ການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນຢູ່ອາເມລິກາ ແຜ່ຂະຫຍາຍອອກສູ່ຫຼາຍປະເທດ

(VOVWORLD) -ມາຮອດປະຈຸບັນ, ມີກວ່າ 40 ນະຄອນຢູ່ອາເມລິກາ ໄດ້ປະກາດສະພາວະສຸກເສີນ, ໃນຈຳນວນ 140 ນະຄອນໃນທົ່ວປະເທດອາເມລິກາ ໄດ້ເກີດການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນ ແລະ ກາຍເປັນການໃຊ້ຄວາມຮຸນແຮງ.

ການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນຢູ່ອາເມລິກາ ແຜ່ຂະຫຍາຍອອກສູ່ຫຼາຍປະເທດ - ảnh 1ປະຊາຊົນແຫ່ຂະບວນຢູ່ Auckland ຂອງນິວຊີແລນ

(ພາບ: THX/ TTXVN)

ໃນຊຸມມື້ນີ້, ຫາງສຽງໂລກໄດ້ສະແດງຄວາມສົນໃຈເຖິງປະເທດອາເມລິກາ,  ເຊິ່ງແມ່ນປະເທດພວມເກີດມີບັນດາການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງຢ່າງຮ້າຍແຮງ ໂດຍເລີ່ມມາຈາກເຫດຕຳຫຼວດຜິວຂາວ 4 ຄົນປາບປາມຜູ້ຊາຍຜິວດຳຄົນໜຶ່ງຢູ່ລັດ Minnesota ເຮັດໃຫ້ຜູ້ຊາຍດັ່ງກ່າວເສຍຊີວິດ. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ໜ້າສົນໃຈກວ່າແມ່ນ, ປະຈຸບັນບັນດາການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນໄດ້ຂ້າມຊາຍແດນອາເມລິກາ ອອກສູ່ຫຼາຍປະເທດໃນໂລກ.

        ຜູ້ຊາຍຜິວດຳມີຊື່ວ່າ George Floyd, ດຳລົງຊີວິດຢູ່ນະຄອນ Minneapolis, ລັດ Minnesota, ຖືກເສຍຊີວິດຢູ່ໂຮງໝໍ ພາຍຫຼັງຖືກຕຳຫຼວດຜິວຂາວຜູ້ໜຶ່ງຊື່ວ່າ Derek Chauvin ກົດຫົວເຂົ່າໃສ່ງ່ອນດົ້ນເປັນເວລາກວ່າ 9 ນາທີ, ໃນເຫດຈັບຕົວຍ້ອນຄຳກ່າວຫາທີ່ວ່ານຳໃຊ້ເງິນປອມໃນວັນທີ 25 ພຶດສະພາ. ໂດຍບໍ່ຫົວຊາຕໍ່ເລື່ອງກຳລັງຕຳຫຼວດ Minneapolis ໄດ້ໄລ່ Derek Chauvin ແລະ ຕຳຫຼວດ 3 ຄົນ ທີ່ກ່ຽວຂ້ອງເຖິງເຫດຈັບຕົວອອກຈາກການເປັນຕຳຫຼວດໃນທັນທີນັ້ນ, ບັນດາການແຫ່ຂະບວນປະທ້ວງກ່າວປະນາມຍັງຄົງສືບຕໍ່ດຳເນີນຢ່າງຕໍ່ເນື່ອງ, ແຜ່ຂະຫຍາຍຢ່າງກວ້າງຂວາງ ແລະ ນັບມື້ນັບບໍ່ສາມາດຄວບຄຸມໄດ້.

ການແຫ່ຂະບວນຕ້ານການຈຳແນກເຊື້ອຊາດຜິວພັນລະເບີດຂຶ້ນຢູ່ທົ່ວທຸກແຫ່ງຂອງປະເທດອາເມລິກາ

        ມາຮອດປະຈຸບັນ, ມີກວ່າ 40 ນະຄອນຢູ່ອາເມລິກາ ໄດ້ປະກາດສະພາວະສຸກເສີນ, ໃນຈຳນວນ 140 ນະຄອນໃນທົ່ວປະເທດອາເມລິກາ ໄດ້ເກີດການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນ ແລະ ກາຍເປັນການໃຊ້ຄວາມຮຸນແຮງ. ກຳລັງພິທັກຮັກສາແຫ່ງຊາດອາເມລິກາ ປະມານ 5.000 ຄົນໄດ້ຮັບການຜັນຂະຫຍາຍຢູ່ນະຄອນ    ວໍຊິງຕັນ ແລະ 15 ລັດເພື່ອຮັບປະກັບຄວາມໝັ້ນຄົງ, ໃນຂະນະທີ່ມີນາຍທະຫານ 2.000 ຄົນໄດ້ຈັດວາງຢູ່ໃນສະພາບການກຽມສູ້ຮົບ ແລະ ພ້ອມແລ້ວທີ່ຈະແຊກແຊງເຂົ້າ. ນີ້ແມ່ນຄັ້ງທຳອິດນັບແຕ່ປີ 1986, ຄຳສັ່ງສະພາວະສຸກເສີນໄດ້ຈັດວາງຢູ່ຫຼາຍນະຄອນຂອງອາເມລິກາ ຄືແນວນັ້ນ.

