ກາລະໂອກາດທີ່ດີໃຫ້ແກ່ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານ

ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ອີ​ຣານ, ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 ພວມ​ຖືກ​ດຳ​ເນີນ​ຢູ່ ວຽນ, ປະ​ເທດ ໂອ​ຕ​ລິດ. ນີ້​ແມ່ນ​ການ​ເຈ​ລະ​ຈາ​ຮອບ​ສຸດ​ທ້າຍ​ເພື່ອ​ຊອກ​ຫາ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ສະ​ບັບ​ໜຶ່ງ ໃຫ້​ແກ່​ໂຄງ​ການ​ນິວ​ເຄຼຍ ເຊິ່ງ​ໄດ້​ກໍ່​ການ​ໂຕ້​ຖຽງ​ຢ່າງຫຼວງຫຼາຍ​ຂອງ ອີ​ຣານ ໃນຫຼາຍ​ປີ​ມານີ້. ໂດຍ​ຖືກ​ດຳ​ເນີນ​ໃນ​ສະ​ພາ​ວະ​ເກີດ​ມີ​ຄວາມ​ລົງ​ລອຍ​ກັນ​ລະ​ຫວ່າງ​ບັ​ນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງນັ້ນ, ການ​ເຈ​ລະ​ຈາ​ຮອບນີ້​ອາດ​ຈະ​ສິ້ນ​ສຸດ​ຕາມ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ຄື​ວັນ​ທີ 24/11 ຄື​ດັ່ງ​ບັນ​ດາ​ຝ່າຍ​ຍົກ​ອອກ​ມາໄດ້​ຫຼືບໍ່? ຫຼື​ວ່າ​ການ​ຕໍ່​ກຳ​ນົດ​ຈະ​ສືບ​ຕໍ່​ດຳ​ເນີນ​ຄື​ນ​ໃໝ່? ນີ້​ແມ່ນ​ສິ່ງ​ທີ່​ຫາງ​ສຽງ​ມ​ີ​ຄວາມ​ສົນ​ໃຈ​ທີ່​ສຸດ. ໃນ​ລາຍ​ການ​ສະ​ຖາ​ນະ​ການ​ພາ​ກນີ້, ພວກ​ເຮົາ​ຂໍ​ແນະ​ນຳ​ບົດ​ຂຽນ​ຂອງ​ນັກ​ຂ່າວ ແອ໋ງ​ຮ່​ວຽນ ທີ່​ພາດ​ຫົວ​ຂໍ້​ວ່າ: ກາ​ລະ​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ອີ​ຣານ.

        ນີ້​ແມ່ນ​ຮອບ​ເຈ​ລະ​ຈາ​ສາ​ມາດ​ຕັດ​ສິນ​ເພື່ອ​ໃຫ້ ອີ​ຣານ ແລະ ບັນ​ດາ​ປະ​ເທດມະ​ຫາ​ອຳ​ນາດ ກ້າວ​ໄປ​ສູ່​ຂໍ້​ຕົກ​ລົງ​ສະ​ບັບ​ສຸດ​ທ້າຍ ແນ​ໃສ່​ຢຸດ​ຕິ​ການ​ໂຕ​້​ຖຽງ​ກັນ ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ ໃນ​ຕະຫຼອດ 12 ປີ​ທີ່​ຜ່ານ​ມາ. ມັນ​ມີ​ຄວາມ​ໝາຍ​ຕັດ​ສິນ​ຍ້ອນ​ວ່າ ຖ້າຫາກ​ພັງ​ທະ​ລາຍ​ລົງ, ວິ​ວັດ​ທະ​ນາ​ການນີ້​ອາດ​ຈະ​ແກ່​ຍາວ​ໃນ​ທາມ​ກາງ​ຄວາມ​ອິດ​ເມື່ອຍ ແລະ ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ, ອັນ​ໄດ້​ກໍ່​ໃຫ້​ເກີດ​ຜົນ​ຮ້າຍ​ຢ້ອນຫຼັງ​ຍາກ​ທີ່​ຄາດ​ຄະ​ເນ​ໄວ້​ລ່ວງ​ໜ້າ. ກ່ອນ​ໜ້ານັ້ນ, ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ຝ່າຍ, ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ເພື່ອ​ຈຳ​ກັດ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ ແນ​ໃສ່​ແລກ​ເອົາ​ການ​ຊ່ວຍ​ບັນ​ເທົາ​ທ​ຸກ ແລະ ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ລ້ວນ​ແຕ່​ຍັງ​ບໍ່​ທັນ​ໄປ​ສູ່​ໝາກ​ຜົນ​ສຸດ​ທ້າຍ.

