ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ກາງ​ສະ​ໄໝ​ຢູ່ ອາ​ເມ​ລິ​ກາ: ໄມ້ວັດ​ແທກ​ຄວາມ​ໄວ້​ວາງ​ໃຈ ແລະ ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ

(VOVWORLD) -ໂດຍບໍ່ຄຶກຄື້ນຄືກັບການເລືອກຕັ້ງປະທານາທິບໍດີຄັ້ງຕ່າງໆ, ແຕ່ພັດມີຄວາມໝາຍຕັດສິນຕໍ່ເລື່ອງພັກປະຊາທິປະໄຕ ຫຼື ພັກສາທາລະນະລັດ ຈະກຳອຳນາດບໍລິຫານສະພາແຫ່ງຊາດ ອາເມລິກາ ໃນໄລຍະເວລາຢ່າງໜ້ອຍສຸດແມ່ນ  2 ປີຈະມາເຖິງ, ການເລືອກຕັ້ງກາງສະໄໝຂອງສະພາແຫ່ງຊາດຢູ່ ອາເມລິກາ ຍາມໃດກໍໄດ້ຮັບຖືວ່າແມ່ນເຫດການສຳຄັນແຖວໜ້າໃນຊີວິດການເມືອງ - ສັງຄົມ ຂອງປະເທດ ອາເມລິກາ, ອັນໄດ້ດຶງດູດຄວາມສົນໃຈຈາກຫາງສຽງເປັນຈຳນວນຫຼາຍທັງຢູ່ພາຍໃນ ແລະ ສາກົນ. ປີ 2022 ວິວັດການເລືອກຕັ້ງນີ້ ຍິ່ງດຶງດູດຄວາມສົນໃຈຈາກມະຫາຊົນກໍຄືສື່ມວນຊົນສາກົນ ຍ້ອນສະພາບການ ແລະ ລັກສະນະພິເສດຂອງເຫດການນີ້.

ຕາມວົງການນັກໄຈ້ແຍກ ແລະ ສື່ມວນຊົນສາກົນແລ້ວ, ມີຫຼາຍເຫດຜົນເພື່ອໃຫ້ທັງ ປະຊາຊົນ ອາເມລິກາ ແລະ ທົ່ວໂລກຕ່າງກໍມີຄວາມສົນໃຈຕໍ່ການເລືອກຕັ້ງສະພາແຫ່ງຊາດກາງສະໄໝຢູ່ ອາເມລິກາ ໃນປີ 2022 ນີ້. ກ່ອນອື່ນໝົດແມ່ນຍ້ອນຄວາມສຳຄັນຂອງເຫດການນີ້ - ເຊິ່ງເປັນເຫດການການເມືອງ - ສັງຄົມ ສຳຄັນໃນພື້ນຖານເສດຖະກິດດີຈີຕອນອັນດັບໜຶ່ງໃນໂລກ.

ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ກາງ​ສະ​ໄໝ​ຢູ່ ອາ​ເມ​ລິ​ກາ: ໄມ້ວັດ​ແທກ​ຄວາມ​ໄວ້​ວາງ​ໃຈ ແລະ ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ - ảnh 1ທ່ານປະທານາທິບໍດີຄົນ Joe Biden   (ພາບ: Keystone/ Leigh Vogel)
ເຫດການການເມືອງ - ສັງຄົມສຳຄັນສຳລັບ ອາເມລິກາ

        ດ້ວຍການເລືອກຕັ້ງຄືນທັງໝົດ 435 ບ່ອນນັ່ງຢູ່ສະພາຕ່ຳ ພ້ອມດ້ວຍ 35 ໃນຈຳນວນ 100 ບ່ອນນັ່ງຢູ່ສະພາສູງ, ການເລືອກຕັ້ງສະພາແຫ່ງຊາດກາງສະໄໝຢູ່ ອາເມລິກາ ແມ່ນມີຄວາມໝາຍຕັດສິນຕໍ່ເລື່ອງ ພັກປະຊາທິປະໄຕ ຫຼື ພັກສາທາລະນະ ຈະກຳອຳນາດຄວບຄຸມສະພາແຫ່ງຊາດ. ຍິ່ງໄປກວ່ານັ້ນ, ການເລືອກຕັ້ງຄັ້ງນີ້ ຍັງຕັດສິນຜູ້ດຳລົງຕຳແໜ່ງຜູ້ວ່າການຂອງ 36 ລັດ ແລະ 3 ເຂດແຄ້ວນ, ພ້ອມທັງເລືອກຕັ້ງເຈົ້າຄອງຫຼາຍນະຄອນ ແລະ ເຈົ້າໜ້າທີ່ທ້ອງຖິ່ນຕ່າງໆ. ນອກຈາກນັ້ນ, ໃນການເລືອກຕັ້ງຄັ້ງພິເສດນີ້, ຜູ້ມີສິດເລືອກຕັ້ງ ອາເມລິກາ ຍັງປ່ອນບັດສຳລັບກົດໝາຍ, ຂໍ້ກຳນົດຂັ້ນທ້ອງຖິ່ນ 129 ສະບັບ ອີກດ້ວຍ. ບໍ່ພຽງແຕ່ເທົ່ານັ້ນ, ໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດກາງສະໄໝ ຍັງສົ່ງຜົນກະທົບສ່ວນໃດສ່ວນໜຶ່ງຕໍ່ຍຸດທະສາດຂອງແຕ່ລະພັກໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຄົນຕໍ່ໄປ ເຊິ່ງຈະຖືກຈັດຂຶ້ນໃນ 2 ປີຫຼັງຈາກນັ້ນ  

