ກຳ​ປູ​ເຈຍ ເລີ່ມ​ຕົ້ນ​ໄລ​ຍະທາງ​ໃໝ່

(VOVWORLD) - ວັນທີ 22 ສິງຫາ, ກອງປະຊຸມປະຖົມມະລຶກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII ໄດ້ລົງຄະແນນສຽງຮັບຮອງເອົາກົງຈັກລັດຖະບານ ກຳປູເຈຍ ຊຸດໃໝ່. ລັດຖະບານໃໝ່ ໂດຍທ່ານນາຍົກລັດຖະມົນຕີຄົນໃໝ່ Hun Manet ນຳໜ້າ ຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ເສີມຂະຫຍາຍຜົນງານຂອງຊຸດກ່ອນ, ເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດ, ຍົກສູງຄ່າຄອງຊີບໃຫ້ແກ່ປະຊາຊົນ, ເພີ່ມທະວີ ແລະ ປັບປຸງລະບົບຮັບປະກັນຊີວິດສັງຄົມ.
ກຳ​ປູ​ເຈຍ ເລີ່ມ​ຕົ້ນ​ໄລ​ຍະທາງ​ໃໝ່ - ảnh 1ສະພາແຫ່ງຊາດ ກຳປູເຈຍ ຕົກລົງເຫັນດີໃຫ້ສັດຕະຍາບັນ ທ່ານປອ. Hun Manet ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຊຸດທີ VII (ພາບ: VOV)

ດ້ວຍ 123/125 ສະມາຊິກສະພາແຫ່ງຊາດຕົກລົງເຫັນດີເລືອກຕັ້ງທ່ານພົນເອກ, ປອ. Hun Manet ເປັນນາຍົກລັດຖະມົນຕີ ແລະ ໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດກາຍເປັນການນຳຄົນໃໝ່ຂອງລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ. ໃນສານສົ່ງເຖິງລັດຖະບານຊຸດໃໝ່, ກະສັດ ກຳປູເຈຍ Norodom Sihamoni ສະແດງຄວາມເຊື່ອໝັ້ນລັດຖະບານຊຸດໃໝ່ຂອງທ່ານນາຍົກລັດຖະມົນຕີຄົນໃໝ່ Hun Manet ນຳພາ,  ກຳປູເຈຍ ຈະມີຄວາມວັດທະນາຖາວອນໃນອະນາຄົດ.

        ລັດຖະບານຊຸດໃໝ່ ກັບການສືບທອດຜົນງານ

       ໃນສານຂົນຂວາຍຫາສຽງເລືອກຕັ້ງຂອງຕົນ, ທ່ານພົນເອກ Hun Manet, ຜູ້ອອກສະໝັກເລືອກຕັ້ງຂອງພັກປະຊາຊົນປະຕິວັດ ກຳປູເຈຍ (CPP), ໄດ້ຕິດຕາມບັນດາເປົ້າໝາຍ ເຊິ່ງ CPP ໄດ້ປະຕິບັດໃນຕະຫຼອດ 44 ປີ ຜ່ານມາຢ່າງໃກ້ຊິດ. ນັ້ນແມ່ນສຸມໃສ່ 3 ເປົ້າໝາຍຫຼັກແຫຼ່ງແກ່ນສານ: “ຊີວິດອິນຊີ, ກະເພາະ ແລະ ໂສມໜ້າ”. ເພາະວ່າ “ຊີວິດອິນຊີ” ແລະ ການຄົງຕົວຂອງປະເທດຊາດ ເຊິ່ງ CPP ໄດ້ຕັດສິນໃຈນຳພາປະຊາຊົນ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດທີ່ໂຫດຮ້າຍຂອງ ຂະແມແດງ, ສາມັກຄີມຸ່ງໄປເຖິງການປອງດອງຊາດ, ເປີດເສັ້ນທາງແກ່ການຟື້ນຟູ, ສັນຕິພາບ ແລະ ສະຖຽນລະພາບ. “ກະເພາະ” ແມ່ນເລື່ອງປະຊາຊົນໄດ້ມີຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກ, ໄດ້ເບິ່ງແຍງໃນທຸກດ້ານຂອງຊີວິດ. ທ່ານພົນເອກ Hun Manet ໄດ້ເນັ້ນໜັກເປັນພິເສດກ່ຽວກັບການເອົາໃຈໃສ່ເຖິງການຫາເງິນລ້ຽງຊີບຂອງປະຊາຊົນ ໂດຍຜ່ານການໜູນຊ່ວຍຂອງລັດຖະບານໃນບັນດາບັນຫາສັງຄົມ, ການສຶກສາ, ສ້າງເງື່ອນໄຂດຳລົງຊີວິດ ແລະ ການບໍລິການດູແລສຸຂະພາບຊຸມຊົນ. ໃນຂະນະນັ້ນ “ໂສມໜ້າ” ໝາຍເຖິງການມອບສິດຕ່າງໆ ແລະ ສິດເສລີໃຫ້ແກ່ປະຊາຊົນ, ມານະພະຍາຍາມສູ້ຊົນເພື່ອການພັດທະນາຂອງພື້ນຖານເສດຖະກິດ ແລະ ກຽດສັກສີ, ອິດທິພົນຊື່ສຽງຂອງ ກຳປູເຈຍ ໃນເວທີສາກົນ…

