ການ​ເລືອກ​ຕັ້ງ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ ກຳ​ປູ​ເຈຍ

(VOVWORLD) - ການເລືອກຕັ້ງສະພາແຫ່ງຊາດ ຢູ່ ກຳປູເຈຍ ໄດ້ສິ້ນສຸດລົງຢ່າງສຳເລັດຜົນ ໃນວັນອາທິດ (ຄືວັນທີ 23 ກໍລະກົດ). ຜູ້ມີສິດເລືອກຕັ້ງກວ່າ 8 ລ້ານຄົນ ໄດ້ໄປປ່ອນບັດ, ກວມເອົາ 84,58%. ອັດຕານີ້ ສູງກວ່າການເລືອກຕັ້ງ 2 ຄັ້ງຫຼ້າສຸດຢູ່ ກຳປູເຈຍ. ໝາກຜົນດັ່ງກ່າວ ໄດ້ຊີ້ໃຫ້ເຫັນ ສະຕິຄວາມຮັບຮູ້ກ່ຽວກັບດ້ານການເມືອງ, ສິດເປັນເຈົ້າຂອງປະຊາຊົນ ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ປະເທດ ກຳປູເຈຍ ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນໄລຍະຈະມາເຖິງ.
ການ​ເລືອກ​ຕັ້ງ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ ກຳ​ປູ​ເຈຍ - ảnh 1ພັກປະຊາຊົນກຳປູເຈຍ ຈັດງານໂຮມຊຸມນຸມມິດຕິງ ຂົນຂວາຍເຂົ້າຮ່ວມການເລືອກຕັ້ງ (ພາບ: VOV)

ຕາມຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ແລ້ວ, ການເລືອກຕັ້ງໄດ້ດຳເນີນຢູ່ສະຖານທີ່ປ່ອນບັດ 23.789 ແຫ່ງໃນທົ່ວປະເທດ. ມີ 18 ພັກການເມືອງເຂົ້າຮ່ວມການເລືອກຕັ້ງ. ສະມາຊິກລັດຖະສະພາ 125 ທ່ານ ໄດ້ຮັບການເລືອກຕັ້ງແກ່ອາຍຸການ 2023 – 2028. ຕາມ NEC ແລ້ວ, ມີຜູ້ສັງເກດການກວ່າ 90.000 ຄົນ ທັງຢູ່ພາຍໃນ ແລະ ສາກົນຕິດຕາມການເລືອກຕັ້ງຄັ້ງນີ້.

ການເລືອກຕັ້ງໄດ້ດຳເນີນໄປດ້ວຍດີ ແລະ ສຳເລັດຜົນ

        ໃນການຖະແຫຼງຂ່າວ ເຊິ່ງຈັດຂຶ້ນໃນຕອນຄ່ຳວັນທີ 23 ກໍລະກົດ, ທ່ານ  Prach Chan, ປະທານຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ໃຫ້ຮູ້ວ່າ, ຍ້ອນມີການສົມທົບເປັນຢ່າງດີລະຫວ່າງບັນດາກົນໄກ, ລະບົບປ້ອງກັນຄວາມສະຫງົບການເລືອກຕັ້ງຢູ່ທຸກຂັ້ນ ກັບ NEC ແລະ ອົງການຈັດຕັ້ງການເລືອກຕັ້ງທຸກຂັ້ນ, ການເລືອກຕັ້ງໄດ້ດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດ, ສະຫງົບ, ປອດໄພ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ສ່ວນຕາມທ່ານ Som Soreida, ຮອງເລຂາທິການໃຫຍ່ ທັງເປັນໂຄສົກຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ແລ້ວ, ໃນມື້ດຳເນີນການເລືອກຕັ້ງ, ຄະນະກຳມະການເລືອກຕັ້ງແຫ່ງຊາດທຸກຂັ້ນ ບໍ່ມີໃບຮ້ອງຟ້ອງໃດໆກ່ຽວກັບສິ່ງຜິດປົກກະຕິຢູ່ສະຖານທີ່ປ່ອນບັດ, ກໍຄືສະພາບການກ່ຽວກັບການປ່ອນບັດ.

