ກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ ການຮັບປະກັນລາຄາຕະຫຼາດນ້ຳມັນຂອງໂລກເປັນປົກກະຕິ

(VOVWORLD) -OPEC+ ໄດ້ເຫັນດີຫຼຸດຜ່ອນປະລິມານຂຸດຄົ້ນນ້ຳມັນລົງໃນລະດັບສະຖິຕິ 9,7 ລ້ານຖັງ/ວັນ, ທຽບເທົ່າກັບ 10% ປະລິມານຂຸດຄົ້ນຂອງທົ່ວໂລກໃນເດືອນ ພຶດສະພາ ແລະ ມິຖຸນາ 2020.

ກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ ການຮັບປະກັນລາຄາຕະຫຼາດນ້ຳມັນຂອງໂລກເປັນປົກກະຕິ - ảnh 1 ທ່ານລັດຖະມົນຕີກະຊວງພະລັງງານ ຊະອຸດີ ອາຣາເບຍ Abdulaziz bin Salman

(ພາບ: Reuters)

ພາຍຫຼັງບັນດາຄວາມມານະພະຍາຍາມຂອງບັນດາຝ່າຍທີ່ກ່ຽວຂ້ອງ, ວັນທີ 12 ເມສາ, ອົງການຈັດຕັ້ງບັນດາປະເທດສົ່ງອອກນ້ຳມັນ (OPEC) ແລະ ບັນດາຄູ່ຮ່ວມມື (ເອີ້ນຫຍໍ້ວ່າ OPEC+), ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫຼຸດຜ່ອນປະລິມານຂຸດຄົ້ນນ້ຳມັນດິບດ້ວຍຂອບຂະໜາດໃຫຍ່, ເປີດແງ່ຫວັງອັນໃຫຍ່ຫຼວງກ່ຽວກັບການຟື້ນຟູລາຄາ ແລະ ຮັບປະກັນຕະຫຼາດນ້ຳມັນຂອງມວນມະນຸດໃຫ້ເປັນປົກກະຕິ.

        ຕາມຂໍ້ຕົກລົງທີ່ບັນລຸໄດ້ທີ່ກອງປະຊຸມອອນລາຍໃນທ້າຍອາທິດຜ່ານມາ, OPEC+ ໄດ້ເຫັນດີຫຼຸດຜ່ອນປະລິມານຂຸດຄົ້ນນ້ຳມັນລົງໃນລະດັບສະຖິຕິ 9,7 ລ້ານຖັງ/ວັນ, ທຽບເທົ່າກັບ 10% ປະລິມານຂຸດຄົ້ນຂອງທົ່ວໂລກໃນເດືອນ ພຶດສະພາ ແລະ ມິຖຸນາ 2020. ນີ້ໄດ້ຮັບຖືວ່າ ແມ່ນແຜນການຫຼຸດຜ່ອນປະລິມານຂຸດຄົ້ນນ້ຳມັນດິບທີ່ມີລັກສະນະປະຫວັດສາດ, ເພື່ອແນໃສ່ສະກັດກັ້ນທ່າຊຸດໂຊມຂອງລາຄານ້ຳມັນດິບ, ຮັບປະກັນລາຄານ້ຳມັນໂລກໃຫ້ເປັນປົກກະຕິ. ກ່ອນອື່ນໝົດ, ບາດກ້າວເດີນນີ້ໄດ້ຢຸດຕິສົງຄາມກ່ຽວກັບລາຄານ້ຳມັນທີ່ດຸເດືອດລະຫວ່າງລັດເຊຍ - ຊະອຸດີ ອາຣາເບຍ ໃນໄລຍຜ່ານມາລົງໂດຍຊົ່ວຄາວ, ພ້ອມກັນນັ້ນກໍໄດ້ສ່ອງແສງເຖິງຄວາມຕ້ອງການໃນການຮ່ວມມືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ. ໃນທັນທີ, ຫາງສຽງໂລກ ແລະ ຕະຫຼາດນ້ຳມັນໃນທົ່ວໂລກໄດ້ມີປະຕິກິລິຍາຢ່າງຕັ້ງໜ້າ, ຢືນຢັນທິດທາງຖືກຕ້ອງຂອງ OPEC+. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດໃນການຟື້ນຟູລາຄານ້ຳມັນຢູ່ໃນລະດັບສູງຢ່າງວ່ອງໄວນັ້ນ, ຍັງບໍ່ມີຄຳຕອບເທື່ອ, ເມື່ອຄວາມຕ້ອງການນ້ຳມັນໃນທົ່ວໂລກພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19.

