ກຳລັງກົດດັນຈາກການປັບປຸງຂໍ້ຕົກລົງນິວເຄຼຍ ອີຣານ

(VOVWORLD) - ຂໍ້ຕົກລົງ JCPOA ໄດ້ຮັບຖືວ່າ: ແມ່ນຜົນສຳເລັດທີ່ສຸດຂອງອຳນາດການປົກຄອງປະທານາທິບໍດີ Barack Obama. ແຕ່ຜູ້ສືບທອດ ແມ່ນທ່ານປະທານາທິບໍດີ Donald Trump ພັດຊອກຫາທຸກວິທີທາງເພື່ອປັດເຂ່ຍທັງໝົດ.

ເມື່ອຕິດຕາມສະພາບການໂລກໃນຊຸມວັນຜ່ານມາ ອາດຈະເຫັນໄດ້ ຂໍ້ຕົກລົງນິວເຄຼຍ ອີຣານ ພວມຢືນຢູ່ຕໍ່ໜ້າກຳລັງດັນຕ້ອງປັບປຸງນັບມື້ນັບຫລາຍກ່ວາ. ໂດຍແຕກຕ່າງກັບຄັ້ງກ່ອນນີ້, ວັນທີ 12 ມັງກອນ ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກຳນົດເວລາລະອຽດ ຕ້ອງປັບປຸງຂໍ້ຕົກລົງປະຫວັດສາດນີ້ ຕາມທິດ ເຊິ່ງ ອາເມລິກາ ຖືວ່າເໝາະສົມກ່ວາ. ເຖິງວ່າ ກຳລັງກົດດັນຂອງ ອາເມລິກາ ໄດ້ປະສົບກັບການຄັດຄ້ານຈາກຫາງສຽງສາກົນກໍ່ຕາມ ແຕ່ຕໍ່ໜ້າສະພາບການນີ້ ບັນດາປະເທດທີ່ກ່ຽວຂ້ອງ ຄວນຄິດໄລ່ເຖິງບັນດາບາດກ້າວໃນຕໍ່ໜ້າ ຖ້າຫາກບໍ່ຢາກຂໍ້ຕົກລົງຖືກຍົກເລີກ.

ກຳລັງກົດດັນຈາກການປັບປຸງຂໍ້ຕົກລົງນິວເຄຼຍ ອີຣານ - ảnh 1 (ພາບປະກອບ: AP/TTXVN)

        ພາຍຫລັງການຜ່ອນສັ້ນຜ່ອນຍາວ ແລະ ເຈລະຈາຢ່າງເຄັ່ງຕຶງມາເປັນ 12 ປີ, ຂໍ້ຕົກລົງປະຫວັດສາດກ່ຽວກັບບັນຫານິວເຄຼຍ ອີຣານ ບັນລຸໄດ້ໃນເດືອນ ກໍລະກົດ 2015. ຂໍ້ຕົກລົງນິວເຄຼຍປະຫວັດສາດກັບ ອີຣານ ຫຼືເອີ້ນວ່າ ແຜນການດຳເນີນງານຮອບດ້ານຮ່ວມ (JCPOA), ອະນຸຍາດໃຫ້ຍົກເລີກບັນດາມາດຕະການລົງໂທດດ້ານເສດຖະກິດສຳລັບ ອີຣານ ເພື່ອແລກເອົາເລື່ອງປະເທດສາທາລະນະລັດອິດສະລາມນີ້ ຈຳກັດໂຄງການນິວເຄຼຍທີ່ໄດ້ກໍ່ຄວາມຖົກຖຽງກັນຂອງຕົນ.

        ຂໍ້ຕົກລົງ JCPOA ໄດ້ຮັບຖືວ່າ: ແມ່ນຜົນສຳເລັດທີ່ສຸດຂອງອຳນາດການປົກຄອງປະທານາທິບໍດີ Barack Obama. ແຕ່ຜູ້ສືບທອດ ແມ່ນທ່ານປະທານາທິບໍດີ Donald Trump ພັດຊອກຫາທຸກວິທີທາງເພື່ອປັດເຂ່ຍທັງໝົດ.

ຈຸດປະສົງເບື້ອງຫລັງກຳລັງກົດດັນປັບປຸງຂໍ້ຕົກລົງນິວເຄຼຍ ອີຣານ

        ສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງນັ້ນ ແມ່ນໃນຈຳນວນ 7 ປະເທດເຂົ້າຮ່ວມການເຈລະຈາ ແລະ ເຊັນຂໍ້ຕົກລົງນິວເຄຼຍ ອີຣານ ນັ້ນ (ລວມມີ: ອັງກິດ, ຝະຣັ່ງ, ອາເມລິກາ, ຈີນ, ລັດເຊຍ, ເຢຍລະມັນ, ອີຣານ), ພຽງແຕ່ມີ ອາເມລິກາ ເປັນປະເທດໜຶ່ງດຽວທີ່ທວງໃຫ້ປັບປຸງເທົ່ານັ້ນ.

