ການແຫ່ຂະບວນປະທ້ວງຢູ່ຕວກກີ-ເປັນການກ່າວເຕືອນສະພາບຂາດສະຖຽນລະພາບ

​  ​ໂດຍຖືກ​ຖື​ວ່າ​ແມ່ນ​ປະ​ເທດ​ມີ​ຮູບ​ແບບ​ອິດ​ຊະລາ​ມການ​ເມືອງ​ປະສົບ​ຜົນສຳ​ເລັດ​ໃນ​ໂລກ ​ແຕ່​​ໃນ​ຊຸມ​ມື້​ນີ້, ຕວກກີ ພວມ​ຕົກ​ຢູ່​ໃນ​ສະພາບ​ຂາດ​ສະຖຽນ​ລະ​ພາບ ຍ້ອນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ລັດຖະບານ ຄັ້ງຕ່າງໆທີ່ແກ່ຍາວ​ກ່ວາ 10 ມື້​ທີ່​ຜ່ານ​ມາ​ ​ແລະ ພວມ​ມີ​ໄພ​ແຜ່​ລາມ​ອອກ​ຢ່າງ​ກ້ວາງ​ຂວາງ. ​ເຖິງ​ວ່າ​ທ່ານ​ນາຍົກລັດຖະມົນຕີ Recep Tayyip Erdogan ​ໄດ້ມີ​ບັນດາ​ການ​ກະທຳ “ຜ່ອນ​ສັ້ນຜ່ອນ​ຍາວ” ​ແລ້ວກໍ່ຕາມ​ແຕ່​ກາລະໂອກາດ​ເພື່ອ​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ການ​ປະ​ທະ​ກັນ​ໂດຍ​ທັນ​ທີ່ ຍັງ​ປະສົບ​ກັບ​ສິ່ງ​ກີດຂວາງຫຼາຍຢ່າງ​ ຍ້ອນ​ພາຍ​ໃນປະ​ເທດ​ນີ້ ຍັງ​ຂາດ​ສະຖຽນ​ລະ​ພາບຢູ່. 

ການແຫ່ຂະບວນປະທ້ວງຢູ່ຕວກກີ-ເປັນການກ່າວເຕືອນສະພາບຂາດສະຖຽນລະພາບ - ảnh 1

ສະພາບ​ການ​ຢູ່​ຕວກກີ

(ພາບ:thethaovanhoa.vn)

​   ໃນ​ການ​ຜັນ​ແປ່​ຫຼ້າ​ສຸດ, ພາຍຫຼັງການ​ປະຊຸມ​ລັດຖະບານ​ເປັນ​ເວລາ 6 ຊົ່ວ​ໂມງ, ວັນທີ 11/6, ທ່ານ​ນາຍົກລັດຖະມົນຕີ Recep Tayyip Erdogan ​ໄດ້​ຕົກລົງ​ພົບ​ປະ​ກັບບັນດາ​ຫົວໜ້າຝ່າຍ​ແຫ່​ຂະ​ບວນປະ​ທ້ວງ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ເຂົາ​ເຈົ້າ​ເພື່ອ​ແນ​ໃສ່​ຢຸດຕິ​ສະພາບ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ໃນຫຼາຍວັນ​ຜ່ານ​ມາ. ລັດຖະບານ​ຂອງທ່ານ​ນາຍົກລັດຖະມົນຕີ Recep Tayyip Erdogan ກໍ່ປະກາດວ່າ​ຈະ​ບໍ່​ປະໃຫ້​ເກີດ​ບໍ່​ວ່າການ​ແຫ່​ຂະ​ບວນປະ​ທ້ວງຜິດ​ກົດໝາຍ​​ໃດໆ​ໃນ​ເຂດ​ດິນ​ແດນຂອງ​ຕວກກີ​ອີກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ກ່າວ​ເຕືອນ, ວັນ​ທີ 11/6, ຕຳຫຼວດຍັງຄົງ​ໃຊ້​​ແກ​ດນ້ຳຕາເພື່ອ​ຍຸບ​ເລີກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ຮ້ອຍ​ຄົນ​ຢູ່​ໃຈກາງ​ນະຄອນຫຼວງ Ankara ​ໃນ​ຂະນະ​ທີ່​ຍັງ​ມີ​ນັກ​ພັນ​ຄົນ​ເຕົ້າ​ໂຮມ​ກັນ​ຢູ່​ສະໜາ​ດຫຼວງ Taksim ຢູ່ Istanbul ​ເພື່ອ​ທ່ວງ​ໃຫ້​ທ່ານ Recep Tayyip Erdogan ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

  ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດ​ຕ້ານ​ລັດຖະບານ​ຢູ່​ຕວກກີ ​ໄດ້​ເລີ່​ມ​ເກີດ​ຂຶ້ນຈາກ​ການ​ກະທຳ​ຂອງ​ຜູ້​ຮັກສາ​ສິ່ງ​ແວດ​ລ້ອມທີ່​ມີ​ຕໍ່​ເລື່ອງ​ອຳນາດ​ການ​ປົກຄອງ​ມີ​ເຈດ​ຕະນາ​ທຳລາຍ​ສວນສາທາລະນະ Gezi ຢູ່ Istanbul ​ເພື່ອ​ກໍ່ສ້າງ​ສູນ​ກາງ​ຄ້າ. ຈົນ​ເຖິງ​ເວລາ​ອຳນາດ​ການ​ປົກຄອງ​ນຳ​ໃຊ້​ກຳລັງ​ອາວຸດ​ເກີນ​ຄວາມ​ຕ້ອງການ​ເພື່ອ​ຍຸບ​ເລິກ​ການ​ແຫ່​ຂະ​ບວນປະ​ທ້ວງ, ການ​ຄັດຄ້ານ​ຈຶ່ງ​ແຜ່​ລາມ​ອອກ​ສູ່​ທົ່ວ​ປະ​ເທດ. ​​ໄລ່​ມາ​ຮອດ​ຈຸດ​ເວລາ​ປະຈຸ​ບັນ, ຄາດ​ວ່າ, ​ຜົນ​ເສຍ​ຫາຍ​ທັງ​ໝົດ​ໄດ້​ຂຶ້ນ​ເຖິງ 40 ລ້ານ​ໂດ​ລາ​ສະຫະລັດ, ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 3 ຄົນ ​ແລະ ກ່ວາ 5000 ຄົນ​ຖືກ​ບາດ​ເຈັບ. ທ່ານ​ນາຍົກລັດຖະມົນຕີຕວກກີ ​ໄດ້ພະຍາຍາມ​ເກັ້ຍກ່ອມ​ປະຊາຊົນ​ປະ​ເທດ​ນີ້​ວ່າ: ບໍ່​ອາດ​ຖື​ບັນດາ​ການ​ຈະລາຈົນທີ່​ພວມ​ເກີດ​ຂຶ້ນນັ້ນ​ແມ່ນ​ປະກົດ​ຂອງ​ພື້ນຖານ​ປະຊາທິປະ​ໄຕ​ໄດ້.

ການແຫ່ຂະບວນປະທ້ວງຢູ່ຕວກກີ-ເປັນການກ່າວເຕືອນສະພາບຂາດສະຖຽນລະພາບ - ảnh 2

ທ່ານ​ນາຍົກລັດຖະມົນຕີ​ຕວກກີ Recep Tayyip Erdogan

(ພາບ:vtv.vn)

