ການແຊກແຊງທາງທະຫານເຂົ້າຊີຣີ - ຜົນພາຍຫຼັງຍາກທີ່ຈະຄາດຄະເນໄວ້ລວງໜ້າ

ການແຊກແຊງທາງທະຫານເຂົ້າຊີຣີ - ຜົນພາຍຫຼັງຍາກທີ່ຈະຄາດຄະເນໄວ້ລວງໜ້າ - ảnh 1
ບັນດາກຳລັງກະກຽມບຸກໂຈມຕີຊີຣີໄດ້ກຽມພ້ອມແລ້ວ

  ໂດຍບໍ່ຫົວຊາຕໍ່ບັນດາຂໍ້ສະຫຼຸບຢ່າງເປັນທາງການ ກ່ຽວກັບການນຳໃຊ້ອາວຸດ ເຄມີຢູ່ຊີຣີຊຶ່ງ ອົງການ ສະຫະປະຊາຊາດຍັງບໍ່ທັນປະກາດນັ້ນ, ບັນດາຄຳຖະແຫຼງ ແລະ ການກະທຳຂອງອາເມລິກາ ແລະ ບັນດາປະເທດພັນທະມິດໃນຊຸມວັນທີ່ ຜ່ານມາໄດ້ສະແດງໃຫ້ເຫັນວ່າ :  ບັ້ນຮົບແຊກແຊງທາງທະຫານ ທີ່ເຕັມໄປ ດ້ວຍຄວາມສ່ຽງທີ່ແນໃສ່ຊີຣີໄດ້ກຽມພ້ອມແລ້ວ.

    ບັນດາ​ການ​ກະທຳ​ກະກຽມ​ໃຫ້​ແກ່​ສົງຄາມ​ໄດ້​ປະກົດ​ຂຶ້ນ​ຢ່າງ​ຈະ​ແຈ້ງ​ຢູ່​ຊີຣີ ​ແລະ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ອາວຸດຢູ່ກຳ​ປັ່ນ​ຮົບ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ຖານ​ທີ່​ໝັ້ນ​ການ​ທະຫານ​ຂອງ​ບັນດາ​ປະ​ເທດ NATO ພວມ​ຢູ່​ໃນ​ທ່າ​ກຽມພ້ອມ​ບຸກ​ໂຈມ​ຕີ​ບັນດາ​ສະຖາທີ່​ຊຶ່ງ​ໄດ້​ຮັບ​ການເລືອກ​ເອົາ​​ແລ້ວ. ກຳ​ປັ່ນ​ພິຄາດ 4 ລຳ​ຂອງ​ທະຫານ​ເຮືອ​ອາ​ເມ​ລິ​ກາ ​ໄດ້​ປະກົດ​ຕົວ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ທະ​ເລ​ເມ​ດີ​ເຕຣາ​ເນ ຊຶ່ງ​ລວມມີ USS Barry, USS Gravely, USS Mahan ​ແລະ USS Ramage ​ເພື່ອສາມາດ​ຕອບ​ສະໜອງ​ບໍ່​ວ່າການ​ເລືອກ​ເຟັ້ນ​ໃດໆ​ຂອງ​ປະທານາທິບໍດີ Barak Obama . ​ເຮືອບິນ​ສູ້​ຮົບ ​ແລະ ອາວຸດ​ຍຸດທະ​ພັນ​ຂອງ​ອ​ັງກິດ​ໄດ້​ຖືກ​ຈັດ​ສົ່ງ​ໄປ​ຍັງ​ຖານ​ທັບ Akrotiri ​ໃນ​ເກາະ​ຊີບ ຫ່າງ​ຈາກ ຊີຣີປະມານ 160 ກມ. ອິດສະຣາ​ແອນ, ພັນທະ​ມິດ​ເບີ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ຢູ່​ຕາ​ເວັນ​ອອກ​ກາງ, ກໍ​ໄດ້​ຜັນ​ຂະຫຍາຍ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ທັງ​ໝົດ ດ້ວຍ​ລະບົບ​ປ້ອງ​ກັນ​ອາກາດ​ໄລຍະ​ສັ້ນ, ລູກ​ສອນ​ໄຟ​ຕີ​ສະກັດ​ໄລຍະ​ປານ​ກາງ Patriot ​ແລະ ລູກ​ສອນ​ໄຟ​ຕີ​ສະກັດ​ໄລຍະ​ໄກ Arrow 2. ຄະນະ​ລັດຖະບານ​ອິດສະຣາ​ແອນ ​ໄດ້​ຮັບຮອງ​ເອົາ​ຄຳ​ສັ່ງ​ລະດົມ​ສ່ວນ​ໜຶ່ງ​ໃນ​ກຳລັງ​ທະຫານ​ສຳຮອງ​ເພື່ອ​ຈັດ​ສົ່ງ​ໄປ​ຍັງ​ບັນດາ​ກົມ​ກອງ​ປະຈຳການ​ຢູ່​ເຂດ​ທາງ​ທິດ​ເໜືອ, ຕິດ​ກັບ​ລີ​ບັງ ​ແລະ ​ເຂດ​ພູ​ພຽງ​ໂກ​ລານ ຊຶ່ງ ອິດສະຣາ​ແອນ ​ໄດ້​​ໄດ້​ຢຶດຄອງ​ຂອງ​ຊີຣີ​ໃນ​ສົງຄາມ​ປີ 1967.

