ການ​ໄປ​ປະ​ຕິ​ບັດ​ງານ​ເພື່ອ​ສ້າງ​ຍຸດ​ທະ​ສາດ​ການ​ຕ່າ​ງ​ປະ​ເທດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) -        ວັນທີ 9 ມິຖຸນາ (ຕາມເວລາ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເລີ່ມເດີນທາງໄປປະຕິບັດງານຢູ່ຕ່າງປະເທດເປັນຄັ້ງທຳອິດ ນັບແຕ່ເມື່ອຮັບດຳລົງຕຳແໜ່ງໃນເດືອນມັງກອນຜ່ານມາ. ຈຸດໝາຍຂອງການເດີນທາງທີ່ແກ່ຍາວເປັນເວລາ 8 ວັນນີ້ ແມ່ນ ເອີຣົບ ດ້ວຍເຫດການສຳຄັນຫຼາຍຢ່າງ.

  ດ້ວຍແຜນການໄປຢ້ຽມຢາມ ອັງກິດ, ແບນຊິກ ແລະ ສະວິດ ຕາມລຳດັບ, ການເດີນທາງໄປປະຕິບັດງານຢູ່ຕ່າງປະເທດໃນຄັ້ງນີ້ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ແມ່ນມີຫຼາຍຈຸດປະສົງ ແຕ່ຈຸດປະສົງສຳຄັນອັນດັບ 1 ແມ່ນປັບປຸງການພົວພັນຂ້າມອັດລັງຕິກ ທີ່ຖືກຊຸກໂຊມໃນສະໄໝຂອງທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ແລະ ສ້າງສາຍພົວພັນຄືນໃໝ່ກັບ ລັດເຊຍ.

ການ​ໄປ​ປະ​ຕິ​ບັດ​ງານ​ເພື່ອ​ສ້າງ​ຍຸດ​ທະ​ສາດ​ການ​ຕ່າ​ງ​ປະ​ເທດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden  ພ້ອມດ້ວຍພັນລະຍາ ເດີນທາງມາຮອດສະໜາມບິນການທະຫານ RAF Mildenhall ຂອງ ອັງກິດ ໃນວັນທີ 9 ມິຖຸນາ (ພາບ:  AP)

ປັບປຸງການພົວພັນຂ້າມອັດລັງຕິກ

        ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຈຸດປະສົງຂອງການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງນີ້, ທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນວ່າ ນີ້ແມ່ນໂອກາດເພື່ອສະແດງກຳລັງແຮງຂອງການພົວພັນສຳພັນທະມິດຂ້າມອັດລັງຕິກ.

        ວັນທີ 10 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການພົບໂດຍກົງກັບທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ເປັນຄັ້ງທຳອິດ ເຫດການດັ່ງກ່າວໄດ້ຮັບຖືວ່າ ແມ່ນໂອກາດເພື່ອປັບປຸງສາຍພົວພັນ “ແບບພິເສດ” ລະຫວ່າງ ອັງກິດ - ອາເມລິກາ ພາຍຫຼັງທີ່ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ຢ່າງເປັນທາງການ ນັບແຕ່ວັນທີ 1 ມັງກອນ 2021. ກ່າວຄຳເຫັນກ່ອນການພົບປະ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ປຽບທຽບການພົບປະຄັ້ງນີ້ ກັບການພົບປະສຸດຍອດ ຄັ້ງປະຫວັດສາດ ທີ່ດຳເນີນກ່ອນນີ້ 80 ປີ ລະຫວ່າງ ທ່ານນາຍົກລັດຖະມົນຕີ ອັງກິດ Churchill ແລະ ທ່ານປະທານາທິບໍດີ ອາເມລິກາ Roosevelt. ການນຳລັດຖະບານ ອັງກິດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນສຳພັນທະມິດ ລະຫວ່າງ ອັງກິດ - ອາເມລິກາ ໃນການຮັບມືກັບສິ່ງທ້າທາຍລວມ ແລະ ອະນາຄົດຂອງຄວາມສະຖຽນລະພາບ ກໍຄື ຄວາມວັດທະນາຖາວອນຂອງໂລກ. ນອກຈາກການພົບປະສຸດຍອດດັ່ງກ່າວແລ້ວ, ໃນເວລາ 3 ວັນທີ່ປະຕິບັດງານຢູ່ ອັງກິດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຍັງມີການເຄື່ອນໄຫວຫຼາຍຢ່າງ ໃນນັ້ນລວມທັງການເຂົ້າຮ່ວມກອງປະຊຸມສຸດຍອດຂອງ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ເຊິ່ງຈະຈັດຕັ້ງຢູ່ເຂດ England.

