ການ​ແຂ່ງ​ຂັນຄວາມເປັນ​ເຈົ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ສ້າງ​ກຳ​ລັງ​ຫນູນ​ເຕ​ີບ​ໂຕ​ໃຫມ່

(VOVWORLD) -ໄລຍະພັດທະນາ ແຕ່ປີ 2021  2030, ວິໄສທັດຮອດປີ 2045, ພັກ ແລະລັດ ຫວຽດນາມ ຕັ້ງຫລາຍຄວາມຫວັງຕໍ່ບົດບາດພື້ນຖານດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຖືວ່າ ນີ້ແມ່ນ “ບຸກທະລຸຍຸດທະສາດ”, “ກຳລັງຫນູນຕົ້ນຕໍ” ເພື່ອສ້າງບາດກ້າວກະໂດດຂັ້ນກ່ຽວກັບສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ້ງແຍ່ງຂອງພື້ນຖານເສດຖະກິດ.  ສະນັ້ນ ບັນດານັກວິທະຍາສາດ ແລະ ປະຊາຄົມວິສາຫະກິດ ໄດ້ພ້ອມກັນມານະພະຍາຍາມພັດທະນາວິທະຍາສາດເຕັກນິກ ແລະ ນະວັດຕະກຳ ຕິດພັນກັບບັນດາເປົ້າໝາຍພັດທະນາແບບຍືນຍົງຂອງປະເທດຊາດ.  ຂະບວນການແຂ່ງຂັນນີ້ແມ່ນສືບທອດເນື້ອໃນຈິດໃຈ 75 ປີ (11/6/1948-11/6/2023) ແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ, ໄດ້ສ້າງເປັນກຳລັງຫນູນເຕີບໂຕໃຫມ່ຂອງປະເທດຊາດ.
ການ​ແຂ່ງ​ຂັນຄວາມເປັນ​ເຈົ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ສ້າງ​ກຳ​ລັງ​ຫນູນ​ເຕ​ີບ​ໂຕ​ໃຫມ່ - ảnh 1ພາບປະກອບ: Bộ Công thương

ໄລຍະຜ່ານມາ,ບັນດານັກວິທະຍາສາດ, ວິສາຫະກິດ, ກຳລັງວິທະຍາສາດເຕັກໂນໂລຊີ ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອເຕີບໃຫຍ່, ເຂົ້າຮ່ວມຂະບວນການແຂ່ງຂັນພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຢ່າງຕັ້ງຫນ້າ ເພື່ອຍູ້ແຮງພາລະກິດປ່ຽນແປງໃຫມ່ຂອງປະເທດຊາດ.

ແຂ່ງຂັນເປັນເຈົ້າວິທະຍາສາດເຕັກໂນໂລຊີ

ຢູ່ ສູນວິເຄາະຖານຂໍ້ມູນ Viettel Telecom, ມີຫລາຍໂຄງການສຳຄັນ ໄດ້ ແລະ ພວມໄດ້ຮັບການປະຕິບັດ, ຊ່ວຍແກ້ໄຂຫລາຍມາດຕະການດຳເນີນທຸລະກິດ ຂອງ Viettel ຢູ່ ຫວຽດນາມ ແລະ ບັນດາຕະຫລາດຕ່າງປະເທດຄື: ລາວ, ກຳປູເຈຍ, ເປຣູ, ມຽນມາ. ທ່ານ ຫງວຽນເຈີນງອັກລິງ, ຜູ້ອຳນວຍການສູນດັ່ງກ່າວ ພ້ອມກັບໝູ່ຄະນະລັດຖະກອນ ພວມພ້ອມກັນແຂ່ງຂັນມຸ່ງໄປເຖິງເປົ້າໝາຍກໍ່ສ້າງສູນວິເຄາະຖານຂໍ້ມູນ Bigdata ລະດັບສາກົນ.

 “ນີ້ແມ່ນການກຳນົດທິດຂອງ ກຸ່ມບໍລິສັດ ຕະຫລອດຮອດບໍລິສັດໃຫຍ່ ແລະ ພວກຂ້າພະເຈົ້າແມ່ນຄະນະຜູ້ອຳນວຍການຂອງສູນ. ກຸ່ມບໍລິສັດ Viettel ຍາມໃດກໍ່ປຸກລະດົມຂະບວນການ Startup, ຊອກຫາສິ່ງໃຫມ່ອ່ຽມ. ພວກຂ້າພະເຈົ້າບໍ່ມີຄວາມເພິ່ງພໍໃຈຕໍ່ບັນດາຜະລິດຕະພັນ,  ຄວາມຮູ້, ເຕັກໂນໂລຊີທີ່ຕົນເອງພວມມີ ຫາກຍັງຕ້ອງອັບເດດພູມປັນຍາໃຫມ່ຈາກໂລກອີກດ້ວຍ”

ສຸມໃສ່ພັດທະນາເຕັກໂນໂລຊີໃຫມ່ຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ທ່ານ ປອ ຫງວຽນຟີເລ ແລະ ຜູ້ຮ່ວມງານຢູ່ສູນສາກົນຄົ້ນຄ້ວາກ່ຽວກັບປັນຍາປະດິດ, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ພວມແຂ່ງຂັນຄົ້ນຄ້ວາການໝູນໃຊ້ປັນຍາປະດິດເພື່ອເກັບກຳຂໍ້ມູນ ແລະ ພະຍາກອນຄຸນນະພາບຂອງອາກາດ.

