ການເລືອກຕັ້ງຢ່າງມີປະຊາທິປະໄຕ, ລະບຽບວິໄນ, ຖືກຕ້ອງຕາມກົດໝາຍ

ຫວ່າງ​ແລ້ວນີ້, ໝາກ​ຜົນ​ສຸດ​ທ້າຍ​ຂອງການ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021 ຫາ​ກໍ​ຖືກ​ປະ​ກາດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ​ຮັບ​ຊາບ​ຢ່າງ​ທົ່ວ​ເຖິງ​ໃນ​ຕອນ​ບ່າຍ​ວັນ​ທີ 9/6. ປະ​ຊາ​ທິ​ປະ​ໄຕ, ລະ​ບຽບ​ວິ​ໄນ, ຖືກ​ຕ້ອງ​ຕາມ​ກົດ​ໝາຍແມ່ນ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

 

ການເລືອກຕັ້ງຢ່າງມີປະຊາທິປະໄຕ, ລະບຽບວິໄນ, ຖືກຕ້ອງຕາມກົດໝາຍ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງີນ ​ປະ​ຕິ​ບັດ​ສິດ ແລະ ພັນ​ທະ​ພົນ​ລະ​ເມືອງ​ຂອງ​ຕົນ

      ກ່ອ​ນ​ທີ່ຈະ​ດຳ​ເນີນ​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງ​​ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງີນ ໄດ້​ຢື​ນ​ຢັນ​ໃນ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 6 ຂອງ ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດເມື່ອ​ວັນ​ທີ 8/6 ວ່າ ການ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021 ໄດ້​ບັນ​ລຸ​ໝາກ​ຜົນ​ອັນ​ຈົບ​ງາມ​ໃນ​ທຸກ​ດ້ານ.

    ຈິດ​ໃຈ​ຮັບ​ຜິດ​ຊອບ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງຕິດ​ພັນ​ກັບ​ພື້ນ​ຖານ​ການ​ເມືອງ​ທີ່​ມີ​ສະ​ຖຽນ​ລະ​ພາບ

    ຕາມ​ບົດ​ລາຍ​ງານ​ຂອງສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, 99,35% ຂອງ​ຈຳ​ນວນຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ທີ 22/5, ໃນ​ນັ້ນ ມີ​ບັນ​ດາ​ທ້ອງ​ຖິ່ນ ຜູ້​ມີ​ສິດ​ເລືອກ​ຕັ້ງ​ເກືອ​ບທັງ​ໝົດເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເຊັ່ນ: ເທື່ອ​ທຽນ​ເຫ້ວ, ອຽນ​ບ້າຍ, ກວ່າງ​ນາມ, ບີງ​ຖ້ວນ, ລາຍ​ເຈົາ, ຈາ​ວິງ, ກອມ​ຕຸມ​, ເບັ້ນ​ແຈ, ເຫົ້າ​ຢາງ… ທ່ານ​ຊູ​ຊານ​ໂຕ ຊາວ​ອິນ​ໂດ​ເນ​ເຊຍ ໄດ້​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ​ເປັນ​ເວ​ລາຫຼາຍ​ປີ​ແລ້ວ ໃຫ້​ຂໍ້​ສັງ​ເກດ​ວ່າ : 

    “ຂ້າ​ພະ​ເຈົ້າຖື​ວ່າ ອັດ​ຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ໃນ​ເວ​ລາ​ທີ່​ຜ່ານ​ມາ ແມ່ນ​ສູງ​ທີ່​ສຸດ. ໂດຍ​ໄດ້​ສັງ​ເກດ​ການ​ເລືອກ​ຕັ້ງຜ່ານຫຼາຍຄັ້ງ, ຂ້​າ​ພະ​ເຈົ້າ​ເຫັນ​ວ່າ ອັດ​ຕາ​ສ່ວນນີ້​ເຄີຍ​ສູງກວ່າ 95%. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຢູ່​ຫວຽດ​ນາມ ເລື່ອງນີ້​ແມ່ນ​ທຳ​ມະ​ດາ, ແຕ່​ເມື​່ອ​ສົມ​ທຽບ​ກັບ​ປະ​ເທດ​ອື່ນໆ ແມ່ນ​ສູງ​ທີ່​ສຸດ. ອັດ​ຕາ​ສ່ວນນີ້ ໄດ້​ສ່ອງ​ແສງ​ສະ​ຕິ​ຕື່ນ​ຕົວ​ທາງ​ດ້ານ​ການ​ເມືອງ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ລັດ​ຂອງ​ຕົນ. ເຂົາ​ເຈົ້າ​ຖື​ວ່າ ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ແມ່ນ​ການ​ປະ​ຕິ​ບັດ​ສິດ​ຜົນ​ປະ​ໂຫຍດ ແລະ ພັນ​ທະ​ທີີ່​ມີ​ຕໍ່​ລັດ​ຂອງ​ຕົນ  ”