        ຍ້ອນຄວາມສຳຄັນຂອງການເລືອກຕັ້ງ, ທັງພັກປະຊາທິປະໄຕ ແລະ ພັກສາທາລະນະ ລ້ວນແຕ່ຕັ້ງໜ້າດຳເນີນບັ້ນຂົນຂວາຍອອກສະໝັກເລືອກຕັ້ງ, ພິເສດແມ່ນໃນໄລຍະນ້ຳລົງ. ໜຶ່ງໃນບັນດາຫຼັກຖານທີ່ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດແມ່ນ ຮອດມື້ໃກ້ຈະດຳເນີນການປ່ອນບັດຢ່າງເປັນທາງການ, ວັນທີ 5 ພະຈິກ, ທັງທ່ານປະທານາທິບໍດີຄົນປັດຈຸບັນ Joe Biden  ແລະ ທ່ານ ອະດີດປະທານາທິບໍດີ Barack Obama ຂອງພັກປະຊາທິປະໄຕ, ກໍຄືທ່ານອະດີດປະທານາທິບໍດີ Donald Trump ຂອງພັກສາທາລະນະ ລ້ວນແຕ່ມີໜ້າຢູ່ ລັດຍຸດທະສາດ Pennsylvania, ເພື່ອປະຕິບັດຄວາມມານະພະຍາຍາມສຸດທ້າຍ ເພື່ອແນໃສ່ຊັກຊວນ ຜູ້້ມີສິດເລືອກຕັ້ງສະໜັບສະໜູນໃຫ້ແກ່ພັກຂອງຕົນ. ເລື່ອງຮັບປະກັນໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດກາງສະໄໝຄັ້ງນີ້ ກໍແມ່ນເປົ້າໝາຍທີ່ໄດ້ຮັບການໃຫ້ບຸລິມະສິດແຖວໜ້າ ຂອງທັງສອງພັກປະຊາທິປະໄຕ ແລະ ສາທາລະນະ ໃນຕະຫຼອດໄລຍະຜ່ານມາ.

ສິ່ງທ້າທາຍສຳລັບທ່ານປະທານາທິບໍດີຄົນປັດຈຸບັນ Joe Biden ແລະ ພັກປະຊາທິປະໄຕ

        ປັດຈຸບັນ, ພັກປະຊາທິປະໄຕພວມກວມເອົາບ່ອນນັ່ງຈຳນວນຫຼາຍຢູ່ສະພາຕ່ຳ ດ້ວຍ 221 ບ່ອນນັ່ງ, ໃນຂະນະນັ້ນ ພັກສາທາລະນະ ໄດ້ 212 ບ່ອນນັ່ງ. ສ່ວນຢູ່ສະພາສູງລວມມີ 100 ບ່ອນນັ່ງ, ພັກສາທາລະນະ ກວມເອົາ 50 ບ່ອນນັ່ງ, ໃນຂະນະນັ້ນ ພັກປະຊາທິປະໄຕມີ 48 ບ່ອນນັ່ງສະເພາະຂອງຕົນ ພ້ອມດ້ວຍສະມາຊິກສະພາສູງອິດສະຫຼະ 2 ທ່ານ  ທີ່ໄດ້ສະໜັບສະໜູນໃຫ້ແກ່ພັກນີ້. ໝາຍຄວາມວ່າ ຢູ່ສະພາສູງ, ພັກປະຊາທິປະໄຕ ມີຈຳນວນບ່ອນນັ່ງທຽບເທົ່າກັບພັກສາທາລະນະ, ແຕ່ມີທ່າໄດ້ປຽບຫຼາຍກວ່າ ຍ້ອນເລື່ອງທ່ານນາງຮອງປະທານາທິບໍດີ Kamal Harris (ສະມາຊິກຂອງພັກປະຊາທິປະໄຕ) ເປັນປະທານສະພາສູງ ສະນັ້ນ ຈະມີສຽງເວົ້າຕັດສິນໃນການປ່ອນບັດທີ່ອາດຈະມີຄະແນນເທົ່າທຽມກັນ. ເພາະສະນັ້ນ, ພັກປະຊາທິປະໄຕຂອງທ່ານປະທານາທິບໍດີ Joe Biden ຕ້ອງຮັບປະກັນສະພາບການພາຍຫຼັງການເລືອກຕັ້ງຄັ້ງນີ້ບໍ່ປ່ຽນແປງ ຫຼື ມີການປ່ຽນແປງຕາມທິດໄດ້ປຽບກວ່າໃຫ້ແກ່ພັກນີ້.