        ນັບແຕ່ເມື່ອອອກສະໝັກຮັບເລືອກຕັ້ງ, ທ່ານ Trump ໄດ້ຖືວ່າ: JCPOA ແມ່ນ “ໜຶ່ງໃນບັນດາຂໍ້ຕົກລົງເຊິຊະທີ່ສຸດ” ເຊິ່ງທ່ານໄດ້ເຫັນ. ທ່ານກ່າວເຕືອນວ່າ ເອກະສານນີ້ ບໍ່ສາມາດສະກັດກັ້ນ ເຕເຮຣານ ມີອາວຸດນິວເຄຼຍໄດ້. ວໍຊິງຕັນ ກໍ່ບໍ່ເພິ່ງພໍໃຈຕໍ່ເລື່ອງ ອີຣານ ໄດ້ເພີ່ມຜົນສະທ້ອນໃນພາກພື້ນຂຶ້ນຕື່ມ ຜ່ານເລື່ອງແຊກແຊງເຂົ້າ ເຢແມນ, ຊີຣີ ແລະ ສະໜອງອາວຸດໃຫ້ Hezbollah…ເຖິງວ່າ ທ່ານ DonaldTrump ບໍ່ໄດ້ຍົກອອກ ພະຍານຫຼັກຖານກໍ່ຕາມ.

        ດັ່ງນັ້ນ, ນັບແຕ່ເມື່ອໄດ້ຮັບດຳລົງຕຳແໜ່ງ, ທ່ານ Donald Trump ຍາມໃດກໍ່ຊອກຫາທຸກຂໍ້ອ້າງອີງ ເພື່ອປະຕິເສດບັນດາຄຸນຄ່າເຊິ່ງ JCPOA ນຳມາໃຫ້. ວໍຊິງຕັນ ບໍ່ອ້າງອີງເຫດຜົນ ອີຣານ ລະເມີດບັນດາມາດຕາຂອງ JCPOA, ຫາກຖືວ່າ ຈຳເປັນຕ້ອງເຈລະຈາບັນດາມາດຕາຂອງ JCPOA ຄືນໃໝ່. ຖ້າບໍ່ຄືດັ່ງນັ້ນ ຝ່າຍ ອາເມລິກາ ຈະປະຕິເສດການເຂົ້າຮ່ວມຂໍ້ຕົກລົງນີ້.

        ດ້ວຍຈຸດປະສົງບັງຄັບຕ້ອງປັບປຸງ JCPOA ໃຫ້ໄດ້ ສະນັ້ນໂດຍບໍ່ຫົວຊາຕໍ່ເລື່ອງ ອີຣານ ໄດ້ຮັບການຮັບຮູ້ຈາກບັນດາປະເທດ ເອີຣົບ ແລະ IAEA ວ່າໄດ້ປະຕິບັດບັນດາມາດຕາໃນ JCPOA ຢ່າງເຂັ້ມງວດນັ້ນ ຮອດເດືອນ ກໍລະກົດ ປີ 2017, ທ່ານ Trump ຍັງຄົງອອກຄຳສັ່ງນຳໃຊ້ບັນດາມາດຕະການລົງໂທດດ້ານເສດຖະກິດໃໝ່ຕໍ່ ອີຣານ. ຫລັງຈາກນັ້ນ 3 ເດືອນ, ທ່ານປະທານາທິບໍດີ ອາເມລິກາ ກໍ່ປະຕິເສດຮັບຮອງ ອີຣານ ໄດ້ເຄົາລົບຂໍ້ຕົກລົງ ແລະ ມອບສິດຕັດສິນໃຫ້ສະພາແຫ່ງຊາດປະເທດນີ້.

