ກຳມະກອນຜູ້ອອກແຮງງານຫວຽດນາມສາມັກຄີ, ປະດິດຄິດສ້າງ, ພັດທະນາ

(VOVWORLD) -ການປະກອບສ່ວນໃນແຕ່ລະປີຂອງຊົນຊັ້ນກຳມະກອນໃຫ້ແກ່ປະເທດຊາດໄດ້ກວມຍອດມູນຄ່າຜະລິດຕະພັນຢູ່ພາຍໃນປະເທດກວ່າ 65% ແລະ ປະກອບເຂົ້າງົບປະມານຂອງລັດກວ່າ 70%.
ກຳມະກອນຜູ້ອອກແຮງງານຫວຽດນາມສາມັກຄີ, ປະດິດຄິດສ້າງ, ພັດທະນາ - ảnh 1ທີ່ການໂອ້ລົມສົນທະນາທາງອອນລາຍ
(ພາບ: laodong.vn)

ວັນທີ 01 ພຶດສະພາ 2021, ຊົນຊັ້ນກຳມະກອນ, ຜູ້ອອກແຮງງານໃນໂລກສະເຫຼີມສະຫຼອງ 135 ປີແຫ່ງວັນກຳມະກອນສາກົນ (01 ພຶດສະພາ 1886 - 01 ພຶດສະພາ 2021). ຢູ່ຫວຽດນາມ, ຊົນຊັ້ນກຳມະກອນແມ່ນກຳລັງນຳໜ້າຂອງການປະຕິວັດ, ຍາມໃດກໍ່ມີບົດບາດໃຈກາງໃນບັນດາເຫດການການເມືອງສຳຄັນຂອງປະເທດຊາດ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນປີ 2021, ຫວຽດນາມ ໄດ້ປຸກລະດົມຫຼາຍຂະບວນການເບິ່ງແຍ່ງດູແລທາງດ້ານຈິດໃຈ, ຊີວິດການເປັນຢູ່ຂອງຜູ້ອອກແຮງງານ, ປະກອບສ່ວນສ້າງຊົນຊັ້ນກຳມະກອນເຕີບໃຫຍ່, ເຂັ້ມແຂງ.

        ຊົນຊັ້ນກຳມະກອນກວມເອົາ 14% ພົນລະເມືອງ ແລະ 27% ກຳລັງແຮງງານໃນສັງຄົມ, ແຕ່ການປະກອບສ່ວນໃນແຕ່ລະປີຂອງຊົນຊັ້ນກຳມະກອນໃຫ້ແກ່ປະເທດຊາດໄດ້ກວມຍອດມູນຄ່າຜະລິດຕະພັນຢູ່ພາຍໃນປະເທດກວ່າ 65% ແລະ ປະກອບເຂົ້າງົບປະມານຂອງລັດກວ່າ 70%.

ປຸກລຸກກຳລັງແຮງຂອງຊົນຊັ້ນກຳມະກອນໃນການພັດທະນາປະເທດຊາດ.

        ເດືອນກຳມະກອນໂດຍສະຫະພັນໃຫຍ່ແຮງງານຫວຽດນາມ ປຸກລະດົມແມ່ນເຫດການຈຸດສຸມມຸ່ງໄປສູ່ກຳມະກອນຜູ້ອອກແຮງງານໃນປີ 2021. ດ້ວຍຫົວຂໍ້ວ່າ “ສາມັກຄີ, ປະດິດຄິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ”, ເດືອນກຳມະກອນ 2021 ໄດ້ເນັ້ນໜັກເຖິງບົດບາດຂອງຊົນຊັ້ນກຳມະກອນໃນພາລະກິດພັດທະນາປະເທດຊາດ ແລະ ກໍ່ແມ່ນໂອກາດເພື່ອໃຫ້ບັນດາອົງການກຳມະບານໃນບໍລິເວນສະແດງໃຫ້ເຫັນບົດບາດຂອງຕົນໃນການເບິ່ງແຍງດູແລ, ບົກປ້ອງສິດຜົນປະໂຫຍດໃຫ້ແກ່ສະມາຊິກກຳມະບານ ຜູ້ອອກແຮງງານ. ທ່ານ ເຈິ່ງແທັງຫາຍ, ຮອງປະທານຜູ້ປະຈຳການສະຫະພັນໃຫຍ່ແຮງງານຫວຽດນາມ, ໃຫ້ຮູ້ວ່າ.

