ການເລືອກຕັ້ງສະພາແຫ່ງຊາດ ອີຣານ: ຍັງຄົງຢືນຢັນຫລັກໝັ້ນຫນຶ່ງ

ວັນ​ທີ 2/3, ຜູ້​ມີ​ສິດ​ເລືອກ​ຕັ້ງ​ ອີຣານ ປະມານ  48 ລ້ານຄົນ ​ເລີ່​ມ​ຕົ້ນ​​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ຊ່ວງ​ເສັງ​ລະຫວ່າງ​ຝ່າຍ​ນິຍົມການ​ເມືອງຮັກສາ​ເດີມ​ຂອງ​ປະທານາທິບໍດີ Mahmoud Ahmadinejad  ​ແລະ ຝ່າຍ​ສາສະຫນາ​ຂອງ​ການ​ນຳ​ຂັ້ນສູງ​ຜູ້ທີ​ສອງ​ຂອງ ອີຣານ Ayatollah Ali Khamenei. ​ແຕ່​ຫາງ​ສຽງ​ຖື​ວ່າ, ​ເຖິງ​ວ່າ​ທ່ານ​ໃດ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້​ກໍ​ບໍ່​​ເຮ​ັດ​ໃຫ້ຫລັກ​ໝັ້ນ​ທີ່ແຂງ​ກະດ້າງ​ຂອງ ​ເຕ​ເຮຣານ ກ່ຽວກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ ປ່ຽນ​ແປງໄ.

ການເລືອກຕັ້ງສະພາແຫ່ງຊາດ ອີຣານ:    ຍັງຄົງຢືນຢັນຫລັກໝັ້ນຫນຶ່ງ - ảnh 1
ພາບປະກອບຈາກ internet

        ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ອີຣານ ຄັ້ງ​ນີ້ ​ແມ່ນ​ການ​ຢັ່ງ​ຫາງ​ສຽງ​ທຳ​ອິດ​ນັບ​ແຕ່​ເມືື່ອການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ​ທີ່​ກໍ​ການ​ຖົກ​ຖຽງ​ກັນ​​ເມື່ອ​ປີ 2009 ​ພາ​ໃຫ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ​​ໂດຍ​ຮຽກຮ້ອງ​​ໃຫ້​ມີການ​ປະຕິ​ຮູບ​ຢູ່ ອີຣານ ​ໃນ​ເວລາ 8 ​​ເດືອນ. ວັນ​ທີ 2/3 ນີ້​ ຜູ້​ມີ​ສິດ​ເລືອກ​ຕັ້ງ ອີຣານ ​ເກື​ອບ 48 ລ້ານ​ຄົນ, ​ໃນ​ນັ້ນ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃຫມ່​ເກືອບ  4 ລ້ານ​ຄົນຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ  ​ເກື​ອບ 3.400 ທ່ານ​ທີ່​ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ເລືອກຕັ້ງເອົາ 290 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ, ​ເພື່ອກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄົນ​ໃຫມ່​ຊຶ່ງ​ຈະດຳ​ເນີນ​ໃນ​ປີຫນ້າ.

