ການໂອ້ລົມສົນທະນາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນ

ໃນ​ຊຸມ​ມື້​ຜ່ານ​ມາ, ລັດຖະມົນຕີ​ຫວຽດນາມຫຼາຍທ່ານ ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ຄັ້ງຕ່າງໆ​ຢ່າງ​ລຽນຕິດ​ ຜ່ານບັນດາ​ພາຫະນະ​ສື່ມວນ​ຊົນ ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ພັກ, ລັດ, ບັນດາ​ບັນຫາ​ຊີວິດ​ສັງຄົມທີ່​ແທດ​ຈິງ​ໃນ​ຊີວິດ​ປະຈຳ​ວັນ. ນີ້​ບໍ່​ແມ່ນ​ສິ່ງ​ທີ່​ໃໝ່​ອ່ຽມ ​ໃນ​ການ​​ເຄື່ອນ​ໄຫວຂອງ​ລັດຖະບານ ​ແຕ່​ການ​ມີໜ້າ​ຂອງ​ຜູ້ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ໃນ​ຊຸມ​ວັນ​ຕົ້ນ​ປີ 2012 ນີ້ ​ໄດ້​​ເຮັດ​ໃຫ້ປະຊາຊົນ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ ຕໍ່​ກົງຈັກ​ບໍລິຫານ​ຂອງ​ລັດຖະບານ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ການໂອ້ລົມສົນທະນາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນ - ảnh 1

ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມໂອ້ລົມສົນທະນາກັບປະຊາຊົນ

ພາບ: Http//:moit.gov.vn

​   ວັນທີ 6/1, ​ໃນປະຕູ​ຖານ​ຂໍ້​ມູນ​ລັດຖະບານ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ຫວູ໋ຮູ​ຍຮ່ວາງ ​ໄດ້​ຕອບ​​ຄຳ​ຖາມ​ຂອງ​ປະຊາຊົນ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ເພີ່ມ​ລາຄາ​ໄຟຟ້າ, ຄຸນ​ນະພາ​ບ ​ແລະ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບນ້ຳມັນ​ເຊື້ອ​ໄຟນັບ​ຮ້ອຍ​ຄຳ​ຖາມ. ທ່ານ​ລັດຖະມົນຕີ​ຫວ໋ຮູ​ຍຮ່ວາງ​ໃຫ້​ຮູ້​ວ່າ: ປີ 2011, ລັດຖະບານ​ໄດ້​ອະນຸຍາດໃຫ້​ຂະ​ແໜງ​ໄຟຟ້າ​ ດັດ​ປັບ​ລາຄາ​ໄຟຟ້າ, ຍ້ອນ​ວ່າ ​ໃນ​ໄລຍະ​ຍາວ​ນານ, ຖ້າ​ບໍ່​ມີ​ການດັດ​ປັບ​ລາຄາ​ໄຟຟ້າ, ສະພາບ​ສະໜອງ​ໄຟຟ້າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກກ່ວາ​ອີກ, ກໍ່​ຄວາມ​ຫຍູ້​ງຍາກ​​ເຖິງການ​ຜະລິດ ດຳ​ເນີນ​ທຸລະ​ກິດ ​ແລະ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ. ທ່ານ​ລັດຖະມົນຕີ​ຫວ໋ຮູ​ຍຮ່ວາງອະທິບາຍ​ວ່າ: 

