັກ​ໄຈ້ແຍກຖື​ວ່າ: ບໍ່​ອາດ​ປະຕິ​ເສດ​ວ່າ ການ​ເລືອກ​ຕັ້ງຄັ້ງນີ້ ມີ​ຄວາມ​ໝາຍ​ຕັດສິນ​ຊິ້ຂາດ​ຕໍ່​ອະ​ນະ​ຄົດ​ຂອງ​ອີ​ຢີບ. ທີ 1 ​ແມ່ນ, ຜູ້​ມີ​ສິດ​ເລືອກ​ຕັ້ງຈະ​ເລືອກ​ຕັ້ງປະທານາທິບໍ​ດີ​ທ່ານ 1 ​ໃຫ້​ແກ່​ປະ​ເທດ​ອາ​ຟຼິກກາ​ເໜືອ ພາຍຫຼັງ​ເວລາ 1 ປີ​ທີ່ປະທານາທິບໍ​ດີ​ Hosni Mubarak ຖືກ​ໂຄ່ນ​ລົ້ມ​. ທີ 2 ​ແມ່ນ, ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງຈະ​ສີ້​ນສຸດ​ໄລຍະ​ຂ້າ​ມຜ່ານ, ຊື່​ງ​ແມ່ນ​ການ​ກະທຳ​ຢຸດຕິ​ສິດ​ອຳນາດ​ຂອງ​ສະພາ​ການ​ທະ​ຫານ​ກຳ​ອຳນາດ ​ໂດຍ​ໄດ້​ຮັບ​ການ​ລໍ​ຄອຍ​ຈາກ​ທຸກໆ​ຝ່າຍ. ການເລືອກ​ຕັ້ງປະທານາທິບໍ​ດີ​ຄັ້ງນີ້ ຍັງ​ສະ​ແດງ​ໃຫ້​ເຫັນ​ວິວັດທະນາ​ການ​ປະຊາທິປະ​ໄຕ​ຢູ່​ອີ​ຢີບ ພວມ​ມີ​ບັນດາ​ບາດກ້າວ​ເດີນ​ທຳ​ອິດ. ນັບ​ແຕ່​ປີ 1952 ມາ​ຮອດ​ປະຈຸ​ບັນ, ອີ​ຢີບ ​ໄດ້​ຜ່ານການ​ນຳພາ​ຂອງປະທານາທິບໍ​ດີ​ 4 ສະ​ໄໝ​ແລ້ວ ​ແຕ່​ມີ​ພຽງ​ບັນດາ​ການ​ລົງ​ປະຊາ​ມະຕິ​ກ່ຽວກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້ນຳ​ລັດ​ເທົ່າ​ນັ້ນ. ​ໃນ​ການ​ເລືອກ​ຕັ້ງຄັ້ງນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງມີ​ໂອກາດ​ຄັດ​ເລືອກ​ການ​ນຳ​ຂອງ​ຕົນ ​ແລະ ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງມີ​ຄວາມສະ​​ເໝີ​ພາບພໍ​ສົມຄວນ ດ້ວຍ​ເລື່ອງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ກະຕຸກ​ຊຸກຍູ້​ພື້ນຖານ​ເສດຖະກິດ​ດ້ວຍ​ການ​ລົງທຶນ​ເຂົ້າບັນດາ​ຂະ​ແໜງ​ອຸດສາຫະກຳ, ພະລັງງານ, ກະສິກຳ ກໍ​ຄື​ຍູ້​ແຮ​ງ ບັນດາ​ໂຄງການ​ລຽບ​ຕາມຄອງ Suez ​ເພື່ອ​ດຶງ​ດູດ​ການສະໜັບ ສະໜູນຂອງ​ມະຫາຊົນ.

   ​ເຖິງ​ວ່າ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ສະດວກສະບາຍພໍ​ສົມຄວນກໍ່ຕາມ ​ແຕ່​ການ​ເລືອກ​ຕັ້ງປະທານາທິບໍ​ດີ​ຄັ້ງນີ້ ພັດ​ຍາກ​ທີ່​ຈະ​ເລືອກ​​​ໄດ້ການ​ນຳ​ຂອງ​ປະ​ເທດ​ຊາດ​​ໃນ​ການປ່ອນ​ບັດຮອບ​ທຳ​ອິດ. ໝາກຜົນ​​ໃນການ​ຢັ່ງຫາງ​ສຽງກ່ອນ​ການ​ເລືອກ​ຕັ້ງ​ໃຫ້​ເຫັນ​ວ່າ ມີ​ເຖິງ 37% ​ໃນ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງອີ​ຢີບ 50 ລ້ານ​ຄົນບໍ່​ທັນຕັດສິນ​ໃຈ​ຈະ​ປ່ອນ​ບັດ​ໃຫ້​ແກ່​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງທ່ານໃດ. ຕາມ​ຂໍ້​ໃຫ້​ສັງ​ເກດ​ຂອງ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ຈະ​ບໍ່​ມີ​ຜູ້​ອອກ​ສະຫມັກ​ຮັບ​ເລືອກ​ຕັ້ງທ່ານໃດ ​ໃນ​ຈຳນວນ 12 ທ່ານຍາດ​ໄດ້​ບັດ​ສະໜັບສະໜູນ​ຫຼາຍກ່ວາ 50% ​ເພື່ອ​ຍາດ​ໄດ້ໄຊຊະນະ​ໃນ​ຮອບ​ທີ 1 ຂອງ​ການ​ເລືອກ. ຖ້າ​ສິ່ງ​ດັ່ງກ່າວ​ເກີດ​ຂຶ້ນ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ ຍາດ​ໄດ້​ບັດສະໜັບສະໜູນ​ຫຼາຍ​ກ່ວາ​ໝູ່​ຈະ​ກ້າວ​ເຂົ້າສູ່​ຮອບ​ທີ 2 ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 16-17/6 ທີ່​ຈະ​ມາ​ເຖິງ.

