ການແຂ່ງຂັນຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາປີ 2016

ການ​ແຂ່ງ​ຂັນ​ເພື່ອ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາ​ໃນ​ປີ 2016 ພວມ​​ເຄັ່ງຮ້ອນ​ຂຶ້ນ. ພ້ອມ​ກັບ​ເລື່ອງ​ປະ​ກາດ​ອອກ​ຫາ​ສຽງເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ບັນ​ດາ​ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ​ກໍ​ພວມ​ມາ​ນະ​ພະ​ຍາ​ຍາມ​ທຸ່ມ​ເຫື່ອເທ​ແຮງ​ເພື່ອ​ຜ່ານ​ຜ່າ​ ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງຄົນ​ອື່ນໆ​ເພື່ອ​ຍາດ​ເອົາ​ສິດ​ເຂົ້າ​ຮ່ວມ​​ການ​ຫາ​ສຽງ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາປີ 2016 ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ພັກ​ຕົນ​. ການ​ແຂ່ງ​ຂັນ​ເພື່ອ​ເລືອກ​ເອົາ​ຜູ້​ສືບ​ທອດປະ​ທາ​ນາ​ທິ​ບໍ​ດີ​ Barak Obama ເມື່ອ​ວັນ​ທີ 8/11/2016, ຄາດ​ຄະ​ເນ​ວ່າ ຈະ​ມີ​ການ​ຜັນ​ແປຫຼາຍ​ຢ່າງ​ທີ່ບໍ່​​ອາດຄາດ​ຄິດ​ລ່​ວງ​ໜ້າ.

    ການ​ຊອກ​ຫາຜູ້​ສະ​ໝັກຮັບ​ເລືອກ​ຕັ້ງທີ່​ດີ​ເດ​ັ່ນ​ຂອງ​ທັງ​ພັກ​ປະ​ຊາ​ທິ​ປະ​ໄຕ ແລະ ພັກ​ສາ​ທາ​ລະ​ນະ ໄດ້​ເລີ່ມ​ດຳ​ເນີນ​ນັບ​ແຕ່​ຕົ້ນ​ປີນີ້, ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ການ​ເມືອງຫຼາຍ​ທ່ານ. ແຕ່​ພາຍຫຼັງທີ່ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Hillary Clinton ປະ​ກາດ​ອອກ​ຫາ​ສຽງ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາພຽງ 2-3 ວັນເທົ່າ​ນັ້ນ, ໄດ້ເຮັດ​ໃຫ້​ການ​ແຂ່ງ​ຂັນ​ຫາ​ສຽງ​ເລືອກ​ຕັ້ງເຄັ່ງຮ້ອນຂຶ້ນ

   ຊອກ​ຫາຜູ້​ສະ​ໝັກຮັບ​ເລືອກ​ຕັ້ງທີ່​ດີ​ເດັ່ນ

  ນັກ​ການ​ເມືອງ​ຍິງ Hillary Clinton ປີນີ້ ມີ​ອາ​ຍຸ 68 ປີ, ເປັນ​ພັນ​ລະ​ຍາ​ຂອງ​ອະ​ດີດປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ Bill Clinton ແລະ ໃນ​ອະ​ດີດ​ແມ່ນລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ ແລະ ​ມາ​ຮອດ​ຈຸດ​ເວ​ລານີ້ ກໍເປັນຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ​ທີ່​ມີ​ແງ່​ຫວັງ​ດີກວ່າ​ໝູ່​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕສຳ​ລັບ​ການຫາ​ສຽງ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ. ປະ​ຈຸ​ບັນ, ພັກ​ນີ້ ຍັງ​ບໍ່​ທັນ​ມີຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ​ຄົນ​ໃດ​ທີ່​ດີ​ເດັ່ນ ເພື່ອ​ສາ​ມາດ​ກາຍ​ເປັນ​ຄູ່​ແຂ່ງ​ຂອງຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ Hillary Clinton.