  “ການ​ດັບ​ປັບ​ລາຄາຄື​ແນວ​ນັ້ນ ​ແນ່ນອນ​ວ່າ​ຈະ​ກະທົບ​ເຖິງ​ໄພ​ເງິນ​ເຟີ້, ​ກໍ່​ຜົນ​ສະທ້ອນເຖິງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ, ສະນັ້ນ ຂະ​ແໜງ​ໄຟຟ້າ​ຈຶ່ງຂໍ​ຄຳ​ເຫັນ​ຈາກ​ກະຊວງ ​ແ​ລະລັດຖະບານ​. ຂະ​ແໜງ​ໄຟຟ້າ​ໄດ້​ປະຕິບັດ​ການ​ຊີ້​ນຳ​ຂອງ​ລັດຖະບານ, ຂອງ​ທ່ານ​ນາຍົກລັດຖະມົນຕີຢ່າງ​ເຂັ້ມງວດ, ພ້ອມ​ທັງ​ມີ​ຄວາມ​ຮັບຜິດຊອບ​ຕໍ່ຊີວິດ​ການ​ເປັນຂອງ​ປະຊາຊົນ. ການ​ດັບ​ປັບ​ລາຄາ​ໄຟຟ້າຄັ້ງນີ້, ຜູ້​ທຸກ​ຍາກ, ຜູ້​ນຳ​ໃຊ້ໄຟຟ້າ​ຕ່ຳ​ກ່ວາ 100 kw/ໂມງ ຈະ​ບໍ່​ຮັບຜົນ​ສະທ້ອນ, ໝາຍ​ຄວາມ​ວ່າ ປະຊາຊົນ​ສ່ວນຫຼາຍ, ຜູ້​​ເຮັດ​ວຽກກິນ​ເງິນ​ເດືອນ​ບໍ່​ຮັບຜົນ​ສະທ້ອນ

  ​​ວັນ​ທີ 9/1, ການ​ນຳ​ອົງການ​ກວດກາ​ລັດຖະບານ ​ແລະ​ຜູ້ຕາງໜ້າ​ກະຊວງ​ການ​ເງິນ, ກະຊວງ​ຊັບພະຍາກອນ ສິ່ງ​ແວດ​ລ້ອມ ​ໄດ້​ຕອບ​​ຄຳ​ຖາມ​ ​ແລະ​ຂໍ້​ຂ້ອງ​ໃຈຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດນັບ​ຮ້ອຍ​ຂໍ້ ທີ່​ກ່ຽວຂ້ອງ​​ເຖິງ​ການ​ແກ້​ໄຂ​ການ​​ຮ້ອງທຸກ​ດ້ານ​ທີ່​ດິນ, ການຊົດ​ເຊີຍ, ການ​ບຸກ​ເບີກ​ໜ້າ​ພຽງ. ເຖິງ​ວ່າ​ ບັນດາ​ຄຳ​ຖາມ​​ແມ່ນກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ລະອຽດ​ຢູ່​ທ້ອງ​ຖິ່ນ ຫລື​ຄວາມ​ຂ້ອງ​ໃນ​ກ່ຽວ​ກັບ​ບັນດາ​ບັນຫາດ້ານ​ກົດໝາຍ, ​ການ​ຮ້ອງ​ທຸກກໍ​ຕາມ…​​ແຕ່​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ກະທັດ​ລັດ, ​ເຂົ້າ​ໃຈ​ງ່າຍ.

    ​ແລະ​ກໍ​ໃນວັນ​ທີ 9/1, ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ​ດິງລາ​ທັງ​ ກໍໄດ້​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ຜ່ານ​ທາງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ທ່ານ​ໄດ້​ຕອບ​ບັນດາ​ບັນຫາ​ທີ່​ປະຊາຊົນ​ມີ​ຄວາມ​ສົນ​​ໃຈ​ທີ່​ສຸດ​ໃນ​ປະຈຸ​ບັນ​, ​ໃນ​ນັ້ນມີ​ເລື່ອງ​ເພີ່ມ​ຄ່າ​ຈໍລະ​ຈອນ​ສຳລັບ​ພາຫະນະ​ຄົມມະນາຄົມ​ສ່ວນ​ບຸກຄົນ​ຢູ່​ຫວຽດນາມ ​ແລະ​ຄ່າ​ລົດ​ໂອ​ໂຕ​ເຂົ້າ​ໃຈກາງ​ນະຄອນ​ໃນ​ເວລາ​​ໄປ​ການ ​ແລະ​ເລິກ​ງານ ຊື່​ງກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ ໄດ້​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ, ທ່ານ​ລັດຖະມົນຕີ​ດິງລາ​ທັງ​ເນັ້ນໜັກ​ວ່າ, ນີ້​ຖືກ​ຖື​ວ່າ ​ແມ່ນໜື່ງ​ໃນ​ບັນດາ​ມາ​ຕະການ​ອັນ​ຮີບ​ດ່ວນ ​ເພື່ອ​ແນ​ໃສ່​ຄວບ​ຄຸມ, ຫລຸດຜ່ອນ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ ​ແລະ​ຕ້ານ​ສະພາບ​ລົດ​ຕິດ​ຢູ່​ບັນດາ​ນະຄອນ​ໃຫ່ຍ:

   ​ໃນ​ແຕ່​ລະ​ມື້, ​ມີ 30 ກ່ວາຄົນ​ເສຍ​ຊີວິດຍ້ອນອຸບັດ​ຕິ​ເຫດ​ທາງຄົມມະນາຄົມ ​ແລະຜູ້​ຖືກ​ບາດ​ເຈັບ​ຫຼາຍ​ເທົ່າ​ນັ້ນ. ດັ່ງນັ້ນຈຶ່ງ ຕ້ອງ​ມີບັນດາ​ມາດ​ຕະການ​​ແກ້​ໄຂຢ່າງ​ຂ້ຽວຂາດ, ຄົບ​ຊຸດ ​ເພື່ອ​ຫລຸດຜ່ອນ​ອຸບັດ​ຕິ​ເຫດ​ໃນ​ລະດັບ​ຕ່ຳ​ສຸດ, ຕ້ານ​ສະພາບ​ລົດ​ຕິດ. ​ກ່ອນ​ທີ່​ຈະ​ສະ​ເໜີຕໍ່​ລັດຖະບານຄື​ແນວ​ນັ້ນ, ທາງ​ກະຊວງ​​ໄດ້​ມີ​ການພິຈາລະນາ​ບັນດາ​ເອກະສານ​ນິຕິ​ກຳຂອງ​ລັດ, ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດຢ່າງ​ລະອຽດ​ທີ່​ສຸດ ​ແລະມີ​ການ​ທາ​ບທາມ​ບົດຮຽນ​ຈາກປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ກໍ​ຄື​ໃນ​ໂລກ

   ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ລັດຖະມົນຕີ​ດິງລາ​ທັງກໍ​ຢັ້ງຢືນ​ວ່າ ປະຈຸ​ບັນ, ວິທີ​ການ​ນີ້ພວມ​ຢູ່​ໃນ​ໄລຍະຄົ້ນຄ້ວາ ພິຈາລະນາ, ກ່ອນ​ທີ່​ຈະ​ມີ​ການ​ຕົກລົງສຸດ​ທ້າຍ ຍ້ອນ​ວ່າ ຕ້ອງ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ​ການ ຕອບ​ສະໜອງ​ຂອງ​ທົ່ວ​ປວງ​ຊົນ. ຍ້ອນ​ເຫດ​ນັ້ນ, ຜ່ານ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ກັບ​ປະຊາຊົນ, ຮັບ​ຟັງ​ບັນດາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ປະຊາຊົນ ຈະ​ແມ່ນ​ມາດ​ຕະການ​ດີ​ທີ່​ສຸດ ​ເພື່ອ​ໃຫ້​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ ຍົກ​ອອກ​ບັນດາ​ຂໍ້​ກຳນົດ​ທີ່​ເໝາະ​ສົ​ມທີ່​ສຸດ.

ການໂອ້ລົມສົນທະນາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນ - ảnh 2
ທ່່ນລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມດິງລາທັງ
ພາບ:http//:dantri.com.vn