ການ​ໄປ​ປະ​ຕິ​ບັດ​ງານ​ເພື່ອ​ສ້າງ​ຍຸດ​ທະ​ສາດ​ການ​ຕ່າ​ງ​ປະ​ເທດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 2ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່າວຄຳເຫັນຕໍ່ໜ້າພົນທະຫານ ອາເມລິກາ ທີ່ປະຈຳການຢູ່ ຖານທີ່ໝັ້ນ RAF Mildenhall, ອັງກິດ ໃນວັນທີ 9 ມິຖຸນາ (ພາບ: AP)

     ຢູ່ທີ່ປະເທດ ແບນຊິກ - ເຊິ່ງເປັນປະເທດທີສອງຂອງການເດີນທາງຄັ້ງນີ້, ຄາດວ່າ ທ່ານປະທານາທິບໍດີ Joe Biden  ຈະມີການປະຊຸມກັບການນຳຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ດ້ວຍເນື້ອໃນປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍລວມ ແລະ ບັນຫາແບ່ງປັນຄ່າໃຊ້ຈ່າຍດ້ານການປ້ອງກັນຊາດໃນ NATO. ຫຼັງຈາກນັ້ນ, ຜູ້ນຳໜ້າທຳນຽບຂາວ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ - ອີຢູ. ຕາມຮ່າງຖະແຫຼງການຮ່ວມທີ່ໄດ້ກະກຽມໃຫ້ແກ່ກອງປະຊຸມຄັ້ງນີ້, ອາເມລິກາ ແລະ ອີຢູ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືໃນຫຼາຍບັນຫາ, ນັບແຕ່ການຮັບມືກັບໂລກລະບາດໂຄວິດ - 19 ຕະຫຼອດຮອດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກໍຄືກຳນົດບັນດາຂົງເຂດຫຼັກໆ ທີ່ສອງຝ່າຍຈະຊຸກຍູ້ການຮ່ວມມືຂ້າມອັດລັງຕິກ ໃນການປະເຊີນໜ້າກັບການປ່ຽນແປງຂອງດິນຟ້າອາກາດ. ນອກຈາກນັ້ນ, ສອງຝ່າຍກໍໄດ້ໃຫ້ຄຳໝັ້ນສັນຍາຈະຍົກເວັ້ນພາສີສຳລັບເຫຼັກກ້າ ກ່ອນວັນທີ 1 ທັນວາ 2021 ແລະ ຫຼີກລ້ຽງບໍ່ໃຫ້ເກີດການຂັດແຍ້ງກັນດ້ານການຄ້າຂ້າມອັດລັງຕິກເກີດຂຶ້ນ ຄືກັບໄລຍະກອ່ນ.

        ໂດຍສາມາດເຫັນໄດ້ຢ່າງງ່າຍໆວ່າ ວຽກງານຈຸດສຸມ ແລະ ກວມລວມຢູ່ໃນການເດີນທາງຄັ້ງນີ້ ໄປປະເທດ ອັງກິດ ແລະ ແບນຊິກ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden       ແມ່ນ ປັບປຸງສາຍພົວພັນລະຫວ່າງ ອາເມລິກາ ກັບສຳພັນທະມິດທີ່ເປັນມູນເຊື້ອຢູ່ ເອີຣົບ ຕາມເນື້ອໃນຈິດໃຈ “ປະເທດ ອາເມລິກາ ກັບຄືນມາໃໝ່”, ເຊິ່ງກົງກັນຂ້າມກັບຄະຕິທຳ “ປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດ” ພາຍໃຕ້ສະໄໝຂອງທ່ານອະດີດປະທານາທິບໍດີ Donald Trump. ໃນຂະນະນັ້ນ, ໃນການເດີນທາງໄປຢ້ຽມຢາມປະເທດສຸດທ້າຍ ນັ້ນແມ່ນ ສະວິດ, ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະມີການພົບປະໂດຍກົງກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເປັນຄັ້ງທຳອິດ. ເຫດການນີ້ ໄດ້ຮັບການຕີລາຄາວ່າ ຈະຊ່ວຍສ້າງທິດທາງການຮ່ວມມືໃໝ່ໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດມະຫາອຳນາດນີ້ ໃນອະນາຄົດ.

