ການເລືອກຕັ້ງສະພາສູງຍີປຸ່ນ - ກາລະໂອກາດໃຫຍ່ໃຫ້ແກ່ພັກປະຊາທິປະໄຕເສລີ

ການເລືອກຕັ້ງສະພາສູງຍີປຸ່ນ - ກາລະໂອກາດໃຫຍ່ໃຫ້ແກ່ພັກປະຊາທິປະໄຕເສລີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe
(ພາບ: AFP)

     ທ້າ​ຍອາທິດ​ນີ້, ຄື​ໃນ​ວັນ​ທີ 21/7, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຍີປຸ່ນຈະ​ໄປ​ປ່ອນ​ບັດ​ເພື່ອ​ເລືອກ​ຕັ້ງ​ສະພາ​ສູງ. ນີ້​ແມ່ນ​ເຫດການ​ທີ່​ສຳຄັນ​ບົນ​ເວ​ທີ່​ການ​ເມືອງ ຍີປຸ່ນ, ທັງແມ່ນໂອກາດໃຫຍ່ເພື່ອໃຫ້ ພັກປະຊາທິປະໄຕ ເສລີ LDP  ກຳ​ອຳນາດ​ສາມາດ​ຍາດ​ໄດ້​ທ່າ​ດີ​​ໃນ ສະພາ​ສູງ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ພາຍຫຼັງ​ຂຶ້ນ​ກຳ​ອຳນາດ​ເປັນ​ເວລາ​ປີ​ເຄິ່ງ.

    ຕາມ​ລັດຖະທຳ​ມະນູນ​ແລ້ວ, ອາຍຸ​ການ​ຂອງສະພາ​ສູງຍີປຸ່ນ​ແກ່ຍາວ​ເປັນ​ເວລາ 6 ປີ ​ແລະ ຜ່ານ 3 ປີ​ແມ່ນ​ຕ້ອງດຳ​ເນີນ​ການເລືອກ​ຕັ້ງ​ເຄິ່ງໜຶ່ງ​ໃນ​ຈຳນວນ​ທີ່​ນັ່ງ​ສະມາ​ຊິກສະພາ​ສູງຄືນ​ໃໝ່. ​ເຂົ້າ​ຮ່ວມ​ການຫາ​ສຽງ​ເລືອກ​ຕັ້ງ​ຢ່າງ​ດຸ​ເດືອດ​ໃນ​ປີ​ນີ້ ມີ​ຜູ້​ສະໝັກ​ເລືອກ​ຕັ້ງ​ປະມານ 430 ຄົນ ​ເພື່ອແຂ່ງຂັນ​ເຂົ້າ 121 ທີ່ນັ່ງ. ປະຈຸ​ບັນ, ພັກປະຊາທິປະໄຕເສລີ LDP  ກຳ​ອຳນາດ ​ແລະ ຄູ່​ຮ່ວມ​ມື​ໃນ​ສຳພັນ​ທະ​ມິດ​ແມ່ນ​ພັກ​ກະຈ່າງ​​ແຈ້ງ​ໃໝ່ NKP ​ໄດ້​ມີ 59 ທີ່​ນັ່ງ​ໂດຍ​ບໍ່​ຕ້ອງ​ເລືອກ​ຕັ້ງ​ຄືນ​ໃໝ່. ​ແຕ່ ພັກປະຊາທິປະໄຕເສລີ LDP ຄວນ​ຍາດ​ທີ່​ນັ່ງ​ຕື່ມ​ອີກ​ໃນ ການ​ເລືອກ​ຕັ້ງ​ເພື່ອ​ສ້າງ​ປັບປຸງ​ສິດ​ອຳນາດ​ຂອງ​ຕົນ. ສາຍ​ເຫດ​ແມ່ນ​ຍ້ອນ​ວ່າ : ​ໂດຍ​ແຕກ​ຕ່າງ​ກັບ​ສະພາ​ຕ່ຳ​ຊຶ່ງ​ແມ່ນ​ບ່ອນ​ທີ່ ພັກປະຊາທິປະໄຕເສລີ LDP  ກຳ​ອຳນາດມີ​ທີ່​ນັ່ງຫຼາຍ​ກ່ວາ​ຢ່າງ​ຂາດ​ຂັ້ນ​ນັ້ນ, ​ແຕ່ LDP  ພັດ​ບໍ່​ສາມາດ​ຄວບ​ຄຸມ ສະພາ​ສູງ​ໄດ້. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ອຳນາດ​ການ​ປົກຄອງ​ຂອງ​ນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ໜ້ອຍ​ໃນ​ການ​ສົ່ງ​ເສີມ​ໂຄງການ​ດຳ​ເນີ​ນງານ​ໃນ​ສະພາ​ແຫ່ງ​ຊາດ. ປີ 2007, ​ເລື່ອງ LDP ປະ​ລາໄຊ​ໃນ​ການ​ເລືອກ​ຕັ້ງສະພາ​ສູງ​ໄດ້​ເຮັດ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

