ການໄປປະຕິບັດງານເພື່ອບັນດາຄຳໝັ້ນສັນຍາໃຫ້ແກ່ອະນາຄົດຂອງພາກພື້ນ

(VOVWORLD) -ປະທານາທິບໍດີ ອາເມລິກາ Joe Biden ຫາກໍ່ສິ້ນສຸດການຢ້ຽມຢາມ ການາດາ ຢ່າງເປັນທາງການໃນເວລາ 2 ວັນ. ຖະແຫລງການຮ່ວມ ໂດຍການນຳສອງທ່ານ ຍົກອອກມາ ນັ້ນແມ່ນ 2 ປະເທດ ຈະພ້ອມກັນສ້າງອະນາຄົດ, ໃຫ້ຄຳໝັ້ນສັນຍາການຮ່ວມມືໃນຫລາຍບັນຫາ, ລວມມີ ການອົບພະຍົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ບໍ່ພຽງແຕ່ປັບປຸງສາຍພົວພັນສຳພັນທະມິດ, ການໄປປະຕິບັດງານຂອງທ່ານປະທານາທິບໍດີ ອາເມລິກາ ຢູ່ ການາດາ ຍັງນຳມາເຊິ່ງບັນດາສັນຍານຕັ້ງຫນ້າໃຫ້ແກ່ອະນາຄົດຂອງພາກພື້ນອີກດ້ວຍ.

 

ການໄປປະຕິບັດງານເພື່ອບັນດາຄຳໝັ້ນສັນຍາໃຫ້ແກ່ອະນາຄົດຂອງພາກພື້ນ - ảnh 1ປະທານາທິບໍດີ ອາເມລິກາ Joe Biden ໂອ້ລົມກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຢູ່ ສະພາຕ່ຳ ການາດາ ເມື່ອວັນທີ 24 ມີນາ ປີ 2023. ພາບ:Blair Gable/Reuters

ນີ້ແມ່ນການໄປປະຕິບັດງານເປັນຄັ້ງທຳອິດຢູ່ ການາດາ ຂອງປະທານາທິບໍດີ ອາເມລິກາ Joe Biden ນັບແຕ່ເມື່ອທ່ານຮັບດຳລົງຕຳແຫນ່ງໃນປີ 2021. ໃນປະຫວັດສາດ, ເລື່ອງໄປຢ້ຽມຢາມ ການາດາ ຍາມໃດກໍ່ແມ່ນການໄປປະຕິບັດງານຕ່າງປະເທດເປັນບຸລິມະສິດແຖວຫນ້າຂອງບັນດາປະທານາທິບໍດີ ອາເມລິກາ. ເຖິງຢ່າງໃດກໍຕາມ, ໂລກລະບາດໂຄວິດ 19 ໄດ້ກີດຂວາງທ່ານ Biden 2 ຄັ້ງໃນການໄປປະຕິບັດງານຢູ່ ການາດາ.

ເຖິງວ່າ ການໄປຢ້ຽມຢາມແມ່ນຊັກຊ້າກໍຕາມ ແຕ່ວົງການນັກສັງເກດການຖືວ່າ ນີ້ແມ່ນຊ່ວງເວລາເໝາະສົມເພື່ອໃຫ້ສອງຝ່າຍປຶກສາຫາລືບັນດາບັນຫາສຳຄັນໃນການພົວພັນສອງຝ່າຍ ແລະ ສາກົນ.

ເພີ່ມທະວີການພົວພັນເພື່ອຜົນປະໂຫຍດລະຫວ່າງ ອາເມລິກາ - ການາດາ

ໃນການໄປປະຕິບັດງານຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລືຫລາຍບັນຫາຄື: ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ພະລັງງານ, ການຄ້າ ແລະ ອົບພະຍົບ. ອາເມລິກາ ແລະ ການາດາ ມີຫລາຍດ່ານຊາຍແດນບໍ່ເປັນທາງການ. ການຮ່ວມມື ລະຫວ່າງ ອາເມລິກາແລະການາດາ ເພື່ອແນໃສ່ສະກັດກັ້ນກະແສຊາວອົບພະຍົບກໍ່ແມ່ນບັນຫາຊື່ງສອງຝ່າຍມີຄວາມເອົາໃຈໃສ່ເປັນພິເສດ. ເພາະສະນັ້ນ ບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາອົບພະຍົບກໍ່ແມ່ນບຸລິມະສິດໃນໂຄງການດຳເນີນງານຂອງການຢ້ຽມຢາມ.

ນອກຈາກຂໍ້ຕົກລົງກ່ຽວກັບຊາວອົບພະຍົບ, ບັນຫາປ້ອງກັນພື້ນທີ່ ອາເມລິກາເຫນືອ ໄດ້ກາຍເປັນບຸລິມະສິດແຖວຫນ້າໃນການເຈລະຈາ. ການນຳສອງທ່ານ ໄດ້ໃຫ້ຄຳໝັ້ນສັນຍາ ພ້ອມກັນປັບປຸງລະບົບປ້ອງກັນພື້ນທີ່ ອາເມລິກາເຫນືອ (NORAD). ຕາມນັ້ນແລ້ວ ການາດາ ຈະເບີກຈ່າຍປະມານ 6,96 ຕື້ CAD (ເທົ່າກັບ 5,04 ຕື້ USD) ເພື່ອຫັນລະບົບຕິດຕາມກວດກາຢູ່ ພາກເຫນືອ ໃຫ້ເປັນທັນສະໄຫມ ແລະ 7,3 ຕື້ CAD (ເທົ່າກັບ 5,29 ຕື້ USD) ເພື່ອຊື້ເຮືອບິນ ແລະ ບູລະນະພື້ນຖານໂຄງລ່າງດ້ານເຕັກນິກ ເພື່ອຕ້ອນຮັບເຮືອບິນສູ້ຮົບ F-35. ອາເມລິກາ ພ້ອມແລ້ວທີ່ຈະຫນູນຊ່ວຍ ການາດາ ເຂົ້າຮ່ວມຂອບເຂດເສດຖະກິດ ມະຫາສະມຸດອິນເດຍ -ປາຊີຟິກ.

