ແຕ່ລະປີ, ຫວຽດນາມ ໄດ້ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດປະມານ 80 – 90 ພັນຄົນ. ປະຈຸບັນ, ມີຄົນງານຫວຽດນາມ ປະມານ 500.000 ຄົນພວມເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຢູ່ກວ່າ 40 ປະເທດ ແລະ ເຂດແຄ້ວນ. ດ້ວຍຈຳນວນເງິນຝາກມາຫວຽດນາມ ໃນແຕ່ລະປີກວ່າ 2 ຕື້ USD, ຄົນງານໄປເຮັດວຽກຢູ່ຕ່າງປະເທດໄດ້ຕັ້ງໜ້າປະກອບສ່ວນໃຫ້ແກ່ພາລະກິດພັດທະນາເສດຖະກິດຂອງຄອບຄົວເຂົາເຈົ້າເອງ ແລະ ປະເທດຊາດ.
ມານະພະຍາຍາມປົກປ້ອງຄົນງານ
ນັບແຕ່ເມື່ອປະກາດໃຊ້ກົດໝາຍວ່າດ້ວຍຄົນງານໄປເຮັດວຽກຢູ່ຕ່າງປະເທດ ເລີ່ມມີຜົນສັກສິດ (07/2007), ເລື່ອງປົກປ້ອງສິດຂອງຄົນງານໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ສິ່ງດັ່ງກ່າວກໍ່ຊີ້ໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານ ເຖິງບັນຫາປົກປ້ອງສິດຜົນປະໂຫຍດຂອງຄົນງານທີ່ເຮັດວຽກຢູ່ຕ່າງປະເທດ ໃນສະພາບການເຊື່ອມໂຍງ. ຫຼັງຈາກນັ້ນ, ປີ 2012, ກົດໝາຍວ່າດ້ວຍກຳມະບານໄດ້ຮັບການປະກາດໃຊ້ນັ້ນ ກໍ່ເນັ້ນໜັກເຖິງບົດບາດຂອງກຳມະບານໃນການໃຫ້ຄຳປຶກສາແກ່ຄົນງານກ່ຽວກັບສັນຍາແຮງງານ, ການແກ້ໄຂຄວາມຂັດແຍ້ງກັນ ແລະ ຕາງໜ້າໃຫ້ຄົນງານໃນການຮ້ອງຟ້ອງ ແລະ ເຂົ້າຮ່ວມການດຳເນີນຄະດີໃນບັນດາຄະດີກ່ຽວກັບຄົນງານ.
ບົນພື້ນຖານດ້ານກົດໝາຍນັ້ນ, ອົງການກຳມະບານໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອປົກປ້ອງຄົນງານໄປເຮັດວຽກຢູ່ຕ່າງປະເທດຄື: ຈັດຕັ້ງບັນດາກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບຄົນງານໄປອົບພະຍົບ, ເຂົ້າຮ່ວມເຄືອຂ່າຍໜູນຊ່ວນຂໍ້ມູນຂ່າວສານກ່ຽວກັບການອົບພະຍົບຂອງຄົນງານ; ພ້ອມກັບບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາການເຄື່ອນໄຫວປົກປ້ອງຄົນງານອົບພະຍົບ; ຕັ້ງໜ້າສະເໜີເພີ່ມເຕີ່ມ, ປັບປຸງຂໍ້ກຳນົດຂອງກົດໝາຍ ເພື່ອແນເຮັດໃຫ້ກົດໝາຍປົກປ້ອງສິດຜົນປະໂຫຍດໃຫ້ຄົນງານໄປອົບພະຍົບ ແລະ ສິດກຳມະບານໃນການເຄື່ອນໄຫວດັ່ງກ່າວໃຫ້ສົມບູນແບບ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນເດືອນ 07/2016, ສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ກອງທຶນອາຊີ ໄດ້ສົມທົບກັນຜັນຂະຫຍາຍໂຄງການ “ເພີ່ມທະວີການປົກປ້ອງສິດໃຫ້ຄົນງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ”. ຄາດໝາຍລວມຂອງໂຄງການແມ່ນເພີ່ມທະວີການປົກປ້ອງສິດອອກແຮງງານໃຫ້ບັນດາຜູ້ກະກຽມໄປເຮັດວຽກຢູ່ຕ່າງປະເທດ ແລະ ບັນດາຜູ້ກັບເມືອປະເທດແລ້ວ. ຕາມນັ້ນແລ້ວ, ກຳມະບານທຸກຂັ້ນເພີ່ມທະວີການສະໜອງຂໍ້ມູນຂ່າວ ແລະ ໃຫ້ຄຳປຶກສາໃຫ້ຄົນງານທີ່ມີຄວາມຕ້ອງການໄປເຮັດວຽກຢູ່ຕ່າງປະເທດ; ເພີ່ມທະວີການສຳຜັດກັບບັນດາກາລະໂອກາດວຽກເຮັດງານທຳໃຫ້ບັນດາຄົນງານກັບເມືອປະເທດ; ຈັດຕັ້ງກອງປະຊຸມສຳມະນາຍົກສູງຄວາມຮັບຮູ້ໃຫ້ບັນດາຜູ້ວາງແຜນນະໂຍບາຍ ແລະ ບັນດາຝ່າຍທີ່ກ່ຽວຂ້ອງກ່ຽວກັບບັນດາບັນຫາເຊິ່ງຄົນງານເຄີຍປະສົບ. ທ່ານ Filip Graovac, ຮອງຫົວໜ້າຜູ້ຕາງໜ້າກອງທຶນອາຊີ ປະຈຳຮ່າໂນ້ຍ, ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າເຫັນວ່າ, ບັນດາພະນັກງານການນຳຢູ່ຄະນະກຳມະການຕາແສງທັງເປັນພະນັກງານກຳມະບານ ທີ່ມີບົດບາດສຳຄັນໃນວິວັດການຮັບສະໝັກຄົນງານໄປເຮັດວຽກຢູ່ຕ່າງປະເທດ. ເຂົາເຈົ້າແມ່ນຈະເຮັດລະບຽບການໃຫ້ຄົນງານກ່ອນທີ່ຈະໄປເຮັດວຽກຢູ່ຕ່າງປະເທດ. ນີ້ແມ່ນຖັນແຖວຜູ້ໂຄສະນາ ແລະ ໃຫ້ຄຳປຶກສາຢູ່ທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ, ກຸ່ມພະນັກງານກຳມະບານທ້ອງຖິ່ນພັດຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງເລື່ອງສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ເພືຶ່ອໂຄສະນາໃຫ້ຄົນງານ. ສະນັ້ນ, ສ່ວນໜຶ່ງຂອງໂຄງການແມ່ນສຸມໃສ່ບຳລຸງສ້າງບັນດາເປົ້າໝາຍດັ່ງກ່າວ.”