        “ແນວຄິດກ່ຽວກັບຄວາມສາມັກຄີ, ແນວຄິດກ່ຽວກັບບົດບາດຂອງຊົນຊັ້ນກຳມະກອນທີ່ມີຕໍ່ປະຫວັດສາດຂອງຊາດໃນແຕ່ລະຍຸກສະໄໝ ແມ່ນນຳປະເທດບືນຕົວຂຶ້ນ, ສ້າງການພັດທະນາໃຫ້ເຂັ້ມແຂງ. ສະນັ້ນ,ຄຳວ່າສາມັກຄີເຊິ່ງເດືອນກຳມະກອນ 2021 ເຕື້ອງເຖິງ  ນັ້ນແມ່ນຈິດໃຈຂອງວັນກຳມະການສາກົນຂອງຫວຽດນາມ ເຊິ່ງປະທານໂຮ່ຈີມິນ ສະເໜີເມື່ອປີ 1946 ແລະ ນັ້ນກໍ່ແມ່ນໜ້າທີ່ລຸລ່ວງເຊິ່ງອົງການຈັດຕັ້ງກຳມະບານຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ເຮັດໃຫ້ປະກົດຜົນເປັນຈິງ”.

        ໃນວິວັດການປ່ຽນແປງໃໝ່ຄືໃນປະຈຸບັນ, ພັກກອມມູນິດຫວຽດນາມ ໄດ້ກຳນົດວ່າ, ຊົນຊັ້ນກຳມະກອນແມ່ນຊົນຊັ້ນຕ່າງໜ້າໃຫ້ແບບວິທີການຜະລິດທີ່ກ້າວໜ້າ; ເປັນກຳລັງນຳໜ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ເພາະສະນັ້ນ, ເດືອນກຳມະກອນປີ 2021 ໄດ້ປະກອບສ່ວນສ້າງທ່ວງທ່າເພື່ອພັດທະນາກຳລັງ “ປະດິດຄິດສ້າງ” ໃນຊົນຊັ້ນກຳມະກອນ. ທ່ານ ເຈິ່ນແທັງຫາຍ, ຮອງປະທານຜູ້ປະຈຳການສະຫະພັນໃຫຍ່ແຮງງານຫວຽດນາມ, ໄຈ້ແຍກວ່າ.

        “ການປະດິດຄິດສ້າງແມ່ນຈຸດພິເສດສະເພາະຂອງຜູ້ອອກແຮງງານ. ຜູ້ອອກແຮງງານສ້າງຜົນງານການອອກແຮງງານບໍ່ພຽງແຕ່ສຳລັບຕົນເອງເທົ່ານັ້ນ, ຫາກຍັງເພື່ອສັງຄົມອີກດ້ວຍ ແລະ ໝາກຜົນນັ້ນໄດ້ເປັນການປະກອບສ່ວນສ້າງການພັດທະນາໃໝ່. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າປາດຖະໜາວ່າ ຜູ້ອອກແຮງງານຈະເຮັດວຽກຢ່າງມີປະສິດທິຜົນທີ່ສຸດ. ການອອກແຮງງານຢ່າງມີປະສິດທິຜົນນັ້ນ ແມ່ນພື້ນຖານເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ. ການອອກແຮງຢ່າງມີຫົວຄິດປະດິດສ້າງໄດ້ມີການພັດທະນາມາແລ້ວ, ແຕ່ການປະດິດຄິດສ້າງ 2021 ແມ່ນບາດກ້າວພັດທະນາໃໝ່”.