    ​ເພາະສະ​ນັ້ນ, ຄວາມ​ຕັດສິນ​ໃຈ​ຍາດ​ເອົ​າ​ໄຊຊະນະ​ຢູ່​ໃນສະພາ​ສູງ​ໄດ້​ຖືກ LDP ຫັນ​ເປັນ​ບັນດາການ​ກະທຳ​ໂດຍ​ລະອຽດ. ກ່ອນ​ອື່ນ​ໝົດ, LDP  ​ໄດ້​ຍົກ​ອອກ​ໂຄງການ​ເຄື່ອນ​ໄຫວ​ຫາ​ສຽງ​ເລືອກ​ຕັ້ງ​ທີ່​ຈະ​ແຈ້ງດ້ວຍ​ບັນດາ​ຈຸດໝາຍ​ລະອຽດ ​ເພື່ອ​ຕອບ​ສະໜອງ​ດ້ານ​ຈິດ​ຕະຂອງຜູ້​ມີ​ສິດ​ເລືອກ​ຕັ້ງ. ພັກປະຊາທິປະໄຕເສລີ LDP  ກຳ​ອຳນາດ​ໃຫ້​ຄຳ​ໝັ້ນ​ສັນຍາ​ບັນລຸ​ຈຸດໝາຍ​ເຕີບ​ໂຕ​ເສດຖະກິດ​ສະ​ເລຍ 2% ​ແລະ ​ເພີ່ມລາຍ​ຮັບ​ຂອງ​ຊາວ​ກະ​ສີກ​ອນ ​ຂຶ້ນ​ທົບ 2 ​ເທົ​່າ​​ໃນ​ຮອບ​ເວລາ 10 ປີທີ່​ຈະ​ມາ​ເຖິງ. LDP ຍັງໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ບັນດາ​ຂໍ້​ສະ​ເໜີ​ປັບປຸງ​ລັດຖະທຳ​ມະນູນ ຊຶ່ງ​ລວມທັງ​ການ​ພິຈາລະນາ​ມາດ​ຕາ 96 ຄືນ​ໃໝ່ ​ແນ​ໃສ່​ໂຍະຍານ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລັດຖະທຳ​ມະນູນ ກໍ​ຄື​ຄວາມ​ມານະ​ພະຍາຍາມ​ສູງ​ສຸດ​ເພື່ອ​ຍາດ​ແຍ່ງ​ການ​ສະໜັບສະໜູນ​ຈາກ​ມະຫາຊົນ​ເພື່ອ​ນຳ​ບັນດາ​ໂຮງງານ​ໄຟຟ້າ​ນິວ​ເຄຼຍກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ​ຄືນ​ໃໝ່​ພາຍຫຼັງ​ທີ່​ມີ​ການ​ຢັ້ງຢືນ​ຄວາມ​ປອດ​ໄພ. ​ໃນ​ຂະນະ​ທີ່​ໄດ້​ວາງ​ຈຸດໝາຍ​ປະກາດ​ໃຊ້​ກົດໝາຍ​ເພີ່ມ​ທະວີ​ຄວາມ​ສາມາດ​ແກ່ງ​ແຍ້​ງດ້ານ​ອຸດສາຫະກຳ​ຂອງຍີປຸ່ນ, ພັກ​ການ​ເມືອງ​ໂດຍ​ທ່ານ ​ນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ນຳພາ​ກໍໃຫ້​ຄຳ​ໝັ້ນ​ສັນຍາຫຼຸດຜ່ອນພາສີ ​ອາກອນລົງທຶນ​ຂອງ​ວິ​ສາ​ຫະກິດ, ຢືນຢັນ​ການ​ຍຶດໝັ້ນ​ຈຸດໝາຍ​ບັນລຸ​ສ່ວນ​ເກີນ​ໃນ​ກາ​ນດຸນ​ດຽງ​ການ​ເງິນ​ລະຫວ່າງ​ບັນດາ​ອຳນາດ​ການ​ປົກຄອງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ແຕ່​ນີ້​ຮອດ​ປີ 2020. ທາງ​ດ້ານ​ການ​ພົວພັນ​ຕ່າງປະ​ເທດ, LDP  ​ໃຫ້​ຮູ້​ວ່າ ຈະ​ຊຸກຍູ້​ແຜນການ​ຍົກຍ້າຍ​ຖານ​ທັບ​ອາກາດ Futenma ຂອງ​ທະຫານ​ເຮືອນ​ຍົກ​ພົນ​ຂຶ້ນ​ບົກ​ແຫ່ງ​ອາ​ເມ​ລິກາ​ໄປ​ຍັງ​ເຂດ​ທີ່​ມີ​ຊາວ​ທ້ອງ​ຖິ່ນ​ໜ້ອຍ​ກ່ວາ. LDP ຍັງໃຫ້​ຄຳ​ໝັ້ນ​ສັນຍາຈະ​ຍຶດໝັ້ນ​ປະຕິບັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕ້ອງການ​ປົກ​ປັກ​ຮັກສາ​ໃນ​ການ​ເຈລະຈາ​ການ​ຄ້າ​ເສລີ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ TTP .