ສວນບົດບາດໃຫຍ່ກວ່າໃນໄລຍະຈະມາເຖິງ
ເຖິງວ່າໄດ້ມີຄວາມມານະພະຍາຍາມຫຼາຍຢ່າງກໍ່ຕາມ, ແຕ່ຄວາມຈິງແລ້ວ ຄົນງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດສ່ວນຫຼາຍຍັງບໍ່ທັນສຳຜັດກັບອົງການກຳມະບານໄດ້. ນີ້ນແມ່ນສິ່ງທ້າທາຍສຳລັບກຳມະບານຫວຽດນາມ. ຕາມທ່ານ ດັ້ງກວາງດ່ຽວ, ຫົວໜ້າຄະນະນະໂຍບາຍເສດຖະກິດສັງຄົມ ແລະ ແຂ່ງຂັນຍ້ອງຍໍ (ສະຫະພັນໃຫຍ່ແຮງງານຫວຽດນາມ) ແລ້ວ, ເພື່ອເສີມຂະຫຍາຍບົດບາດເປັນຜູ້ຕາງໜ້າ, ປົກປ້ອງສິດຜົນປະໂຫຍດຂອງຄົນງານ, ໃນໄລຍະຈະມາເຖິງ, ກຳມະບານທຸກຂັ້ນຕ້ອງສ້າງເຄືອຂ່າຍໜູນຊ່ວຍທີ່ຈຳເປັນໃຫ້ຄົນງານທີ່ມີຄວາມຫວັງຢາກໄປເຮັດວຽກຢູ່ຕ່າງປະເທດ. ທ່ານ ດັ້ງກວາງດ່ຽວ ຢືນຢັນວ່າ.
“ພວກຂ້າພະເຈົ້າຈະປະກອບຄວາມຮູ້ໃຫ້ບັນດາຄົນງານ ເພື່ອໃຫ້ເຂົາເຈົ້າມີຂໍ້ມູນຂ່າວຢ່າງຄົບຖ້ວນ ເພື່ອຄັດເລືອກບັນດາສູນສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດທີ່ມີອິດທິພົນຊືຶ່ສຽງທີ່ສຸດ, ແຈກຢາຍໄບປິວເພື່ອໃຫ້ເຂົາເຈົ້າຊອກຫາບັນດາວິສາຫະກິດ, ມີຂໍ້ມູນຂ່າວລະອຽດເພື່ອກະກຽມໄປເຮັດວຽກຢູ່ຕ່າງປະເທດ ຮັບປະກັນມີອິດທິພົນຊື່ສຽງທີ່ສຸດ”.
ເພື່ອຮັບປະກັນສິດຜົນປະໂຫຍດສູງສຸດຂອງຄົນງານໄປອົບພະຍົບ, ຮຽກຮ້ອງໃຫ້ຫວຽດນາມ ຕ້ອງມີບາດກ້າວໄກກວ່າ ໃນການເຊື່ອມໂຍງດ້ານກົດໝາຍໃນຂົງເຂດນີ້, ຜ່ານບັນດາວຽດງານລະອຽດຄື: ລົງນາມໃນບັນດາບົດບັນທຶກຊ່ວຍຈຳກັບບັນດາປະເທດຮັບເອົາຄົນງານມາເຮັດວຽກ, ພ້ອມທັງກະກຽມບັນດາເງື່ອນໄຂທີ່ຈຳເປັນເພື່ອກ້າວໄປເຖິງການເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບສິດຂອງຄົນງານໄປອົບພະຍົບ ແລະ ບັນດາສະມາຊິກໃນຄອບຄົວປີ 1990. ນອກນັ້ນ, ອົງການກຳມະບານຕ້ອງຕັ້ງໜ້າສະເໜີບັນດາເນືື້ອໃນຄວນໄດ້ຮັບການປັບປຸງ, ເພີ່ມເຕີ່ມ ເພື່ອສ້າງລະບົບກົດໝາຍໃຫ້ສຳເລັດ, ສ້າງກອບກົດໝາຍຮັບປະກັນສິດ, ຜົນປະໂຫຍດອັນຊອບທຳໃຫ້ບັນດາຄົນງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ; ຍູ້ແຮງລາຍການຮ່ວມມືລະຫວ່າງກຳມະບານຫວຽດນາມ ແລະ ກຳມະບານບັນດາປະເທດຮັບຄົນງານ.