ການໄປປະຕິບັດງານຢູ່ຕ່າງປະເທດສ້າງກາລະໂອກາດພັດທະນາໃໝ່ຫຼາຍຢ່າງ

(VOVWORLD) - ວັນທີ 9 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອີຢູ ຢູ່ ບຣຸກແຊນ (ແບນຊິກ) ແລະ ຢ້ຽມຢາມ ລຸກຊຳບວກ, ລາຊະອານາຈັກ ໂຮນລັງ ແລະ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ.

 ການໄປປະຕິບັດງານຄັ້ງນີ້ໄດ້ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ການປະກອບສ່ວນມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຮ່ວມມືລະຫວ່າງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກັບ ສະຫະພາບ ເອີລົບ (ອີຢູ), ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ ລຸກຊຳບວກ, ໂຮນລັງ ແລະ ແບນຊິກ ເລິກເຊິ່ງກ່ວາອີກ.

        ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະພາບເອີລົບ (ອີຢູ) ສ້າງຕັ້ງການພົວພັນຄູ່ເຈລະຈາແຕ່ປີ 1977, ຫຼັງຈາກນັ້ນໄດ້ຫັນເປັນລະບອບລະບຽບການຢ່າງເປັນທາງການດ້ວຍການລົງນາມໃນສັນຍາຮ່ວມມື ອາຊຽນ - ປະຊາຄົມເສດຖະກິດ ເອີລົບ (EEC) ໃນປີ 1980. ອາຊຽນ ແລະ ອີຢູ ແມ່ນແບບຢ່າງທີ່ປະສົບຜົນສຳເລັດກ່ຽວກັບການຮ່ວມມືພາກພື້ນໃນໂລກ.

ການໄປປະຕິບັດງານຢູ່ຕ່າງປະເທດສ້າງກາລະໂອກາດພັດທະນາໃໝ່ຫຼາຍຢ່າງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບປະກອບ)

ຄຳໝັ້ນສັນຍາຮ່ວມມືນຳກັນ

        ນີ້ເປັນຄັ້ງທຳອິດທີ່ ອາຊຽນ ແລະ ອີຢູ ຈັດກອງປະຊຸມຂັ້ນສູງເພື່ອສະເຫຼີມສະຫຼອງຢູ່ ອີຢູ, ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກນັບແຕ່ສອງຝ່າຍສ້າງຕັ້ງການພົວພັນຄູ່ເຈລະຈາໃນປີ 1977, ພິເສດແມ່ນພາຍຫຼັງທີ່ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2020. ທ່ານ Igor Driesmans, ເອກອັກຄະລັດຖະທູດສະຫະພາບເອີລົບ ປະຈຳ ອາຊຽນ, ຖືວ່າ:

“ນີ້ແມ່ນເຫດການປະຫວັດສາດຢ່າງແທ້ຈິງ, ເມື່ອການນຳ 27 ປະເທດສະຫະພາບເອີລົບ ໄດ້ພົບປະກັບການນຳບັນດາປະເທດ ອາຊຽນ. ພວກຂ້າພະເຈົ້າລໍຄອຍເຫດການນີ້ທີ່ສຸດ, ດ້ວຍການເຂົ້າຮ່ວມຂອງບັນດາການນຳ ອາຊຽນ. ສິ່ງດັ່ງກ່າວມີຄວາມໝາຍທີ່ສຸດ ຍ້ອນບໍ່ພຽງແຕ່ຊ່ວຍເພີ່ມທະວີການພົວພັນສອງຝ່າຍ ອີຢູ - ອາຊຽນ ເທົ່ານັ້ນ, ຫາກຍັງສົ່ງສານໃຫ້ໂລກຮູ້ວ່າ ພວກເຮົາໃຫ້ຄຳໝັ້ນສັນຍາຮ່ວມມືນຳກັນ”.