        ສ້າງທິດທາງການພົວພັນຄືນໃໝ່ກັບ ລັດເຊຍ

        ຕາມແຜນການແລ້ວ, ການພົບປະສຸດຍອດ ລະຫວ່າງ ລັດເຊຍ - ອາເມລິກາ ຈະຖືກດຳເນີນໃນວັນທີ 16 ມິຖຸນາ, ໄດ້ຮັບຖືວ່າ ແມ່ນໂອກາດເພື່ອໃຫ້ສອງປະເທດມະຫາອຳນາດແລກປ່ຽນໂດຍກົງ ກ່ຽວກັບບັນດາຂໍ້ຕິດຂັດ ແລະ ບັນດາບັນຫາທີ່ກໍ່ຄວາມເຄັ່ງຕຶງໃນການພົວພັນລະຫວ່າງສອງຝ່າຍໃນໄລຍະຜ່ານມາ. ໃນໄລຍະກະກຽມໃຫ້ແກ່ການພົບປະຄັ້ງນີ້, ວົງການເຈົ້າໜ້າທີ່ ອາເມລິກາ ໄດ້ຖະແຫຼງເປັນຫຼາຍເທື່ອວ່າ ຢາກສ້າງສາຍພົວພັນກັບ ລັດເຊຍ ຄືນໃໝ່. ເມື່ອຕອບສໍາພາດຕໍ່ຊ່ອງໂທລະພາບ CNN ໃນວັນທີ 22 ພຶດສະພາ ຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຮຽກຮ້ອງໃຫ້ສ້າງຕັ້ງການພົວພັນທີ່ມີສະຖຽນລະພາບ ແລະ “ສາມາດຄາດຄະເນໄດ້ຢ່າງງ່າຍດາຍກວ່າ” ກັບ ລັດເຊຍ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລ້ວ, ມີບັນດາຂົງເຂດການຮ່ວມມື mụນຳມາເຊິ່ງຜົນປະໂຫຍດໃຫ້ທັງ ລັດເຊຍ ແລະ ອາເມລິກາ ລວມມີ ອາບການິດສະຖານ, ການຄວບຄຸມອາວຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ວົງການນັກສັງເກດການຖືວ່າ, ໃນໄລຍະຜ່ານມາ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ຖະແຫຼງເປັນຫຼາຍຄັ້ງ ແລະ ສະແດງອອກດ້ວຍການທະທຳທີ່ແຂງກະດ້າງ ເລັ່ງໃນ ລັດເຊຍ, ໃນຂະນະທີ່ ມົດສະກູ ກໍໂຕ້ຕອບຢ່າງແຮງ, ສະນັ້ນ, ການພົບປະສຸດຍອດ ລະຫວ່າງ ອາເມລິກາ - ລັດເຊຍ ຄັ້ງນີ້ ແມ່ນຍາກທີ່ຈະສ້າງບາດກ້າວບຸກທະລຸຢ່າງໃຫຍ່ຫຼວງໄດ້. ເຖິງຢ່າງໃດກໍຕາມ, ນັກສັງເກດການສ່ວນຫຼາຍຕ່າງກໍໃຫ້ຂໍ້ສັງເກດວ່າ ນີ້ແມ່ນການພົບປະສຳຄັນ ຍ້ອນວ່າ ມັນຈະຊ່ວຍກຳນົດທ່າອ່ຽງຂອງການພົວພັນລະຫວ່າງສອງປະເທດມະຫາອຳນາດໃນອະນາຄົດ, ໂດຍບໍ່ຫົວຊາຕໍ່ໝາກຜົນຕົວຈິງ ຈະອອກມາຄືແນວໃດ./

ຕອບກັບ

ຂ່າວ/ບົດ​ອື່ນ