ການເລືອກຕັ້ງຢູ່ຍີ່ປຸ່ນກ່ອນກຳນົດເວລາ: ແຜນການສຳຄັນຂອງທ່ານນາຍົກລັດຖະມົນຕີ Shinzo Abe

(VOVWORLD) -ວັນທີ 28 ກັນຍາ, ລັດຖະບານ ຍີ່ປຸ່ນ ໄດ້ຮັບຮອງເອົາມະຕິຍົກເລີກສະພາຕ່ຳ, ເປີດຊ່ອງທາງໃຫ້ການເລືອກຕັ້ງກ່ອນການກຳນົດເວລາທີ່ຄາດຄະເນວ່າຈະຈັດຂຶ້ນໃນວັນທີ 20 ຕຸລາ ຈະມາເຖິງ. ຄຳຕັດສິນຍົກເລີກສະພາຕ່ຳໄດ້ຮັບຖືວ່າແມ່ນປັດໄຈສະດວກຊ່ວຍໃຫ້ທ່ານນາຍົກລັດຖະມົນຕີ Shinzo Abe ຊະນະໃນການເລືອກຕັ້ງນາຍົກລັດຖະມົນຕີ ອາຍຸການຈະມາເຖິງ ເພື່ອສືບຕໍ່ນຳພາປະເທດ ຍີ່ປຸ່ນ ແກ້ໄຂບັນດາຄວາມຫຍຸ້ງຍາກປະຈຸບັນ. ເຖິງຢ່າງໃດກໍຕາມ, ລັດຖະບານໃຫມ່ ພາຍຫລັງການເລືອກຕັ້ງຢູ່ ຍີ່ປຸ່ນ ຈະປະເຊີນຫນ້າກັບບັນດາສິ່ງທ້າທາຍບໍ່ແມ່ນຫນ້ອຍ, ນັບແຕ່ດ້ານການເມືອງ, ເສດຖະກິດ ຕະຫລອດຮອດບັນດາບັນຫາສັງຄົມ.
ການເລືອກຕັ້ງຢູ່ຍີ່ປຸ່ນກ່ອນກຳນົດເວລາ: ແຜນການສຳຄັນຂອງທ່ານນາຍົກລັດຖະມົນຕີ Shinzo Abe - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe

ຄຳຮຽກຮ້ອງດຳເນີນການເລືອກຕັ້ງກ່ອນກຳນົດເວລາ ຊື່ງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຍົກອອກມາແຕ່ວັນທີ 25 ກັນຍາ. ທ່ານນາຍົກລັດຖະມົນຕີ Shinzo Abe ເນັ້ນຫນັກຢ່າງແຮງວ່າ ຄຳຕັດສິນດັ່ງກ່າວຂອງທ່ານ Shinzo Abe ຈະບໍ່ເຮັດໃຫ້ລັດຖະບານ ຍີ່ປຸ່ນ ເມີນເສີຍເລື່ອງປະເຊີນຫນ້າກັບບັນດາໄພນາບຂູ່ຈາກ ສປປ ເກົາຫລີ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີກຳລັງດັນ ຖ້າຫາກ ພຽງຢາງ ບໍ່ຢຸດຕິໂຄງການພັດທະນາອາວຸດນິວເຄຼຍ ແລະ ລູກສອນໄຟຂອງຕົນ.