 

ການແຂ່ງຂັນຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາປີ 2016 - ảnh 1
ທ່ານ​ນາງ Hillary Clinton ເປັນຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ​ທີ່​ມີ​ແງ່​ຫວັງ​ດີກວ່າ​ໝູ່​ຂອງ​ພັກ​ປະ​ຊາ​ທິປະ​ໄຕສຳ​ລັບ​ການຫາ​ສຽງ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ

    ສ່ວນພັກສາ​ທາ​ລະ​ນະນັ້ນ, ໃນ​ມໍ່ໆ​ມານີ້, ທ່ານ Marco Rubio , ອາ​ຍຸ 43 ປີ​ໄດ້​ກາຍ​ເປັນ​ສະ​ມາ​ຊິກ​​ສະ​ພາ​ສູງສັງ​ກັດພັກສາ​ທາ​ລະ​ນະ ທີ່​ໜຸ່ມ​ແໜ້ນກວ່າ​ໝູ່​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ກາຍ​ເປັນ​ຜູ້​ນຳ​ທຳ​ນຽບ​ຂາວ ຂະ​ນະ​ທີ່​ໄດ້ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ ຈະ​ຜັນ​ຂະ​ຫຍາຍບັ້ນ​ຫາ​ສຽງ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ. ເປັນ​ອັນ​ວ່າ ນັກ​ການ​ເມືອງ​ຄົນ​ນີ້ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ນັກ​ການ​ເມືອງ​ທີ່​ມີ​ປະ​ສົບ​ການ​ຄົນ​ອື່ນໆໃນ​ເລື່ອງ​ກາຍ​ເປັນ​ບຸກ​ຄົນ​ຖື​ກ​ສະ​ເໜີ​ອອກສະ​ໝັກຮັບ​ເລືອກ​ຕັ້ງ​ຂອງ​ພັກ​ນີ້ຄື : ທ່ານ Jeb Bus ສະ​ມາ​ຊິກ​ສະ​ພາ​ສູງສັງ​ກັດພັກສາ​ທາ​ລະ​ນະ​ຂອງ​ລັດ Florida. ກ່ອນ​ໜ້ານັ້ນ, ພັກສາ​ທາ​ລະ​ນະ ໄດ້​ມີຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ 2 ທ່ານ ປະ​ກາດ​ອອກ​ສະ​ໝັກຮັບ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ຊຶ່ງ​ລວມ​ມີ ສະ​ມາ​ຊິກ​ສະ​ພາ​ສູງ Ted cruz ແລະ ສະ​ມາ​ຊິກ​ສະ​ພາ​ສູງ Rand Paul. ນອກ​ຈາກນັ້ນ, ທ່ານ Jeb Bus ອະ​ດີດ​ຜູ້​ວ່າ​ການ​ລັດ Florida ຊຶ່ງ​ແມ່ນ​ນ້ອງ​ຊາຍ​ຂອງ​ອະ​ດີດປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ George W. Bush ແລະ ແມ່ນລູກ​ຊາຍ​ຂອງ​ອະ​ດີດປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ George Bush ກໍ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ອາດ​ຈະ​ເຂົ້າຮ່ວມການ​ແຂ່ງ​ຂັນ​ກາຍ​ເປັນຜູ້​ສະ​ໝັກຮັບ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ.

    ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງສັງ​ກັດພັກສາ​ທາ​ລະ​ນະ ຫຼື ພັກ​ປະ​ຊາ​ທິ​ປະ​ໄຕ​​ສາ​ມາດເອົາ​ຊະ​ນະ ?

