ການໄປປະຕິບັດງານຢູ່ຕາເວັນອອກກາງ ຂອງປະທານາທິບໍດີ Barak Obama

(vovworld) – ວັນ​ທີ 20/3, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ເລີ່​ມ​ເດີນທາງ​ໄປ​ປະຕິບັດ​ງານຢູ່ ອິດສະ​ຮາ​ແອນ, ຝັ່ງ​ຕາ​ເວັນ​ຕົກ ​ແລະ ຈຳ​ແດນ ​ເປັນ​ເວລາ 3 ວັນ. ​ເລື່ອງ​ເລືອກ​ເຟັ້ນ​ເຂດ​ນີ້​ເປັນ​​ແຫ່ງໄປ​ປະຕິບັດງານທຳ​ອິດ ພາຍຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ​ ອາຍຸ​ການ​ທີ 2 ນັ້ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນຫາ​ຢູ່​ຕາ​ເວັນ​ອອກ​ກາງ​ຍັງ​ຄົງ​ມີ​ຜົນ​ສະທ້ອນ​ຢ່າງ​ແນ່ນອນ​ເຖິງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ ກໍ່​ຄື​ບັນດາ​ໂຄງການ​ດຳ​ເນີນ​ງານ​ຂອງ​ທ່ານ​ໃນ 4 ປີ​ຈະ​ມາ​ເຖິງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ຢ້ຽມຢາມ​ຂອງປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ຍາກ​ທີ່​ຈະ​ມີ​ບາດກ້າວ​ບຸກທະລຸ​ໃດໆ​ໃນ​ການ​ແກ້​ໄຂ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນນີ້.

ການໄປປະຕິບັດງານຢູ່ຕາເວັນອອກກາງ ຂອງປະທານາທິບໍດີ  Barak Obama  - ảnh 1

ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama

        ຕາມ​ແຜນການ​ປະຕິບັດ​ງານ​ແລ້ວ, ຢູ່ ອິດສະ​ຮາ​ແອນ, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ຈະ​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ Benjamin Netanyahu, ກ່າວ​ປາ​ໄສຕໍ່​ບັນດາ​ນັກ​ສຶກສາ​ຢູ່ Jerusalem, ​ໄປ​ຢ້ຽມຢາມ​ປູຊະນີຍະສະຖານ​ປະຫວັດ​ສາດ​ບາງ​ແຫ່ງ​. ​ເມື່ອ​ໄປ​ຢ້ຽມຢາມ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈຳ​ແດນ, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ຈະ​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ​ປາ​ແລດ​ສະຕີ​ນ Mahmoud Abbas ​ແລະ ທ່ານ​ນາຍົກລັດຖະມົນຕີ Salam Fayyad ຢູ່ Ramallah, ​ໄປ​ຢ້ຽມຢາມ​ສູນ​ຊາວ​ໜຸ່ມປາ​ແລດ​ສະຕີ​ນ. ຫຼັງ​ຈາກ​ນັ້ນ, ທ່ານ​ຈະ​​ໄປ​ຢ້ຽມຢາມ​ຈໍ​ແດນ, ​ເຊິ່ງ​ແມ່ນ​ພັນທະ​ມິດ​ທີ່​ສຳຄັນ​ຂອງ​ອາ​ເມ​ລິ​ກາ ​ເປັນ​ເວລາ 24 ຊົ່ວ​ໂມງ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ເຂດ​ຊາຍ​ແດນ​ຊີ​ຮີ ​ໃນ​ສະພາບ​ການ​ທີ່​ມີ​ປະຊາຊົນ​ປະ​ເທດ​ນີ້ 45.000 ກວ່າ​ຄົນ ອົບ​ພະຍົບຢູ່​ຈໍ​ແດນ ​ເຊິ່ງປະຈຸ​ບັນ​ພວມ​ຕ້ອງການ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ສາກົນ​ທີ່​ສຸດ.

        ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຢູ່​ອິດສະ​ຮາ​ແອນ ​ແລະ ​ເຂດ​ຕາ​ເວັນ​ຕົກ​ແມ່ນ​ນ້ຳ​ຈໍ​ແດນ, ​ເພາະວ່າ​ເຂດ​ດັ່ງກ່າວ​ມີ​ການ​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ. ບຸລິ​ມາ​ສິດຕົ້ນ​ຕໍ່​ຂອງປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ແມ່ນ​ປັບປຸງ​ການ​ພົວພັນ​ກັບທ່ານ​ນາຍົກລັດຖະມົນຕີ Benjamin Netanyahu. ການ​ພົວພັນ ພັນທະ​ມິດ​ນີ້​ບໍ່​ໄດ້​ດີ​ປານ​ໃດ ຍ້ອນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ອີ​ຮານ ​ເມື່ອ​ອິດສະ​ຮາ​ແອນ ຢາກ​ບຸກ​ໂຈມ​ຕີ​ປະ​ເທດ ສ ອິດສະ​ລາມ​ນີ້, ສ່ວນ​ອາ​ເມ​ລິ​ກາ​ ພັດ​ມີ​ບາດກ້າວ​ອັນ​ລະມັດລະວັງ ດ້ວຍ​ມາດ​ຕະການ​ແກ້​ໄຂຜ່ານ​ທາງ​ການ​ທູດ ​ແລະ ລົງ​ໂທດ​ດ້ານ​ເສດຖະກິດ. ​ເພື່ອ​ເອົາ​ໃຈ​ພັນທະ​ມິດ​ທີ່​ສຳຄັນ​ນີ້, ກ່ອນ​ການ​ເດີນທາງ, ວັນ​ທີ 18/3, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ໄດ້​ກ່າວ​ເຕືອນ​ອີ​ຮານ ອີກ​ເທື່ອ​ໜຶ່ງ​ວ່າ ຕ້ອງ​ມີ​ມາດ​ຕະການ​ຕ່າງ ​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວຄະ​ເລຍ​ ​ເຊິ່ງ​ໄດ້​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ມາ​ເປັນ​ເວລາ​ຫຼາຍ​ປີ​ຂອງ​ປະ​ເທດ​ນີ້​ໃນ​ທັນທີ. ທ່ານ Obama ​ເນັ້ນ​ໜັກ​ວ່າ, ຮອດ​ເວລາ​ແລ້ວ​ທີ່​ບັນດາ​ການ​ນຳ​ອີ​ຮານ ຕ້ອງ​ມີ​ບັນດາ​ມາດ​ຕະການທີ່​ມີ​ຄວາມ​ໝາຍ​ໃນ​ທັນທີ ​​ເພື່ອ​ພິສູດ​ໃຫ້​ປະຊາ​ຄົມ​ໂລກ​ວ່າ ​ໂຄງການ​ນິວຄະ​ເລຍ​ຂອງ​ເຂົາ​ເຈົ້າ​ແມ່ນ​ຮັບ​ໃຊ້​ໃຫ້​ແກ່​ຈຸດປະສົງ​ຄົ້ນ​ຄ້ວາ​​ດ້ານແພດສາດ ​ແລະ ພະລັງ​ໄຟຟ້າ.