        ຕໍ່ໜ້າສະພາບການດັ່ງກ່າວ, ວັນທີ 01 ມິຖຸນາ, ທ່ານອະດີດປະທານາທິບໍດີອາເມລິກາ Barack Obama ຕ້ອງອອກສຽງ. ໃນບົດຂຽນໃນເວັບໄຊອອນລາຍ Medium, ທ່ານ Barack Obama ໄດ້ກ່າວປະນາມການກະທຳໃຊ້ຄວາມຮຸນແຮງໃນບັນດາການແຫ່ຂະບວນປະທ້ວງ, ທ່ານເນັ້ນໜັກວ່າ ບັນດາການແຫ່ຂະບວນປະທ້ວງຈະບັນລຸປະສິດທິຜົນ ກໍ່ຕໍ່ເມື່ອບັນດາຂໍ້ສະເໜີຂອງເຂົາເຈົ້າກາຍເປັນນະໂຍບາຍ, ຊ່ວຍສະກັດກັ້ນບັນດາການເສຍຊີວິດຄື George Floyd. ແລະກໍໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Guterres ກໍ່ໄດ້ຮຽກຮ້ອງໃຫ້ຊາວອາເມລິກາ ຈົ່ງແຫ່ຂະບວນດ້ວຍຄວາມສະຫງົບ, ພ້ອມທັງສະເໜີໃຫ້ການນຳປະເທດນີ້ຈົ່ງລະງັບໃຈ, ຮັບຟັງປະຊາຊົນ. ຈາກ ການາດາ, ທ່ານນາຍົກລັດຖະມົນຕີ Justine Trudeau ໃຫ້ຮູ້ວ່າ, ຊາວ ການາດາ “ຕົກຊ໊ອກໃຈ” ຕໍ່ໜ້າສະພາບຂອງການແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງຢູ່ອາເມລິກາ.

        ຕາມສື່ມວນຊົນ ແລະ ຕົວພະຍານຫຼາຍຄົນແລ້ວ, ສະພາບການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງໃນປະຈຸບັນແມ່ນຊົ່ວຮ້າຍທີ່ສຸດໂດຍບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງປະເທດອາເມລິກາ ຍຸກທັນສະໄໝ. ເຖິງຢ່າງໃດກໍ່ຕາມ, ຊ້ຳບໍ່ໜຳມີບາງຄຳເຫັນຍັງກ່າວເຕືອນວ່າ, ສິ່ງຮ້າຍແຮງທີ່ສຸດຍັງຢູ່ຕໍ່ໜ້າ, ເປັນການບອກເຕືອນວ່າອາດຈະມີການຜັນແປສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນຊຸມມື້ຈະມາເຖິງ. ສິ່ງທີ່ໜ້າສົນໃຈກວ່າແມ່ນ, ການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນຢູ່ອາເມລິກາ ໃນປະຈຸບັນຖືກແຜ່ຂະຫຍາຍອອກສູ່ຫຼາຍປະເທດ, ພາກພື້ນ ແລະ ໃນໂລກ.