    ປັດ​ໃຈ​ອີກ​ອັນ​ໜຶ່ງ​​ໄດ້​ຮັບ​ຖື​ວ່າ​ແມ່ນ​ທ່າ​ໄດ້​ປຽບ​ຂອງ LDP ​ໃນ​ການ​ແຂ່ງ​ຂັນ​ເຂົ້າ​ສະພາ​ສູງ ກໍ​ແມ່ນ​ປະສິດທິ​ຜົນ​ການ​ບໍລິຫານ​ປະ​ເທດ​ຊາດ​ໃນ​ຕະຫຼອດ 7 ​ເດືອນ​​ແຫ່ງ​ການ​ກຳ​ອຳນາດທີ່​ຜ່ານ​ມາຂອງ​ທ່ານນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe. ນັ້ນ​ແມ່ນ​ບັນດາ​ການ​ຜັນ​ແປ​ຢ່າງ​ຕັ້ງໜ້າ​ໃນ​ຕະຫຼາດ​ຫຼັກຊັບ​ໂຕ​ກຽວ, ສະ​ກູນ​ເງິນ​ເຢັນ​ໄດ້​ອ່ອນ​ຕົວ​ລົງ​ພາຍຫຼັງ​ບັນດາ​ການ​ກະທຳ​ໂຍະຍານ​ເງິນຕາ​ຂອງ​ທະນາຄານ​ຍີ​ປຸ່ນ BOJ ​ແລະ ບັນດາ​ບ້ວງ​ລາຍ​ຈາ​ຍກ້ອນ​ໃຫຍ່​ໃຫ້​ແກ່​ຂົງ​ເຂດ​ຕ່າງໆ​ຂອງ​ລັດ.

