ກາ​ລະ​ໂອ​ກາດ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ ຄືນ​ໃໝ່

(VOVWORLD) -ໃນອາທິດຜ່ານມາ, ທ່ານ Raphel Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ໄດ້ມີການຢ້ຽມຢາມທີ່ເປັນໜ້າສົນໃຈຢູ່ ອີຣານ ເຊິ່ງແກ່ຍາວເປັນເວລາ 2 ວັນ.  ໝາກຜົນພົ້ນເດັ່ນໃນການຢ້ຽມຢາມຄັ້ງນີ້ ແມ່ນເລື່ອງ IAEA ແລະ ເຕເຮຣານ ບັນລຸໄດ້ຄວາມເຫັນດີເຫັນພ້ ອມທີ່ສຳຄັນ ເຊິ່ງກ່ຽວຂ້ອງເຖິງວຽກງານຕິດຕາມກວດກາສາກົນ ສຳລັບບັນດາຮາກຖານນິວເຄຼຍຂອງ ອີຣານ, ເປີດແງ່ຫວັງແກ່ການບັນລຸໄດ້ຄວາມຄືບໜ້າອື່ນທີ່ສຳຄັນ ລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ໃນການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ທີ່ໄດ້ລົງນາມໃນປີ 2015 ລະຫວ່າງ ອີຣານ ກັບ 6 ປະເທດມະຫາອຳນາດ (ກຸ່ມ P5+1) ດ້ວຍຊື່ເອີ້ນ ການເຄື່ອນໄຫວຮ່ວມຮອບດ້ານ (JCPOA).

  ການຢ້ຽມຢາມ ອີຣານ ຂອງທ່ານຜູ້ອຳນວຍການໃຫຍ່ IAEA Rafael Grossi ໄດ້ດຳເນີນໃນສະພາບການພົວພັນລະຫວ່າງ ເຕເຮຣານ ກັບ IAEA ກໍຄື ກັບຝ່າຍຕາເວັນຕົກ ເຊິ່ງມີຄວາມເຄັ່ງຕຶງພໍສົມຄວນ ພາຍຫຼັງມີແຫຼ່ງຂ່າວທີ່ວ່າ ອີຣານ ພວມເປັນກຳມະສິດການເສີມທາດ ຢູລານຽມ 83,7%, ເຊິ່ງເປັນລະດັບທີ່ເກືອບເທົ່າກັບກຳລັງຜະລິດອາວຸດ, ຢູ່ໂຮງງານເສີມທາດ ນິວເຄຼຍ Fordow ຂອງ ອີຣານ. ຊ້ຳບໍ່ໜຳ, ວັນທີ 17 ພະຈິກ 2022, ສະພາຜູ້ວ່າການ ໂດຍລວມມີ 35 ສະມາຊິກຂອງອົງການ IAEA ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ ອີຣານ ຈົ່ງຮ່ວມມືໂດຍດ່ວນກັບອົງການນີ້ ໃນການສືບສວນ, ເຮັດແຈ້ງຮ່ອງຮອຍ ຢູລານຽມທີ່ກວດພົບຢູ່ 3 ຮາກຖານ ເຊິ່ງ ເຕເຮຣານ ຍັງບໍ່ເຄີຍປະກາດຈັກເທື່ອ. ຍ້ອນເຫດນັ້ນ, ເລື່ອງ IAEA ແລະ ເຕເຮຣານ ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນວຽກງານກວດກາຮາກຖານນິວເຄຼຍແຫ່ງຕ່າງໆຢູ່ ອີຣານ ນັ້ນ ໄດ້ນັບຖືວ່າ ແມ່ນບາດກ້າວເດີນສຳຄັນ, ເປີດແງ່ຫວັງເພື່ອບັນລຸໄດ້ຄວາມຄືບໜ້າໃໝ່ ທີ່ກ່ຽວຂ້ອງເຖິງການຟື້ນຟູຂໍ້ຕົກລົງ JCPOA.

