ກາ​ລະ​ໂອ​ກາດ​ທີ່ບອບ​ບາງໃນ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ລະ​ຫວ່າງ ອີ​ຣານ ​ກັບບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ

(VOVWORLD) - ນັບແຕ່ວັນທີ 6 ຫາວັນທີ 9 ເມສາ, ຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ, ຄະນະກຳມະການປະສົມກ່ຽວກັບແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ໄດ້ເລີ່ມເຊື່ອມຕໍ່ການເຈລະຈາ ເພື່ອແນໃສ່ກອບກູ້ຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015 ລະຫວ່າງ ອີຣານ ແລະ ບັນດາປະເທດມະຫາອຳນາດ. ເຖິງຢ່າງໃດກໍຕາມ, ການຟື້ນຟູຂໍ້ຕົກລົງດັ່ງກ່າວຄືນໃໝ່ ບໍ່ແມ່ນເລື່ອງທີ່ບັນລຸໄດ້ໃນບຶດໜຶ່ງຍາມດຽວ ຍ້ອນວ່າຕ້ອງມີເຈດຕະນາດີ ແລະ ການປະນິປະນອມຈາກຫຼາຍຝ່າຍ.

ຕັ້ງໜ້າ ແລະ ຖືກທິດ ແມ່ນຂໍ້ສັງເກດລວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ພາຍຫຼັງການພົບປະຢູ່ ວຽນ ກ່ຽວກັບບັນຫານິວເຄຼຍ ຂອງ ອີຣານ ໃນ 3 ປີ ຜ່ານມາ. ສະພາບການໃໝ່ນີ້ໄດ້ເປີດຄວາມຫວັງແກ່ການຟື້ນຟູຂໍ້ຕົກລົງນິວເຄຼຍສະບັບປະຫວັດສາດ ເຊິ່ງບັນດາຝ່າຍໄດ້ລົງນາມເມື່ອປີ 2015.

ກາ​ລະ​ໂອ​ກາດ​ທີ່ບອບ​ບາງໃນ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ລະ​ຫວ່າງ ອີ​ຣານ ​ກັບບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ - ảnh 1ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh (ພາບ: TTXVN)

ຮອງຮັບເອົາເຈດຕະນາດີຂອງບັນດາຝ່າຍ

ເລື່ອງບັນດາຝ່າຍເຂົ້າຮ່ວມກອງປະຊຸມຢູ່ນະຄອນຫຼວງ ວຽນ ປະເທດ ໂອຕາລິດ ແມ່ນບາດກ້າວບຸກທະລຸໃນ 3 ປີ ຜ່ານມາ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ເບິ່ງຄືວ່າເກືອບຊິເກີດສົງຄາມ.

ໃນໄລຍະຜ່ານມາ, ລັດເຊຍ, ຈີນ, ຝລັ່ງ, ເຢຍລະມັນ ແລະ ອັງກິດ ຍາມໃດກໍຕັ້ງໜ້າເພື່ອຮັກສາຂໍ້ຕົກລົງນິວເຄຼຍ ອີຣານ ເມື່ອປີ 2015. ບັນດາປະເທດນີ້ ໄດ້ວາງອອກນະໂຍບາຍເສດະກິດຫຼາຍຢ່າງເພື່ອເກ້ຍກ່ອມ ອີຣານ ບໍ່ໃຫ້ລົບລ້າງບັນດາຄຳໝັ້ນສັນຍາຕາມໃນຂໍ້ຕົກລົງສະບັບດັ່ງກ່າວ. ບັນດາຄວາມມານະພະຍາຍາມດັ່ງກ່າວ ມີຄວາມສະດວກກວ່າ ເມື່ອອຳນາດການປົກຄອງໃໝ່ຂອງ ອາເມລິກາ ທ່ານ Joe Biden ມີເຈດຈຳນົງຢາກເຈລະຈາ ເພື່ອເຊື່ອມຕໍ່ຂໍ້ຕົກລົງນິວເຄຼຍ ກັບ ອີຣານ. ເພາະສະນັ້ນ, ໃນຫຼາຍເດືອນຜ່ານມາ, ບັນດາປະເທດມະຫາອຳນາດ ອີຢູ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຈລະຈາລົງເລິກ ກັບຝ່າຍຕ່າງໆທີ່ເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວ ເພື່ອຊຸກຍູ້ການເຈລະຈາ.