   ຈຸດ​ສຸມ​ຂອງບັ້ນ​ຫາ​ສຽງ​ເລືອກ​ຕັ້ງຂອງ​ທ່າ​ນ​ນາງ Hillary Clinton ແມ່ນ​ຊ່ວຍ​ພວກ​ຊົນ​ຊັ້ນ​ກາງ ແລະ ຫຼຸດ​ຜ່ອນ​ຄວາມ​ຜິດ​ໂຕນ​ດ້ານ​ລາຍ​ຮັບ​ໃນສັງ​ຄົມ. ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ມີ​ເຫດ​ຜົນຫຼາຍ​ພໍ​ສົມ​ຄວນ​ເພື່ອ​ຊ່ວຍ​ທ່ານ​ນາງ Hillary Clinton ຍາດ​ເອົາ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ໃນ​ການ​ແຂ່ງ​ຂັນ​ເຂົ້າ​ທຳ​ນຽບ​ຂາ​ວ​ໃນ​ປີ 2016. ກ່ອນ​ອື່ນ​ໝົດ, ໃນ​ຕົວ​ຈິງ, ຂະ​ບວນ​ການ​ສັງ​ຄົມ​ໄດ້​ນຳ​ແມ່​ຍິງ​ກາຍ​ເປັນຜູ້ມີ ​ສິດ​ອຳ​ນາດສູງ​ສຸດ​ຊຶ່ງ​ພວມ​ເກີດ​ຂຶ້ນ​ຢູ່​ທົ່ວ​ປະ​ເທດ​ອາ​ເມ​ລ​ິ​ກາ ແລະ ນີ້​ແມ່ນ​ທ່າ​ໄດ້​ປຽບ​ຂອງ​ທ່ານ​ນາງ Hillary Clinton. ທ່ານ​ນາງ​ກໍ​ມີ​ໃນ​ກຳ​ມື ກົ​ງ​ຈັກ​ທີ່​ພ້ອມ​ແລ້ວ​ກະ​ທຳ​ເພື່ອ​ທ່າ​ນນາງ ຍ້ອນ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໃນ​ການ​ຂົນ​ຂວາຍ​ຫາ​ສຽ​ງ​ສະ​ໜັບ​ສະ​ໜູນທີ່​ພົ້ນ​ເດັ່ນ. ນອກ​ຈາກນັ້ນ, ຄວາມ​ສ​າ​ມາດ​ດ້ານ​ການ​ເງິນ​ຢ່າງ​ໃຫຍ່ຫຼວງ ແລະ ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ​, ທ່ານນາງ​ມີ​ “ຊັບສົມ​ບັດ​ອັນ​ລ້ຳ​ຄ່າ” ນັ້ນ​ແມ່ນ​ມີ​ສາ​ມີ​ແມ່ນ​ ອະ​ດີດປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ Bill Clinton ຊຶ່ງ​ໄດ້ສ້າງ​ທ່າ​ດີ​ທີ່​ສຸດ​ໃຫ້​ແກ່​ທ່ານ​ນາງ. ພ້ອມ​ກັນ​ນັ້ນ, ທ່ານ​ນາງ Hillary Clinton ໄດ້​ຜ່ານ​ການ​ດຳ​ລົງ​ຕຳ​ແໜ່ງ​ຕ່າງໆ​ທີ່​ສຳ​ຄັນ​ຂອງ​ອາ​ເມ​ລິ​ກາ. ເພາະ​ສະ​ນັ້ນ, ການ​ແຂ່ງ​ຂັນ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຍິງ​ຂອງ​ອາ​ເມ​ລິ​ກາ​ຂອງ ​ທ່າ​ນນາງ Hillary Clinton ພວມ​ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ.

