ການເລືອກຕັ້ງສະພາແຫ່ງຊາດອິດສະຣາແອນ-ໝາກຜົນບໍ່ໜ້າຊື່ນຊົມ

  ເຊັ່ນ​ດຽວ​ກັນ​ກັບ​ການ​ຄາດ​ຄະ​ເນ, ໝາກຜົນ​​ແຫ່ງ​ການ​ຢັ່ງ​ເບິງ​ໃນ​ເບື້ອງ​ຕົ້ນກ່ຽວ​ກັບການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ອິດສະຣາ​ແອນ ຊຸດ​ທີ 19 ​​ໃນ​ວັນ​ທີ 22/1 ໃຫ້​ເຫັນ​ວ່າ: ພັນທະ​ມິດ​ຝ່າຍ​ຂວາ​ລະຫວ່າງ​ພັກ Likud ຂອງ​ນາຍົກລັດຖະມົນຕີຄົນປະຈຸ​ບັນ Benjamin Netanyahu ​ແລະ ພັກ Yisrael Beitenu ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ  Avigdor Lieberman ຍາດ​ໄດ້​ໄຊຊະນະ​ຕໍ່​ບັນດາ​ພັກ​ຝ່າຍ​ອື່ນໆ. ສິ່ງ​ດັ່ງກ່າວ​ກໍ່​ໝາຍ​ຄວາມ​ວ່າ​ທ່ານ Netanyahu ຈະ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີອາຍຸການ​ທີ 3. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຊາຊົນ​ອິດສະຣາ​ແອນ ບໍ່​ພາກພູມ​ໃຈ​ປານໃດ​ຕໍ່​ໝາກຜົນ​ນີ້​ເທື່ອ.

ການເລືອກຕັ້ງສະພາແຫ່ງຊາດອິດສະຣາແອນ-ໝາກຜົນບໍ່ໜ້າຊື່ນຊົມ - ảnh 1

(ພາບ:ອິນ​ເຕີ​ແນັດ)

  ໝາກຜົນ​ແຫ່ງການຢັ່ງ​ເບິງຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ສະຖານ​ທີ່​ເລືອກ​ຕັ້ງ​ໃຫ້​ເຫັນ​ວ່າ: ພັນທະ​ມິດ​ກຳ​ອຳນາດ Likud-Beitenu ຍາດ​ໄດ້ 31 ທີ່​ນັ່ງ​ໃນ​ຈຳນວນ​120 ທີ່​ນັ່ງ​ຢູ່​ສະພາ​ແຫ່ງ​ຊາດ. ຕາມ​ໝາກຜົນ​ດັ່ງກ່າວ, ​ເຖິງ​ວ່າ ພັນທະ​ມິດ​ຂອງ​ທ່ານ Netanyahu ຍາດ​ໄດ້​ໄຊຊະນະກໍ່ຕາມ ​ແຕ່​ຍັງ​ໜ້ອຍ​ກ່ວາ 11 ທີ່​ນັ່ງ​ເມື່ອ​ທຽບ​ກັບ 42 ທີ່​ນັ່ງ​ເຊິ່ງ​ເຂົາ​ເຈົ້າ​ຍາດ​ໄດ້​ໃນ​ການ​ເລືອກ​ຕັ້ງຄັ້ງກ່ອນ ​ແລະ ຈະ​ຕ້ອງ​ຊອກ​ຫາ​ພັນທະ​ມິດ​ໃໝ່​ທີ່​​ເພື່ອສະມາຊິກ​ລັດຖະສະພາ 61 ທ່ານກວມ​ທີ່​ນັ່ງ​ສ່ວນ​ຫຼາຍ ​ແລະ ສ້າງຕັ້ງລັດຖະບານ. ສິ່ງ​ດັ່ງກ່າວ​ກໍ່​ໝາຍ​ຄວາມ​ວ່າ​ອັດຕາ​ສ່ວນ​ຜູ້​ສະໜັບສະໜູນ​ພັກ Likud ​ໄດ້ຫລຸດຜ່ອນ​ລົງ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ຄົນ​ຖື​ວ່າ: ​ໂດຍ​ພາຍ​ໃຕ້​ການ​ບໍລິຫານ​ຂອງ​ທ່ານ Netanyahu,  ອິດສະ​ຣາ​ແອນ​ ນັບ​ມື້​ນັບຖືກ​ຕົກ​ຢູ່​ສະພາບ​ໂດດ​ດຽວ​ໃນ​ໂລກ. ​ໃນ​ໄລຍະ 4 ປີຜ່ານມາ, ​ໃນ​ຖານະ​ເປັນ​ນາຍົກລັດຖະມົນຕີ, ທ່ານ ​Netanyahu ໄດ້ມີການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່​ກໍ່​ຄວາມ​ບໍ່​ລົງ​ລອຍ​ກັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ໄດ້​ຖືໂຄງການ​ນິວ​ເຄຼຍຂອງ​ອີຣານ ​ເປັນ​ເໜືອ​ໃນ​ສຳຄັນ​ໃນ​ໂຄງການ​ດຳ​ເນີນ​ງານ​ສາກົນ​ດ້ວຍ​ເລື່ອງ​ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ນີ້​ຢູ່ ສປຊ ​ໃນ​ປີ 2012, ​ໃນ​ນັ້ນ, ທ່ານ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຕ້ອງ​ມີ​ການ​ກະທຳ​ຖ້າ​ຫາກ​ວ່າ​ເຕ​ເຮຣານ ມີ​ການ​ກະທຳ​ຢ່າງ​ຜິດພາ​ດ. ​ໃນ​ຂະນະ​ນັ້ນ, ຄວາມ​ເຄັ່ງ​ຕຶງກັບ​ອາ​ເມ​ລິ​ກາ, ຊື່​ງ​ແມ່ນ​ພັນທະ​ມິດ​ທີ່​ສະໜິດສະໜົມ​ກ່ວາ​ໝູ່​ຂອງ​ອິດສະຣາ​ແອນ ກໍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ພາຍຫຼັງທີ່​ເກີດ​ບັນດາ​ຄຳ​ວິຈານ​ທີ່​ຖືກ​ຖື​ວ່າ​ແມ່ນ​ຄຳ​ກ່າວ​ເຕືອນຂອງທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ທີ່ວ່າ: ​ເລື່ອງເປີດ​ກ້ວາງ​ບັນດາ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ພວມ​ນຳ​ປະ​ເທດ​ຊາວ​ຢີວນີ້​ຕົກເຂົ້າສູ່​ສະພາບ​​ຢູ່​ໂດດ​ດຽວ.