   ​ໃນ​ບັນຊີ​ລາຍ​ຊື່ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ທີ່​ມີ​ແງ່ຫວັງດີກ້າວສູ່ຮອບ ທີ່ 2 ແມ່ນມີເຖິງ 4 ທ່ານ, ນັ້ນ​ແມ່ນ​ອະດີດ​ເລຂາທິການ​ໃຫຍ່​ສະຫະພັນ​ອາຣັບ ທ່ານ Amr Moussa, ອະດີ​ດນາຍົກລັດຖະມົນຕີ Ahmed Shafip, ອະດີດ​ສະມາຊິກ​ອົງການ“ອ້າຍ​ນ້ອງ​ມຸດ​ສະ​ລິ​ມ” ທ່ານ Abul Fotouh ​ແລະ ປະທານ​ພັກ​ເສລີ ​ແລະ ຍຸຕິ​ທຳ ທ່ານ Mohamed Mursi. ​ເມື່ອ​ສັງ​ເກດ​ຕີ​ລາຄາ​ກ່ຽວ​ກັບ​ບັນຊີ​ລາຍ​ຊື່​ດັ່ງ​ກ່າວ ​ແມ່ນ​ອາດ​ຈະ​ເຫັນ​ວ່າ ​ໃນ​ການ​ເລືອກ​ຕັ້ງ​ຄັງ​ນີ້, ຈະ​ເກີດ​ມີ​ການ​ແຂ່ງຂັນ​ລະຫວ່າງ ຝ່າຍ​ອິດສະລາມ ​ແລະຝ່າ​ຍສືບ​ທອດ ກໍ​ຄື​ບັນດາ​ບຸກຄົນ​ໃນ​ສະ​​ໄໝ ປະທານາທິບໍ​ດີ​ Hosni Mubarak. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ທ່ານ Diaa Rashwan ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ​ການ​ເມືອງ ​ແລະ ຍຸດ​ທະ​ສາດ AlAhram ມີ​ຂໍ້​ສັງ​ເກດ​ຢ່າ​ງຂາດ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ເຖິງ​ວ່າ​ຜູ້​ໃດ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ກໍ​ຕາມ, ສິດ​ອຳນາດ​ຍັງ​ບໍ່​ອາດ​ຂຶ້ນ​ກັບຝ່າຍ​ໃດ​ຝ່າ​ຍໜຶ່ງ.

   ​ໃນ​ຂະນະ​ທີ່​ຜົນ​ການ​ເລືອກ​ຕັ້ງ​ປະທານາທິບໍດີຍາກ​ທີ່​ຈະ​ທຳນາຍ​ໄດ້​ນັ້ນ, ຫາງ​ສຽງ​ກໍ​ເຫັນ​ໄດ້​ເຖິງ​ບັນດາ​ຄວາມ​ຫຍຸ້ງຍາກ​ທີ່​ ປະທານາທິບໍ​ດີ​ຄົນ​ໃໝ່​ຕ້ອງ​ປະ​ເຊີນ​ໜ້າ. ນັບ​ແຕ່​ທ່ານ Hosni Mubarak ຖືກ​ອອກ​ຈາກ​ຕ່ຳ​ແໜ່​ງ​ເປັນ​ເວລາ 15 ​ເດືອນ, ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ, ​ໃຊ້​ຄວາມ​ຮຸ່ນ​ແຮງ​ຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ ​ແລະ ພື້ນຖານ​​ເສດຖະກິດ​ໄດ້​ຊຸດ​ໂຊມ​ລົງ​ຢ່າງ​ເຫັນ​ໄດ້​ຊັດ, ອັນ​ໄດ້​ເຮັດ​ໃຫ້​ນັກ​ລົງທຶນ​ທໍ້ຖອຍ​ໃຈ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງການ​ແບ່ງ​ແຍກ ​ແລະ ​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາ​ຝ່າຍ​ໃນ​ໄລຍະ​ທີ່​ຜ່ານ​ມ​າ, ຊຶ່ງ​ໄດ້​ເຮັດ​ໃຫ້​ປະ​ເທດ​ນີ້​ຍັງ​ບໍ່​ອາດ​ມີ​ລັດຖະທຳ​ມະນູນ​ໃໝ່​ໄລຍະ​ຫຼັງ​ຂອງທ່ານ Hosni Mubarak.

ກ່ອນ​ນີ້​ກວ່າ 1 ປີ, ຊາວ​ອີ​ຢິບ​ນັລລ້ານ​ຄົນ​​ໄດ້​ລົງສູ່​ຖະໜົນ​ໂຄ່ນ​ລົ້ມ ປະທານາທິບໍ​ດີ​ Hosni Mubarak​ດ້ວຍ​ຄວາມ​ຫວັງ​ເປີດ​ໄລຍະ​ປະຊາທິປະ​ໄຕ, ສັນຕິພາບ ​ແລະ ພັດທະນາ. ປະຈຸ​ບັນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສາມາດ​ເລືອກ​ຕັ້ງ​ຜູ້ນຳ​ຂອງ​ປະ​ເທດ​ຊາດ, ​ແຕ່​ເບິ່ງ​ຄື​ວ່າ ນີ້​ກໍ​ແມ່ນ ການ​ເລືອກ​ຕັ້ງ​ທີ່​ຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