        ທ່ານ Hun Manet ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ເສີມຂະຫຍາຍຜົນງານຂອງລັດຖະບານຊຸດກ່ອນ ເພື່ອແນໃສ່ຊຸກຍູ້ການພັດທະນາຢ່າງບໍ່ຢຸດຢັ້ງໃນທົ່ວປະເທດ, ພິເສດແມ່ນຈະຮັກສາລະດັບການເຕີບໂຕເສດຖະກິດໃຫ້ຢູ່ໃນລະດັບປະມານ 6,6% ໃນປີໜ້າ. ກ່ຽວກັບນະໂຍບາຍພົວພັນຕ່າງປະເທດ, ທ່ານກໍຢັ້ງຢືນຄືນຫຼັກໝັ້ນຂອງ ກຳປູເຈຍ ນັ້ນແມ່ນ ເປັນກາງ ແລະ ເນັ້ນໜັກວ່າ ກຳປູເຈຍ ມີສາຍພົວພັນອັນດີງາມກັບທຸກປະເທດ.

ກຳ​ປູ​ເຈຍ ເລີ່ມ​ຕົ້ນ​ໄລ​ຍະທາງ​ໃໝ່ - ảnh 2123/125 ສະມາຊິກສະພາແຫ່ງຊາດ ເຫັນດີເລືອກຕັ້ງທ່ານພົນເອກ, ປອ. Hun Manet ເປັນນາຍົກລັດຖະມົນຕີ ກຳປູເຈຍ ຊຸດທີ VII  (ພາບ: USA News)