    ອັດ​ຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​​ສູງ​ທີ່​ສຸດ ແມ່ນ​ສິ່ງ​ທີ່ບໍ່​ແມ່ນ​​ປະ​ເທດ​ໃດ​ໃນ​ໂລກ​ກໍສາ​ມາດ​ປະ​ຕິ​ບັດ​ໄດ້ ຖ້າ​ຫາກວ່າ ບໍ່​ມີ​ພື້ນ​ຖານ​ການ​ເມືອງ​ມີ​ສະ​ຖຽນ​ລະ​ພາບ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງມີ​ຈິດ​ໃຈ​ຮັບ​ຜິດ​ຊອບ​ສູງ. ທ່ານ ຫງວຽນ​ກ໋ວກ​ເທືອກ ອະ​ດີດ ສ.ສ.ຊ ຫວຽດ​ນາມ​ຊຸດ​ທີ 8,9,10 ຖື​ວ່າ ການ​ເລືອກ​ຕັ້ງໄດ້​ຮັບ​ໄຊ​ຊະ​ນະ​ໃນ​ສະ​ພາ​ວະ​ຄວາ​ມ​ໝັ້ນ​ຄົງ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ. ທ່ານ ຫງວຽນ​ກ໋ວກ​ເທືອກ ກ່າວ​ວ່າ :

    “ ໃນສະ​ພາບການ​ທີ່​ກຸ່ມ​ຄົນ​ທີ່ບໍ່​ດີ​ຍຸ​ຍົງ​ສົ່ງ​ເສີມ ກໍ່​ຄວາມ​ວຸ່ນ​ວາຍ, ແຕ່​ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ຢ່າງ​ມີ​ໄຊ. ຈາກ​ຄວາມ​ຈິງ​ດັ່ງ​ກ່າວ, ພວກ​ເຮົາ​ສາ​ມາດ​ສະຫຼຸບ​ໄດ້​ວ່າ ບໍ່​ວ່າ​ເຫດ​ການ​ໃດ​ທີ່​ປະ​ຊາ​ຊົນ​ມີ​ຄວາມ​ສົນ​ໃຈ ແລ​ະ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ແລະ ລັດ​ນັ້ນ, ບໍ່​ວ່າ​ອິດ​ທິ​ກຳ​ລັງ​ໃດໆ​ຫວັງ​ມ້າງ​ເພ​ທຳ​ລາຍ ກໍບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້. ບັນ​ຫາ​ຕັດ​ສິນ​ຍັງ​ຄົງ​ແມ່ນ​ປະ​ຊາ​ຊົນ ແລະ ຂ້າ​ພະ​ເຈົ້າຄິດ​ວ່າ ນີ້​ແມ່ນ​ໄຊ​ຊະ​ນະ​ຂອງ​ການ​ເລືອກ​ຕັ້ງ.  ”

      ປະ​ຖົມ​ປັດ​ໄຈ​ເພື່ອ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

       ຕາມ​ການ​ປະ​ກາດ​ຂອງສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ໄດ້​ມີ​ຜູ້​ແທນ 496 ຄົນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ຜູ້​ແທນ​ເກືອບ 4000 ຄົນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນແຂວງ, ຜູ້​ແທນ​ກວ່າ 315.000 ຄົນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນຕາ​ແສງ​. ທ່ານ​ເລ​ມິນ​ທົ່ງ ຮອງ​ປະ​ທານ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຖື​ວ່າໝາ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ໄດ້​ສ່ອງ​ແສງ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ. ທ່ານ​ເລ​ມິນ​ທົ່ງ ຮອງ​ປະ​ທານ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ກ່າວ​ວ່າ : 

    “ ສິ່ງ​ທີ່​ພວກ​ເຮົາ​ຢັ້ງ​ຢືນ ກ່ອນ​ອື່ນ​ໝົດ​ແມ່ນ​ພວກ​ເຮົາ​ໄດ້​ເຄົາ​ລົບ​ເຈດ​ຈຳ​ນົງ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ. ຜູ້​ມີ​ສິດ​ເລືອກ​ຕັ້ງໄດ້​ເລືອກ​ເຟັ້ນ ແລະ ພວກ​ເຮົາ​ໄດ້​ເຄົາ​ລົບ​ໝາກ​ຜົນ​ນີ້.  ຂະ​ນ​ະ​ທີ່​ສະ​ຕິ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ສູງ, ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ຖືກ​ຍົກ​ສູງຂຶ້ນນັ້ນ, ການ​ທີ່​ປະ​ຊາ​ຊົນ​ບໍ່​ໄວ້​ວາງ​ໃຈ​ຜູ້​ໃດ​ຜູ້​ໜຶ່ງໃນ​ຈຳ​ນວນ​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງນັ້ນ ກໍ​ແມ່ນ​ເລື່ອງ​ທຳ​ມະ​ດາ. ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລະ​ດັບ​ພັດ​ທະ​ນາ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ​ແມ່ນ​ດີ​ພໍ​ສົມ​ຄວນ​ແລ້ວ ”

    ໝາກ​ຜົນ​ການ​ເລືອກ​ຕັ້ງ​ໄດ້​ຮັບ​ປະ​ກັນ​ໂດຍ​ພື້ນ​ຖານ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບັນ​ດາ​ອົງ​ການ​ຕົວ​ແທນ​ປະ​ຊາ​ຊົນ​ຄື ພາກ​ສ່ວນ, ໂຄງ​ປະ​ກອບ​ ສ.ສ.ຊ , ອັດ​ຕາ ສ.ສ.ຊ ເປັນ​ແມ່​ຍິງ, ຊາວ​ເຜົ່າ​ສ່ວນ​ໜ້ອຍ. ໝາກ​ຜົນ​ນີ້​ຈະ​ເປັນ​ພື້ນ​ຖານ​ປະ​ກອບ​ສ່ວນ​ສ້າງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຕົວ​ແທນ​ທີ່​ມີ​ຄວາມ​ສາ​ມາດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຖືກ​ຕ້ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ຕອບ​ສະ​ໜອງ​ກິດ​ຈະ​ການ​ສ້າງ​ສາ ແລະ ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ທ່າ​ອຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