 ການ​ແຫ່​ຂະ​ບວນປະ​ທ້ວງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫວັງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະຊາຊົນ​ຕໍ່​ລະບອບຂອງທ່ານ​ນາຍົກລັດຖະມົນຕີ Recep Tayyip Erdogan. ບໍ່​ອາດ​ປະ​ຕະ​ເສດ​ໄດ້​ວ່າ, ​ໃນ​ຊຸມ​ປີຜ່ານມາ, ຕວກກີ​ໄດ້​ມີ​ບາດກ້າວ​ພັດທະນາ​​ກະ​ໂດຍຂັ້ນນັບທັງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ​, ທີ່​ຕັ້ງບົດບາດ​ຂອງ​ຕວກກີ​ນັບ​ມື້​ນັບ​ໄດ້​ຍົກ​ສູງ​ຂຶ້ນ​ໃນ​ເວທີ​ສາກົນ ​ແລະ ​ໃນພາກ​ພື້ນ ​ແຕ່​ຢູ່​ພາຍ​ໃນ​ປະ​ເທດ, ນະ​ໂຍບາຍ “ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອິດ​ຊະລາ​ມ” ຂອງ​ພັກ​ຍຸດຕິ​ທຳ ​ແລະ ພັດທະນາ ຍາມ​ໃດ​ກໍ່​ປະສົບ​ກັບ​ການ​ຄັດຄ້ານ​ຢ່າງ​ແຮງຈາກ​ຜູ້​ນິຍົມ​ລັດ​ທິ​ເສລີ. ບັນດາ​ພັກ​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ນີ້​ກໍ່​ສວຍ​ໂອກາດນີ້​ເພື່ອ​ກ່າວ​ຫາພັກ​ຍຸດຕິ​ທຳ ​ແລະ ພັດທະນາ ຂອງ​ອຳນາດ​ການ​ປົກຄອງຂອງທ່ານ​ນາຍົກລັດຖະມົນຕີ Recep Tayyip Erdogan ພວມ​ກ້າວ​ໄປ​ເຖິງ​ຮູບ​ແບບ​ລັດ​ອິດ​ຊະລາ​ມຮັກສາ​ເດີມ ​ແທນ​​ໃຫ້​ລັດ​ແຫ່ງອຳນາດ​ນິຕິ​ບັດ​ຍັດ​ກ່ຽວ​ກັບ​ດ້ານ​ສາສະໜາຄື​ປະຈຸ​ບັນ. ​ຫວນ​ຄືນ​ບັນດາ​ການ​ຜັນ​ແປ່​ເຄີຍ​ເກີດ​ຂຶ້ນ​ຢູ່​ຕູຍ​ນີຢີ, ອີ​ຢີບ…​ກໍ່​ເຫັນ​ວ່າ, ສະພາບ​ແບ່ງ​ແຍກ​ນັບ​ມື້​ນັບ​​ເພີ່ມຂຶ້ນລະຫວ່າງ​ຊາວ​ມຸດ​ສະ​ລິ​ມ ​ແລະ ຜູ້​ນິຍົມລັດ​ແຫ່ງອຳນາດ​ນິຕິ​ບັດ​ຍັດ​ກ່ຽວ​ກັບ​ດ້ານ​ສາສະໜາ, ​ໃນ​ນັ້ນ, ຊາວ​ມຸດ​ສະ​ລິ​ມກຳ​ອຳນາດ​ຖືກ​ກ່າວ​ຫາ​ວ່າ​ບໍ່​ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ຮັບປະກັນ​ສິດທິ​ມະນຸດ ​ແລະ ຄວາມ​ເສລີ ພວມ​ເກີດ​ຂຶ້ນ​ຄືນ​ໃໝ່​ຢູ່​ປະ​ເທດ​ທີ່​​ເຄີຍຮັບ​ການ​ຍ້ອງຍໍ​ວ່າ​ແມ່ນ​ແບບຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ປະຊາທິປະ​ໄຕ​ອິດ​ຊະລາ​ມ​ໄກ່​ເກ່ຍປອງ​ດອງ. ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ຕວກກີ​ຖືກ​ຖື​ວ່າ​ແມ່ນ​ການ​ກ່າວ​​ເຕືອນກ່ຽວ​ກັບ​ຄວາມ​ລະ​ເມີ​ເຟີ້​ຝັນ “ສວມ​ບົດບາດນຳ​ໜ້າ​ພາ​ໄປ​ເຖິງ​ການ​ປ່ຽນ​ແປງ” ຂອງ​ຜູ້​ນິຍົມ​ລັດທິ​ເສລີ ​ແລະ ລັດ​ແຫ່ງອຳນາດ​ນິຕິ​ບັດ​ຍັດ​ກ່ຽວ​ກັບ​ດ້ານ​ສາສະໜາ. ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ປະຈຸ​ບັນ​ບໍ່​ພຽງ​ແຕ່​ແມ່ນ​ການ​ຄັດຄ້ານ​ຂອງ​ປະຊາຊົນ​ຕໍ່​ໂຄງການ​ໜຶ່ງ ຫຼື​​ກົດໝາຍ​ໃດ​ໜຶ່ງ​ທີ່​ກໍ່ຄວາມ​​ໂຕ້ຖຽງກັນ​ຂອງ​ລັດຖະບານ. ​ສັງ​ເກດ​ສະພາບ​ຕົວ​ຈິງ​ຈາກ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຈາກ “ລະດູບານ​ໃໝ່​ອາ​ຣັບ” ນັ້ນກໍ່​ເຫັນ​ວ່າ, ​ເຫດການ​ທີ່​​ນ້ອຍໆ​ຄື​ແນວ​ນີ້ ກໍ່​ຈະ​ແມ່ນ​ສາຍ​ເຫດ​ທີ່​ພາ​ໄປ​ເຖິງ​ຄວາມ​ບໍ່ພໍໃຈ​ຂອງປະຊາຊົນ ກ່ຽວກັບ​ວິທີ​ການບໍລິຫານ​ປະ​ເທດ​ ຂອງ​ລັດຖະບານ​ອຳນາດ​.

   ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ​ໃນ​ຈຸດ​ເວລາ​ປະຈຸ​ບັນ, ມີ 3 ຊ່ອງທາງ​​ແກ້​ໄຂ​ໃຫ້​ແກ່​ປະ​ເທດ​ຕວກກີ. ທີ​ໜຶ່ງ​ແມ່ນ ທ່ານ​ນາຍົກລັດຖະມົນຕີ Recep Tayyip Erdogan ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ດຳ​ເນີນ​ການ​ເລືອກ​ຕັ້ງກ່ອນ​ກຳນົດ​ເວລາ. ທີ​ສອງ​ແມ່ນ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ອາດ​ຈະ​ຖືກໃຊ້​ຄວາມ​ຮຸນ​ແຮງ​ຈາກ​ກຳລັງ​ຕຳຫຼວດ​ໃນ​ຊຸມ​ວັນ​ຂ້າງ​ໜ້າ. ທີ​ສາມ​ແມ່ນ ຖ້າ​ຫາກ​ວ່າ, ການ​ປະ​ທະ​ກັນບໍ່​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ທັນ​ທີ່ ມັນ​ຈະ​ຖືກ​ແກ່​ຍາວ​ຕາມ​ຮູບ​ແບບ​ຂອງ​ປະ​ເທດ​ຊີຣີ. ຈາກ​ບັນດາ​ການຜັນ​ແປ່​ໃນ​ປະຈຸ​ບັນ, ຫາ​ງສຽງ​ສາກົນ​ຖື​ວ່າ: ຖ້າ​ຫາກ​ວ່າ​ອຳນາດ​ການ​ປົກຄອງ Ankara ບໍ່​ມີ​ບັນດາ​ມາດ​ຕະການ​​ແກ້​ໄຂ​ທີ່ແທດ​ຈິງ​​ເພື່ອບັນ​ເທົ່າ​ຄວາມ​ເຄັ່ງຮ້ອນ​ໃນ​ໝູ່​ປະຊາຊົນ, ຕວກກີ​ຈະ​ຕົກ​ຢູ່​ໃນສະພາບ​ຄື​ດັ່ງ “ລະດູບານ​ໃໝ່​ອາ​ຣັບ” ທີ່​ເຄີຍ​ເກີດ​ຂຶ້ນ​ຢູ່ຫຼາຍປະ​ເທດ​ໃນ​ພາກ​ພື້ນ ຢ່າງ​ແນ່ນອນ./.

ຕອບກັບ

ຂ່າວ/ບົດ​ອື່ນ