ກາລະໂອກາດທີ່ດີໃຫ້ແກ່ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry (ຊ້າຍ), ຂະຫຼວງ​ໃຫຍ່ ອີ​ຢູ Ashton (ກາງ) ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ໃນ​ການ​ພົບ​ປະ​ເມື່ອ​ວັນ​ທີ 10/11
(ພາບ: Reuters)

        ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ​ຍາກ​ທີ່​ຈະ​ວັດ​ແທກ​ໄດ້

        ພາຍ​ຫຼັງ​ປະ​ລະ​ກຳ​ນົດ​ເວ​ລາ, ໃນວັນ​ທີ 20/7,  ອີ​ຣານ ແລະ ກຸ່ມ P5+1 ໄດ້​ເປັ​ນ​ເອ​ກະ​ສັນ​ກັນ ແກ່​ຍາວ​ການ​ເຈ​ລະ​ຈາ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເປັນ​ໄລ່​ກ່ອນ. ແຕ່​ຜ່ານ​ເກືອບ 4 ເດືອນ​ທີ່​ຜ່ານ​ມາ, ບັນ​ດາ​ຝ່າຍ​ຍັງ​ບໍ່​ທັນ​ສາ​ມາດ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ​ໄດ້​ເທື​່ອ. ເຖິງ​ແມ່ນວ່າ​ໄດ້​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ຄັ້ງ​ຕ່າງໆ​ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1, ແລະ ການ​ເຈ​ລະ​ຈາ 2 ຝ່າຍ ອາ​ເມ​ລິ​ກາ - ອີ​ຣານ ກໍ່​ຄື​ການ​ເຈ​ລະ​ຈາ 3 ຝ່າຍ ອີ​ຣານ - ອາ​ເມ​ລິ​ກາ ແລະ ສະ​ຫະ​ພາບ ເອີ​ລົບ ຢ່າງຕໍ່​ເນື່ອງ. ເພ​າ​ະ​ສະ​ນັ້ນ ຄວາມ​ປາດ​ຖະ​ໜາ​ທຸກ​ຢ່າງ​ພວມ​ທຸມ​ເທ​ໃສ່​ການ​ເຈ​ລະ​ຈາ​ຄັ້ງ​ນີ້​ ດ້ວຍ​ຄວາມ​ຫວັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຕາມ​ກຳ​ນົດ​ຄື​ວັນ​ທີ 24/11 ຄື​ດັ່ງ​ບັນ​ດາ​ຝ່າຍ​ໄດ້​ຍົກ​ອອກ​ມາ​ກ່ອນນີ້. ແຕ່​ບັນ​ດາ​ນັກ​ສັງ​ເກດ​ການ​ພັດ​ບໍ່​ປະ​ເອີບ​ໃຈ​ປານ​ໃດ ຕໍ່​ແງ່​ຫວັງ​ບັນ​ລຸ​ໝາກ​ຜົນ​ລະ​ອຽດ​ໃນ​ຮອບ​ເຈ​ລະ​ຈາ​ຄັ້ງ​ນີ້, ເພາະ​ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ບາງ​ຢ່າງ ຍັງບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ. ຫວນ​ຄື​ນ​ວິ​ວັດ​ການ​ເຈ​ລະ​ຈາ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ ອາດ​ຈະ​ເຫັນ​ວ່າ​ບັນ​ດາ​ຝ່າຍ ເຖິງວ່າ​ໄດ້​ຜ່ານ​ໄລ​ຍະ​ທາງ​ທີ່​ຍາວ​ໄກ ໃນ​ການ​ຈັດ​ແບ່ງ​ປະ​ເພດ​ບັນ​ຫາ​ໃຫຍ່ກໍ່​ຕາມ, ແຕ່​ຍັງ​ຄົງ​ມີ​ຄວາມ​ແຕກ​ຕ່າງ​ກັ​ນ​ໃນ​ບາງບ​ັນ​ຫາ​ທີ່​ສຳ​ຄັນ, ມີ​ຄວາມ​ສັບ​ສົນ ແລະ ສະ​ດຸ້ງ​ໄວ. ນັ້ນ​ແມ່ນ​ສິ່ງ​ຄ້າງ​ຄາ​ກ່ຽວ​ກັບ​ຂອບ​ຂ​ະ​ໜາດ​ຄວາມ​ສາ​ມາດ​ເສີມ​ທາດ​ນິວ​ເຄຼຍ​ຂອງ ອີ​ຣານ, ໃນ​ນັ້ນ ມີ​ບັນ​ຫາ​ເຕົາ​ແຍກ​ນິວ​ເຄຼຍ ປະ​ເພດນ​້ຳ​ໜັກຢູ່ ອາ​ຣັກ​, ກຳ​ນົດ​ເວ​ລາ​ຄວາມ​ສັກ​ສິດ​ຂອງ​ຂໍ້​ຕົກ​ລົງ, ຂອບ​ຂະໜາດ​ໂຍະ​ຍານ​ຄຳ​ສັ່ງ​ລົງ​ໂທດ… ແລະ ຄວາມ​ສັບ​ສົນ​ທີ່​ວ່າ​ຝ່າຍ​ໜຶ່ງ​ແມ່ນ ອີ​ຣານ ດຳ​ເນີນ​ການ​ເສີມ​ທາດ ຢູ​ເຣ​ນຽມ ໃນ​ລະ​ດັບ 20% ໂດຍ​ໄວ, ສ່ວນ​ຝ່າຍ​ຕາ​ເວັນ​ຕົກ​ກໍ່​ເພີ່ມ​ທະ​ວີ​ການ​ລົງ​ໂທດນັ້ນ​ໄດ້​ເກີດ​ຂຶ້ນ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ.