        ເຖິງຢ່າງໃດກໍຕາມ, ຜົນຂອງການຢັ່ງຫາງສຽງທີ່ໄດ້ດຳເນີນ ແລະ ປະກາດກ່ອນວັນດຳເນີນການເລືອກຕັ້ງ ໄດ້ຊີ້ໃຫ້ເຫັນວ່າ ຄວາມສາມາດຍາດໄດ້ໄຊຊະນະຂອງທັງສອງຝ່າຍແມ່ນມີຄວາມທຽບເທົ່າກັນພໍສົມຄວນ. ໝາຍຄວາມວ່າ ຄວາມສ່ຽງຖືກປະລາໄຊສຳລັບສອງພັກປະຊາທິປະໄຕ ແລະ ພັກສາທາລະນະແມ່ນເທົ່າກັນ.

        ໃນສະພາບການນັ້ນ, ຫາງສຽງ ອາເມລິກາ ກໍຄື ສາກົນ ມີຄວາມສົນໃຈເປັນພິເສດຕໍ່ສິ່ງທ້າທາຍທີ່ຮ້າຍແຮງ ນັບທັງວຽກງານພາຍໃນ ແລະ ຕ່າງປະເທດ ເຊິ່ງພັກປະຊາທິປະໄຕ ແລະ ທ່ານປະທານາທິບໍດີ Joe Biden ຕ້ອງປະເຊີນໜ້າ. ຕາມນັ້ນແລ້ວ, ກ່ຽວກັບວຽກງານຕ່າງປະເທດ, ສິ່ງທ້າທາຍປົກຄຸມ ແລະ ໃຫຍ່ຫຼວງທີ່ສຸດ ຍັງຄົງແມ່ນການຮັກສາ, ປັບປຸງ ແລະ ເປີດກວ້າງລະດັບຜົນສະທ້ອນຕິດພັນກັບຜົນປະໂຫຍດຫຼັກແຫຼ່ງແກ່ນສານຂອງ ອາເມລິກາ ໃນຂອບເຂດທົ່ວໂລກ, ໃນສະພາບການໂລກມີການຜັນແປເປັນລົບຫຼາຍຢ່າງ, ອັນດັບໜຶ່ງແມ່ນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ຄວາມເຄັ່ງຕຶງໃນແຫຼມເກົາຫຼີ, ການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ຖືກຢຸດສະງັກ, ການບືນຕົວຂຶ້ນທີ່ນັບມື້ນັບແຮງກ້າຂອງ ຈີນ, ເຈດຈຳນົງເປັນເຈົ້າຕົນເອງນັບມື້ນັບສູງຂຶ້ນຂອງບາງປະເທດສຳພັນທະມິດໃນພາກພື້ນ ຕາເວັນອອກກາງ ແລະ ເອີຣົບ… ສຳລັບວຽກງານພາຍໃນ, ສິ່ງທ້າທາຍແຖວໜ້າແມ່ນການສະກັດກັ້ນຄວາມສ່ຽງທີ່ຈະຕົກເຂົ້າສູ່ສະພາບເສດຖະກິດຊຸດໂຊມ, ພ້ອມທັງຄວບຄຸມສະພາບໄພເງິນເຟີ້ຢູ່ໃນລະດັບສູງສະຖິຕິໃນຫຼາຍທົດສະວັດຜ່ານມາ. ໄປຄຽງຄູ່ກັນນັ້ນ ແມ່ນມີສິ່ງທ້າທາຍຫຼາຍຢ່າງຄື ການຄວບຄຸມການນໍາໃຊ້ປຶນ, ລູກປືນ, ສະພາບຈຳແນກການປະພຶດເຊື້ອຊາດຜິວພັນ,…

        ເພາະສະນັ້ນ, ບໍ່ພຽງແຕ່ສຳລັບວັນທີ 8 ພະຈິກ - ວັນປ່ອນບັດຢ່າງເປັນທາງການ ເທົ່ານັ້ນ ເຊິ່ງແນ່ນອນວ່າ ຫາງສຽງ ອາເມລິກາ ແລະ ສາກົນ ຈະສືບຕໍ່ມີຄວາມສົນໃຈຕໍ່ການຜັນແປປິ່ນອ້ອມການເລືອກຕັ້ງສະພາແຫ່ງຊາດ ອາເມລິກາ ກາງສະໄໝ ປີ 2022 ໃນໄລຍະຈະມາເຖິງອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