ດັ່ງນັ້ນ, ໃນກອງປະຊຸມຄັ້ງນີ້, ອາເມລິກາ ໄດ້ຮັບຄຳເຊີນຂອງຜູ້ຕາງໜ້າຂັ້ນສູງຂອງສະຫະພາບ ເອີຣົບ ເຂົ້າຮ່ວມກອງປະຊຸມຂອງກຸ່ມ P5+1 ກັບ ອີຣານ ຢູ່ ວຽນ, ໂອຕາລິດ ແບບທາງໄກ, ໃນຂະນະທີ່ບັນດາຝ່າຍເຂົ້າຮ່ວມຂໍ້ຕົກລົງ ລວມມີ ຈີນ, ລັດເຊຍ, ເຢຍລະມັນ, ຝລັ່ງ, ອັງກິດ ມີການພົບປະກັບ ອີຣານ ໂດຍກົງ. ພ້ອມກັນນັ້ນ, ອາເມລິກາ ກໍຍົກເລີກຂໍ້ຈຳກັດທີ່ເຄັ່ງຄັດຈຳນວນໜຶ່ງ ໂດຍທ່ານອະດີດປະທານາທິບໍດີ Donald Trump ຈັດວາງຕໍ່ການເດີນທາງໄປ - ມາ ຂອງບັນດາເຈົ້າໜ້າທີ່ ອີຣານ ທີ່ເຮັດວຽກຢູ່ ສປຊ ຫຼື ບັນດາເຈົ້າໜ້າທີ່ ອີຣານ ທີ່ໄປຢ້ຽມຢາມອົງການຈັດຕັ້ງສາກົນ.

ກາ​ລະ​ໂອ​ກາດ​ທີ່ບອບ​ບາງໃນ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ລະ​ຫວ່າງ ອີ​ຣານ ​ກັບບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ - ảnh 2ກອງປະຊຸມຂອງຄະນະກຳມະການປະສົມກ່ຽວກັບແຜນການດຳເນີນງານຮ່ວມຮອບດ້ານ ຖືກດຳເນີນຢູ່ ວຽນ, ໂອຕາລິດ (ພາບ: TTXVN)
ເຖິງວ່າໄດ້ຕີລາຄາວ່າ ກອງປະຊຸມຂອງຄະນະກໍາມະການປະສົມກ່ຽວກັບຂໍ້ຕົກລົງກ່ຽວກັບແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ທີ່ດຳເນີນຢູ່ ວຽນ, ໂອຕາລິດ ເດີນຖືກຕາມທິດ ແລະ ມີຫຼາຍການກະທຳທີ່ຕັ້ງໜ້າກໍຕາມ, ແຕ່ທັງຝ່າຍ ອາເມລິກາ ແລະ ອີຣານ ກໍ່ລ້ວນແຕ່ສະແດງອອກເຖິງຄວາມຢ່າງລະມັດລະວັງ ແລະ ແຂງກະດ້າງໃນການອອກປາກອອກສຽງ. ເຕເຮຣານ ຖະແຫຼງວ່າ ຈະບໍ່ເຈລະຈາບໍ່ວ່າໂດຍກົງ ຫຼື ທາງອ້ອມ ກັບ ວໍຊິງຕັນ ໃນໄລຍະຈະມາເຖິງ ຖ້າຫາກວ່າ ອາເມລິກາ ບໍ່ຍົກເລີກບັນດາຄຳສັ່ງລົງໂທດ. ໃນວັນທີ 10 ເມສາ, ອີີຣານ ໄດ້ນຳເຄື່ອງພົ່ນສູບທີ່ທັນສະໄໝໃນການເສີມທາດຢູນາລຽມ ດ້ວຍລະດັບຄວາມໄວສູງ ເຂົ້າເຄື່ອນໄຫວ, ນີ້ແມ່ນການກະທຳທີ່ຊີ້ໃຫ້ເຫັນຫຼັກໝັ້ນແຂງກະດ້າງຂອງປະເທດນີ້.

ໃນຂະນະນັ້ນ, ອາເມລິກາ ຍັງຄົງຖະແຫຼງສືບຕໍ່ຮັກສາບັນດາຄຳສັ່ງລົງໂທດທາງດ້ານເສດຖະກິດ ຈົນຮອດເມື່ອ ອີຣານ ຢຸດຕິການລະເມີດຂໍ້ຕົກລົງສະບັບດັ່ງກ່າວ. ເຖິງຢ່າງໃດກໍຕາມ ວໍຊິງຕັນ ກໍ່ຍັງຢັ້ງຢືນການເຊື່ອມຕໍ່ການເຈລະຈາກັບ ອີຣານ ຄືນໃໝ່ ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ແລະ ຊອກຫາວິທີພັດທະນາຂໍ້ຕົກລົງໃຫ້ເປັນບຸລິມະສິດແຖວໜ້າຂອງເຂົາເຈົ້າໃນພາກພື້ນ ຕາເວັນອອກກາງ. ການພົບປະຢູ່ ໂອຕາລິດ ຄັ້ງນີ້ ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນ ແລະ ຍັງຈະມີບັນດາການປຶກສາຫາລືທີ່ຫຍຸ້ງຍາກກວ່າຢູ່ຕໍ່ໜ້າ.