        ເຈ​ດ​ຕະ​ນາ​ດີ​ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ

        ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບໍ່​ອາດ​ປະ​ຕິ​ເສດ​ໄດ້​ໃນກ່​ວາ 10 ປີ​ທີ່​ຜ່ານ​ມາ, ຍັງ​ບໍ່​ທັນ​ມີ​ຍາມ​ໃດ​ທີ່​ວິ​ວັດ​ການ​ເຈ​ລະ​ຈາ​ໄດ້​ກ້າວ​ໄປ​ໄກ​ເຖິງ​ລະ​ດັບ​ຄື​ໃນ​ປະ​ຈຸ​ບັນ. ລະ​ຫວ່າງ 2 ຝ່າຍ​ໄດ້​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ເຖິງວ່າ​ລະ​ດັບ​ຄວາມ​ຈຳ​ເປັນ​ເພື່ອ​ເຮັດ​ໃຫ້​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ທີ່​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສຸດ​ທ້າຍກໍ່​ຕາມ ແຕ່ບໍ່​ອາດ​ຖືກ​ຕ່າວ​ປ​ີ້ນ​ໄດ້. ຍ້ອນ​ເຈດ​ຕະ​ນາ​ດີ​ເຊັນ​ນັ້ນ​ໄດ້​ຊ່ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຄ່ອຍໆ​ໄດ້​ຮັບ​ການ​ສ້າງ​ຂຶ້ນ, 2 ຝ່າຍ​ພວມ​ນັບ​ມື້​ນັບ​ຫ​ຍັບ​ມໍ່​ເຂົ້າ​ກັນ​ກ່​ວາ.