ແຜ່ຂະຫຍາຍອອກສູ່ຫຼາຍປະເທດ

        ວັນທີ 01 ມິຖຸນາ, ຢູ່ນະຄອນ Auckland ຂອງນິວຊີແລນ, ມີປະຊາຊົນປະມານ 2.000 ຄົນໄດ້ແຫ່ຂະບວນຢູ່ຕໍ່ໜ້າສະຖານກົງສູນອາເມລິກາ, ຮ້ອງໂຮ່ບັນດາຄຳຂວັນທີ່ວ່າ “ບໍ່ມີຄວາມຍຸຕິທຳ, ບໍ່ມີສັນຕິພາບ” ແລະ ຮຽກຮ້ອງຈົ່ງໃຫ້ຄວາມສົນໃຈເຖິງການດຳລົງຊີວິດຂອງຊາວຜິວດຳ, ຜິວເຫຼືອງ. ມີປະຊາຊົນປະມານ 500 ຄົນກໍ່ໄດ້ແຫ່ຂະບວນຢູ່ນະຄອນ Christchurch ຂອງນິວຊີແລນ. ຢູ່ອັງກິດ, ມີປະຊາຊົນນັບຮ້ອຍຄົນໄດ້ເຕົ້າໂຮມຢູ່ສະໜາມຫຼວງ Trafalgar ຢູ່ນະຄອນຫຼວງລອນດອນ, ຮ້ອງໂຮ່ຄຳຂວັນສະໜັບສະໜູນຄວາມສະເໝີພາບ ແລະ ສັນຕິພາບ, ກ່ອນທີ່ຈະສືບຕໍ່ແຫ່ຂະບວນຢູ່ອ້ອມຫໍສະພາແຫ່ງຊາດ ແລະ ຢຸດຢູ່ດ້ານນອກສະຖານທູດອາເມລິກາ. ສ່ວນຢູ່ເຢຍລະມັນ, ມີປະຊາຊົນນັບຮ້ອຍຄົນໄດ້ແຫ່ຂະບວນປະທ້ວງຢູ່ດ້ານນອກສະຖານທູດອາເມລິກາ ປະຈຳນະຄອນຫຼວງ ແບັກແລງ, ຮ້ອງໂຮ່ຄຳຂວັນ “ຈົ່ງມີຄວາມຍຸຕິທຳໃຫ້ແກ່ George Floyd”.

        ພິເສດ, ຕອນບ່າຍວັນທີ 31 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ການາດາ, ມີປະຊາຊົນນັບໝື່ນຄົນໄດ້ເຕົ້າໂຮມຢູ່ຕໍ່ໜ້າສຳນັກງານຕຳຫຼວດນະຄອນ Montreal ແຫ່ຂະບວນປະທ້ວງຄັດຄ້ານສະພາບການໃຊ້ຄວາມຮຸນແຮງຍ້ອນການຈຳແນກເຊື້ອຊາດຜິວພັນ. ບັນດາຜູ້ຈັດຕັ້ງການແຫ່ຂະບວນປະທ້ວງດັ່ງກ່າວໃຫ້ຮູ້ວ່າ, ຈຸດປະສົງຂອງການເຄື່ອນໄຫວນີ້ແມ່ນເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີຕ້ານການຈຳແນກເຊື້ອຊາດຜິວພັນຢູ່ອາເມລິກາ.

        ໃນຂະນະນັ້ນ, ມີຫຼາຍຄຳຮຽກຮ້ອງແຫ່ຂະບວນປະທ້ວງເພື່ອຄັດຄ້ານການຈຳແນກເຊື້ອຊາດຜິວພັນກໍ່ຖືກແຜ່ຂະຫຍາຍຢູ່ຫຼາຍປະເທດເອີລົບ, ທະວີບອາເມລິກາ, ທະວີບອາຊີ…, ເພື່ອສະແດງໃຫ້ເຫັນຄວາມສາມັກຄີກັບບັນດາການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນຢູ່ອາເມລິກາ. ມີບາງແຫຼ່ງຂ່າວໄດ້ຄາດຄະເນວ່າ, ການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນ ໂດຍເລີ່ມມາຈາກບັນດາການແຫ່ຂະບວນປະທ້ວງຢູ່ອາເມລິກາ ຈະສືບຕໍ່ແຜ່ຂະຫຍາຍອອກໄປສູ່ຫຼາຍພາກພື້ນ ແລະ ຫຼາຍປະເທດໃນໂລກໃນຊຸມມື້ຈະມາເຖິງ.

        ຕາມວົງການນັກໄຈ້ແຍກແລ້ວ, ການແຜ່ຂະຫຍາຍຂອງການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນຢູ່ອາເມລິກາ ໄປສູ່ຫຼາຍປະເທດໄດ້ຊີ້ໃຫ້ເຫັນວ່າ, ບັນຫາຈຳແນກເຊື້ອຊາດຜິວພັນຍັງແມ່ນຫົວເລື່ອງທີ່ລະອຽດອ່ອນທີ່ສຸດ ແລະ ແມ່ນຄວາມສົນໃຈຢ່າງໃຫຍ່ຫຼວງຈາກມະຫາຊົນ ແລະ ຫາງສຽງສາກົນ. ເຖິງວ່າຍັງມີຫຼາຍແງ່ມູມທີ່ຕ້ອງປຶກສາຫາລືຄື ບັນຫາໃຊ້ຄວາມຮຸນແຮງ, ສະພາບຈາລະຈົນ, ແຕ່ສິ່ງທີ່ຈະແຈ້ງແລ້ວວ່າຄວາມມຸ່ງຫວັງຢາກຕໍ່ສູ້ເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ຄວາມເປັນທຳ ຍາມໃດກໍ່ຄົງຕົວໃນໂລກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