        ຍາດແຍ່ງທ່າໄດ້ປຽບ

ອາດຈະຢືນຢັນໄດ້ວ່າ ເລື່ອງຍຸບເລີກສະພາຕ່ຳ ເພື່ອຈັດການເລືອກຕັ້ງທົ່ວປະກ່ອນກຳນົດເວລາ ຂອງທ່ານນາຍົກລັດຖະມົນຕີ Abe ແມ່ນການກະທຳທີ່ສະຫລາດສະຫລຽວໃນສະພາວະ ອັດຕາບັດໄວ້ວາງໃຈຂອງລັດຖະບານ ພວມເພີ່ມຂຶ້ນສູງ ແລະ ບັນດາພັກຝ່າຍຄ້ານຢູ່ຍີ່ປຸ່ນ ພວມຂາດສະຖຽນລະພາບ. ຕາມໝາກຜົນຂອງການສຳຫລວດ ໂດຍ ຫນັງສືພິມການຄ້າລາຍວັນ Nikkei ຂອງຍີ່ປຸ່ນ ໄດ້ປະກາດທ້າຍອາທິດຜ່ານມາ, ຖ້າຫາກການເລືອກຕັ້ງທົ່ວປະເທດ ດຳເນີນໃນຈຸດເວລາປະຈຸບັນ ຈະມີ 44% ຜູ້ມີສິດເລືອກຕັ້ງສະຫນັບສະຫນູນ ພັກປະຊາທິປະໄຕເສລີ (LDP) ຂອງທ່ານ Abe ໃນຂະນະນັ້ນ ພັກຝ່າຍຄ້ານປະຊາທິປະໄຕ ພຽງໄດ້ຮັບ 8%. ນີ້ແມ່ນອັດຕາສ່ວນເປັນຫນ້າປະທັບໃຈຂອງ LDP ກ່ອນຫນ້ານັ້ນ 2 ເດືອນ, ອັດຕາບັດໄວ້ວາງໃຈຂອງທ່ານ Abe ໄດ້ຫລຸດລົງຕຳ່ກວ່າ 30% ຍ້ອນເຫດການກ່ຽວຂ້ອງເຖິງເລື່ອງກ່າວຫາທ່ານ Abe  ແຊກແຊງເພື່ອຊ່ວຍເພື່ອນຜູ້ຫນຶ່ງ ສ້າງຕັ້ງພະແນກໃຫມ່ໃນມະຫາວິທະຍາໄລແຫ່ງຫນຶ່ງ. ແຕ່ເຖິງຢ່າງໃດກໍຕາມ ລະດັບຄວາມໄວ້ວາງໃຈຂອງທ່ານ Abe ໄດ້ຮັບການປັບປຸງຢ່າງວ່ອງໄວຍ້ອນການປະຕິຮູບຄະນະລັດຖະບານ ເມື່ອເດືອນ ສິງຫາ ແລະ ບັນດາການປະຕິກິລິຍາຕໍ່ບັນດາເຫດທົງລອງລູກສອນໄຟ ແລະ ນິວເຄຼຍ ຂອງ ສປປ ເກົາຫລີ. ນອກນັ້ນ ການເຕີບໂຕດ້ານເສດຖະກິດຂອງ ຍີ່ປຸ່ນ ກໍ່ໄດ້ຊ່ວຍເພີ່ມລະດັບຄວາມໄວ້ວາງໃຈໃຫ້ທ່ານ Abe ໃນຈຸດເວລານີ້. ຕາມຂໍ້ມູນຫລ້າສຸດ, GDP ຂອງຍີ່ປຸ່ນ ເພີ່ມຂຶ້ນຢູ່ໃນລະດັບ 2,5% ນັບແຕ່ເດືອນ 3 ຮອດເດືອນ 6 ຜ່ານມາ. ອັດຕາສ່ວນນີ້ສູງກວ່າຫລາຍພໍສົມຄວນເມື່ອທຽບໃສ່ການຄາດຄະເນຂອງວົງການນັກໄຈ້ແຍກ ແລະ ສິ່ງນັ້ນໝາຍຄວາມວ່າ ຍີ່ປຸ່ນ ໄດ້ບັນລຸການເຕີບໂຕໃນ 6 ໄຕມາດຢ່າງລຽນຕິດ. ໃນຂະນະນັ້ນ ພັກປະຊາທິປະໄຕຝ່າຍຄ້ານ ພັດປະເຊີນຫນ້າກັບສະພາບຂາດສະຖຽນລະພາບ ຍ້ອນອັດຕາສ່ວນບັດໄວ້ວາງໃຈຕ່ຳ ແລະ ບັນດາສະມາຊິກອອກຈາກຖັນແຖວ.