ບັນດາຄຳໝັ້ນສັນຍາຫຼຸດຜ່ອນປະລິມານຢ່າງແຮງ ແລະ ປະຕິກິລິຍາຢ່າງຕັ້ງໜ້າຂອງຕະຫຼາດນ້ຳມັນໂລກ

        ຕາມບັນດາແຫຼ່ງຂ່າວທີ່ໜ້າໄວ້ເນື້ອເຊື່ອໃຈແລ້ວ, ນອກຈາກຂໍ້ຕົກລົງຫຼຸດຜ່ອນປະລິມານ 9,7 ລ້ານຖັງ/ວັນໃນເດືອນ ພຶດສະພາ ແລະ ມິຖຸນາປີ 2020 ແລ້ວ, OPEC+ ຍັງມີແຜນການສືບຕໍ່ຫຼຸດຜ່ອນປະລິມານໃນຮອບເວລາ 2 ປີ, ຮອດເດືອນເມສາ 2022. ຄຽງຂ້າງນັ້ນ, OPEC+ ກໍ່ກະຕຸກຊຸກຍູ້ບັນດານັກຜະລິດນອກຈາກ OPEC ຄື: ອາເມລິກາ, ການາດາ, ບຣາຊິນ ແລະ ນ໋ອກແວ ຫຼຸດຜ່ອນປະລິມານຂຸດຄົ້ນລົງຕື່ມອີກ 5%, ເທົ່າກັບ 5 ລ້ານຖັງ/ວັນ.

        ພິເສດ, ຊະອຸດີ ອາຣາເບຍ ໃຫ້ຮູ້ວ່າ ລະດັບຫຼຸດຜ່ອນປະລິມານນ້ຳມັນຂອງ OPEC+ ອາດຈະມີເຖິງ 12,5 ລ້ານຖັງ/ວັນ, ຍ້ອນປະລິມານນ້ຳມັນຂອງຊະອຸດີ ອາຣາເບຍ, ບັນດາປະເທດສະຫະລັດອາຣັບເອັມມີເລັດ (UAE) ແລະ ຄູເວດ ໄດ້ເພີ່ມຂຶ້ນນັບແຕ່ເດືອນເມສາ 2020. ຕາມທ່ານລັດຖະມົນຕີກະຊວງພະລັງງານ ຊະອຸດີ ອາຣາເບຍ Abdulaziz bin Salman ແລ້ວ, ນັບແຕ່ເດືອນເມສາ 2020, ຊະອຸດີ ອາຣາເບຍ, ເຊິ່ງແມ່ນປະເທດຂຸດຄົ້ນ ແລະ ສົ່ງອອກນ້ຳມັນແຖວໜ້າຂອງໂລກ, ໄດ້ຜະລິດນ້ຳມັນ 12,3 ລ້ານຖັງ/ວັນ, ສູງກວ່າລະດັບ 11 ລ້ານຖັງ/ວັນ ເຊິ່ງກ່ອນນີ້ປະເທດນີ້ໄດ້ຍົກອອກມາໃນຂໍ້ຕົກລົງຫຼຸດຜ່ອນປະລິມານໃໝ່ຂອງ OPEC+, ໝາຍຄວາມວ່າລະດັບຫຼຸດຜ່ອນເຊິ່ງປະເທດນີ້ປະຕິບັດໃນຕົວຈິງຈະແມ່ນປະມານ 3,8 ລ້ານຖັງ/ວັນ.

        ຕໍ່ໜ້າບັນດາບາດກ້າວເດີນນີ້, ຕະຫຼາດນ້ຳມັນດິບໃນໂລກ ໄດ້ມີປະຕິກິລິຍາທີ່ຕັ້ງໜ້າຢ່າງທັນທີ. ຕາມນັ້ນແລ້ວ, ພາຍຫຼັງຂໍ້ຕົກລົງ ເປັນເວລາ 1 ວັນ, ລາຄານ້ຳມັນ WTI ຂອງອາເມລິກາ ໄດ້ເພີ່ມຂຶ້ນ 6,1%, ເພີ່ມເປັນ 24,15 USD/ຖັງ, ໃນຂະນະທີ່ລາຄານ້ຳມັນດິບ Brent ເພີ່ມຂຶ້ນ 3,9%, ເພີ່ມເປັນ 32,71 USD/ຖັງ. ມີນັກຊ່ຽວຊານຫຼາຍທ່ານໄດ້ຄາດຄະເນວ່າ, ທ່າເພີ່ມລາຄານ້ຳມັນອາດຈະໄດ້ຮັບການຮັກສາໄວ້ໃນຊຸມມື້ຈະມາເຖິງ, ເຖິງວ່າລະດັບເພີ່ມຂຶ້ນບໍ່ຫຼາຍ.