ທີ່​ຈິງ​ແລ້ວ, ການ​ເລືອກຕັ້ງ​ຄັ້ງນີ້​ແມ່ນ​ການ​ຊ່ວງ​ເສັງ​ລະຫວ່າງ​ຝ່າຍ​ນິຍົມການ​ເມືອງ​ຮັກສາ​ເດີມ​​ຂອງ​ປະທານາທິບໍດີ Mahmoud Ahmadinejad  ​ແລະ​ຝ່າຍ​ສາສະຫນາ​ຂອງ​ການ​ນຳ​ Ayatollah Ali Khamenei. ນັ້ນ​ແມ່ນ​ຄວາມ​ໝາຍຕົ້ນຕໍ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ທີ 2/3 ນີ້. ກ່ອນ​ອື່ນ​ໝົດ ຖ້າ​ສັງ​ເກດ​ການ​ຊ່ວງ​ເສັງ, ບັນດາ​ນັກ​ສັງ​ເກດ​ການ​ບໍ່​ເຫັນ​ສັນຍານ​​ໃຫມ່ໃດ​ໆ ​ເພາະວ່າ​ຄູ່​ແຂ່ງ​ທັງ​ສອງ​ລ້ວນ​ແຕ່​ສືບຕໍ່​ຢຶດໝັ້ນ​ຕາມ​ແນວທາງ​ແຂງ​ກະດ້າງ​ໃນ​ບັນຫາ​ນິວ​ເຄຼຍ. ປະທານາທິບໍດີ Mahmoud Ahmadinejad  ພວມ​ມານະ​ພະຍາຍາມ​ເພື່ອ​ປ່ຽນແທນ​​ທ່ານ Ayatollah Ali Khamenei ​ໃນ​ລະບົບ​ແບ່ງ​ສິດ​ອຳນາດ​ທາງການ​ເມືອງ​ທີ່​ສັບສົນ​ຂອງ​ປະ​ເທດ​ນີ້, ຊື່ງ​ໃນ​ກົງຈັກ​ນັ້ນ ການ​ນຳ​ສູງ​ສຸດ​ແມ່ນ​ກຳ​ອຳນາດ​ສຳຄັນ. ຕາມ​ກົດໝາຍ​ຂອງ ອີ​ຣານ​ແລ້ວ, ການ​ນຳ​ສູງ​ສຸດ​ສາມາດ​ແຕ່ງ​ຕັ້ງ ຫລື ສັ່ງ​ໃຫ້​ເຊົາບັນດາ​ຕຳ​ແຫນ່​ງສຳຄັນ​ຄື: ລັດຖະມົນຕີ​ກະຊວງ​ສືບລາຊະການ​ລັບ​, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງການ​ຕ່າງປະ​ເທດ. ​ເພາະສະ​ນັ້ນ ​ເຖິງ​ວ່າ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງຈະ​ເປັນ​ແນວ​ໃດ​ກໍ​ຕາມ, ສິດ​ອຳນາດ​ແທ້​ຈິງ​ໃນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ​ຄື:​​ໂຄງການ​ນິວ​ເຄຼຍ ຫລື ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ຍັງ​ຄົງ​ນອນ​ໃນ​ກຳມື​ຂອງ​ການ​ນຳ​ສູງ​ສຸດ. ສຳລັບ ທ່າ​ນ Ayatollah Ali Khamenei ​ແລ້ວ,​​ເຖິງ​ວ່າ​ຍາມ​ໃດ​ກໍ​ສະຫນັບສະຫນູນ​ທ່ານ​ປະທານາທິບໍດີ ​ແຕ່​ການ​ນຳ​ສູງ​ສຸດ​ບໍ່​ປະ​ໃຫ້​ຝ່າຍ​ນິຍົມ​ການ​ເມືອງຮັກສາ​ເດີມ​ຂອງ​ປະທານາທິບ​ໍດີ​ກຳ​ອຳນາດ​ຢ່າງ​ພຽງພໍ​​ເພື່ອສົ່ງຜົນ​ສະທ້ອນ​ເຖິງ​ບົດບາດ​ຂອງ​ເພິ່ນ. ​ແຕ່​ຫາງ​ສຽງ​ຖື​ວ່າ ການ​ສ້າງ​ຕັ້ງ​ສຸດ​ທ້າຍ​ຍັງ​ຄົງຕ້ອງການ​ການ​ມີຫນ້າ​ຂອງ​ທ່ານ M. Ahmadinejad. ພິ​ເສດ​ເມື່ອ ອີຣານ ພວມ​ຖືກ​ກຳລັງ​ດັນ​ຈາກ​ສາກົນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍ ​ແລະ ພວມ​ປະ​ເຊີນ​ຫນ້າ​ກັບ​ການ​ຮັດ​​ແໜ້ນ​ມາດ​ຕະການ​ລົງ​​ໂທດ ​ແລະ ບັນດາ​ການ​ນາບ​ຂູ່ບຸກ​ໂຈມ​ຕີ​ດ້ານການ​ທະຫານ​ຂອງ ອາ​ເມ​ລິ​ກາ ​ແລະ ອິດ​ສະ​ຣາ​ແອນ ​ແນໃສ່​ບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ​ປະ​ເທດ​ນີ້. ​ຄວາມ​ຕັດສິນ​ໃຈ​ຢຶດໝັ້ນ​ແນວທງການ​ຜະລິດນິວ​ເຄຼຍ​ເພື່ອ​ຈຸ​ດປະສົງ​ສັນຕິພາບ, ຖ້າ​ຫາກ​ໃນ​ລະບົບ​ການ​ເມືອງ​ຂອງ ອີຣານບໍ່ມີ​ທ່ານປະທານາທິບໍດີ M. Ahmadinejad