(VOVWORLD) - ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ໄດ້ຮັບການຮັບຮອງຈາກ UNESCO ຍ້ອນຕອບສະໜອງໄດ້ທຸກມາດຖານຂອງມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ.
(ວິຫານ ຮຸ່ງ)
|
ວັນທີ 06 ທັນວາ 2012, ຢູ່ ປາຣີ, ປະເທດ ຝລັ່ງ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ໄດ້ຮັບຮອງການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ແຂວງ ຝູເຖາະ, ຫວຽດນາມ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ. “ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ” ສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ບັນພະບູລຸດ, ຈຸດວັດທະນະທຳເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ, ໄດ້ກາຍເປັນຊັບສົມບັດລວມຂອງມວນມະນຸດ.
ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ໄດ້ຮັບການຮັບຮອງຈາກ UNESCO ຍ້ອນຕອບສະໜອງໄດ້ທຸກມາດຖານຂອງມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ. ໃນນັ້ນ, ບັນດານັກຊ່ຽວຊານຂອງ UNESCO ໄດ້ເນັ້ນໜັກເຖິງມໍລະດົກທີ່ມີຄຸນຄ່າພົ້ນເດັ່ນມີລັກສະນະທົ່ວໂລກ, ພິເສດແມ່ນລັກສະນະວັດທະນະທຳມະນຸດ, ເປັນໜຶ່ງດຽວຂອງການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ.
ເຕົ້າໂຮມວັດທະນະທຳແຫ່ງກົກເຄົ້າເຫງົ້າກໍ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ
ບັນດາສະໄໝສັກດີນາລ້ວນແຕ່ຖືເປັນສຳຄັນ ແລະ ສົ່ງເສີມປະຊາຊົນປະຕິບັດການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ. ບັນດາເຈົ້າຊີວິດໄລຍະສຸດທ້າຍໃນສະໄໝລາດຊະວົງ ເລ, ໄຕເຊີນ ແລະ ຫງວຽນ ກໍ່ລ້ວນແຕ່ອອກພະລາຊະດຳລັດຍົກລະດັບບັນດາວິຫານບູຊາເຈົ້າຊີວິດຮຸ່ງ ຢູ່ແຂວງ ຝູເຖາະ.
(ນັກປະຫວັດສາດ ເຢືອງຈູງກວກ) |
ເມື່ອປະເທດ ຫວຽດນາມ ປະກາດເອກະລາດ (02 ກັນຍາ 1945), ພັກ, ລັດ ໄດ້ເອົາໃຈໃສ່ເປັນພິເສດເຖິງການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ. ວັນທີ 18 ກຸມພາ 1946, ປະທານ ໂຮ່ຈີມິນ ໄດ້ປະກາດໃຊ້ລັດຖະດຳລັດກຳນົດກ່ຽວກັບບັນດາວັນບຸນໃຫຍ່ປະຈຳປີ, ໃນນັ້ນໄດ້ກຳນົດວ່າ ພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໃນວັນທີ 10 ມີນາ ໄລ່ຕາມຈັນທະປະຕິທິນ ຂອງແຕ່ລະປີແມ່ນໄດ້ພັກມື້ໜຶ່ງ. ແລະກໍ່ໃນວັນທີ 10 ມີນາ ປີ 1946, ພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ - ງານບຸນວິຫານຮຸ່ງ ຄັ້ງທຳອິດຂອງປະເທດ ຫວຽດນາມ ເອກະລາດ ໄດ້ຈັດຂຶ້ນຢ່າງສົມກຽດ. ນັກປະຫວັດສາດ ເຢືອງຈູງກວກ ໃຫ້ຮູ້ວ່າ:
“ພາຍຫຼັງຍາດເອົາເອກະລາດ, ປີ 1946, ປະທານ ໂຮ່ຈີມິນ ໄດ້ເປັນປະທານພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ. ແລະກໍ່ໃນຈຸດເວລານັ້ນ, ທ່ານລັດຖະມົນຕີກະຊວງພາຍໃນ ຮວິ່ງທຸກຄາງ ໄດ້ນຳໜ້າຄະນະຜູ້ແທນລັດຖະບານໄປແຂວງ ຝູເຖາະ ເພື່ອຖະຫວາຍເຄື່ອງບູຊາ, ໃນນັ້ນໄດ້ຖະຫວາຍແຜນທີ່ປະເທດຊາດໂຮມພາກເໜືອ - ພາກກາງ - ພາກໃຕ້ ເປັນໜຶ່ງດຽວ ແລະ ດາບອັນໜຶ່ງເພື່ອສະແດງໃຫ້ເຫັນເຈດຈຳນົງປົກປັກຮັກສາປະເທດຊາດ”.