        ກໍ່ໃນວັນທີ 23 ກໍລະກົດ, ເມື່ອແບ່ງປັນໃນບັນຊີສ່ວນຕົວຢູ່ສື່ສັງຄົມອອນລາຍ Telegram,  ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ຖະແຫຼງວ່າ ມີຜູ້ມີສິດເລືອກຕັ້ງກວ່າ 84% ເຂົ້າຮ່ວມການເລືອກຕັ້ງນັ້ນ ເປັນຫຼັກຖານຊີ້ໃຫ້ເຫັນວ່າ ກົນອຸບາຍທຳລາຍການເລືອກຕັ້ງຂອງບາງອິດທິກຳລັງຖືກປະລາໄຊ.

        ສ່ວນບັນດານັກສັງເກດການສາກົນ, ທ່ານ Nuno Gomes Nabiam ນາຍົກລັດຖະມົນຕີ ສາທາລະນະລັດ ກີເນ ບິດຊາວ ເຊິ່ງເປັນຜູ້ທີ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ, ສະມາຊິກຄະນະຕິດຕາມກວດກາ ໄດ້ຕີລາຄາວ່າ ທຸກຂອດລ້ວນແຕ່ດຳເນີນຖືກຕາມຂັ້ນຕອນ ແລະ ຂໍ້ກຳນົດ. ການເລືອກຕັ້ງຮັບປະກັນໄດ້ປັດໄຈເສລີພາບ, ຍຸຕິທຳ ໂປ່ງໃສ.

ການ​ເລືອກ​ຕັ້ງ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ ກຳ​ປູ​ເຈຍ - ảnh 2ປະຊາຊົນ ກໍປູເຈຍ ລ້ວນແຕ່ເຊື່ອໝັ້ນຕໍ່ການນຳພາຂອງພັກປະຊາຊົນ ກຳປູເຈຍ  (ພາບ: VOV)

ຜົນສຳເລັດແມ່ນມາຈາກການກະກຽມຢ່າງລອບຄອບຖີ່ຖ້ວນ

        ການເລືອກຕັ້ງສະພາແຫ່ງຊາດຢູ່ ກຳປູເຈຍ ດຶງດູດຜູ້ມີສິດເລືອກຕັ້ງເຂົ້າຮ່ວມເປັນຈຳນວນຫຼາຍ ແມ່ນໝາກຜົນການກະກຽມຢ່າງລອບຄອບຖີ່ຖ້ວນຂອງບັນດາພັກ, ຂອງລະບົບອຳນາດການປົກຄອງ ກຳປູເຈຍ. ກ່ອນການເລືອກຕັ້ງ, ບັ້ນເຄື່ອນໄຫວຫາສຽງເລືອກຕັ້ງໄດ້ດຳເນີນຢ່າງຟົດຟື້ນໃນຕະຫຼອດ 3 ອາທິດ. ວິວັດທະນາການເລືອກຕັ້ງຂອງ 18 ພັກ ສ່ວນໃຫຍ່ແມ່ນດຳເນີນໄປຢ່າງລຸລ່ວງ, ສະດວກດີ, ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ການເຄື່ອນໄຫວຫາສຽງເລືອກຕັ້ງ ໄດ້ດຳເນີນດ້ວຍຫຼາຍຮູບແບບ, ຂຶ້ນກັບແຕ່ລະຄວາມສາມາດ ແລະ ເງື່ອນໄຂຂອງແຕ່ລະພັກ, ສຸມໃສ່ການເຄື່ອນໄຫວໂຮມຊຸມນຸມມິດຕິງ, ເຕົ້າໂຮມກຳລັງ, ງານຄອນເສີດ, ສາຍ slide, ແຈກຢາຍໃບປິວຢູ່ສະຖານທີ່ສາທາລະນະ, ໂຄສະນາຢູ່ສຳນັກງານພັກ ຫຼື ໂຄສະນາແບບເຄື່ອນທີ່, ແຫ່ຂະບວນຕາມບໍລິເວນຊຸມຊົນ ແລະ ເຂດເລືອກຕັ້ງທີ່ມີຜູ້ສະໝັກເລືອກຕັ້ງ. ບັນດາການເຄື່ອນໄຫວດັ່ງກ່າວ ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນເປັນຈຳນວນຫຼວງຫຼາຍ.