        ແຕ່​ເພື່ອ​ໄປ​ສູ່​ຂໍ້​ຕົກ​ລົງ​ທີ່​ເປັນ​ໜ້າ​ເພິ​ງ​ພໍ​ໃຈ​ໃຫ້​ແກ່​ທ​ຸກໆ​ຝ່າຍນັ້ນ, ຈຳ​ເປັນ​ຕ້ອງ​ມີ​ເຈດ​ຕະ​ນາ​ດີ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງຫຼວງຫຼາຍ. ກ່ອນ​ທີ່ດຳ​ເນີນ​ການ​ເຈ​ລະ​ຈາ​ຮອບນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Mohammad – Javad Zarif ໄດ້​ສະ​ແດງ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ໝາກ​ຜົນ​ທີ່​ດີ​ໃຫ້​ແກ່​ຮອບ​ເຈ​ລະ​ຈາ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນນີ້, ແຕ່ກໍ່​ບໍ່​ລື່ມ​ເນັ້ນ​ໜັກ​ເຖິງ​ເຈດ​ຕະ​ນາ​ດີ ແລະ​ ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ. ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Mohammad – Javad Zarif ຖະ​ແຫຼງ​ວ່າ : ຖ້າ​ຫາກ​ມີ​ເຈດ​ຕະ​ນາ​ດີ​ຈາກ​ກຸ່ມ P5+1, ອີ​ຣານ ພ້ອມ​ແລ້ວ​ທີ່​ຈະ​ຕອບ​ສະ​ໜອງ ແລະ ໄປ​ສູ່​ຂໍ​້​ຕົກ​ລົງ​ສະ​ບັບ​ໜຶ່ງ. ຖ້າ​ຫາກ​ກຸ່ມ P5+1 ບໍ່​ມີ​ເຈດ​ຕະ​ນາ​ດີນັ້ນ, ອີ​ຣານ ຍັງ​​ຫວັງ​ມີ​ວິ​ທີ​ການ​ແກ້​ໄຂ​ໃຫ້​ບັນ​ຫາ​ນິວ​ເຄຼຍ ແຕ່​ຈະ​ບໍ່​ໄປ​ຝືນ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ. ໃນ​ຂະ​ນະ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ Philip Hammond ຖື​ວ່າ: ບັນ​ດາ​ຝ່າຍ​ອາດ​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ ກ່ອນ​ວັນ​ທີ 24/11, ແຕ່ ອີ​ຣານ ຄວນ​ສະ​ແດງ​ຄວາມ​ອ່ອນ​ຍົນ​ຫຼາຍ​ກ່​ວາ​ອີກ​ໃນ​ການ​ເກ້ຍ​ກ່ອມ ບັນ​ດາ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ລັກ​ສະ​ນະ​ສັນ​ຕິ​ພາບ ໃນ​ໂຄງ​ການ​ນິວ​ເຄຼຍ​ຂອງ​ຕົນ. ສ່ວນ​ທ່ານ​ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Jonh Kerry ກໍ່​ຖື​ວ່າ: ນີ້​ແມ່ນ​ກາ​ລະ​ໂອ​ກາດ​ຄັ້ງ​ປະ​ຫວັດ​ສາດ​ທີ່​ອີ​ຣານບໍ່​ຄ​ວນ​ປະ​ພາດ​ເພື່ອ​ແກ້​ໄຂ​ຄວາມ​ລະ​ແວງ​ສົງ​ໃສ ແລະ ວິ​ຕົກ​ກັງ​ວົນ​ຂອງ​ສ​າ​ກົນ ແລະ ແລກ​ເອ​ົ​າ​ກາ​ລະ​ໂອ​ກາດ​ດ້ານ​ເສດ​ຖະ​ກິດ ກໍ່​ຄື​ຢຸດ​ຕິ​ສະ​ພາບ​ຕົກ​​ຢູ່​ໂດດ​ດຽວ.