ອາດ​ຈະ​ເຮັດ​ໃຫ້ສະພາບ​ການ​ຂອງ​ປະ​ເທດ​ນີ້​ຍິ່ງ​ສັບສົນ​ຂຶ້ນ​ຕື່ ​ແລະ ຍຸຍົງ​ສົ່ງ​ເສີມຝ່າຍ​ຄ້ານລົງ​ຖະໜົນ​ເພື່​ອ​ແຫ່​ຂະ​ບວນປະ​ທ້ວງ. ນັ້ນ​ບໍ່ແມ່ນ​ຄວາມ​ປາດ​ຖະຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ອີຣານ. ​ໃນ​ຂະນະ​ນັ້ນ ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ເພື່ອ​ທວງ​ໃຫ້​ອີຣານ ຍິນຍອມ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ ​ໄດ້​ເລີ່​ມສົ່ງ​ຜົນ​ສະທ້ອນ​ເຖິງ​ຂົງ​ເຂດ​ພະລັງງານ ​ແລະ ທັນ​ຍາຫານ​ທີ່​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ. ​ໃນ​ການ​ກະທຳ​​ໃຫມ່, ວັນ​ທີ 29/2 ຜ່ານ​ມາ​, ທ່ານ Jay ໂຄສົກ​ທຳນຽບຂາວຖະ​ແຫລ​ງວ່າ ອາ​ເມ​ລິ​ກາ ຍັງ​ຄົງ​ສື​ບຕໍ່​ນະ​ໂຍບາຍ​ສົມທົບ​ການ​ນຳ​ໃຊ້​ມາດ​ຕະການ​ທາງ​ການ​ທູດ ​ແລະ ​ເພີ່ມ​ການ​ລົງ​ໂທດ ​ເພື່ອ​ສະກັດ​ກັ້ນ​ອີຣານ ​​ໃນ​ໂຄງການ​ນິວ​ເຄຼຍ,​​ ເພາ​ະວ່າ ຕາມ​ຄວາມ​ຮັບ​ຮູ້​ຂອງ ວໍ​ຊິງ​ຕັນ​ແລ້ວ, ​ເຕ​ເຕຣານ ບໍ່​ທັນ​ດຳ​ເນີນ​ການ​ຜະລິດ​ລູກ​ລະ​ເບີດ​ນິວ​ເຄຼຍ​ເທື່ອ. ການ​ກະທຳ​ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສ່ວນ​ຫນຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະ​ຍາ​ຍາມ​ຂອງ​ອຳນາດ​ການ​ປົກຄອງ​ຂອງ​ປະທານາ​ທິບໍດີ ອາ​ເມ​ລິ​ກາ Barack Obama ​​ແນ​ໃສ່​ຍົກ​ອອກ​ສານ​ລວມ ​​ເພື່ອ​ກະກຽມ​ໃຫ້​ການ​ພົບ​ປະ​​ສຸດ​ຍອດ ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ ​ໃນ​ວັນ​ທີ 5/3 ຈະ​ມາ​ເຖິງ ຢູ່ ທຳນຽບຂາວ. ​ເພາະວ່າ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ, ອິດສະຣາ​ແອນ ຈະ​ຕົກລົງ​ບຸກ​ໂຈມ​ຕີ​ບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ ອີຣານ, ສິ່ງ​ດັ່ງກ່າວ​ອາດ​ຈະພາ​ໃຫ້​ເກີ​ດບັນດາ​ຜົນ​ຮ້າຍ​ຢ້ອນ​ຫລັງ​ໃນ​ພາກ​ພື້ນ​ນີ້. ສິ່ງ​ທີ່​ວໍ​ຊິງ​ຕັນ​ປາດ​ຖະຫນາ​ໃນ​ຈຸດ​ເວລາ​ນີ້ ​ນັ້ນ​ແມ່ນ​ສຸມ​ໃສ່​ບັນດາ​ບັ້ນ​ເຄື່ອນ​ໄຫວ​ທາງ​ການ​ທູດ ​ເພື່ອ​ລະດົມ​ປະຊາ​ຄົມ​ໂລກ​ກໍ່​ກຳລັງ​ດັນ​ຕໍ່​ອີຣານ ຜ່ານ​ບັນດາ​ມາດ​ຕະການ​ລົງ​ໂທດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ເຈົ້າ​ຫນ້າ​ທີ່​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ເປັນ​ຫລາຍ​ຄັ້ງ​ແລ້ວ​ວ່າ:  ວໍ​ຊິງ​ຕັນ​ບໍ່​ປະລະ​ມາດ​ຕະການ​ໃດ​ໆ​ເພື່ອ​ສະກັດ​ກັ້ນ​​ບໍ່​ໃຫ້ ອີຣານມີ​ອາ​ວຸດ​ນິວ​ເຄຼຍ. ​ເສ​ນາ​ທິການ​ໃຫຍ່​ກອງທັບ​ອາກາດ ອາ​ເມ​ລິ​ກາ, ນາຍ​ພົນ Norton Schwartz ຍັງ​ຖະ​ແຫລ​ງວ່າ: ກອງທັບ​ອາ​ກາດ ອາ​ເມ​ລິ​ກາ ອາດ​ຈະ​ບຸກ​ໂຈມ​ຕີ ອີຣານ ຖ້າ​ຫາກ​ບັນດາ​ມາດ​ຕະການ​ທາງ​ການ​ທູດ​ຖືກປະລາ​ໄຊ.