    ຊ້ຳບໍໜຳ, ແຜນການບຸກໂຈມຕີກໍຖືກເປີດເຜີຍ. ຕາມນັ້ນແລ້ວ, ບັນດາການບຸກໂຈມຕີກໍຈະຖືກ ດຳເນີນຢ່າງໄວ ແນໃສ່ບັນດາເປົ້າໝາຍການ ທະຫານຂອງຊີຣີດ້ວຍການຍິງລູກສອນໄຟ ນຳວິຖີຈາກທະເລຫຼືຍິງຈາກເຮືອບິນສູ້ຮົບ. ສຳນັກຊ່າວສານ NBC ຂອງອາເມລິກາ ໄດ້ຄັດ ຄຳເວົ້າຂອງບັນດາເຈົ້າໜ້າທີ່ ຂອງປະເທດນີ້ຊຶ່ງໃຫ້ຮູ້ວ່າ ບັນດາການບຸກໂຈມຕີຈະມີຂອບເຂດ ຈຳກັດ, ເພືອ່ແນໃສ່ສົ່ງສານເຖິງປະທານາທິບໍດີຊີຣີ Bashar Al assad ກໍເປັນການດີກ່ວາ​ເລື່ອງ​ເຮັດ​ໃຫ້​ຄວາມ​ສາມາດ​ດ້ານ​ການ​ທະຫານ​ຂອງ​ອຳນາດ​ການ​ປົກຄອງ Damacus ອ່ອນ​ແອ​ລົງ. ​ໃນ​ຂະນະ​ນັ້ນ, ​ເມື່ອ​ວັນ​ທີ 28/8, ປະທານາທິບໍດີອາ​ເມ​ລິ​ກາ Barak Obama ​ໄດ້​ໃຫ້​ຮູ້​ວ່າ ບໍ່​ວ່າການ​ກະທຳ​ໃດໆ​ຂອງ​ອາ​ເມ​ລິ​ກາ ພຽງ​ແຕ່​ແມ່ນ​ເພື່ອ​ກ່າວ​ເຕືອນ​ຊີຣີ ບໍ່​ໄດ້​ນຳ​ໃຊ້​ອາວຸດ​ເຄມີ​ອີກ​ຄັ້ງ​ໜຶ່ງ. ກໍລະນີ​ເລືອກ​ເອົາ​ວິທີ​ການ​ແກ້​ໄຂ​ດ້ວຍ​ການ​ແຊກ​ແຊງ​ທາງ​ທະຫານ​ແມ່ນ​ຈະ​ແຈ້ງ​ແລ້ວ ຂະນະ​ທີ່​ພ້ອມ​ກັບ​ການຈັດ​ສົ່ງກຳລັງ​ທະຫານ, ອາ​ເມ​ລິ​ກາ​ໄດ້​ລົບ​ລ້າງ​ການ​ພົບ​ປະ​ທີ່​ຖືກ​ກຳນົດ​ກັບ​ລັດ​ເຊຍ​ກ່ອນ​ນັ້ນ ​ເພື່ອ​ປຶກສາ​ຫາລື​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ສັນຕິພາບ​ໃຫ້​ແກ່​ຊີຣີ.