       ໄລຍະທາງໃໝ່ຂອງ ກຳປູເຈຍ

        CPP ດ້ວຍຖານະເປັນພັກກຳອຳນາດໃນຕະຫຼອດ 44 ປີຜ່ານມາ, ຍາມໃດກໍມີຄວາມເອກອ້າງທະນົງໃຈວ່າ ເປັນປະຖົມປັດໄຈຕົ້ນຕໍ ນຳມາເຊິ່ງສັນຕິພາບ, ເອກະລາດໃຫ້ແກ່ຊາດ ກຳປູເຈຍ ດ້ວຍການສະໜັບສະໜູນຢ່າງແຮງຈາກປະຊາຊົນໃນຕະຫຼອດຊຸມປີຜ່ານມາ ແລະ ເຂົ້າໃຈໄດ້ບັນດາຄຸນຄ່າທີ່ພວມມີຢູ່, CPP ໄດ້ວາງເປົ້າໝາຍສືບຕໍ່ສຸມໃສ່ບັນດານະໂຍບາຍຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ຄວາມວັດທະນາຖາວອນ ແລະ ຫັນປະເທດຊາດເປັນທັນສະໄໝ… ຕາມນັ້ນແລ້ວ, ບັນດານະໂຍບາຍບຸລິມະສິດແຖວໜ້າຂອງລັດຖະບານໃໝ່ຂອງ ກຳປູເຈຍ ແມ່ນຍາມໃດກໍຢຶດໝັ້ນກັບແຜນນະໂຍບາຍປົກປັກຮັກສາພື້ນຖານສັນຕິພາບ, ເອກະລາດ, ສະຖຽນລະພາບການເມືອງ, ພັດທະນາເສດຖະກິດ - ສັງຄົມຢ່າງໝັ້ນແກ່ນ, ຖືປະຊາຊົນເປັນໃຈກາງ. ບັນດາສິດຂອງປະຊາຊົນຍາມໃດກໍໄດ້ຮັບການເຄົາລົບ, ປົກປັກຮັກສາ ແລະ ຊຸກຍູ້. ບັນດາຂົງເຂດບຸລິມະສິດອື່ນ, ຄື: ເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວຽກເຮັດງານທຳນັບມື້ນັບໄດ້ຮັບຄວາມເອົາໃຈໃສ່, ລົງທຶນຢ່າງເໝາະສົມ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງນັບທັງທາງດ້ານວັດຖຸ ແລະ ຈິດໃຈ. ທ່ານນາຍົກລັດຖະມົນຕີ Hun Manet ກໍໄດ້ເນັ້ນໜັກເປັນພິເສດເຖິງເປົ້າໝາຍປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ຖືບັນຫາດັ່ງກ່າວເປັນປະຖົມປັດໄຈຫັນວິໄສທັດຂອງ CPP ເປັນລະອຽດ ເພື່ອແນໃສ່ນຳ ກຳປູເຈຍ ກາຍເປັນປະເທດທີ່ມີລາຍຮັບປານກາງໃນປີ 2030 ແລະ ປະເທດພັດທະນາໃນປີ 2050.

        ນອກຈາກບັນດານະໂຍບາຍທີ່ຮັກສາຈາກລັດຖະບານຊຸດເກົ່າແລ້ວ, ລັດຖະບານຊຸດໃໝ່ຂອງທ່ານນາຍົກລັດຖະມົນຕີ Hun Manet ໄດ້ຕັ້ງຄວາມຫວັງວ່າ ຈະນຳມາເຊິ່ງບັນຍາກາດໃໝ່ໃຫ້ແກ່ ກຳປູເຈຍ. ໂດຍເປັນຜູ້ນຳໜຸ່ມ, ມີແນວຄິດກ້າວໜ້າ, ຮ່ຳຮຽນຢູ່ບັນດາປະເທດຕາເວັນຕົກມາຫຼາຍປີ, ທ່ານນາຍົກລັດຖະມົນຕີ ຄົນໃໝ່ Hun Manet ຈະຕ້ອງສະແດງຄວາມສາມາດບໍລິຫານເສດຖະກິດໂດຍໄວ, ດ້ວຍບຸລິມະສິດແຖວໜ້າແມ່ນປົວແປງຄ່າຄອງຊີບຂອງປະຊາຊົນ ແລະ ປັບປຸງພາບພົດດ້ານການເມືອງຂອງຕົນ.

        ໜ້າປະຫວັດສາດໃໝ່ຂອງ ກຳປູເຈຍ ໄດ້ເລີ່ມດຳເນີນ, ສ້າງຂີດໝາຍຂອງໄລຍະປ່ຽນຜ່ານຄັ້ງປະຫວັດສາດ. ທ່ານນາຍົກລັດຖະມົນຕີ Hun Manet ໄດ້ຮັບຄວາມຫວັງວ່າ ຈະສ້າງພົດພາດທີ່ສົດໃສໃຫ້ແກ່ປະເທດ ກຳປູເຈຍ, ຂຽນຕໍ່ໜ້າປະຫວັດສາດທີ່ສະຫງ່າຜ່າເຜີຍຂອງຊາດ, ນໍາມາເຊິ່ງສັນຕິພາບ ແລະ ສະຖຽນລະພາບ, ພັດທະນາເສດຖະກິດໃຫ້ແກ່ ກຳປູເຈຍ, ຍົກທີ່ຕັ້ງບົດບາດຂອງ ກຳປູເຈຍ ໃນເວທີສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