ກາ​ລະ​ໂອ​ກາດ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ ຄືນ​ໃໝ່ - ảnh 1ທ່ານຜູ້ອຳນວຍການໃຫຍ່ IAEA Grossi (ຜູ້ຢູ່ທາງກາງ ແລະ ທ່ານຜູ້ອຳນວຍການ  AEOI Mohammad Eslami (ຜູ້ທີ 2, ນັບແຕ່ເບື້ອງຊ້າຍມາ) ຢູ່ ເຕເຮຣານ (ພາບ:AP)

ບາດກ້າວເດີນສຳຄັນ

       ໃນແຈ້ງການອອກວັນທີ 5 ມີນາ, ພາຍຫຼັງການຢ້ຽມຢາມ ອີຣານ ຂອງທ່ານຜູ້ອຳນວຍການໃຫຍ່ Rafael Grossi, ອົງການ IAEA ໃຫ້ຮູ້ວ່າ ອີຣານ ໄດ້ໃຫ້ຄຳໝັ້ນສັນຍາ ຈະໜູນຊ່ວຍວຽກງານຕິດຕາມກວດກາຂອງອົງການນີ້ ໃນການກວດພົບທາດ ຢູລານຽມ ຢູ່ຮາກຖານຕ່າງໆທີ່ຍັງບໍ່ທັນໄດ້ປະກາດເທື່ອ ແລະ ນັບທັງການຕິດຕັ້ງອຸປະກອນຕິດຕາມຕ່າງໆທີ່ຖືກຍົກເລີກກ່ອນໜ້ານັ້ນ. ໃນນັ້ນ, IAEA ແລະ ອີຣານ ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ມີຕອນຂຽນວ່າ: ອີຣານ ພ້ອມແລ້ວທີ່ຈະສະໜອງຂໍ້ມູນເພີ່ມເຕີມ ແລະ ສ້າງເງື່ອນໄຂໃຫ້ອົງການນີ້ໄດ້ເຂົ້າເຖິງຮາກຖານຕ່າງໆເພື່ອແກ້ໄຂບັນດາບັນຫາກ່ຽວກັບຄວາມປອດໄພທີ່ຍັງຄົງຄ້າງ.

       ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສະໜາມບິນ ວຽນນາ, ປະເທດ ໂອຕາລິດ ພາຍຫຼັງທີ່ກັບມາແຕ່ ເຕເຮຣານ, ທ່ານຜູ້ອຳນວຍການໃຫຍ່ Rafael Grossi ໃຫ້ຮູ້ວ່າ ອີຣານ ອາດຈະສະໜອງສິດເຂົ້າເຖິງແຫຼ່ງຂໍ້ມູນ, ສະຖານທີ່ ແລະ ມະນຸດ, ຜ່ານນັ້ນ, ກໍສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງສອງຝ່າຍ ໄດ້ຮັບການປັບປຸງ ພາຍຫຼັງຫຼາຍປີທີ່ ເຕເຮຣານ ຮັກສາທັດສະນະແຂງກະດ້າງ. ນອກຈາກນັ້ນ, ອີຣານ ກໍຈະອະນຸຍາດໃຫ້ຕິດຕັ້ງອຸປະກອນຕິດຕາມກວດກາເພີ່ມເຕີມອີກດ້ວຍ.

       ສ່ວນທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີຣານ, ໃນວັນທີ 6 ມີນາ ໄດ້ຕີລາຄາວ່າ ການຢ້ຽມຢາມ ເຕເຮຣານ ຂອງທ່ານຜູ້ອຳນວຍການໃຫຍ່ Rafael Grossi ໄດ້ເປີດສັງກາດໃໝ່ໃນການຮ່ວມມືລະຫວ່າງສອງຝ່າຍ. ທ່ານ Kanaani ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ “ຂໍ້ຕົກລົງທີ່ດີຫຼາຍສະບັບ” ໃນການຢ້ຽມຢາມຄັ້ງນີ້, ພ້ອມທັງໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຄັ້ງນີ້ ແມ່ນສ່ວນໜຶ່ງໃນນະໂຍບາຍ “ການຕ່າງປະເທດmụຕັ້ງໜ້າ” ລະຫວ່າງ ອີຣານ ແລະ IAEA. ທ່ານ ກໍສະແດງຄວາມຫວັງວ່າ ບັນດາຄວາມມານະພະຍາຍາມນີ້ ຈະສ້າງເງື່ອນໄຂເພື່ອແກ້ໄຂບັນດາຂໍ້ຂັດແຍ້ງກ່ຽວກັບດ້ານເຕັກນິກລະຫວ່າງສອງຝ່າຍ.

       ກ່ຽວກັບປະຊາຄົມສາກົນ, ຫຼາຍປະເທດ ແລະ ອົງການຈັດຕັ້ງຕ່າງໆກໍໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງ ເຊິ່ງ ອີຣານ ແລະ IAEA ຫາກໍບັນລຸໄດ້ເຊັ່ນດຽວກັນ.

