ການແຂ່ງຂັນຮັກຊາດໄດ້ສ້າງກຳລັງໜູນຢ່າງແຮງໃນພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ

(VOVWORLD) -ວັນທີ 11 ມິຖຸນາ, ພໍດີຄົບຮອບ 70 ປີແຫ່ງວັນປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11 ມິຖຸນາ 1948 – 11 ມິຖຸນາ 2018). ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີບົດຂຽນດ້ວຍຫົວຂໍ້ວ່າ “ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ສ້າງກຳລັງໜູນຢ່າງແຮງເພື່ອປະຕິບັດໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ”.
ການແຂ່ງຂັນຮັກຊາດໄດ້ສ້າງກຳລັງໜູນຢ່າງແຮງໃນພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ - ảnh 1 (ທ່ານປະທານປະເທດ ເຈີ່ນດ້າຍກວາງ)

ການປະຕິວັດເດືອນສິງຫາ ປີ 1945  ບັນລຸຜົນສຳເລັດ, ປະເທດສາທາລະນະປະຊາທິປະໄຕຫວຽດນາມ, ຊຶ່ງແມ່ນລັດຂອງກຳມະກອນ ແລະ ຊາວນາລັດທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້, ຫາກໍ່ໄດ້ຮັບການສ້າງຕັ້ງ ໄດ້ສຸມໃສ່ແກ້ໄຂບັນດາໜ້າທີ່ຮີບດ່ວນ, ຕ້ານສັດຕູທັງຢູ່ພາຍໃນ ແລະ ພາຍນອກ, ຕ້ານຄວາມອຶດຫິວ, ຕ້ານຄວາມໂງ່ຈ້າ, ປົກປັກຮັກສາອຳນາດການປົກຄອງປະຕິວັດ. ໃນສະພາບການນັ້ນ, ວັນທີ 11 ມິຖຸນາ ປີ 1948, ປະທານໂຮ່ຈິມິນ ໄດ້ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ ແລະ ຊີ້ແຈ້ງວ່າ “ໜ້າທີ່ຂອງປະຊາຊົນຫວຽດນາມ, ບໍ່ວ່າເຮັດວຽກງານໃດ, ກໍ່ລ້ວນແຕ່ ຕ້ອງແຂ່ງຂັນ: ເຮັດໃຫ້ໄວ, ເຮັດໃຫ້ດີ, ເຮັດໃຫ້ຫຼາຍ… ແຂ່ງຂັນກັນຮັກຊາດຈະຊ່ວຍແກ້ໄຂຄວາມຫຍຸ້ງຍາກ ແລະ ເຮັດໃຫ້ທຸກກົນອຸບາຍຂອງອິດທິກຳລັງທີ່ເປັນປໍລະປັກພັງທະລາຍເພື່ອໄປເຖິງໄຊຊະນະສຸດທ້າຍ”.

        ຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ ໄດ້ກະຕຸກຊຸກຍູ້ປະຊາຊົນຫວຽດນາມ ສາມັກຄີກັນເປັນຈິດໜຶ່ງໃຈດຽວ,  ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ປະກອບສ່ວນເຫື່ອແຮງ, ຊັບສິນເຂົ້າໃນພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ.

ການແຂ່ງຂັນຮັກຊາດໄດ້ສ້າງກຳລັງໜູນທາງດ້ານຈິດໃຈ, ບັນຍາກາດປະຕິວັດຢ່າງແຮງ

        ຂຶ້ນຕົ້ນບົດຂຽນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຍົກອອກປະສິດທິຜົນອັນໃຫຍ່ຫຼວງຂອງຂະບວນການແຂ່ງຂັນຮັກຊາດໃນຕະຫຼອດໄລຍະ 70 ປີຜ່ານມາ ສຳລັບວິວັດທະນາການປະຕິວັດຫວຽດນາມ. ຕາມທ່ານປະທານປະເທດແລ້ວ, 70 ປີຜ່ານມາ, ການແຂ່ງຂັນຮັກຊາດໄດ້ກາຍເປັນຂະບວນການຂອງມະຫາຊົນ, ລະດົມກຳລັງແຮງສັງລວມຂອງທົ່ວປວງຊົນທັງຊາດ. ບັນດາຂະບວນການນັ້ນໄດ້ສ້າງໜ້າປະຫວັດສາດອັນສະຫງ່າລາສີ, ເປັນໂຮງຮຽນປະຕິວັດຝຶກຝົນຫຼໍ່ຫຼອມບັນດາບຸກຄົນໃໝ່ຂອງສັງຄົມນິຍົມໃນຍຸກສະໄໝໂຮ່ຈິມິນ ສະຫງ່າງາມຢ່າງແທ້ຈິງ.

        ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ ເຂົ້າມາຮຸກຮານ, ອາດຈະເວົ້າເຖິງບັນດາຂະບວນການແຂ່ງຂັນຄື: “ຕ້ານຄວາມອຶດຫິວ, ຕ້ານຄວາມໂງ່ຈ້າ, ຕ້ານສັດຕູເຂົ້າມາຮຸກຮານ”, “ຕ້ານຄວາມກືກໜັງສື”, “ໄຫເຂົ້າຕໍ່ຕ້ານ”… ຂອງກຳມະກອນ, ຊາວນາ, ປັນຍາຊົນ, ທະຫານ, ກອງຫຼອນ.