    ​ແຕ່​ຊີຣີກໍ​ບໍ່​ແມ່ນ​ເປົ້າ​ໝາຍ​ທີ່​ຈະ​ຕີ​ໃຫ້​ປະລາ​ໄຊ​ໄດ້​ຢ່າງ​ງ່າຍ​ດາຍ. ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ ທ່ານ Walid al – Moallem ​ໄດ້​ຖະ​ແຫຼ​ງວ່າ ປະ​ເທດ​ຂອງ​ທ່ານ​ຈະ​ປ້ອງ​ກັນ​ຕົວ​ດ້ວຍ​ທຸກ​ແຫຼ່ງກຳ​ລັງທີ່​ມີ​ຢູ່​ແລ້ວ ຖ້າຫາກ​ຖືກ​ບຸກ​ໂຈມ​ຕີ. ຍິ່ງ​ໄປ​ກ່ວາ​ນັ້ນ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງ​​ໃນ​ກອງທັບ​ຊີຣີ ​ໄດ້​ຢືນຢັນ​ຢ່າງ​ຈະ​ແຈ້ງວ່າ ສົງຄາມ​ຢ່າງຮອບດ້ານ​ຕ້ານ​ຊີຣີ ຈະ​ອະນຸ​ຍາດ​ໃຫ້​ປະ​ເທດ​ນີ້​ບຸກ​ໂຈມ​ຕີ ອິດສະຣາ​ແອນ. ຊີຣີຖືກ​ບຸກ​ໂຈມ​ຕີ​ຄື​ແນວ​ໃດ, ອິດສະຣາ​ແອນກໍ​ຈະ​ຖືກ​ຮັບ​ຜົນ​ຮ້າຍ​ຄື​ແນວ​ນັ້ນ. ຍິ່ງ​ໄປ​ກ່ວາ​ນັ້ນ, ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ການ​ບຸກ​ໂຈມ​ຕີ​ຊີຣີຈະ​ກໍ່​ຜົນ​ຮ້າຍ​ຢ່າງ​ໜັກ​ທີ່​ມີ​ຕໍ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ຊຶ່ງ​ເຄີຍ​ຂາດ​ສະຖຽນ​ລະ​ພາບ​ມາ​ແຕ່​ດົນ​ນານ. ວິ​ກິດ​ການ​ຊີຣີ​ແມ່ນ​ສັບສົນ​ທີ່​ສຸດ ດ້ວຍ​ສາຍ​ພົວພັນ ​ແລະ ຄວາມ​ຂັດ​ແຍ້​ງລະຫວ່າງ​ພັກ​ຝ່າຍ, ​ເຜົ່າ​ພັນ ​ແລະ ສາສະໜາ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ປະ​ທະ​ກັນ​ຢູ່​ພາຍໃນປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ປະ​ທະ​ກັນ​ໃນ​ລະດັບ​ພາກ​ພື້ນ​ດ້ວຍ​ການ​ແຊກ​ແຊງ​​ໂດຍ​ກົງ​ຂອງ​ບັນດາ​ກຳ​ລັງ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ກໍ​ຄື​ບັນດາ​ກຸ່ມ​ອິດສະ​ລາມ​ຫົວ​ຮຸນ​ແຮງ, ບັນດາ​ເຄືອ​ຂ່າຍ​ທຳ​ສົງ​ຄາມ​ສັກສິດ ​ແລະ ​ໄພ​ກໍ່​ການ​ຮ້າຍ​ທົ່ວ​ໂລກ. ຖ້າ​ຫາກ​ວ່າ ການ​ປະ​ທະ​ກັນຢູ່​ຊີຣີຍິ່ງ​ເປີດ​ກ້ວາງ​ອອກ​ນັ້ນ, ກໍ​ຍິ່ງ​ກໍ່​ການ​ຫັນປ່ຽນ​ເຖິງ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ຄື ລີບັງ, ຈຳ​ແດນ, ຕວກກີ, ອິດສະຣາ​ແອນ.....