ການເລືອກຕັ້ງສະພາແຫ່ງຊາດອິດສະຣາແອນ-ໝາກຜົນບໍ່ໜ້າຊື່ນຊົມ - ảnh 2

ທ່ານນາຍົກລັດຖະມົນຕີ Benjamin Netanyahu

(ພາບ:ອິນ​ເຕີ​ແນັດ)

​  ໃນ​ຂະນະ​ນັ້ນ, ນະ​ໂຍບາຍ​ແຂງ​ກະດ້າງ​ໃນ​ການ​ປະ​ທະກັນ​ກັບປາ​ແລດ​ສະຕິ​ນ ຊື່ງ​ທ່ານ Netanyahu ພວມ​ປະຕິບັດກໍ່​ເຮັດ​ໃຫ້​ປະຊາຊົນ​ອິດສະຣາ​ແອນ ​ອິດ​ເມື່ອຍ. ຫາ​ງສຽງ​ພາຍ​ໃນ​ປະ​ເທດ​ຖື​ວ່າ: ຖ້າ​ບໍ່​ທັນ​ແກ້​ໄຂ​ບັນຫາ​ເຂດ​ກາຊາ ​ໄດ້,  ​ທ່ານ​ນາຍົກລັດຖະມົນຕີຈະ​ບໍ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງອິດສະຣາ​ແອນ​. ອີກ​ຢ່າງ​ໜຶ່ງ, ​ໃນ​ການ​ປ່ອນ​ບັດ​​ໃຫ້​ປາ​ແລດ​ສະຕິ​ນ ​ເປັນ​ລັດ​ສັງ​ເກດ​ການບໍ່​ເປັນພາຄີຂອງ ສປຊ ​ເມື່ອ​ປີ 2012, ມີ​ພຽງ​ສ​ເຊັກ ປ່ອນ​ບັດ​ຄ້ານ​ເທົ່າ​ນັ້ນ, ສ່ວນບັນດາ​ປະ​ເທດ​ໃຫ່ຍຄື​ຝະລັ່ງ, ​ແອດ​ສະ​ປາຍ, ອີ​ຕາ​ລີ ​ໄດ້​ປ່ອນ​ບັດສະໜັບສະໜູນ ​ແລະ ປະ​ເທດ​ເອີ​ລົບ ຈຳນວນ​ໜຶ່ງ​ໄດ້​ປ່ອນ​ບັດ​ຂາວ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ອິດສະຣາ​ແອນ ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກສະຫະພາບ​ເອີ​ລົບ ກ່ຽວ​ກັບ​ບັນຫາ​ປາ​ແລດ​ສະຕິ​ນ ​ແລະ ​ເຂົາ​ເຈົ້າຕ້ອງ​ປະ​ເຊີນ​ໜ້າ​ກັບ​ກຳລັງ​ດັນ​ດ້ານ​ການ​ເມືອງ​ອັນ​ໜັກໜ່ວງ​ຈາກຝ່າຍ​ຕາ​ເວັນ​ຕົກ​.

