ກຳມະບານ ຫວຽດນາມ ກັບຫນ້າທີ່ສ້າງວຽກເຮັດງານທຳຂຽວ

(vovworld) - ອົງການ​ແຮ​ງງານ​ສາກົນ (ILO) ຫາ​ກໍ່​ປຸກລະດົມ​​ໂຄງການ​ຊຸກຍູ້​ວຽກ​​ເຮັດ​ງານ​ທຳ​ຂຽວໃນ​ຂອບ​ຂະຫນາດ​ທົ່ວ​ໂລກ ​ແລະ ຖື​ວ່າ ນີ້​ແມ່ນ​ມາດ​ຕະການ​ຄົບ​ຊຸດ​ໃນ​ບັ້ນຕ້ານ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ ​ແລະ ສ້າງ​ບັນດາ​            ແຫ​ລ່ງກຳລັງ​ສັງຄົມ​ໃຫ້​ແກ່​ແຕ່ລະ​ປະ​ເທດ. ຢູ່ ຫວຽດນາມ, ກຳມະບານ​​ທຸກ ​ຂັ້ນ ​ນັບ​ມື້​ນັບ​ເອົາ​​ໃຈ​ໃສ່​ເຖິງ​ຫນ້າ​ທີ່​ສ້າງ​ວຽກ​​ເຮັດ​ງານ​ທຳ​ຂຽວ​ຕາມ​ໂຄງການ​ຂອງ ILO ​ແລະ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ​.

 

ກຳມະບານ ຫວຽດນາມ ກັບຫນ້າທີ່ສ້າງວຽກເຮັດງານທຳຂຽວ - ảnh 1
ການສຳມະນາກ່ຽວກັບວຽກເຮັດງານທຳຂຽວ
 ພາບ: congdoanvn.org.vn


        ວຽກ​​ເຮັດ​ງານ​ທຳຂຽວ​ແມ່ນ​ວຽກ​​​ງານທີ່ປະກອບສ່ວນ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາຄຸນ​ນະພາ​ບຂອງ​ສິ່ງ​ແວດ​ລ້ອມ,​ ຮັບປະກັນ​​ເພື່ອໃຫ້​ແກ່​ສັງຄົມ​ພັດທະນາ​ແບບ​ຍືນ​ຍົງ​​ໃນ​ປະຈຸ​ບັນ ​ແລະ ອະນາຄົດ, ປະຕິບັດ​ສິດ​ສະ​ເຫມີ​ພາບ ​ແລະ ຍຸດຕິ​ທຳ​ຕໍ່ທຸກ​ຄົນ. ສ້າງ​ວຽກ​​ເຮັດ​ງານທຳ​ຂຽວ​ຊຶ່ງ​ລວມມີ: ​ຫັນ​ວຽກ​ງານ​ປະຈຸ​ບັນ​ເປັນ​ວຽກ​ເຮັດ​ງານ​ທຳຂຽວ, ຜະລິດ​ອຸປະກອນພາຫະນະ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ຂະ​ແຫນງ​ອາຊີບ​ໃຫມ່ ​ແລະ ບັນດາ​ວຽກ​ເຮັດ​ງານ​ທຳທີ່​ໄດ້​ສ້າງ​ຂຶ້ນ​ເພ​່ືອບັນ​ເທົາ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຢູ່ ຫວຽດນາມ, ຖ້າ​ຫາກ​ນະ​ໂຍບາຍ​ສ້າງ​ວຽກ​​ເຮັດ​ງານ​ທຳຂຽວ​ໄດ້​ຮັບ​ການ​ພັດທະນາ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ທຸກຍາກ, ​ເດັກນ້ອຍ, ຄົນ​ພິການ, ຜູ້​ອາຍຸ​ສູງ, ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ... ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສ້າງລາຍ​ຮັບ​ຕື່ມ​ອີກ ​ແລະ ມີ​ວຽກ​​ເຮັດ​ງານ​ທຳ ດ້ວຍ​ການ​ປັບປຸງເງື່ອນ​ໄຂ​ເຮັດ​ວຽກ​​ໃຫ້​ດີ. ທ່ານ Le Thanh Ha ຮອງ​ຫົວຫນ້າ​ສະຖານ​ບັນ​ກຳມະກອນ ​ແລະ ກຳ​ມະ​ບານ ສັງກັດ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໃຫ້​ຮູ້​ວ່າ:

“ຢູ່ ຫວຽດນາມ ຄວາມ​ສາມາດ​ບ່ົມ​ຊ້ອນ​ສ້າງ​ວຽກ​​ເຮັດງານ​ທຳຂຽວ​ແມ່ນ​ໃຫຍ່​ຫລວງ ​ເພາະວ່າ ຫວຽດນາມ ຈຳ​ເປັນ​ຕ້ອງ​ປະຕິບັດ​ບັນດາ​ບາດກ້າວ​ທຳ​ອິດ ​ແລະ ​ໄປ​ຖືກ​ທິດ​ໃນ​ການ​ເຕີບ​ໂຕ​ຂຽວ.  ພວກ​ເຮົາ​ພວມ​ຜ່ານ​ຜ່າ​ເກືອບ 2 ທົດ​ສະ​ວັດ​ແຫ່ງ​ການ​ເຕີບ​ໂຕ​ຂຽວນຳ​ມາ​ຊຶ່ງ​ບັນດາ​ຄວາມ​ກ້າວຫນ້າ​ດີ​ພໍ​ສົມຄວນ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ກໍ​ຄື​ໃນ​ການ​ປະຕິບັດ​ບັນດາ​ຈຸ​ດໝາຍ​ຍຸດ​ທະ​ສາດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຈຸ​ບັນ ພວກ​ເຮົາ​ກໍ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຈຸດໝາຍ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ.”

        ​ໂດຍ​ແມ່ນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ, ຫວຽດນາມ ພວມ​ປະ​ເຊີນ​ຫນ້າ​ກັບບາງ​ສິ່ງ​ທ້າ​ທາຍ​ໃຫມ່​​ໃນ​ການ​ຮັກສາ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຮັບປະກັນ​ຄວາມ​ສະ​ເຫມີ​ພາບ​​ໃນ​ສັງຄົມ. ​ເພາະສະ​ນັ້ນ ລັດຖະບານ ຫວຽດນາມ ​ໄດ້​ສ້າງ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ, ຕາມ​ນັ້ນ​ແລ້ວ ກຳມະບານ​ທຸກຂັ້ນ ຈະ​ເຂົ້າ​ຮ່ວມ​ໂດຍ​ກົງ​ເຂົ້າ​ໃນ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຂຽວ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳຂຽວ. ທ່ານ Mai Duc Chinh ຮອງ​ຫົວຫນ້າ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ຢືນຢັນ​ວ່າ: ກຳມະບານ ຫວຽດນາມ ຕັ້ງຫນ້າ​ຕອບ​ສະ​ຫນອງ​ຍຸດ​ທະ​ສາດ​ນີ້.

        “ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​ ​ແລະ ກຳນົດ​ຢ່າງ​ຈະ​ແຈ້ງວ່າ: ​ເສດຖະກິດ​ຂຽວ ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ​ໃນ​ໄລຍະ​​ເກີດ​ວິ​ກິດ​ການ​ເສດຖະກິດ, ວິ​ກິດ​ການ​ຊີວະ​ພາບ​ຂອງ​ຫວຽດນາມ. ບົນ​ພື້ນຖານ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຈະ​ສ້າງ​ຍຸດ​ທະ​ສາດຂອງ​ກຳ​ມະ​ບານ ຫວຽດນາມ ກ່ຽວ​ກັບ​ການ​ສ້າງ​ວຽກ​​ເຮັດງານ​ທຳຂຽວ​ຢ່າງ​ລະອຽດ ​ເພື່ອ​​ເຂົ້າ​ຮ່ວມ​ກັບ​ລັດຖະບານ​ໃນ​ວິວັດ​ການ​ຫັນປ່ຽນ ​ແລະ ປະຕິບັດ​ພື້ນຖານ​ເສດຖະກິດ​ຂຽວ​ຢ່າ​ງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ພື້ນຖານ​ເສດຖະກິດ ທັງ​ຮັບປະກັນ​ຊີວິດ​ສັງຄົມ.”

ກຳມະບານ ຫວຽດນາມ ກັບຫນ້າທີ່ສ້າງວຽກເຮັດງານທຳຂຽວ - ảnh 2
ຂະບວນການປູກຕົ້ນໄມ້ຂຽວ
ພາບ:internet