  ກ່ອນ​ໜ້ານັ້ນ, ​ໃນຕົ້ນອາທິດນີ້, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງກໍສະຫງວນ​ເວລາ​ເກືອບ 1 ຊົ່ວ​ໂມງ​ເພື່ອ​ໂອ້​ລົມ​ສົນທະນາ​ກັບ​ປະ​ຊົນ​ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ບັນດາ​ຜົນງານ​ດ້ານ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຊາດ​ໃນ​ປີຜ່ານມາ, ​ແນວທາງ, ນະ​ໂຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນການ​ໂອ້​ລົມ​ສົນທະນາ​ຄັ້ງນີ້, ປະຊາຊົນ​ໄດ້​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ເຖິງບັນຫາ​ປົກ​ປ້ອງ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ໂດຍ​ສະ​ເພາ​ະ​ແມ່ນ​ເລື່ອງ​ແກ້​ໄຂ​ການ​ພິພາດ​ບົນ​ທະ​ເລ​ໃນ​ປີຜ່ານມາ. ຕາມ​ທ່ານ​ລັດຖະມົນຕີ​ແລ້ວ, ນີ້​ແມ່ນ​ບັນຫາ​ສັກກະ​ລະ​ບູຊາ​ທີ່​ມີ​ຕໍ່​ແຕ່ລະ​ປະ​ເທດ, ​ແຕ່​ລະ​ຊາດ, ຄວາມ​ຮັບຜິດຊອບ​ຂອງ​ຂະ​ແໜງ​ການ​ຕ່າງປະ​ເທດ​ແມ່ນ​ໃຫ່ຍຫຼວງທີ່​ສຸດ​ ​ແຕ່​ທັດສະນະ​ຂອງ​ຫວຽດນາມ ​ແມ່ນ​ຢຶດໝັ້ນ​ແນວທາງ​ແກ້​ໄຂ​ການ​ພິພາດ​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ​ວິທີ. ທ່ານ​ລັດຖະມົນຕີ​ຟ້າ​ມບິງ​ມິ​ງ​ເວົ້າວ່າ:  

  “ຄວາມ​ຮັບຜິດຊອບ​ປົກ​ປັກຣັກສາອະທິປະ​ໄຕ ​ຜືນ​ແຜ່ນດິນ​ຂອງຊາດ ​ແມ່ນ​ໜ້າ​ທີ່​ຂອງ​ທຸກຂັ້ນ, ທຸກຂະ​ແໜງ​ການ ​ແລະ​ປະຊາຊົນ​ຫວຽດນາມທຸກຄົນ, ​ໃນ​ນັ້ນຂະ​ແໜງ​ການ​ຕ່າງປະ​ເທດ​ມີ​ພາລະ​ກຳ​ສຳຄັນ​ທີ່​ສຸດ. ​ໃນ​ໄລຍະ​ຜ່ານ​ມາ, ຂະ​ແໜງ​ການ​ຕ່າງປະ​ເທດ​​ໄດ້​ເປັນ​ເຈົ້າການ​ໃນ​ການ​ເຮັດ​ໃຫ້​ເພື່ອນມິດສາ​ກົນ ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ພັກ ​ແລະລັດ ຫວຽດນາມ ​ໃນ​ການ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ

   ອາດ​ເຫັນ​ໄດ້​ວ່າ, ​​ຜ່ານ​ການ​ໂອ້​ລົມ​ສົນທະນາ, ຄວາມ​ປະ​ທັບ​ໃຈ​ຂອງ​ປະຊາຊົນ​ກ່ຽວ​ກັບ​ບົດບາດ​ຂອງ​ລັດຖະບານ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ອັນ​ແທດ​ຈິງ​ຂອງ​ປະ​ເທດ​ຊາດ, ຂອງ​ຊີວິດ​ການ​ເປັນ​ຢູ່​ມີ​ຄວາມ​ກະຈ່າງ​ແຈ້ງ​ກ່ວາ​ອີກ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ແມ່ນໄດ້ຣັບການ​ສ້າງ​ຂຶ້ນຈາກ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ລະຫວ່າງ​ບັນດາ​ທ່ານ​ລັດຖະມົນຕີ​ ​ກັບ​ປະຊາຊົນ. ອັນ​ຈະ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ ​ເພື່ອ​ສືບ​ຕໍ່​ນຳ​ປະ​ເທດ​ຊາດ​ພັດທະນາ, ​ໃນ​ສະພາບ​ການ​ທີ່ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ​ສິ່ງ​ທ້າ​ທາຍ​ນາໆ​ປະການ.

  

​ແອ​ງຮ່ວຽນ

   

ຕອບກັບ

ຂ່າວ/ບົດ​ອື່ນ