   ກ່ຽວ​ກັບ​ສະພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ, ຕາມ​ວົງ​ການ​ນັກ​​ໄຈ້​ແຍກ​ແລ້ວ, ລັດຖະບານ​ໃໝ່​ຂອງ​ອິດສະຣາ​ແອນ ຍັງ​ຕ້ອງ​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ ຄື: ​ຕ້ອງ​ຮັບຮອງ​ເອົາ​ງົບປະມານ​ຮັດ​ເຂັມຄັດ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ການ​ຂາດ​ດຸນ​ງົບປະມານ, ​ໃນ​ຂະນະ​ທີ່​ຍັງ​ຕ້ອງ​ຜ່ອນຄາຍ​ການ​ຄັດຄ້ານ​ຂອງ​ມະຫາຊົນ​ຕໍ່​ເລື່ອງ​ຄ່າ​ໃຊ້​ຈ່າຍ​ປິນຂັ້ນ​ໄດ ​ແລະ ຂາດ​ດຸນ​ລາຍ​ຮັບ.

   ​​ໂດຍ​ບໍ່​ເມີນ​ເສີຍ​ຕໍ່​ຄວາມ​ວິຕົກ​ກັງວົນ​ຂອງ​ຫາງ​ສຽງ, ​ໃນ​ບົດ​ກ່າວ​ຄຳ​ປາ​ໄສ​ທຳອິດ​ພາຍຫຼັງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອ​ກຕັ້ງຢູ່​ສຳນັກງານ​ພັນທະ​ມິດ​ຢູ່ Tel Aviv, ທ່ານ ​Netanyahu ໄດ້ຢັ້ງຢືນ​ຄວາມ​ມານະ​ພະຍາຍາມ​ສ້າງຕັ້ງລັດຖະບານ​ທີ່​ມີ​ການ​ເຂົ້າຮ່ວມ​ຢ່າງ​ກ້ວາງ​ຂວາງ​ຂອງ​ຝ່າຍ​ຕ່າງໆ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າຍ​ທາຍ​ຄື: ວິ​ກິດ​ການດ້ານ​ເສດຖະກິດ​ໃນ​ທົ່ວ​ໂລກ, ​ໄພ​ນາບ​ຂູ່​ນິວ​ເຄຼຍຂອງ​ອີຣານ ​ແລະ ການ​ປະ​ທະ​ກັນ​ຕ່າງໆ​ກັບປາ​ແລດ​ສະຕິ​ນ. ທ່ານ​ໃຫ້​ຮູ້​ວ່າ​ລັດຖະບານ​ໃໝ່​ຈະ​ອີງ​ຕາມ 5 ຫຼັກການໝັ້ນຄົງ​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ, ພິ​ເສດ​ແມ່ນ​ສະກັດ​ກັ້ນອິຣານ ກຳມະສິດ​ອາວຸດ​ນິວ​ເຄຼຍ. ມີ​ຄວາມ​ຮັບຜິດຊອບ​ດ້ານ​ການ​ເງິນ​ໃນ​ສະພາບ​ວິ​ກິດ​ການ​ທົ່ວ​ໂລກ​ພວມ​ສືບ​ຕໍ່​ເກີດ​ຂຶ້ນ; ມີ​ຄວາມ​ຮັບຜິດຊອບ​ດ້ານ​ການ​ທູດ​ໃນ​ວິວັດ​ການ​ຊອກ​ຫາ​ພື້ນຖານ​ສັນຕິພາບ​ທີ່​ແທ້​ຈິງ​ກັບ​ຊາວ​ປາ​ແລດ​ສະຕິ​ນ; ຫລຸດ​​ລາຄາ​ເຮືອ​ນຢູ່ ແລະ ​ລາຄາ​ໃຊ້​ສອຍ ຢູ່​ອິດສະຣາ​ແອນ.

   ​ເຖິງ​ວ່າ​ທ່ານ Netanyahu ຈະບໍລິຫານ​ລັດຖະບານ​ອິດສະຣາ​ແອນ​ຕື່ມ​ອີກ 4 ປີ​ກໍ່ຕາມ​ແຕ່​ວົງ​ການ​ນັກ​ສັງ​ເກ​ດການ​ຖື​ວ່າ: ບັນດາ​ນະ​ໂຍບາຍ​ຂອງ​ທ່ານ Netanyahu ຈະ​ເຮັດ​ໃຫ້​ທ່ານ​ຕົກ​ຢູ່​ໂດດ​ດຽວ​ກ່ວາ​ໃນ​ອາຍຸ​ການ​ທີ 2 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກຫຼາຍ​ຢ່າງ.

 



ຕອບກັບ

ຂ່າວ/ບົດ​ອື່ນ