        ການ​ສ້າງ​ພື້ນຖານ​ເສດຖະກິດ​ຂຽວ ກັບ​ການ​ສ້າງວຽກ​​ເຮັດງານ​ທຳຂຽວ​ຈະ​ປະກອບສ່ວນ​ຮັກສາ​ສຸຂະພາບ​ຂອງ​ຄົນ​ງານ, ຫນູນ​ຊ່ວຍ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ, ​ເພີ່ມ​ລາຍ​ຮັບ, ຮັບປະກັນ​ວຽກ​ງານ​ແບບ​ຍືນ​ຍົງ ​ແລະ ລົບ​ລ້າງ​ຄວາມ​ອຶ​ດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ນຳ​ໃຊ້ບັນດາ​ເຕັກ​ໂນ​ໂລ​ຊີ​ໃຫມ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ, ​ເທັກ​ໂນ​ໂລ​ຊີ​ກ່ຽວ​ກັບ​ພະລັງງານ​ຜະລິດ​ຄືນ​ໃຫມ່, ​ເທັກ​ໂນ​ໂລ​ຊີ​ສະອາດ, ທັນ​ສ​ະ​ໄຫມ ​ເພີ່ມ​ສະມັດ​ຕະພາບ​ການ​ຜະລິດ ​ແຕ່​ອາດ​ຈະ​ເກີດ​ຄວາມ​ສ່ຽງ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ວຽກ​ເຮັດ​ງານ​ທຳ, ຫັນປ່ຽນ​ວິທີ​ເຮັດ​ວຽກ, ຮຽກຮ້ອງ​​ໃຫ້​ມີ​ການບຳລຸງ​ສ້າງ​ຄືນ​ໃຫມ່, ກໍ່ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຄົນ​ງານ. ນີ້​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ບໍ່​ຫນ້ອຍ​ສຳລັບ​ຄົນ​ງານ ​ເປັນ​ຕົ້ນ​ແມ່ນ​ບັນດາ​ຄົນ​ງານ​ຢູ່ປະ​ເທດ​ພວມ​ພັດທະນາ​ຄື ຫວຽດນາມ. ສະ​ນັ້ນ ກຳມະບານ​​ ຫວຽດນາມ ສວມ​ບົດບາດ​ສຳຄັນ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳຂຽວ ​ແລະ ສ້າງ​ພື້ນຖານ​ເສດຖະກິດ​ຂຽວ. ດອກ​ເຕີ Le Thanh Ha ຮອງ​ຫົວຫນ້າ​ສະ​ຖາ​ບັນກຳມະກອນ ​ແລະ ກຳມະບານ ​ເນັ້ນ​ຫນັກ​ວ່າ:

        “ຫນ້າ​ທີ່​ຂອງ​ກຳ​ມະ​ບານ​ຂັ້ນ​ຕ່າງໆ ​ແມ່ນ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ກຳມະກອນ​​ ແລະ ຊາວ​ຜູ້​ອອກ​ແຮງ​ງານກ່ຽວ​ກັບ​ວຽກ​​ເຮັດງານ​ທຳຂຽວ, ​ເຂົ້າ​ຮ່ວມ​ການ​ຕີ​ລາ​ຕາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ວຽກ​​ເຮັດງານ​ທຳຂຽວ, ສະພາບ​ຂາດ​ວຽກ​​ເຮັດງານ​ທຳ​ໃນ​ການ​ປ່ຽນ​ແປງ​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ບັນດາ​ຂະ​ແຫນງການ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ, ​ເຂົ້າຮ່ວມ​ການ​ສ້າງ​ແຜນການ​ບຳລຸງ​ສ້າງ ​ແລະ ພັດທະນາ​ແຫລ່ງຊັບພະຍາກອນ​ມະນຸດ​ວຽກ​​ເຮັດງານ​ທຳຂຽວ.”

        ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ສຳ​ຄັນ​ອື່ນ​ນັ້ນ​ແມ່ນ ກຳ​ມະ​ບານ​ຂັ້ນ​ຮາກ​ຖານ ຕ້ອງ​ເຂົ້າ​ຮ່ວມ​ການ​ຂົນຂວາຍ​ກຳມະກອນ, ລັດຖະກອນ, ຜູ້​ອອກ​ແຮງ​ງານ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ເປັນ​ຢ່າງ​ດີ, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ. ນອກ​ນັ້ນ ບັນດາ​ໂຮງຮຽນ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ໃນ​ລະບົບ​ກຳມະບານ​ຄວນ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ການ​ຕ້ານ​ມົນ​ລະ​ພິດ​ສິ່ງ​ແວ​ດລ້ອມ, ບັນດາ​ເຕັກນິກ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ອຸດສາຫະກຳ​ສະອາດ,​ ນຳ​ໃຊ້​ອຸປະກອນ​ຜະລິດ​ຄືນ​ໃຫມ່, ພະລັງງານ​ສະອາດ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຄວາມ​ປອດ​ໄພ​ຫລັກ​ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ,​ ຄົ້ນ​ຄ້ວາ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ, ​ເສດຖະກິດ​ຂຽວ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ​ຂຽວ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ.

        Thu Hoa

ຕອບກັບ

ຂ່າວ/ບົດ​ອື່ນ