ສິ່ງທ້າທາຍພວມລໍຖ້າ

        ເຖິງແມ່ນວ່າ ພັກໃດຊະນະໃນການເລືອກຕັ້ງກໍຕາມ, ແຕ່ ຍີ່ປຸ່ນ ຍັງຄົງປະເຊີນຫນ້າກັບສິ່ງທ້າທາຍໃຫຍ່ຈຳນວນຫນຶ່ງ. ທີຫນຶ່ງແມ່ນຈຳນວນພົນລະເມືອງມີອາຍຸສູງກວມສ່ວນຫລາຍ. ນີ້ໄດ້ຮັບຖືວ່າແມ່ນບັນຫາຈຳເປັນປະຈຸບັນ, ສົ່ງຜົນສະທ້ອນໂດຍກົງເຖິງທຸກຂົງເຂດຂອງ ຍີ່ປຸ່ນ, ນັບແຕ່ດ້ານເສດຖະກິດ ຕະຫລອດຮອດສັງຄົມ. ທ່ານນາຍົກລັດຖະມົນຕີ Abe ເຄີຍເວົ້າເຖິງຫນຶ່ງໃນບັນດາວິກິດການແຫ່ງຊາດຂອງ ຍີ່ປຸ່ນ ນັ້ນແມ່ນ ພົນລະເມືອງມີອາຍຸສູງກວມສ່ວນຫລາຍ ແລະ ຖືກຫລຸດລົງຢ່າງແຮງ. ສິ່ງດັ່ງກ່າວກໍເຮັດໃຫ້ ຍີ່ປຸ່ນ ຂາດແຄນຄົນງານ. ບົດລາຍງານດ້ານເສດຖະກິດ ແລະ ປີ ການເງິນ 2017 ໂດຍລັດຖະບານ ຍີ່ປຸ່ນ ປະກາດຊີ້ໃຫ້ເຫັນວ່າ ສະພາບຂາດແຄນຄົນງານ ແມ່ນຫນຶ່ງໃນບັນດາຂໍ້ຈຳກັດຕົ້ນຕໍ ຊື່ງປະເທດນີ້ ຕ້ອງແກ້ໄຂ ຖ້າຫາກຢາກບັນລຸຄາດໝາຍເຕີບໂຕຢ່າງສະຖຽນລະພາບ, ພ້ອມທັງ ສ້າງກາລະໂອກາດຍົກສູງສະມັດຕະພາບແຮງງານ ແລະ ລົບລ້າງສະພາບເງິນຟືດ. ຕາມການສະຖິຕິແລ້ວ, ຍີ່ປຸ່ນ ພວມກາຍເປັນປະເທດມີຈຳນວນພົນລະເມືອງອາຍຸສູງຫລາຍກວ່າໝູ່ເມື່ອທຽບໃສ່ບັນດາປະເທດໃນໂລກ ດ້ວຍຜູ້ມີອາຍຸ ແຕ່ 65 ປີຂຶ້ນໄປແມ່ນກວມເອົາ 28% ຈຳນວນພົນລະເມືອງ.

        ສິ່ງທ້າທາຍທີສອງ ແມ່ນຫນີ້ສາທາລະນະເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ສະພາບຫນີ້ສາທາລະນະຂອງລັດຖະບານ ຍີ່ປຸ່ນ ໄດ້ເພີ່ມຂຶ້ນໃນລະດັບສະຖິຕິ ແລະ ບັນລຸລະດັບກວ່າ 1 ລ້ານ ເຢັນ (ທຽບເທົ່າ 9.400 ຕື້ USD) ໃນປີການເງິນ 2016 ຊື່ງສິ້ນສຸດໃນເດືອນ 3 ຜ່ານມາ. ສິ່ງດັ່ງກ່າວກໍ່ສ່ອງແສງເຖິງລາຍຈ່າຍໃຫ້ການຮັບປະກັນຊີວິດສັງຄົມຂອງ ຍີ່ປຸ່ນ ນັບມື້ນັບເພີ່ມຂຶ້ນ ໃນສະພາບການສັງຄົມ ຍີ່ປຸ່ນ ນັບມື້ນັບມີຈຳນວນຜູ້ອາຍຸສູງເພີ່ມຂຶ້ນ. ບັນດາຜູ້ຊ່ຽວດ້ານເສດຖະກິດ ປະເທດນີ້ ໄດ້ກ່າວເຕືອນ ຍີ່ປຸ່ນ ຢ່າງລຽນຕິດວ່າ ຄວນຮັດແຄບຂອບຂະຫນາດຫນີ້ສາທາລະນະໂດຍໄວ ຖ້າບໍ່ດັ່ງນັ້ນ ຈະເກີດວິກິດການສຳລັບພື້ນຖານເສດຖະກິດປະເທດນີ້.