    ​ເພາະສະ​ນັ້ນ, ພາຍຫຼັງ​ການ​ປະຊຸມ​ໃນ​ທ້າຍ​ວັນ​ທີ 28/8, 5 ປະ​ເທດ​ສະມາຊິກ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ​ໄດ້​ບໍ່​ເຫັນ​ດີ​ເປັນ​ເອກະສັນ​ຕໍ່​ຂ້ໍ​ສະ​ເໜີຂອງ​ອັງກິດ ທີ່​ຮຽກຮ້ອງ​ໃຫ້​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ແຊກ​ແຊງ​ເຂົ້າ​ຊີຣີ​ໂດຍ​ລັດ​ເຊຍ ​ແລະ ຈີນ​ປ່ອນ​ບັດ​ຄັດຄ້ານ. ກ່ອນ​ໜ້າ​ນັ້ນ, ລັດ​ເຊຍ​ຍັງ​ຢືນຢັນວ່າ ຍັງ​ໄວ​ເກີນ​ໄປ​ເພື່ອ​ໃຫ້ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ຄິ​ດໄລ​ເຖິງມາດ​ຕະການ​ປະຕິກິ​ລີ​ຍາ​ທີ່​ມີ​ຕໍ່​ຊີຣີ ກ່ອນ​ທີ່​ບັນດາ​ນັກ​ກວດກາ​ຂອງ  ສ.ປ.ຊ ຢູ່​ຊີຣີປະກາດ​ໝາກຜົນ​ການ​ສືບສວນ. ຈີນ​ໄດ້​ສະ​ແດງ​ທັດສະນະ​ທີ່​ວ່າ ທາງ​ອອກ​ພຽງ​ຢ່າງ​ດຽວ​ສຳລັບ​ບັນຫາ​ຊີຣີ​ແມ່ນ​ວິທີ​ການ​ແກ້​ໄຂ​ດ້ານ​ການ​ເມືອງ. ຢູ່​ປະ​ເທດ​ອາ​ເມ​ລີ​ກາ, ປະທານ​ສະພາ​ຕ່ຳ​ອາ​ເມ​ລິ​ກາ ທ່ານ John Boehner ​ໄດ້​ສະ​ເໜີ ປະທານາທິບໍດີ Barak Obama ຈົ່ງ​ເຮັດ​ແຈ້ງ​ຄຳ​ຖາມ​ທີ່​ວ່າ ການ​ບຸກ​ໂຈມ​ຕີ​ຊີຣີ ​ແມ່ນ​ຈະ​ສາມາດຮັບ​ປະກັນ​ຄວາມ​ສະຫງົບ​ ​ແຫ່ງ​ຊາດ​ຂອງ​ອາ​ເມ​ລິ​ກາ​ໄດ້​ຫຼື​ບໍ່? . ກ່ອນ​ໜ້າ​ນັ້ນ, ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ຢູ່​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ 60%ຈຳນວນ​ຜູ້​ຖືກ​ຖາມ ​ແມ່ນ​ໄດ້​ຄັດຄ້ານ​ການ​ແຊກ​ແຊງ​ທາງ​ທະຫານ​ເຂົ້າ​ຊີຣີ. ຢູ່​ເຢັຍລະ​ມັນ, ພັກ​ຝ່າຍ​ຊ້າຍ​ຝາຍ​ຄ້ານ​ໄດ້​ຮຽກຮ້ອງ​ໃຫ້​ຖອນ​ບັນດາ​ລະບົ​ບ ​ລູກ​ສອນໄຟປ້ອງ​ກັນອາກາດ Patriot ຂອງ​ກອງທັບ​ປະ​ເທດ​ນີ້​ອອກ​ຈາກ​ຕວກກີ.

     ຫາງສຽງຖື​ວ່າ ຖ້າ​ຫາກ​ອາ​ເມ​ລິ​ກາ ​ແລະ ພັນທະ​ມິດ​ເອົາ​ໃຈ​ໃສ່​ເຖິງ​ການ​ຢຸດຕິ​ການ​ສູ້​ຮົບ​ຢູ່​ຊີຣີຢ່າງ​ແທດ​ຈິງ ​ແທນ​ທີ່​ເລືອກ​ເອົາ​ວິທີ​ການ​ແກ້​ໄຂ​ທາງ​ທະຫານ​ນັ້ນ, ​ເຂົາ​ເຈົ້າ​ຄວນ​ຊຸກຍູ້​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ ​ແລະ ກ້າວ​​ໄປ​ສູ່​ຂໍ້​ຕົກລົງ​ທາງ​ການ​ເມືອງ. ການ​ປີນ​ຂັ້ນ​ໄດ​ສົງຄາມ​ເພື່ອ​ຮັກສາ​ຜົນ​ປະ​ໂຫຍ​ດ ​ແລະ ຜົນ​ສະທ້ອນ​ໃນ​ພາກ​ພື້ນ ​ແມ່ນ​ຈະ​ກໍ່​ຄວາມ​ເຈັບ​ແສບ​ໃຫ້​ແກ່​ຊາວ​ຊີຣີຕື່ມ​ອີກ ພ້ອມ​ທັງ​ກໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ໃຫ້​ແກ່​ບັນດາ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