ການ​ແຂ່ງ​ຂັນຄວາມເປັນ​ເຈົ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ສ້າງ​ກຳ​ລັງ​ຫນູນ​ເຕ​ີບ​ໂຕ​ໃຫມ່ - ảnh 2ທ່ານ ບຸ່ຍເທຢູຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ. ພາບ: Trí thức trẻ

ສ້າງກຳລັງຫນູນການເຕີບໂຕໃຫມ່ໃຫ້ແກ່ປະເທດຊາດ

ບົດລາຍງານດັດຊະນີນະວັດຕະກຳທົ່ວໂລກ ໂດຍອົງການຊັບສິນທາງປັນຍາໂລກ(WIPO), ປະກາດປີ 2022 ໃຫ້ເຫັນວ່າ: ຫວຽດນາມ ສືບຕໍ່ຮັກສາລະດັບສູງໃນຕາຕະລາງຈັດອັນດັບປີ 2022, ແມ່ນຢູ່ອັນດັບ 48/132 ປະເທດ, ພື້ນຖານເສດຖະກິດ ແລະ ຂຶ້ນກັບກຸ່ມປະເທດບັນລຸຄວາມກ້າວຫນ້າໃຫຍ່ສຸດໃນທົດສະວັດຜ່ານມາ. ຫວຽດນາມ ໄດ້ຮັບການຮັບຮູ້ວ່າແມ່ນຫນຶ່ງໃນບັນດາປະເທດມີການເຕີບໂຕ TFP ເປັນບວກ ແລະຂຶ້ນກັບກຸ່ມບັນດາປະເທດ TFP ເພີ່ມຂຶ້ນສູງທີ່ສຸດ ດ້ວຍລະດັບສະເລ່ຍແມ່ນ 1,4%/ປີ. ບັນລຸໝາກຜົນຄືດັ່ງກ່າວແມ່ນຍ້ອນມີການປະກອບສ່ວນບໍ່ແມ່ນຫນ້ອຍຈາກນັກວິທະຍາສາດ ແລະ ວິສາຫະກິດຜະລິດດຳເນີນທຸລະກິດ.

ເຖິງແນວນັ້ນກໍຕາມ, ຫວຽດນາມ ຄວນມີບັນດາກຳລັງຫນູນໃຫມ່ໃຫ້ແກ່ການເຕີບໂຕເສດຖະກິດ ເພື່ອບັນລຸເປົ້າໝາຍໃຫ້ກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງໃນປີ 2045, ໃນນັ້ນ ວິທະຍາສາດ, ນະວັດຕະກຳ ແມ່ນພື້ນຖານຕົ້ນຕໍໃນການຍົກສູງລາຍຮັບ ແລະ ປັບປຸງຄຸນນະພາບການເຕີບໂຕ. ທ່ານ ບຸ່ຍເທຢີ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ: ອົງການນີ້ ໄດ້ຜັນຂະຫຍາຍຫລາຍໂຄງການ, ກໍ່ສ້າງ, ປັບປຸງບັນດານະໂຍບາຍເພື່ອແນໃສ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກວິທະຍາສາດເສີມຂະຫຍາຍກຳລັງຄວາມສາມາດການປະດິດສ້າງ.

“ໄລຍະຜ່ານມາ, ພວກຂ້າພະເຈົ້າ ໄດ້ມີການດັດປັບຫລາຍຢ່າງໃນການຜັນຂະຫຍາຍບັນດານະໂຍບາຍກ່ຽວກັບ ວິທະຍາສາດ, ນະວັດຕະກຳ, ພິເສດໄລຍະຈະມາເຖິງ ພວກຂ້າພະເຈົ້າມີຫລາຍນະໂຍບາຍ, ໂຄງການຫນູນຊ່ວຍວິສາຫະກິດກໍຄືຫນູນຊ່ວຍການເຊື່ອມຕໍ່ວິສະຫາກິດກັບບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລກໍຄືຊຸກຍູ້ຫລາຍໂຄງການ ເພື່ອຊ່ວຍວິສາຫະກິດປະຕິບັດການເຄື່ອນໄຫວນະວັດຕະກຳ”

 ຫວຽດນາມ ສູ້ຊົນຮອດປີ 2030 ແມ່ນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄຫມ, ລາຍຮັບສະເລ່ຍສູງ; ຮອດປີ 2045 ກາຍເປັນປະເທດພັດທະນາມີລາຍຮັບສູງ. ເປົ້າໝາຍນີ້ແມ່ນພາໃຫ້ບັນດານັກວິທະຍາສາດມີກາລະໂອກາດ ແລະ ກໍ່ປະສົບກັບສິ່ງທ້າທາຍໃນການປ່ຽນໃຫມ່ ເພື່ອໃຫ້ວິທະຍາສາດເຕັກໂນໂລຊີ ຫວຽດນາມພັດທະນາວ່ອງໄວກວ່າ, ແທດຈິງກວ່າ ແລະໝັ້ນຄົງກວ່າ. ດ້ວຍບັນດາການປ່ຽນໃຫມ່ໃນການຄົ້ນຄ້ວາ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ, ເປັນທີ່ຈະແຈ້ງແລ້ວວ່າ ບັນດານັກວິທະຍາສາດ ແລະ ປະຊາຄົມວິສາຫະກິດ ໄດ້ ແລະ ພວມປະຕິບັດການແຂ່ງຂັນຮັກຊາດຢ່າງຖືກຕ້ອງຕາມເນື້ອໃຈຈິດໃຈ ຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈີມິນ ກ່ອນນີ້ 75 ປີ. ການແຂ່ງຂັນຮັກຊາດໃນຂົງເຂດການຄົ້ນຄ້ວາ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ ໄດ້ສ້າງກຳລັງຫນູນເຕີບໂຕໃຫມ່ໃນການພັດທະນາເສດຖະກິດສັງຄົມ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