ມາຮອດປະຈຸບັນ, ຫວຽດນາມ ແມ່ນປະເທດໜຶ່ງດຽວໃນໂລກ ທີ່ມີການເຫຼື້ອມໃສບູຊາບັນພະບູລຸດໄດ້ຮັບການອະນຸລັກຮັກສາ ແລະ ສືບທອດຜ່ານນັບພັນປີແຫ່ງປະຫວັດສາດ. ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ຍັງໄດ້ສືບທອດຈາກລຸ້ນນີ້ໄປສູ່ລຸ້ນອື່ນ, ມໍລະດົກທີ່ລ້ຳຄ່ານັ້ນແມ່ນການເຕົ້ມໂຮມວັດທະນະທຳຂອງກົກເຄົ້າເຫງົ້າກໍ ແລະ ກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຈີເບັນ, ອະດີດຫົວໜ້າສະຖາບັນວັດທະນະທຳສິລະປະແຫ່ງຊາດ ຫວຽດນາມ, ຖືວ່າ:
“ການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ໄດ້ຕອບສະໜອງຕາມທຸກມາດຖານຂອງ UNESCO ກ່ຽວກັບມໍລະດົກຕາງໜ້າໃຫ້ມວນມະນຸດ. ການເຫຼື້ອມໃສບູຊານີ້ມີໂຄງການກະທຳ ພ້ອມກັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຄົມ ແລະ ປະຊາຊົນ ຫວຽດນາມ ຖືນີ້ແມ່ນສ່ວນໜຶ່ງໃນວັດທະນະທຳ ແລະ ສີສັນຂອງຊາດ”.
ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳກົກເຄົ້າເຫງົ້າກໍ
ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ບໍ່ພຽງແຕ່ແມ່ນການສືບຕໍ່ມູນເຊື້ອກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳເທົ່ານັ້ນ, ຫາກຍັງຢັ້ງຢືນພື້ນຖານເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການຢ່າງຮອບດ້ານຂອງຊາດ ຫວຽດນາມ ອີກດ້ວຍ. ນັ້ນແມ່ນກົກເຄົ້າຕໍ່ກຳລັງແຮງໃຫ້ແກ່ລຸ້ນປະຈຸບັນ ແລະ ລຸ້ນຫຼັງ ພ້ອມກັນສ້າງ ຫວຽດນາມ ໃຫ້ເຂັ້ມແຂງແຮງກ້າ. ທ່ານ ໂຮ່ດ້າຍຢຸງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຝູເຖາະ, ເນັ້ນໜັກວ່າ:
“ແຂວງ ຝູເຖາະ ພ້ອມກັບບັນດານັກຄົ້ນຄວ້າ, ນັກປະຫວັດສາດ ແລະ ສະຖາບັນວິທະຍາສາດຂອງ ຫວຽດນາມ… ພ້ອມກັນຄົ້ນຄວ້າ, ເປັນເອກະພາບພິທີໄຫວ້ບູຊາໃຫ້ຖືກຕາມມາດຕະຖານທີ່ສຸດ. ຢູ່ບັນດາທ້ອງຖິ່ນອື່ນທີ່ມີສະຖານທີ່ ແລະ ຫໍບູຊາເຈົ້າຊີວິດ ຮຸ່ງເວືອງ, ພວກຂ້າພະເຈົ້າໄດ້ເປັນເຈົ້າການຕິດຕໍ່ກັບແຂວງ ເພື່ອສົມທົບກັນຈັດງານບຸນໃຫ້ດຳເນີນໄປຢ່າງຄົບຊຸດ, ວັດຖຸບູຊາກໍ່ເປັນເອກະພາບກັນ. ມາຮອດປະຈຸບັນ, ພິທີໄຫວ້ບູຊາບັນພະບູລຸດ ແລະ ຖະຫວາຍທູບທຽນບູຊາເຈົ້າຊີວິດ ຮຸ່ງ ໄດ້ມີຄວາມເປັນເອກພາບໂດຍພື້ນຖານລະຫວ່າງບັນດາແຂວງນຳກັນແລ້ວ”.