        ໂຄງການການເມືອງ ແລະ ນະໂຍບາຍຂອງພັກປະຊາຊົນກຳປູເຈຍ (CPP) ແລະ 17 ພັກອື່ນ, ເປັນຕົ້ນແມ່ນ: FUNCINPEC, ຂະແມສາມັກຄີແຫ່ງຊາດ (KNUP), ຊາວກະສິກອນ (FP), ແມ່ຍິງ ເພື່ອແມ່ຍິງ (WPFW), ຊາວໜຸ່ມ ກຳປູເຈຍ (CYP),... ກໍໄດ້ເອົາລົງພາຫະນະສື່ສານຕ່າງໆເປັນປະຈຳ, ເປັນຕົ້ນແມ່ນ: ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມເອເລັກໂຕນິກ... ບັນດາພັກສ່ວນຫຼາຍ ໄດ້ສຸມໃສ່ມາດຕະການແກ້ໄຂບັນດາບັນຫາສັງຄົມ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ເປັນຕົ້ນແມ່ນ: ລົບລ້າງໄພສັງຄົມ, ຢາເສບຕິດ, ເບິ່ງແຍງດູແລຜູ້ເຖົ້າຜູ້ແກ່, ຜູ້ພັກບຳນານ, ທີ່ດິນ, ບັນດາລະບຽບການບໍລິຫານສາທາລະນະ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ໃນສະພາບການລວມນັ້ນ, ໂຄງການຫາສຽງເລືອກຕັ້ງຮອບດ້ານຂອງ CPP  ມີກຳລັງແຮງດູດດື່ມຢ່າງໃຫຍ່ຫຼວງສຳລັບຜູ້ມີສິດເລືອກຕັ້ງ ກຳປູເຈຍ ທຸກຊັ້ນວັນນະ, ທຸກພາກສ່ວນ ແລະ ເກນອາຍ. ຜູ້ມີສິດເລືອກຕັ້ງຫຼາຍຄົນ ຕີລາຄາສູງແຜນນະໂຍບາຍຂອງພັກປະຊາຊົນ ກຳປູເຈຍ ກ່ຽວກັບການສືບຕໍ່ປະຕິບັດແນວທາງການຕ່າງປະເທດເອກະລາດ, ອີງໃສ່ກົດໝາຍ, ສ້າງສາຍພົວພັນມິດຕະພາບ ແລະ ຮ່ວມມື ນັບມື້ນັບດີງາມກວ່າ ລະຫວ່າງ ກຳປູເຈຍ ກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ການຮ່ວມມືເພື່ອເປົ້າໝາຍປັບປຸງ, ຍົກສູງລະດັບຄອງຊີບ ແລະ ກາລະໂອກາດພັດທະນາໃຫ້ແກ່ປະຊາຊົນ.

        ການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ ແມ່ນການຫາສຽງເລືອກຕັ້ງຄັ້ງທີ 7 ຂອງ ກຳປູເຈຍ ນັບແຕ່ປີ 1993. ເຖິງວ່າໝາກຜົນທາງການ ຄາດວ່າຈະໄດ້ປະກາດໃນວັນທີ 9 ສິງຫາ ກໍຕາມ, ແຕ່ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດແມ່ນຢູ່ໃນລະດັບສູງ, ວິວັດທະນາການເລືອກຕັ້ງໄດ້ດຳເນີນໄປດ້ວຍຄວາມເສລີພາບປອດໄພ, ໂປ່ງໃສ, ຊີ້ໃຫ້ເຫັນການເລືອກຕັ້ງເໝາະສົມກັບ ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ກຳປູເຈຍ. ຜູ້ມີສິດເລືອກຕັ້ງນັບລ້ານຄົນນັ້ນ ແມ່ນນັບລ້ານຄວາມປາດດຖະໜາກ່ຽວກັບພື້ນຖານສັນຕິພາບ, ສະຖຽນລະພາບ ເພື່ອປະເທດ ກຳປູເຈຍ ສືບຕໍ່ພັດທະນາ./.

ຕອບກັບ

ຂ່າວ/ບົດ​ອື່ນ