ນ້ຳມັນດິບຍັງບໍ່ອາດຟື້ນຟູລາຄາໃຫ້ຢູ່ໃນລະດັບສູງໂດຍໄວໄດ້

        ເຖິງແນວນັ້ນກໍ່ຕາມ, ວົງການນັກຊ່ຽວຊານຍັງມີຄວາມລະມັດລະວັງໂດຍຖືວ່າ, ລາຄານ້ຳມັນດິບ ຍາກທີ່ຈະຟື້ນຟູຢູ່ໃນລະດັບສູງ (ກວ່າ 50 USD/ຖັງ) ໂດຍໄວໄດ້ ຍ້ອນຫຼາຍສາຍເຫດ. ໃນຂະນະນັ້ນ, ສາຍເຫດຕົ້ນຕໍແມ່ນຍ້ອນຄວາມຕ້ອງການນ້ຳມັນຂອງທົ່ວໂລກໄດ້ຫຼຸດລົງປະມານ 30 ລ້ານຖັງ/ວັນ, ເທົ່າກັບ 30% ແຫຼ່ງສະໜອງໃນທົ່ວໂລກ, ຍ້ອນຜົນກະທົບຈາກບັນດາມາດຕະການຮັບມືກັບໂລກລະບາດໂຄວິດ-19. ສະນັ້ນ, ນັບທັງເມື່ອ OPEC+ ບັນລຸໄດ້ຍອດປະລິມານຫຼຸດຜ່ອນນ້ຳມັນລົງ 15 ລ້ານຖັງ/ວັນ ໃນຕົວຈິງ, ແຫຼ່ງສະໜອງຍັງສູງກວ່າຫຼາຍເມື່ອທຽບໃສ່ຄວາມຕ້ອງການ, ຍາກທີ່ຈະຟື້ນຟູລາຄານ້ຳມັນຢ່າງວ່ອງໄວໄດ້. ນອກຈາກນັ້ນ, ຍັງຕ້ອງຄິດໄລ່ເຖິງບັນດາຄວາມສ່ຽງອື່ນໆ ເຊິ່ງອາດຈະເຮັດໃຫ້ແຫຼ່ງສະໜອງນ້ຳມັນໃນທົ່ວໂລກເພີ່ມຂຶ້ນ, ໃນຂະນະທີ່ມີນັກຂຸດຄົ້ນທີ່ເປັນຈຳນວນຫຼາຍບໍ່ນອນໃນຂໍ້ຕົກລົງຂອງ OPEC+. ຄຽງຂ້າງນັ້ນ, ກໍ່ຕ້ອງຄິດໄລ່ເຖິງໄພຍົກເລີກຄຳໝັ້ນສັນຍາຫຼຸດຜ່ອນປະລິມານນ້ຳມັນຂອງບັນດາປະເທດທີ່ເຂົ້າຮ່ວມຂໍ້ຕົກລົງ, ໂດຍສະເພາະແມ່ນໃນສະພາບການສາກົນທີ່ພວມມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຄືໃນປະຈຸບັນ.

        ຄວາມສ່ຽງ ແລະ ສິ່ງທ້າທາຍແມ່ນຄືແນວນັ້ນ, ແຕ່ຍັງຕ້ອງຢືນຢັນວ່າ, ຂໍ້ຕົກລົງຫຼຸດຜ່ອນລາຄານ້ຳມັນທີ່ຫາກໍ່ບັນລຸໄດ້ນັ້ນ ແມ່ນບາດກ້າວສຳຄັນສຳລັບຄວາມມານະພະຍາຍາມຮັກສາລາຄານ້ຳມັນໂລກໃຫ້ເປັນປົກກະຕິ, ໂດຍສະເພາະແມ່ນໃນສະພາບການໂລກລະບາດໂຄວິດ-19 ທີ່ພວມມີການຜັນແປຢ່າງສັບສົນ ແລະ ການແກ່ງແຍ້ງໃນຕະຫຼາດນ້ຳມັນໂລກ ທີ່ຍັງໄດ້ຮັບຖືວ່າຍັງດຸເດືອດຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