        ພ້ອມກັນນັ້ນ, ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19  ມີວິສາຫະກິດຫຼາຍແຫ່ງ, ອົງການ, ຫົວໜ່ວຍ, ສະມາຊິກຊາວໜຸ່ມ ແລະ ຜູ້ອອກແຮງງານຖືກຮັບຜົນສະທ້ອນຢ່າງໃຫຍ່ຫຼວງ, ສະນັ້ນ “ຜ່ານຜ່າຄວາມຫຍຸ້ງຍາກ” ໃນຫົວເລື່ອງຂອງເດືອນກຳມະກອນມີຄວາມໝາຍແມ່ນ ຜູ້ອອກແຮງງານ ແລະ ວິສາຫະກິດພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ ແລະ ມີຈິດໃຈມານະພະຍາຍາມບືນຕົວຂຶ້ນ, ເພື່ອຄວາມຜາສຸກຂອງຕົນເອງ ແລະ ຄວາມວັດທະນາຖາວອນຂອງປະເທດຊາດອີກດ້ວຍ.

ແຜ່ກະຈ່າຍອອກສູ່ທຸກທ້ອງຖິ່ນ

        ຈາກແຜນນະໂຍບາຍຂອງສະຫະພັນໃຫຍ່ແຮງງານຫວຽດນາມ, ບັນດາຊົນຊັ້ນກຳມະກອນໄດ້ຜັນຂະຫຍາຍການເຄື່ອນໄຫວຈຸດສຸມຫຼາຍຢ່າງຄື໊ “75.000 ຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ”; ລາຍການ “ຮັບຟັງ, ເຂົ້າໃຈ, ແບ່ງປັນ” ກັບສະມາຊິກຊາວໜຸ່ມ ແລະ ຜູ້ອອກແຮງງານ; ຈັດຕັ້ງບັນດາການເຄື່ອນໄຫວ “ຂອບໃຈຜູ້ອອກແຮງງານ”... ເມື່ອເຕື້ອງເຖິງລາຍການ “75.000 ຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ”, ທ່ານນາງ ຫວູທິຢ໊າງເຮືອງ, ຜູ້ຮັກສາການຫົວໜ້າຄະນະໂຄສະນາສຶກສາ: ສະຫະພັນໃຫຍ່ແຮງງານຫວຽດນາມ, ໃຫ້ຮູ້ວ່າ.

        “ລາຍການໄດ້ຈັດຕັ້ງຂຶ້ນດ້ວຍຄວາມປາດຖະໜາຢາກໃຫ້ຜູ້ອອກແຮງງານ, ດ້ວຍຄຸນນະທາດຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ຮັກຫອມປະເທດຊາດ, ຜູ້ອອກແຮງງານຍາມໃດກໍ່ເສີມຂະຫຍາຍຈິດໃຈຜ່ານຜ່າຄວາມຫຍຸ້ງຍາກໃນສະພາບເກີກໂລກລະບາດໂຄວິດ-19, ຈະພ້ອມກັບວິສາຫະກິດ, ອົງການ, ຫົວໜ່ວຍ ຮຽງບ່າຮຽງໄຫຼ່ເພື່ອເສີມຂະຫຍາຍໝູູູ່ຄະນະເຕີບໃຫຍ່ ເພື່ອຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ.”

        ພັກກອມມູນິດຫວຽດນາມ ໄດ້ກຳນົດວ່າ, ຊົນຊັ້ນກຳມະກອນແມ່ນຊົນຊັ້ນນຳພາການປະຕິວັດຜ່ານກອງນຳໜ້າແມ່ນພັກກອມມູນິດຫວຽດນາມ, ການເຕີບໃຫຍ່ຂອງຊົນຊັ້ນກຳມະກອນແມ່ນເງື່ອນໄຂຕັດສິນຊີ້ຂາດ ຮັບປະກັນຜົນສຳເລັດຂອງພາລະກິດແຫ່ງການປ່່ຽນແປງໃໝ່, ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ການປຸກລຸກການປະດິດຄິດສ້າງ, ເສີມຂະຫຍາຍບົດບາດຂອງຊົນຊັ້ນກຳມະກອນ ຈະປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ວາງອອກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