ການຮັບປະກັນໃຫ້ແກ່ອະນາຄົດຂອງພາກພື້ນ

ບໍ່ພຽງແຕ່ປັບປຸງສາຍພົວພັນປະເທດສຳພັນທະມິດ ດ້ວຍຫລາຍຄຳໝັ້ນສັນຍາຮ່ວມມືຢ່າງລະອຽດ, ການຢ້ຽມຢາມ ຍັງນຳມາເຊິ່ງບັນດາສັນຍານຕັ້ງຫນ້າໃຫ້ແກ່ອະນາຄົດຂອງພາກພື້ນ. ກ່ອນອື່ນໝົດ ແມ່ນແລກປ່ຽນດ້ານການຄ້າ. ປະຈຸບັນ ອາເມລິກາ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ການາດາ. ຕາມຕົວເລກສະຖິຕິ 2 ປີມໍ່ໆມານີ້ ມູນຄ່າແລກປ່ຽນການຄ້າລະຫວ່າງ ການາດາ ແລະ ອາເມລິກາ ກ່ຽວກັບສິນຄ້າ ແລະ ການບໍລິການ ບັນລຸເກືອບ 770 ລ້ານ USD.  ຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ອາເມລິກາ ແລະ ການາດາ ກໍ່ນຳມາເຊິ່ງປະສິດທິຜົນຕັ້ງຫນ້າຫລາຍຢ່າງໃຫ້ແກ່ການຄ້າຂອງພາກພື້ນ ອາເມລິກາເຫນືອ, ຊ່ວຍບັນດາປະເທດໃນພາກພື້ນຫລຸດຜ່ອນຄວາມເອື່ອຍອີ່ງການນຳເຂົ້າຈາກຫລາຍປະເທດໃນໂລກ ພິເສດ ແມ່ນເຄື່ອງອາໄຫລ່ຊັກນຳໄຟຟ້າຈາກບັນດາປະເທດ ອາຊີ.

ການໄປປະຕິບັດງານເພື່ອບັນດາຄຳໝັ້ນສັນຍາໃຫ້ແກ່ອະນາຄົດຂອງພາກພື້ນ - ảnh 2ທ່ານ ປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານ ນາຍົກລັດຖະມົນຕີ ການາດາ Justin Trudeau ເຂົ້າຮ່ວມການຖະແຫລງຂ່າວຮ່ວມ ຢູ່ Ottawa ເມື່ອວັນທີ 24 ມີນາປີ  2023. (ພາບ: Mandel Ngan/AFP )

ນອກນັ້ນ ບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ ອາເມລິກາ ແລະ ການາດາ ໃນຂົງເຂດສ້າງແລວທາງເຊື້ອເພີງປ່ຽນແທນ, ສ້າງຕາຫນ່າງພະລັງງານບໍ່ປ່ອຍອາຍກາກບອນ ຊ່ວຍພາກພື້ນ ອາເມລິກາເຫນືອ ຊຸກຍູ້ເປົ້າໝາຍຮອດປີ 2030 ຫລຸດຢ່າງຫນ້ອຍສຸດ 15% ປະລິມານ ອາຍ methane ຈາກສິ່ງເສດເຫລືອແຂງ ແລະ ແຫລວ ດ້ວຍລະດັບຂອງປີ 2020 ຄືດັ່ງໄດ້ໝັ້ນໝາຍ.

ໃນສະພາບການຂາດສະຖຽນລະພາບທີ່ນັບມື້ນັບເພີ່ມຂຶ້ນໃນທົ່ວໂລກ, ເລື່ອງປັບປຸງການພົວພັນຍຸດທະສາດລະຫວ່າງ ສອງປະເທດ ທັງແມ່ນບ້ານໃກ້ເຮືອນຄຽງ ທັງແມ່ນພັນທະມິດ ນັ້ນແມ່ນມີຄວາມຈຳເປັນທີ່ສຸດ. ອາເມລິກາ ແລະ ການາດາ ພວມຍາດແຍ່ງທຸກກາລະໂອກາດເພື່ອປັບປຸງສາຍພົວພັນເພື່ອຜົນປະໂຫຍດ ພ້ອມກັນປົກປັກຮັກສາຄຸນຄ່າລວມ ເພື່ອຜົນປະໂຫຍດຂອງທັງສອງຝ່າຍ.

ຜ່ານການໄປຢ້ຽມຢາມ,ສອງຝ່າຍໄດ້ຢັ້ງຢັນຄືນຄຳໝັ້ນສັນຍາໃນການພົວພັນຄູ່ຮ່ວມມື ອາເມລິກາ -ການາດາ ເຊິ່ງເຄີຍໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາສາຍພົວພັນໄມຕິຈິດ, ຮອບດ້ານທີ່ສຸດໃນໂລກ. ສິ່ງນີ້ກໍ່ແມ່ນການຮັບປະກັນໃຫ້ແກ່ສະຖຽນລະພາບໃນອະນາຄົດ ແລະ ການພັດທະນາຂອງພາກພື້ນ ອາເມລິກາເຫນືອ.

ຕອບກັບ

ຂ່າວ/ບົດ​ອື່ນ