     ການ​ແຂ່ງ​ຂັນ​ຫາ​ສຽງ​ເລືອກ​ຕັ້ງ​ຍັງ​ຈະ​ມີ​ການ​ຜັນ​ແປຫຼາຍ​ຢ່າງ

  ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາ​ລະ​ກິດ​ການ​ເມືອງ​ຂອງ ​ທ່າ​ນ​ນາງ Hillary Clinton ຍັງ​ປະ​ສົບ​ກັບ​ສິ່ງ​ທ້າທາຍຫຼາຍ​ຢ່າງ​ຂະ​ນະ​ທີ່​ ພັກສາ​ທາ​ລະ​ນະພວມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ປີ 2016 ​ຂອງ​ທ່ານ​ນາງ ຢ່າງບໍ່​ຢຸດຢັ້ງ ​. ປະ​ຈຸ​ບັນ, ພັກສາ​ທາ​ລະ​ນະມີ​ສະ​ມາ​ຊິກກວ່າ 10 ຄົນ​ໄດ້​ຮັບ​ຖື​ວ່າ ມີ​ຄວາມ​ສາ​ມາດ​ອອກຫາ​ສຽງ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ. ໃນ​ນັ້ນ, ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງໄດ້​ຮັບ​ຖື​ວ່າ ມີ​ແງ່​ຫວັງ​ດີກວ່າ​ໝູ່​ແມ່ນທ່ານ Jeb Bus ອະ​ດີດ​ຜູ້​ວ່າ​ການ​ລັດ Florida ຊຶ່ງ​ແມ່ນ​ນ້ອງ​ຊາຍ​ຂອງ​ອະ​ດີດປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ George W. Bush. ນອກ​ຈາກນັ້ນ​, ຍັງ​ມີ​ຄູ່​ແຂ່ງ​ທີ່​ສຳ​ຄັນອີກ​ທ່ານ​ໜຶ່ງ, ນັ້ນ​ແມ່ນ​ຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ Ted Cruz. ໂດຍ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລ​ືອກ​ຕັ້ງ​ເປັນ ສະ​ມາ​ຊິກ​ສະ​ພາ​ສູງ ແຕ່​ເດືອນ 11/2012, ທ່ານ Ted Cruz ເຄີຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ຕຳ​ໜິ​ຕິ​ຕຽນ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ໂຄງ​ການ​ປະ​ຕິ​ຮູບ​ການ​ເຂົ້າ​ເມືອງ ແລະ ສາ​ທາ​ລະ​ນະ​ສຸກ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Obama. ເຖິງວ່າ​ໄດ້​ຮັບ​ການ​ຕີ​ລາ​ຄາ​ແມ່ນ​ຜູ້​ມີ​ແງ່​ຫວັງ​ດີ​ກໍ​ຕາມ, ແຕ່​ທ່ານ Ted Cruz ຈະ​ຕ້ອງ​ປະ​ສົບ​ກັບ​ການ​ແກ່ງ​ແຍ້ງ​ຢ່າງ​ແຂງ​ແຮງ​ຈາກ​ນັກ​ການ​ເມືອງ​ຄົນ​ອື່ນໆ​ເພື່​ອ​ຮັບ​ເລືອກ​ເຟັ້ນ​ເປັນຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ ເປັນ​ຕົວ​ແທນ​ໃຫ້​ແກ່ ພັກສາ​ທາ​ລະ​ນະ​ໃນ​ການ​ແຂ່ງ​ຂັນ​ເຂົ້າ​ທຳ​ນຽບ​ຂາວ​ປີ 2016. ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ໃນ​ມໍ່​ໆ ມານີ້ ໃຫ້​ເຫັນ​ວ່າ ທ່ານ Ted Cruz ໄດ້​ຮັບ​ພຽງ 8% ຈຳ​ນວນ​ສຽງ​ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສັງ​ກັດ​ພັກສາ​ທາ​ລະ​ນະ.

    ​ໃນຄວາມ​ຈິງ, ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ​ທຸກ​ຄັ້ງ, ລ້ວນ​ແຕ່​ກໍ່​ຄວາມ​ຕົກ​ສະ​ເງີ້​ໃນ​ຈຸດ​ເວ​ລາ​ສຸດ​ທ້າຍ ແລະ ປະ​ຈຸ​ບັນ, ຍັງໄວ​ເກີນ​ໄປ​ເພື່ອ​ຈະ​ຮູ້​ວ່າ​ໃຜແມ່ນ​ບຸກ​ຄົນທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ທີ່​ສຸດ. ເລື່ອງ​ກັບ​ຄືນ​ສູ່​ເວ​ທີ່​ການ​ເມ​ືອງ​ຂອງ​ທ່ານ​ນາງ Hillary Clinton ພ້ອມ​ກັບ​ການ​ເຂົ້າ​ຮ່ວມ ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ບັນ​ດາ​ນັກ​ການ​ເມືອງ​ຈາກ​ທັງ 2 ພັກ​ພວມ​ເຮັດ​ໃຫ້​ການ​ແຂ່ງ​ຂັນ​ຊອ​ກ​ຫາ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາ​ ຍັງບໍ່​ທັນ​ມີ​ຄຳ​ຕອບ

ຕອບກັບ

ຂ່າວ/ບົດ​ອື່ນ