ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຂອງ NATO ພາຍຫຼັງ ຮຸງ​ກາ​ຣີ ໃຫ້​ສັດ​ຕະ​ຍາ​ບັນ ເລື່ອງ ຊູ​ແອັດ​ເຂົ້າ​ເປັນ​ສະ​ມາ​ຊິກ​ NATO

(VOVWORLD) - ວັນທີ 26 ກຸມພາ, ສະພາແຫ່ງຊາດ ຮຸງກາຣີ ໄດ້ໃຫ້ສັດຕະຍາບັນໃບຄຳຮ້ອງຂໍເຂົ້າເປັນສະມາຊິກຂອງກຸ່ມສົນທິສັນຍາອັດລັງຕິກເໜືອ - NATO ຂອງ ຊູແອັດ, ແກ້ຮົ້ວກີດຂວາງສຸດທ້າຍສຳລັບ ຊູແອັດ. ຕາມບັນດານັກຊ່ຽວຊານແລ້ວ, ດ້ວຍການເຂົ້າຮ່ວມຂອງ ຊູແອັດ, NATO ຈະເປັນອົງການສົມບູນ ແລະ ອາດສາມາດເດີນຕາມບັນດາເປົ້າໝາຍທີ່ມີຄວາມມັກໃຫຍ່

ດ້ວຍບັດເຫັນດີ 188 ບັດ ແລະ ບັດຄ້ານ 6 ບັດ, ວັນທີ 26 ກຸມພາ ສະພາແຫ່ງຊາດ ຮຸງກາຣີ ໄດ້ສະໜັບສະໜູນເລື່ອງ ຊູແອັດ ເຂົ້າເປັນສະມາຊິກຂອງ NATO ຢ່າງເປັນທາງການ, ຢຸດຕິການໂຕ້ຖ້ຽງກັນທີ່ແກ່ຍາວແຕ່ເດືອນພຶດສະພາ 2022. ນີ້ແມ່ນປະເທດສະມາຊິກສຸດທ້າຍຂອງ NATO ໃຫ້ສັດຕະຍາບັນໃບຄຳຮ້ອງຂໍເຂົ້າເປັນສະມາຊິກ NATO ຂອງ ຊູແອັດ.

ປະເທດສະມາຊິກສຸດທ້າຍຂອງ NATO

ດ້ວຍເລື່ອງໄດ້ຮັບການສະໜັບສະໜູນຂອງ 31 ປະເທດສະມາຊິກ NATO, ຊູແອັດ ບໍ່ປະສົບກັບສິ່ງກີດຂວາງໃດ ໃນການເຂົ້າເປັນສະມາຊິກທີ 32 ຂອງ NATO. ບັນດາຂັ້ນຕອນຮັບ ຊູແອັດ ເຂົ້າເປັນສະມາຊິກ NATO ພວມໄດ້ຮັບການເລີ່ມຕົ້ນປະຕິບັດ ແລະ ມີຄວາມເປັນໄປໄດ້ສູງວ່າ ຊູແອັດ ຈະເຂົ້າເປັນສະມາຊິກ NATO ຢ່າງເປັນທາງການໃນເດືອນ ກໍລະກົດ ຢູ່ນະຄອນຫຼວງ ຫວໍຊິງຕັນ (ອາເມລິກາ).

ສຳລັບ ຊູແອັດແລ້ວ, ນີ້ໄດ້ຮັບຖືວ່າແມ່ນ ເຫດການປະຫວັດສາດ ຍ້ອນວ່າ ເມື່ອເຂົ້າເປັນສະມາຊິກ NATO ຊູແອັດ ຈະລົບລ້າງນະໂຍບາຍເປັນກາງ ແລະ ບໍ່ຮ່ວມສຳພັນທະມິດ ການທະຫານຢ່າງເປັນທາງການ ໃນຕະຫຼອດໄລຍະ 2 ສະຕະວັດຜ່ານມາ. ຕາມທ່ານ Ulf Kristersson ນາຍົກລັດຖະມົນຕີ ຊູແອັດແລ້ວ, ນີ້ແມ່ນການຄັດເລືອກຕາມກົດເກນ ຂອງປະເທດນີ້ ຕໍ່ໜ້າການຜັນແປທາງພູມີສາດການເມືອງໃນປັດຈຸບັນ ຢູ່ເອີລົບ:

ນີ້ແມ່ນບາດກ້າວໃຫຍ່ຕ້ອງໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ແຕ່ກໍ່ແມ່ນບາດກ້າວທຳມະດາ. ເລື່ອງກາຍເປັນສະມາຊິກຂອງ NATO ມີຄວາມໝາຍດຽວກັນກັບເລື່ອງ ຊູແອັດ ເຂົ້າເປັນສະມາຊິກຂອງກຸ່ມບັນດາພື້ນຖານອະທິປະໄຕຮ່ວມມື ເພື່ອສັນຕິພາບ ແລະ ຄວາມເສລີ, ການຮ່ວມມືທີ່ປະສົບຜົນສຳເລັດທີ່ສຸດ.

ເລື່ອງ ຊູແອັດ ລົບລ້າງນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງແບບເກົ່າ ທີ່ມີແຕ່ດົນນານ ເພື່ອເຂົ້າເປັນສະມາຊິກ NATO ໄດ້ຮັບການສະໜັບສະໜູນຂອງປະຊາຊົນເປັນຈຳນວນຫຼາຍ ແລະ ວົງການນັກຄົ້ນຄ້ວາຂອງປະເທດນີ້. ບັນດາການສຳຫຼວດຫາງສຽງ ຢູ່ ຊູແອັດ ສະແດງໃຫ້ເຫັນວ່າ ພາຍຫຼັງເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນເດືອນ ກຸມພາ ປີ 2022, ມີ 2/3 ຈຳນວນປະຊາຊົນ ຊູແອັດສະໜັບສະໜູນເລື່ອງເຂົ້າເປັນສະມາຊິກຂອງ NATO, ສູງກ່ວາຫຼາຍເມື່ອທຽບໃສ່ກັບຕົວເລກ 20 – 30% ຈຳນວນປະຊາຊົນ ໃນໄລຍະ 2014  ຫາເດືອນກຸມພາ ປີ 2022. ຕາມທ່ານ Robert Dalsjo ນັກຊ່ຽວຊານໄຈ້ແຍກຂັ້ນສູງ ຂຶ້ນກັບອົງການຄົ້ນຄ້ວາການປ້ອງກັນປະເທດ ຊູແອັດ ແລ້ວ, ເລື່ອງ ຊູແອັດເຂົ້າເປັນສະມາຊິກ NATO ແມ່ນບາດກ້າວສຸດທ້າຍຂອງປະເທດນີ້ ໃນເລື່ອງລົບລ້າງບັນດານະໂຍບາຍການຕ່າງປະເທດໃນເມື່ອກ່ອນ ເພື່ອເຊື່ອມໂຍງຢ່າງແຮງກ່ວາເກົ່າ ໃນສະພາບການໂລກທີ່ນັບມື້ນັບມີການຜັນແປຢ່າງແຮງ. ທ່ານ Robert Dalsjo ຢັ້ງຢືນວ່າ ເລື່ອງ NATO ຮັບຊູແອັດ ເປັນສະມາຊິກ ຈະຊ່ວຍຍົກສູງກຳລັງແຮງຂອງກຸ່ມທະຫານນີ້ ຫຼາຍພໍສົມຄວນ ຍ້ອນວ່າ ຊູແອັດ ມີຄວາມສາມາດດ້ານປ້ອງກັນຊາດຢ່າງແຮງ, ນັບທັງ ກອງທັບອາກາດ, ກອງທັບເຮືອ ທັງເຕັກນິກການສູ້ຮົບ. ທ່ານ Robert Dalsjo ໃຫ້ຮູ້ວ່າ:

NATO ມີສະມາຊິກເຂັ້ມງວດ, ມີຄວາມສາມາດບົ່ມຊ້ອນ ແລະ ຜ່ານນັ້ນລົບລ້າງໄດ້ບັນດາປັດໄຈຂາດຄວາມສະຫງົບ ຢູ່ເອີລົບເໜືອ. ນີ້ແມ່ນປະເທດສະມາຊິກ ສ້າງຖານະບົດບາດໃຫ້ແກ່ NATO ຢູ່ພາກພື້ນ ຂົ້ວໂລກເໜືອ ແລະ Baltic. ສ່ວນຊູແອັດ ຈະໄດ້ຮັບການຮັບປະກັນຄວາມໝັ້ນຄົງໃນກຸ່ມ ແລະ ໄດ້ຮັບການໜູນຊ່ວຍຍ້ອນຄວາມສາມາດ ນາບຂູ່ຈາກນິວເຄຼຍ ຂອງ ອາເມລິກາ.

 NATO ຈະມັກໃຫຍ່ໄຝ່ສູງກວ່າບໍ່?

ສຳລັບກຸ່ມທະຫານ NATO ແລ້ວ, ເລື່ອກງກະກຽມຮັບຊູແອັດເຂົ້າເປັນສະມາຊິກແມ່ນຂ່າວດີ. ບັນດາການນຳ NATO ແລະ ບັນດາປະເທດສະມາຊິກ ຂອງກຸ່ມຄື: ທ່ານ Jens Stoltenberg ເລຂາທິການໃຫຍ່ NATO, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ  ໄດ້ໃຫ້ຂໍ້ສັງເກດວ່າ ເຫດການນີ້ແມ່ນໄຊຊະນະຂອງ NATO ແລະ ແມ່ນ “ປະລາໄຊດ້ານຍຸດທະສາດ” ສຳລັບ ລັດເຊຍ, ເຊິ່ງແມ່ນປະເທດຍາມໃດກໍ່ຄັດຄ້ານເຈດຈຳນົງເປີດກວ້າງ NATO ຢູ່ເອີລົບ. ວົງການນັກສັງເກດການຖືວ່າ ເລື່ອງຮັບ ສອງປະເທດເຂົ້າເປັນສະມາຊິກ ທີ່ມີຄວາມສາມາດດ້ານເສດຖະກິດ - ການທະຫານສູງແມ່ນ ແຟນລັງ (ໃນເດືອນເມສາ ປີ 2023) ແລະ ຊູແອັນ ນຳມາເຊິ່ງຄວາມໝັ້ນໃຈຫຼາຍພໍສົມຄວນໃຫ້ແກ່ NATO ແລະ ອາດຈະເຮັດໃຫ້ການນຳຈຳນວນໜຶ່ງຂອງກຸ່ມນີ້ ດຳເນີນບັນດາບາດກ້າວທີ່ກ້າຫານກ່ວາ, ກ່ອນອື່ນໝົດແມ່ນການສູ້ຢັນກັນດ້ານພູມີສາດການເມືອງ - ຄວາມໝັ້ນຄົງກັບ ລັດເຊຍ. ໜຶ່ງໃນບັນດາບາດກ້າວນັ້ນອາດຈະແມ່ນເລື່ອງຍູ້ໄວຂັ້ນຕອນຮັບ ຢູແກຼນເຂົ້າເປັນສະມາຊິກຂອງ NATO  ເຊິ່ງແມ່ນແນວຄວາມຄິດທີ່ມາຮອດປັດຈຸບັນຍັງເຮັດໃຫ້ຫຼາຍປະເທດ NATO ຮູ້ສຶກວິຕົກກັງວົນ.ຢູ່ກອງປະຊຸມຄວາມໝັ້ນຄົງ Munich (MSC) ທີ່ໄດ້ດຳເນີນໃນລະຫວ່າງວັນທີ 16 – 18 ກຸມພາ ຢູ່ Munich (ເຢຍລະມັນ), ທ່ານ Alexander Stubb ປະທານາທິບໍດີ ຄົນໃໝ່ຂອງ ແຟນລັງ ຖືວ່າ ເລື່ອງ ຢູແກຼນ ເຂົ້າເປັນສະມາຊິກຂອງ NATO ພຽງແຕ່ແມ່ນບັນຫາວັນເວລາ. ທ່ານເລຂາທິການໃຫຍ່ NATO, Jens Stoltenberg ພ້ອມກັບການນຳບາງປະເທດ (ໂປໂລຍ, 3 ປະເທດ Baltic) ກໍ່ຍົກໃຫ້ເຫັນທັດສະນະນີ້ເປັນຫຼາຍຄັ້ງ. ໂດຍເປັນໜ້າສົນໃຈກ່ວາ, ຢູ່ກອງປະຊຸມມີການນຳ 20 ປະເທດເອີລົບ ຢູ່ປາຣີ (ຝລັ່ງ) ໃນວັນທີ 26 ກຸມພາ ເພື່ອປຶກສາຫາລືກ່ຽວກັບການສະໜັບສະໜູນ ຢູແກຼນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ປະກາດວ່າ NATO ບໍ່ຍົກເວັ້ນກໍລະນີຈັດສົ່ງທະຫານໄປຍັງ ຢູແກຼນຢ່າງໂດຍກົງ:

ທຸກໆປະເທດ ໄດ້ປຶກສາຫາລືຢ່າງໂດຍກົງ ແລະ ມີຄວາມເສລີ. ປັດຈຸບັນຍັງບໍ່ມີຄວາມເຫັນດີຕໍ່ການຈັດສົ່ງກຳລັງທະຫານໄປຍັງ ຢູແກຼນຢ່າງເປັນທາງການ, ມີການຮັບປະກັນຄວາມຮັບຜິດຊອບຢ່າງຈະແຈ້ງເທື່ອ. ແຕ່ເຖິງຢ່າງໃດກໍຕາມ, ດ້ວຍກຳລັງໜູນປັດຈຸບັນ, ບໍ່ຍົກເວັ້ນກໍລະນີໃດ.

ຕາມບັນດານັກຊ່ຽວຊານແລ້ວ, ໂດຍບໍ່ຫົວຊາຕໍ່ຄວາມຂາດສະຖຽນລະພາບພາຍໃນກຸ່ມ ທີ່ໄດ້ຍົກອອກມາ ໃນຂັ້ນຕອນໃຫ້ສັດຕະຍາບັນໃບສະໝັກເຂົ້າເປັນສະມາຊິກ NATO ຂອງ ຊູແອັດ, ພິເສດແມ່ນ ການຄິດໄລ່ເຖິງຜົນປະໂຫຍດສ່ວນຕົວຂອງ ຕວັກກີ ແລະ ຮູງກາຣີ, ດ້ວຍເລື່ອງໃກ້ຈະຮັບຊູແອັດເຂົ້າເປັນສະມາຊິກຂອງ NATO ຢ່າງເປັນທາງການ (ກ່ອນນັ້ນແມ່ນ ແຟນລັງ), NATO ຈະປະຕິບັດສຳເລັດການເປີດກວ້າງສະມາຊິກທີ່ມີຄວາມໝາຍຍຸດທະສາດທີ່ສຸດນີ້ ນັບແຕ່ເວລາພາຍຫຼັງສົງຄາມເຢັນມາຮອດປັດຈຸບັນ, ຍ້ອນວ່າຫຼາຍປີມານີ້ ພາກພື້ນ ເອີຣົບເໜືອ ແລະ ເຂດຂົ້ນໂລກເໜືອ ຍັງໄດ້ຮັບຖືວ່າແມ່ນຕ່ອງໂສ້ອ່ອນແອທີ່ສຸດໃນຍຸດທະສາດປ້ອງກັນຕົວຂອງ ອົງການທະຫານນີ້. ບາດລ້ຽວນີ້ອາດຈະຊຸກຍູ້ບັນດາຄວາມມັກໃຫຍ່ໄຝ່ສູງຂອງ NATO ເຊິ່ງເຮັດໃຫ້ສະພາບການຄວາມໝັ້ນຄົງ ຢູ່ເອີລົບ ແລະ ໃນໂລກ ຍາກທີ່ຈະຄາດຄະເນລ່ວງໜ້າຫຼາຍຂຶ້ນ.     

ຕອບກັບ

ຂ່າວ/ບົດ​ອື່ນ