ກາ​ລະ​ໂອ​ກາດ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ ຄືນ​ໃໝ່ - ảnh 2ຮາກຖານນິວເຄຼຍ  Natanz ຂອງ ອີຣານ (ພາບ:AFP/TTXVN)

       ຕ້ອງສືບຕໍ່ຊຸກຍູ້ຄວາມມານະພະຍາຍາມຕ່າງໆ

       ຕາມນັກຊ່ຽວຊານ ແລະ ນັກຄົ້ນຄວ້າສາກົນຫຼາຍຄົນແລ້ວ, ຂໍ້ຕົກລົງທີ່ ອົງການ IAEA ແລະ ເຕເຮຣານ ຫາກໍບັນລຸໄດ້ກ່ຽວກັບວຽກງານຕິດຕາມກວດກາຮາກຖານນິວເຄຼຍ ຢູ່ ອີຣານ ມີຄວາມໝາຍສຳຄັນພິເສດ. ກ່ອນອື່ນໝົດ, ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນການປັບປຸງຢ່າງຈະແຈ້ງໃນການພົວພັນລະຫວ່າງສອງຝ່າຍ, ເຮັດໃຫ້ຝ່າຍຕາເວັນຕົກ ບໍ່ມີເຫດຜົນເພື່ອຊຸກຍູ້ມະຕິສາກົນສະບັບໃໝ່ກ່ຽວກັບການຮຽກຮ້ອງ ອີຣານ ຮ່ວມມື. ທີສອງແມ່ນ ໄດ້ຊີ້ໃຫ້ເຫັນວ່າ ການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍກໍເລີ່ມໄດ້ຜັນຂະຫຍາຍ, ສ້າງພື້ນຖານແກ່ການເປີດກວ້າງການເຈລະຈາແກ້ໄຂຫຼາຍບັນຫາອື່ນໆທີ່ກ່ຽວຂ້ອງ.

       ເຖິງຢ່າງໃດກໍຕາມ, ວົງການນັກໄຈ້ແຍກກໍໄດ້ກ່າວເຕືອນວ່າ, ການຟື້ນຟູ JCPOA ຍັງແມ່ນເສັ້ນທາງທີ່ຍາວໄກດ້ວຍສິ່ງກີດຂວາງ ແລະ ສິ່ງທ້າທາຍທີ່ຕ້ອງຜ່ານ ຕົວຈິງຊີ້ໃຫ້ເຫັນວ່າ, ວິວັດການເຈລະຈາເພື່ອແນໃສ່ຟື້ນຟູ JCPOA ໄດ້ແກ່ຍາວແຕ່ເດືອນ ເມສາ 2021 ຮອດເດືອນ ສິງຫາ 2022 ຜ່ານມາຢູ່ ວຽນນາ, ປະເທດ ໂອຕາລິດ ລະຫວ່າງ ອີຣານ ແລະ P5+1, ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສະບັບສຸດທ້າຍ, ເຖິງວ່າມີບາງຈຸດເວລາ ທຸກຝ່າຍທີ່ກ່ຽວຂ້ອງລ້ວນແຕ່ໃຫ້ຂໍ້ສັງເກດວ່າ “ຄວາມສາມາດບັນລຸໄດ້ຂໍ້ຕົກລົງດັ່ງກ່າວແມ່ນຢູ່ໃນກຳມື”. ຍ້ອນເຫດນັ້ນ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສະແດງເຈດຕະນາດີຢ່າງແທ້ຈິງ ແລະ ເຄື່ອນໄຫວໃນຄວາມມານະພະຍາຍາມລວມມຸ່ງໄປເຖິງຂໍ້ຕົກລົງຟື້ນຟູ JCPOA.

        ນີ້ກໍແມ່ນທັດສະນະທີ່ຫຼາຍປະເທດໄດ້ເນັ້ນໜັກເຖິງເປັນພິເສດ. ຍົກຕົວຢ່າງແມ່ນ, ໃນບົດກ່າວຄຳເຫັນໃນການຖະແຫຼງຂ່າວນັດສາມັນຢູ່ນະຄອນຫຼວງ ປັກກິ່ງ ໃນວັນທີ 6 ມີນາ, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດ ຈີນ ຢັ້ງຢືນວ່າ: ປັກກິ່ງ ເຊື່ອໝັ້ນວ່າ ເລື່ອງປະຕິບັດຂໍ້ຕົກລົງສະບັບຕ່າງໆຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແມ່ນເສັ້ນທາງຖືກຕ້ອງແກ່ການແກ້ໄຂບັນຫານິວເຄຼຍ ຂອງ ອີຣານ./.

ຕອບກັບ

ຂ່າວ/ບົດ​ອື່ນ