ກາລະໂອກາດທີ່ບອບບາງ

        ຂໍ້ຕົກລົງ JCPOA ໂດຍ ອີຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝລັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ) ໄດ້ລົງນາມເມື່ອປີ 2015. ປີ 2018, ປະທານາທິບໍດີຂອງ ອາເມລິກາ ໃນສະໄໝນັ້ນແມ່ນທ່ານ Donald Trump ໄດ້ຖອນຕົວອອກຈາກຂໍ້ຕົກລົງ ຕາມລຳພັງຝ່າຍດຽວ ແລະ ເພີ່ມທະວີບັນດາຄຳສັ່ງລົງໂທດ ສຳລັບ ເຕເຮຣານ. ເພື່ອໂຕ້ຕອບຄືນ, ອີຣານ ໄດ້ດຳເນີນບັນດາບາດກ້າວຫຼຸດຜ່ອນຄຳໝັ້ນສັນຍາຕາມຂໍ້ຕົກລົງ.

        ນັບແຕ່ເມື່ອຂຶ້ນກຳອຳນາດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden  ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປ່ຽນແປງໃນວິທີການສຳຜັດກັບບັນຫານິວເຄຼຍ ອີຣານ ເມື່ອທຽບໃສ່ອຳນາດການປົກຄອງຂອງ ທ່ານ Donald Trump. ພາຍຫຼັງຮັບດຳລົງຕຳແໜ່ງ, ທ່ານ Joe Biden  ໄດ້ສະແດງເຈດຈຳນົງຢາກກັບຄືນເຂົ້າສູ່ຂໍ້ຕົກລົງ JCPOA ຖ້າຫາກວ່າ ເຕເຮຣານ ປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງຄືນ. ນອກຈາກນັ້ນ, ທ່ານ Joe Biden   ຍັງແຕ່ງຕັ້ງຖັນແຖວນັກການເມືອງ ແລະ ກຳລັງປ້ອງກັນຄວາມສະຫງົບ ທີ່ບັນລຸໄດ້ຂໍ້ຕົກລົງນິວເຄຼຍ ກັບ ອີຣານ ໃນອາຍຸການທີ 2 ຂອງທ່ານອະດີດປະທານາທິບໍດີ Barack Obama. ການເລືອກເອົາຖັນແຖວນີ້ ແມ່ນການຢືນຢັນ ແລະ ການສົ່ງສານຈາກທ່ານປະທານາທິບໍດີ Joe Biden   ໄປຍັງສະພາແຫ່ງຊາດ ແລະ ບັນດາສຳພັນທະມິດຢູ່ເອີຣົບ ແລະ ອີຣານ.

        ໃນຂະນະນັ້ນ, ອີຣານ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ ປະເທດນີ້ ຈະກັບຄືນປະຕິບັດບັນດາຄຳໝັ້ນສັນຍາທີ່ບັນຈຸໃນຂໍ້ຕົກລົງນິວເຄຼຍ ຢ່າງຄົບຖ້ວນ ດ້ວຍເງື່ອນໄຂທີ່ວ່າ ອາເມລິກາ ຕ້ອງຍົກເລີກບັນດາມາດຕະການລົງໂທດທີ່ແນໃສ່ປະເທດນີ້. ບັນດາການຜັນແປໃນປັດຈຸບັນ  ຊີ້ໃຫ້ເຫັນວ່າ ຍາກທີ່ຈະບັນລຸໄດ້ບາດກ້າວບຸກທະລຸໃນການເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ. ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ຢາກກອບກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015, ແຕ່ຄຳຖາມທີ່ວ່າ ປະເທດໃດ ຈະປະຕິບັດກ່ອນ ຫຼື ປະນິປະນອມກ່ອນ.  ເພື່ອບັນລຸໄດ້ເປົ້າໝາຍນີ້ ແມ່ນຕ້ອງລໍຖ້າຄຳຕອບໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