        ບັນຫາ​ສຳຄັນ​ໜຶ່ງ​ອີກ​ໃນ​ການ​ຢ້ຽມຢາມ ອິດສະ​ຮາ​ແອນ ​ແລະ ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ຄັ້ງ​ນີ້​ ຂອງປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama, ນັ້ນ​ແມ່ນ​ວິວັດທະນາ​ການ​ສັນຕິພາບ​ລະຫວ່າງອິດສະ​ຮາ​ແອນ ​ແລະ ປາ​ແລດ​ສະຕີ​ນ. ​ແຕ່​ກ່ອນ​ການ​ຢ້ຽມຢາມ, ທຳນຽບຂ່າວ​ໃຫ້​ຮູ້​ວ່າ, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ຈະ​ບໍ່​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ໃໝ່​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນຫາ​ບໍ່​ລົງ​ລອຍ​ກັນ​ຂອງ​ການ​ເຈລະຈາ​ສັນຕິພາບ​ຕ່າງໆ​ລະຫວ່າງ​ອິດສະ​ຮາ​ແອນ ​ແລະ ປາ​ແລດ​ສະຕີ​ນ ​ເຊິ່ງ​ຖືກແກ່ຍາວ​ມາ​ເປັນ​ເວລາ​ກວ່າ 2 ປີ​ແລ້ວ. ກ່າວ​ຄວາມ​ເຫັນ​ຕໍ່​ບັນດາ​ການ​ນຳ​ຂອງ​ປະຊາ​ຄົມ​ຊາວ​ຢີວຢູ່​ອາ​ເມ​ລິ​ກາ ​ໃນ​ອາທິດ​ກ່ອນ, ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ກໍ່​ໄດ້​ຍົກ​ອອກ​ສັນຍານ​ທີ່​ວ່າ ຈະ​ບໍ່​ມີ​ຂໍ້​ລິ​ເລີ່​ມ​ໃດໆ​ກ່ຽວ​ກັບ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງຖືກ​ຍົກ​ອອກ​ມາ​ປຶ​ກສາ​ຫາລື. ພ້ອມ​ທັງ​ຢັ້ງຢືນ​ວ່າ​ທ່ານ​ບໍ່​ວາງ​ຈຸດໝາຍ​​ແກ້​ໄຂ​ບັນຫາ​ການ​ເມືອງ​ອັນ​ລະອຽດ​ໃດໆ. ຍ້ອນ​ເຫດ​ນັ້ນ, ວົງ​ການ​ນັກ​ໄຈ້​ແຍກ​ຈຶ່ງ​ໃຫ້​ຂໍ້​ສັງ​ເກດ​ວ່າ ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ແມ່ນ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ອິດສະ​ຮາ​ແອນ ​ແລະ ປາ​ແລດ​ສະຕີ​ນ ກໍ່​ຄື​ເລື່ອ​ງອີ​ຮານ​ປະຕິບັດ​ໂຄງການ​ນິວຄະ​ເລຍ ບໍ່ກາຍ​ເປັນ​ບັນຫາທີ່​ເຄັ່ງ​ຕຶງກວ່າ​ອີກ​ເທົ່າ​ນັ້ນ. ສ່ວນ​ບັນດາ​ເຈົ້າໜ້າ​ທີ່​ປາ​ແລດ​ສະຕີ​ນ ກໍ່​ປະຕິ​ເສດ​ເລື່ອງ​ວິຈານ​ກ່ຽວ​ກັບການ​ຢ້ຽມຢາມ ກໍ່​ຄື​ການ​ກະທົບ​ຂອງ​ເຫດການ​ນີ້​ທີ່​ມີ​ຕໍ່​ວິວັດທະນາ​ການ​ສັນຕິພາບ. ປະທານາທິບໍດີ​ປາ​ແລດ​ສະຕີ​ນ Mahmoud Abbas ຖື​ວ່າ, ການ​ຢ້ຽມຢາມ​ພຽງ​ແຕ່​ຊຸກຍູ້​ວິວັດ​ການ​ເຈລະຈາ​ທີ່​ຖືກ​ຢຸດຕິ​ໄວ້​ນັບ​ແຕ່​ປີ 2010 ​ເທົ່າ​ນັ້ນ.

        ​ເບິ່ງ​ຄື​ວ່າ, ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ໃນ​ອາຍຸ​ການ​ທີ 2 ຂອງປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama  ພຽງ​ແຕ່​ມີ​ລັກສະນະ​ຊອກ​ຮູ້​ສະພາບ​ການ​ຂອງ​ແຕ່ລະ​ຝ່າຍ ​ແລະ ກະກຽມ​ເງື່ອນ​ໄຂ​ທີ່​ເໝາະ​ສົມ ​ເພື່ອ ດຳ​ເນີນ​ການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່ ​ເທົ່າ​ນັ້ນ. ຍ້ອນ​ເຫດ​ນັ້ນ, ການ​ຢ້ຽມຢາມ​ຄັ້ງ​ນີ້​ບໍ່ໄດ້​ຮັບການ​ຕ້ອນຮັບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ປະຊາຊົນຄື​ດັ່ງ​ກ່ອນ​ນີ້ 4 ປີ, ​ເມື່ອທ່ານ Barak Obama ​ໄປ​ຕາ​ເວັນ​ອອກ​ກາງ, ​ໃນ​ຖານະ​ເປັນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີອາ​ເມ​ລິ​ກາ, ​ເຊິ່ງ​ແມ່ນ​ຈຸດ​ເວລາ​ທີ່​ປະຊາຊົນ​ຫວັງ​ວ່າ​ທ່ານ​ຈະ​ສ້າງ​ການ​ຫັນປ່ຽນ​ໂດຍ​ພື້ນຖານ​ໃນ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ​ໂລກ​ອິດສະ​ລາມ ອາ​ຮັບ.

ຕອບກັບ

ຂ່າວ/ບົດ​ອື່ນ