        ກາ​ລະ​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຮອບ​ດ້ານ

        ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າເຈ​ດ​ຕະ​ນາດ​ີ​ລ້ວນ​ແຕ່​ໄດ້​ມີ​ມາ​ຈາກ 2 ຝ່າຍ​ແລ້ວ. ໃນ​ຈຸດ​ເວ​ລານີ້, ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ​ແມ່ນ​ບັນ​ດາ​ຝ່າຍ​ຕ້ອງ​ນຳ​ໃຊ້​ກາ​ລະ​ໂອ​ກາດ​ຢ່າງວ່ອງ​ໄວ ດ້ວຍ​ບັນ​ດາ​ການ​ກະ​ທຳ​ລະ​ອ​ຽດ.

        ໃນ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ທີ່ນັ້ບ​ມື້​ນັບ​ເພີ່ມ​ຂຶ້ນໃນ​ພາກ​ພື້ນ ດ້ວຍ​ໄພ​ນາບ​ຂູ່​ຈາກ​ລັດ​ອິດ​ສະ​ລາມ (IS) ໂດຍ​ຂະ​ໜານ​ນາມ​ເອງນັ້ນ, ການ​ບັນ​ລຸ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຮອບ​ດ້ານ ບໍ່​ພຽງ​ແຕ່​ຊ່ວຍ​ປິດ​ໄລ​ຍະ 35 ປີ​ແຫ່ງ​ກາ​ນ​ເປັນ​ປໍ​ລະ​ປັກ​ລະ​ຫວ່າງ ອີ​ຣານ ແລະ ຝ່າຍ​ຕາ​ເວັນ​ຕົກ​ເທົ່​ານັ້ນ ຫາກ​ຍັງ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມືຫຼາຍ​ຢ່າງ​ລະ​ຫວ່າງວໍ​ຊິງ​ຕັນ ແລະ ເຕ​ເຮ​ຣານ ໃນ​ນັ້ນ​ມີ​ການ​ສູ້​ຮົບ​ຕ້ານ IS. ເຖິງ​ເວ​ລາ​ແລ້ວ​ທີ່ ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ​ຕ້ອງຍອມ​ຮັບ​ຄວາມ​ຈິງ​ທີ່​ວ່າ, ປະ​ເທດ ສ. ອິດ​ສະ​ລາມ ອີ​ຣານ ພວມ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ນັ້ນ​ແມ່ນ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ວິ​ກິດ​ການ ຊີ​ຣີ ຮັບ​ປະ​ກັນ​ວິ​ວັດ​ທະ​ນາ​ການມອບ​ໂອນ ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ສຳ​ເລັດ​ຜົນ​ໃນ​ປະ​ເທດ​ອາບ​ກາ​ນິດ​ສະ​ຖານ, ຟື້ນ​ຟູ​ສະ​ຖຽນ​ລະ​ພາບ​ຢູ່ ລີ​ບັງ ແລະ ເຢ​ແມນ, ກໍ​ຄື​ຮັບ​ປະ​ກັນ​ສັນ​ຕິ​ພາບ​ໃນ​ເຂດ​ຊາຍ​ແດນ​ລະ​ຫວ່າງ ລີ​ບັງ ແລະ ອິດ​ສະ​ຣາ​ແອນ. ເພາະ​ສະ​ນັ້ນ​ການ​ເຈ​ລະ​ຈາ​ຄັ້ງ​ນີ້ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້ ອີ​ຣານ ແລະ ກຸ່ມ P5+1 ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ, ຍາວ​ນານ, ນຳ​ຜົນ​ປະ​ໂຫຍດມ​າ​ສູ່​ທ​ຸກໆ​ຝ່າ​ຍ.

ຕອບກັບ

ຂ່າວ/ບົດ​ອື່ນ