        ຫຼັງຈາກນັ້ນ, ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ ອັນຍືດເຍື້ອຍາວນານນັ້ນ, ບັນດາຂະບວນການແຂ່ງຂັນຮັກຊາດໄດ້ປະກົດຂຶ້ນຢູ່ຫຼາຍຂົງເຂດ. ນັ້ນແມ່ນຂະບວນການແຂ່ງຂັນ “3 ທີໜຶ່ງ” ໃນກອງທັບ; ຂະບວນການ “ລົມ ດ້າຍຟອງ” ໃນຂົງເຂດກະສິກຳ; ຂະບວນການ “ຄື້ນຝັ່ງທະເລ” ໃນຂົງເຂດອຸດສາຫະກຳ; ຂະບວນການ “3 ກຽມພ້ອມ” ແລະ “5 ຕະລຸມບອນ” ໃນໝູ່ຊາວໜຸ່ມ… ບັນດາຂະບວນການແຂ່ງຂັນດັ່ງກ່າວໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຢ່າງແຮງເຂົ້າໃນໄຊຊະນະ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ລະດົມກຳລັງໃຈປະຊາຊົນທຸກຊັ້ນວັນນະຕັ້ງໜ້າຕໍ່ສູ້, ອອກແຮງງານ ທຳການຜະລິດ, ປະກອບສ່ວນສຳຄັນເຂົ້າໃນການຍາດເອົາມະຫາໄຊລະດູບານໃໝ່ 1975, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ.

        ເມື່ອປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບແລ້ວ, ໂດຍສະເພາະແມ່ນໃນໄລຍະກວ່າ 30 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ແນວຄິດແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ ນັບມື້ນັບໄດ້ນຳໃຊ້ຢ່າງມີຫົວຄິດປະດິດສ້າງ, ມີໄຫວພິບ. ບັນດາຂະບວນການໄດ້ສຸມໃສ່ມຸ່ງໄປເຖິງຂັ້ນຮາກຖານ ແລະ ຜູ້ອອກແຮງງານ, ສ້າງບັນຍາກາດແຂ່ງຂັນຢ່າງຟົດຟື້ນ, ຫ້າວຫັນເພື່ອປະຕິບັດ 2 ໜ້າທີ່ຍຸດທະສາດນັ້ນແມ່ນສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຍູ້ແຮງການແຂ່ງຂັນຮັກຊາດເພື່ອຊຸກຍູ້ພາລະຫະກິດຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ

        ເພື່ອເສີມຂະຫຍາຍບັນດາໝາກຜົນ, ຜົນງານເຊິ່ງບັນດາຂະບວນການແຂ່ງຂັນຮັກຊາດບັນລຸໄດ້ໃນຕະຫຼອດ 70 ປີຜ່ານມາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ທຸກຂັ້ນ, ທຸກຂະແໜງການ ຄວນສ້າງການຫັນປ່ຽນຢ່າງແຮງໃນສັງຄົມ ກ່ຽວກັບບົດບາດ, ທີ່ຕັ້ງ ແລະ ຄຸນປະໂຫຍດອັນໃຫຍ່ຫຼວງຂອງວຽກງານແຂ່ງຂັນ, ຍ້ອງຍໍ, ຖືການແຂ່ງຂັນຮັກຊາດແມ່ນກຳລັງໜູນຢ່າງໃຫຍ່ຫຼວງ ເພື່ອຊຸກຍູ້ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.

        ພ້ອມກັບການເຮັດໃຫ້ຂະບວນການແຂ່ງຂັນຮັກຊາດກາຍເປັນຂະບວນການກະທຳປະຕິວັດຢ່າງເລິກເຊິ່ງ, ກວ້າງຂວາງໃນທົ່ວປະເທດ, ທ່ານປະທານປະເທດຖືວ່າ, ທຸກຂັ້ນ, ທຸກຂະແໜງການຄວນສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ຮູບການ, ວິທີຈັດຕັ້ງບັນດາຂະບວນການແຂ່ງຂັນ ຕາມທິດສຸມໃສ່ຂັ້ນຮາກຖານ, ຕິດພັນກັນຢ່າງແໜ້ນແຟ້ນກັບການກໍ່ສ້າງ, ປັບປຸງພັກ, ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈິມິນ; ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ…

        ເລື່ອງແຂ່ງຂັນ, ຍ້ອງຍໍ ຄວນເອົາໃຈໃສ່ເຖິງບັນດາໝູ່ຄະນະ, ຜູ້ອອກແຮງງານເຂົ້າຮ່ວມການຜະລິດ, ດຳເນີນທຸລະກິດໂດຍກົງ; ເອົາໃຈໃສ່ຍ້ອງຍໍຊົມເຊີຍຢູ່ຂັ້ນຮາກຖານ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ ແລະ ເຂດຊົນເຜົ່າສ່ວນໜ້ອຍ. ເປັນເຈົ້າການສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອນມິດສາກົນທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

        ສະຫຼຸບບົດຂຽນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ, ການແຂ່ງຂັນຮັກຊາດແມ່ນກຳລັງໜູນຢ່າງໃຫຍ່ຫຼວງເພື່ອຊຸກຍູ້ຂະບວນການປະຕິວັດ ແລະ ແມ່ນມາດຕະການສຳຄັນເພື່ອສ້າງບຸກຄົນໃໝ່ສັງຄົມນິຍົມ. ແນວຄິດແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ ຈະປະກາຍແສງສະຫວ່າງ, ເຍື່ອງທາງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ອອກແຮງແຂ່ງຂັນກັນປະຕິບັດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