ເມື່ອຫວນຄືນໄລຍະ 45 ປີແຫ່ງການຮ່ວມມື, ການພົວພັນລະຫວ່າງ ອາຊຽນ - ອີຢູ ໄດ້ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເປີດກ້ວາງໃນທຸກຂົງເຂດ. ປະຈຸບັນ, ສອງຝ່າຍພວມສົມທົບກັນຜັນຂະຫຍາຍແຜນການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ ໄລຍະ 2023 – 2027. ອີຢູ ເນັ້ນໜັກວ່າ, ອາຊຽນ ສວມທີ່ຕັ້ງໃຈກາງໃນຍຸດທະສາດແຫ່ງການຮ່ວມມືຂອງ ອີຢູ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືເລິກເຊິ່ງ, ກ້ວາງຂວາງກັບ ອາຊຽນ. ຈຸດພົ້ນເດັ່ນໃນການຮ່ວມມືລະຫວ່າງ ອາຊຽນ ແລະ ອີຢູ ແມ່ນເສດຖະກິດ - ການຄ້າ. ປີ 2021, ສອງຝ່າຍລ້ວນແຕ່ແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ທີ 3 ຂອງກັນ, ດ້ວຍຍອດມູນຄ່າການຄ້າສອງສົ້ນບັນລຸເກືອບ 270 ຕື້ USD.

ໂດຍເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນ ອາຊຽນ, ຫວຽດນາມ ມານະພະຍາຍາມປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ ອາຊຽນ - ອີຢູ ເວົ້າລວມ ແລະ ການພົວພັນ ຫວຽດນາມ - ອີຢູ ເວົ້າສະເພາະ. ຫວຽດນາມ ແມ່ນປະເທດສະມາຊິກ ອາຊຽນ ທຳອິດ ທີ່ເຂົ້າຮ່ວມທຸກຂອບເຂດການຮ່ວມມືດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ ອີຢູ. ພາຍຫຼັງກ່ວາ 2 ປີໄດ້ປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA), ວົງເງິນສົ່ງອອກສິນຄ້າ ຂອງ ຫວຽດນາມ ໄປຍັງ ອີຢູ ໃນ 10 ເດືອນຕົ້ນປີ 2022 ບັນລຸກ່ວາ 52 ຕື້ USD, ນຳ ຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າລາຍໃຫຍ່ອັນດັບທີ 14 ຂອງ ອີຢູ. ທ່ານ Igor Driesmans, ເອກອັກຄະລັດຖະທູດສະຫະພາບເອີລົບ ປະຈຳ ອາຊຽນ ໄດ້ຕີລາຄາວ່າ:

“ໃນພາກພື້ນ, ຫວຽດນາມ ແມ່ນປະເທດເຊິ່ງ ສະຫະພາບ ເອີລົບ ມີການພົວພັນແໜ້ນແຟ້ນ. ສະຫະພາບເອີລົບ ມີຂໍ້ຕົກລົງການຄ້າເສລີສະບັບໜຶ່ງກັບ ຫວຽດນາມ. ສອງຝ່າຍກໍ່ມີຂໍ້ຕົກລົງການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ… ດັ່ງນັ້ນ, ຈຶ່ງມີພື້ນຖານ ແລະ ລະບອບ ໜັກແໜ້ນໃຫ້ແກ່ການພົວພັນສອງຝ່າຍ. ແນ່ນອນວ່າ ສຳລັບ ສະຫະພາບເອີລົບ, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືສອງຝ່າຍສຳຄັນເທົ່ານັ້ນ ຫາກຍັງ ແມ່ນສະມາຊິກສຳຄັນໃນ ອາຊຽນ ອີກດ້ວຍ”.

ປັບປຸງການພົວພັນຄູ່ຮ່ວມມືເສດຖະກິດ - ລົງທຶນແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ

        ປີ 2023, ຫວຽດນາມ ຈະພ້ອມກັບ 3 ປະເທດ ລຸກຊຳບວກ, ໂຮນລັງ ແລະ ແບນຊິກ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023). ໃນເວລາ 50 ປີທີ່ຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ແລະ 3 ປະເທດໄດ້ພັດທະນາຢ່າງດີງາມ. 3 ປະເທດລ້ວນແຕ່ນອນໃນກຸ່ມຄູ່ຮ່ວມມືເສດຖະກິດ - ການລົງທຶນແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ.