ອາດ​ຈະ​ເຫັນ​ໄດ້​ວ່າ, ສຳລັບ ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້​ຢູ່ ອີຣານ, ຫາງ​ສຽງ​ຖື​ວ່າ ​ເຖິງ​ວ່າການ​ຊ່ວງ​ເສັງ​​ເກີດ​ຄວາ​ມ​ເຄ່ັງ​ຕືງ​​ແນວ​ໃດ​ກໍ່ຕາມ, ບັນຫາ​ຫນຶ່ງ​ທີ່​ບໍ່​ປ່ຽນ​ແປງ​ນັ້ນ​ແມ່ນຄວາມ​ທະ​ເຍີ​ທະຍານ​ດ້ານນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ​ຂອງ​ປະ​ເທດ​ອິດສະ​ລາມ​ນີ້. ນັ້ນ​ແມ່ນ​ສິ່ງ​ທີ່​ວົງ​ການ​ເຈົ້າຫນ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ບໍ່ຕ້ອງການ ​ແລະ    ຫາ​ງສຽງ​ຖື​ວ່າ ນັ້ນ​ແມ່ນປະຖົມ​ປັດ​​ໃຈ​ທີ່​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕືງກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້​ບໍ່ອາ​ດ​ຫລຸດ​ລົງ​​ໄດ້.

ແອນຮ່ວຽນ

 

 

 

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