        ທີສາມ ແມ່ນລະດັບການເຕີບໂຕເສດຖະກິດຊັກຊ້າ. ເສດຖະກິດຂອງຍີ່ປຸ່ນ ໃນ 6 ໄຕມາດມໍ່ໆມານີ້ ຍັງຄົງຮັກສາລະດັບເຕີບໂຕຢ່າງລຽນຕິດ. ນີ້ແມ່ນໝາກຜົນດີທີ່ສຸດໃນເກືອບ 10 ປີຜ່ານມາ. ເຖິງຢ່າງໃດກໍຕາມ ລະດັບການເຕີບໂຕນີ້ແມ່ນຕ່ຳກວ່າເມື່ອທຽບໃສ່ບັນດາປະເທດຄູ່ແຂ່ງໃນພາກພື້ນ ອາຊີ. ເປັນຫນ້າສົນໃຈ ບົດລາຍງານກຳລັງຄວາມສາມາດແກ້ງແຍ້ງທົ່ວໂລກ ໄລຍະ 2017-2018 ໂດຍ ເວທີປາໄສເສດຖະກິດ ໂລກ WEF ປະກາດເມື່ອວັນທີ 27 ກັນຍາ ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດ ຍີ່ປຸ່ນ ໄດ້ຫລຸດລົງຂັ້ນຫນຶ່ງ ແມ່ນອັນດັບ 9 , ໃນຂະນະທີ່ ພື້ນຖານເສດຖະກິດຈຳນວນຫນຶ່ງໃນພາກພື້ນ ອາຊີ ປາຊີຟີກ ເພີ່ມອັນດັບຂຶ້ນ. ເລື່ອງ ຍີ່ປຸ່ນ ຖືກຫລຸດອັນດັບນັ້ນ ພາກສ່ວນຫນຶ່ງແມ່ນຍ້ອນບ້ວງຫນີ້ສາທາລະນະຫລາຍເກີນໄປ, ສະພາບເງິນຟືດຍັງຄົງແກ່ຍາວ ແລະ ຕະຫລາດແຮງງານຂາດຄວາມໄຫວພິບ, ໂດຍບໍ່ຫົວຊາຕໍ່ເລື່ອງຄຸນນະພາບພື້ນຖານໂຄງລ່າງ ແລະ ລະດັບການສຶກສາຂອງກຳລັງຄົນງານຢູ່ປະເທດນີ້ ລ້ວນແຕ່ຢູ່ໃນລະດັບສູງ.

ຄຳຕັດສິນຍຸບເລີກສະພາຕ່ຳ, ດຳເນີນການເລືອກຕັ້ງໄວກວ່າ 1 ປີ ເມື່ອທຽບໃສ່ການກຳນົດເວລາ ນັ້ນແມ່ນຄວາມມານະພະຍາຍາມຂອງທ່ານນາຍົກລັດຖະມົນຕີ Shinzo Abe  ດ້ວຍຄວາມປາດຖະຫນາຢາກປັບປຸງສະຖຽນລະພາບຂອງລັດຖະບານ ເພື່ອສຳເລັດບັນດາຄາດໝາຍຢູ່ພາຍໃນ ແລະ ການຕ່າງປະເທດ ຊື່ງທ່ານໄດ້ວາງອອກ ນັບແຕ່ເມືອ່ທ່ານກັບຄືນກຳອຳນາດ. ເຖິງວ່າ ເສັ້ນທາງໃນພາຍພາກຫນ້າຍັງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ. 

ຕອບກັບ

ຂ່າວ/ບົດ​ອື່ນ