ຄືດັ່ງຄຳໝັ້ນສັນຍາ, ຮອດເດືອນ 3 (ໄລ່ຕາມຈັນທະປະຕິທິນ), ທຸກໆຄົນຢູ່ທຸກແຖບຖິ່ນໃນທົ່ວປະເທດກໍ່ພາກັນໄປນະມັດສະການກັບເມືອເຂດດິນແດນແຫ່ງບັນພະບູລຸດ. ໂດຍບໍ່ມີການຈຳແນກອາຍຸ, ຊົນເຜົ່າ, ສາສະໜາ, ຜູ້ໃດກໍ່ສະແດງຄວາມເຄົາລົບນັບຖືມຸ່ງໄປສູ່ຍອດພູທີ່ສັກກະລະບູຊາ ເງັ້ຍລິ້ງ.
“ເຖິງວ່າເປັນຜູ້ເຊື່ອຖືສາສະໜາກາໂຕລິກ ກໍ່ຕາມ, ແຕ່ຍາມໃດຂ້າພະເຈົ້າກໍ່ຄິດເຖິງບັນພະບູລຸດ… ມາແຫ່ງນີ້ກໍ່ຄືກັບມາຫາພໍ່ແມ່… ເຖິງວ່າຮັ່ງມີ, ທຸກຍາກ, ເຖິງວ່າເປັນຊົນເຜົ່າໃດກໍຕາມ, ພວກເຮົາຍາມໃດກໍ່ມີຄວາມຮັກຫອມກັນ, ພ້ອມກັນສາມັກຄີ, ໜູນຊ່ວຍກັນສ້າງສາປະເທດຊາດ ແລະ ບັນດາພື້ນຖານເຊິ່ງເຈົ້າຊີວິດ ຮຸ່ງ ໄດ້ປະໄວ້ໃຫ້ພວກເຮົາ”.
“ຂ້າພະເຈົ້າກໍ່ຊອກຮູ້ກ່ຽວກັບການເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ ແຕ່ມີພຽງແຕ່ມາແຫ່ງນີ້, ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ນັ້ນ, ຄວາມຮູ້ສຶກນຶກຄິດກໍ່ຍິ່ງເພີ່ມຂຶ້ນຫຼາຍ. ຂ້າພະເຈົ້າເຫັນວ່າ ຕົນເອງຕ້ອງມີຄວາມຮັບຜິດຊອບແຜ່ຂະຫຍາຍບັນດາຄຸນຄ່ານີ້ໄປເຖິງຫຼາຍຄົນກວ່າອີກ”.
ຮັກສາ, ເສີມຂະຫຍາຍວັດທະນະທຳແຫ່ງກົກເຄົ້າເຫງົ້າກໍ ກໍ່ແມ່ນວິທີເພື່ອປຸກລຸກ ນ້ຳໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ ແລະ ຄວາມຄາດຫວັງພັດທະນາປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງ ຫຼາຍກວ່າເກົ່າ, ໃຫ້ສົມກັບມູນເຊື້ອປະຫວັດສາດທີ່ສະຫງ່າລາສີ ອະລິຍະທຳນັບພັນປີຂອງຊາດ ຫວຽດນາມ./.