      ​​ເປັນ​ທີ່​ຈະ​ແຈ້ງ​​ແລ້ວ​ວ່າ, ທ່າ​​ໄດ້​ປຽບ​​ເຫຼົ່າ​ນັ້ນສາມາດ​ນຳ​ມາ​ເຊິ່ງຈຳນວນ​ບັດ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະໜັບສະໜູນ LDP ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄູ່​ແຂ່ງ​ອອກ​ແຮງກ່າວ​ໂຈມ​ຕີ​ນະ​ໂຍບາຍ​ເສດຖະກິດ​ທີ່​ມີ​ຊື່ວ່າ Abenomics ຂອງນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ຊຶ່ງ​ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ການ​ຢັ່ງ​ຫາງ​ສຽງ​ໂດຍ​ສຳນັກ​ຂ່າວສານ Kyodo ປະຕິບັດ​ຜ່ານ​ເຄືອ​ຂ່າຍ​ໂທລະສັບ​​ໃນ​ຂອບ​ເຂດ​ທົ່ວປະ​ເທດ​ເມື່ອ​ທ້າຍ​ເດືອນ 6 ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພັກປະຊາທິປະໄຕເສລີ LDP ​ໄດ້​ນຳ​ໜ້າ​ບັນດາ​ພັກ​ຕ່າງໆ​ກ່ຽວ​ກັບ​ຈຳນວນ ​ຜູ້​ມີ​ສິດ​ເລືອກ​ຕັ້ງສະໜັບສະໜູນ, ດ້ວຍ 31,1% ຈຳນວນ​ຜູ້​ຖືກ​ຖາມ​ແມ່ນ​ສະໜັບສະໜູນ​ພັກ​ນີ້. ​ໃນ​ຂະນະ​ນັ້ນ, ຕາມ​ຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ 3 ຄັ້ງ​ໂດຍ​ໜັງສືພິມ Yomiuri , Asahi ​ແລະ  Mainichi ປະຕິບັດ​ຕ່າງຫາກ, ພັກປະຊາທິປະໄຕເສລີ LDP ກໍ​ພວມ​ໄດ້​ຮັບ​ອັດຕາການ​ສະໜັບສະໜູນ​ດ້ວຍ​ລະດັບ​ສູງ​ແຕ່ 42-45%, ​ໃນ​ຂະນະ​ທີ່​ພັກ​ປະຊາທິປະ​ໄຕ​ຍີ​ປຸ່ນ DPJ ຝ່າຍ​ຄ້ານ​ໄດ້​ຮັບ​ພຽງ​ແຕ່ 7-9%. ພ້ອມ​ກັນ​ນັ້ນ, 54%ຈຳນວນ ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ປະກາດ​ສະໜັ້ບສະ​ໜູນ​ນະ​ໂຍບາຍ “Abenomics” ຂອງນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ​ເມື່ອ​ທຽບ​ໃສ່​ອັດຕາ​ການ​ຄັດຄ້ານ 31% .

     ສະພາບ​ສະພາ​ສູງ ​ແລະ ລັດຖະບານ​ໂດ​ຍບໍ່​ແມ່ນ​ພັກ​ດຽວ​ຄອບ​ງຳ​ໄດ້​ດຳ​ເນີນ​ໄປ​ຢູ່​ຍີ​ປຸ່ນນັບ​ແຕ່ປີ 2006. ສິ່ງ​ນີ້​ໄດ້​ກໍ່​ຄວາມ​ຫຍຸ້ງຍກບໍ່​ໜ້ອຍ​ໃຫ້​ແກ່​ລັດຖະບານ​ສະ​ໄໝ​ຕ່າງ​ໃນ​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​. ​ເພາະສະ​ນັ້ນ, ດ້ວຍ​ທ່າ​ໄດ້​ປຽບ​ຂອງ​ ພັກປະຊາທິປະໄຕເສລີ LDP ​ໃນ​ການ​ແຂ່ງ​ຂັນ​ເຂົ້າ​ສະພາ​ສູງ​ໃນ​ວັນ​ທີ 21/7ທີ່​ຈະ​ມາ​ເຖິງ, ສະພາບ​ນີ້​ອາດ​ຈະ​ໄດ້​ຮັບ​ການ​ແກ້​ໄຂ. ປະຈຸ​ບັນ, ພັກປະຊາທິປະໄຕເສລີ LDP ພວມ​ຢືນ​ຢູ່​ຕໍ່ໜ້າ​ກາລະ​ໂອກາດ​ໃຫຍ່​ໃນ​ປະຫວັດສາດ​ເພື່ອ​ຄວບ​ຄຸ​ມທັງ​ສະພາ​ຕ່ຳ ​ແລະ ສະພາ​ສູງ .

ຕອບກັບ

ຂ່າວ/ບົດ​ອື່ນ