        ການພົວພັນລະຫວ່າງ ຫວຽດນາມ - ລຸກຊຳບວກ ພັດທະນາອັນດີງາມ, ພິເສດແມ່ນກ່ຽວກັບການລົງທຶນ ແລະ ໜູນຊ່ວຍພັດທະນາ. ລຸກຊຳບວກ ແມ່ນນັກລົງທຶນໃຫຍ່ອັນດັບ 3 ຂອງ ອີຢູ ຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນບັນລຸ 2,6 ຕື້ USD ແລະ ແມ່ນໜຶ່ງໃນບັນດາປະເທດ ອີຢູ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ - ອີຢູ (EVIPA) ໂດຍໄວ.

        ການພົວພັນລະຫວ່າງ ຫວຽດນາມ - ໂຮນລັງ ພັດທະນາຢ່າງແຮງໃນຫຼາຍຂົງເຂດ. ໂຮນລັງແມ່ນນັກລົງທຶນໃຫຍ່ສຸດຂອງ ອີຢູ ຢູ່ ຫວຽດນາມ, ດ້ວຍ 380 ໂຄງການ, ມີຍອດເງິນລົງທຶນ ບັນລຸ 13,5 ຕື້ USD.

        ໃນຂະນະນັ້ນ, ຫວຽດນາມ ແລະ ແບນຊິກ ຜັນຂະຫຍາຍຫຼາຍໂຄງການຮ່ວມມືໃນຂອບເຂດຄູ່ຮ່ວມມືຍຸດທະສາດ ກ່ຽວກັບດ້ານກະສິກຳ. ທ່ານ ເລກວັກແຢວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ຖືວ່າ:

“ “ຮູບແບບທົດລອງນ້ຳຈາກລົມ” ຢູ່ແຂວງ ນິງທ້ວນ ທີ່ນຳໃຊ້ທຶນ ODA ຈາກລັດຖະບານ ແບນຊິກ ແມ່ນພະຍານຫຼັກຖານພິສູດໃຫ້ເຫັນການຮ່ວມມືທີ່ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ລໍຄອຍ. ໂຄງການນີ້ບັນລຸຜົນສຳເລັດຈະສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ແຂວງ ນິງທ້ວນ ເວົ້າສະເພາະ ແລະ ບັນດາແຂວງທີ່ຖືກຜົນສະທ້ອນຍ້ອນນ້ຳເຄັມຊຶມຈາກການປ່ຽນແປງຂອງດິນຟ້າອາກາດເວົ້າລວມ. ດ້ວຍການຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດມີບົດບາດສຳຄັນທີ່ສຸດເພື່ອໃຫ້ຂະແໜງກະສິກຳຜ່ານຜ່າຄວາມຫຍຸ້ງຍາກ ຈາກການປ່ຽນແປງຂອງດິນຟ້າອາກາດ”.

ໂດຍອີງໃສ່ບັນດາໝາກຜົນແຫ່ງການຮ່ວມມືທີ່ມີຢູ່ແລ້ວ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ຄັ້ງນີ້ຈະປະກອບສ່ວນເພີ່ມທະວີ, ປັບປຸງການພົວພັນລະຫວ່າງ ຫວຽດນາມ ກັບ ລຸກຊຳບວກ, ໂຮນລັງ ແລະ ແບນຊິກ; ຢັ້ງຢືນທີ່ຕັ້ງນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ ໃນບຸລິມະສິດຂອງ 3 ປະເທດສຳລັບພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ.

ຜ່ານການເຄື່ອນໄຫວຄັ້ງຕ່າງໆໃນຂອບເຂດການປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານກໍ່ໄດ້ສົ່ງສານກ່ຽວກັບປະເທດ ຫວຽດນາມ ທີ່ພວມຟື້ນຟູຢ່າງແຮງ, ກຽມພ້ອມສົມທົບກັບບັນດາປະເທດສ້າງສະພາບແວດລ້ອມພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຍົກສູງບົດບາດຂອງລັດທິຫຼາຍຝ່າຍ./.

ຕອບກັບ

ຂ່າວ/ບົດ​ອື່ນ