        ເປັນທີ່ຈະແຈ້ງແລ້ວວ່າ ອາເມລິກາ ພວມຊອກຫາທຸກວິທີ ເພື່ອບັນລຸຈຸດປະສົງຂອງຕົນໃຫ້ໄດ້. ແຕ່ສິ່ງໃດ ໄດ້ພາໃຫ້ ວໍຊິງຕັນ ເມີນເສີຍຕໍ່ທຸກການຄັດຄ້ານຈາກບັນດາປະເທດເຊັນຂໍ້ຕົກລົງປະຫວັດສາດນີ້ ໃນປີ 2015 ?. ສາຍເຫດແມ່ນຍ້ອນວ່າ ນອກຈາກຜົນປະໂຫຍດຂອງ ອາເມລິກາ ແລ້ວ, ຄວາມຮຽກຮ້ອງຂອງທ່ານ Trump ແມ່ນກໍ່ກຳລັງກົດດັນບັງຄັບໃຫ້ ອີຣານ ຕ້ອງປ່ຽນນະໂຍບາຍຂອງຕົນຢູ່ຕາເວັນອອກກາງ, ເຮັດໃຫ້ສຳພັນທະມິດໃນພາກພື້ນຕາເວັນອອກກາງຂອງ ອາເມລິກາ ແມ່ນ ອິດສະລາແອັນ ແລະ ອາຣັບບີ ຊະອຸດີດ ມີຄວາມອຸ່ນອຽງໃຈ, ເພາະວ່າທັງ 2 ປະເທດນີ້ ກໍ່ມີຄວາມວິຕົກກັງວົນວ່າແຜນການເປີດແລວທາງຜ່ານຜືນແຜ່ນດິນ ອີຣັກ ໄປຍັງ ຊີຣີ ຂອງ ອີຣານ ຈະນາບຂູ່ເຖິງຄວາມໝັ້ນຄົງຂອງເຂົາເຈົ້າ. ສະນັ້ນ ໃນບໍ່ວ່າການກະທຳໃດໆຂອງທ່ານປະທານາທິບໍດີ Trump ກ່ຽວກັບ JCPOA ບັນດາສຳພັນທະມິດພາກພື້ນຂອງ ອາເມລິກາ ເປັນຕົ້ນແມ່ນ ອິດສະລາແອັນ ຍາມໃດກໍ່ອອກສຽງສະໜັບສະໜູນ.

        ນອກນັ້ນ, ຍັງມີສາຍເຫດໜຶ່ງອີກ ນັ້ນແມ່ນ ທ່ານ Trump ຄວນປະຕິບັດບັນດາຄຳໝັ້ນສັນຍາຂອງຕົນໃນບັ້ນຫາສຽງເລືອກຕັ້ງ ແລະ ນີ້ແມ່ນໄລຍະທີ່ເໝາະສົມ.

ຂໍ້ຕົກລົງນິວເຄຼຍ ອີຣານ ຈະປັບປຸງໄດ້ຫຼືບໍ່?

        ເລື່ອງປັບປຸງຍາກທີ່ຈະດຳເນີນໃນໄລຍະສັ້ນໄດ້ ແຕ່ໃນໄລຍະຍາວ ບໍ່ມີໃຜຈະຮູ້ຈັກໄດ້ສິ່ງດັ່ງກ່າວ. ຍ້ອນມາຮອດປັດຈຸບັນນີ້ 6 ປະເທດເຂົ້າຮ່ວມການເຊັນຂໍ້ຕົກລົງນິວເຄຼຍ ອີຣານ ຍັງຄົງຮັກສາຫຼັກໝັ້ນບໍ່ຕ້ອງປັບປຸງຂໍ້ຕົກລົງ. ເຂົາເຈົ້າເຂົ້າໃຈໄດ້ບັນດາຄຸນຄ່າ ເຊິ່ງຂໍ້ຕົກລົງປະຫວັດສາດນີ້ ຈະນຳມາໃຫ້ ໃນການຈຳກັດຄວາມມັກໃຫຍ່ໄຝ່ສູງດ້ານນິວເຄຼຍຂອງ ອີຣານ.  ແລະ ບັນດາຄຳຖະແຫຼງ ແນໃສ່ຍົກເລີກການປະຕິບັດແຜນການດຳເນີນງານຮອບດ້ານຮ່ວມ (JCPOA) ພຽງແຕ່ພາໃຫ້ຂາດຄວາມປະເອີບໃຈ ແລະ ຂາດສະຖຽນລະພາບເທົ່ານັ້ນ.

        ນອກນັ້ນ, ເລື່ອງຍຸບເລີກຂໍ້ຕົກລົງນີ້ ຈະກໍ່ຜົນຮ້າຍເຖິງບັນດາການເຈລະຈາກັບ ສປປ.ເກົາຫຼີ ກ່ຽວກັບບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ ແລະ ເປັນການກະທົບຢ່າງຫຍໍ້ທໍ້ເຖິງຄວາມມານະພະຍາຍາມຫລຸດຜ່ອນອາວຸດນິວເຄຼຍຂອງໂລກ

        ໃນສະເພາະໜ້າແມ່ນຄືດັ່ງກ່າວ ແຕ່ໃນໄລຍະຍາວ, ວໍຊິງຕັນ ຈະສືບຕໍ່ກໍ່ກຳລັງກົດດັນຢ່າງແຮງກ່ວາອີກ ເພື່ອບັງຄັບໃຫ້ປັບປຸງຂໍ້ຕົກລົງດັ່ງກ່າວໃຫ້ໄດ້ຢ່າງແນ່ນອນ.

        ກ່ອນນີ້ກ່ວາ 2 ປີ, ເມື່ອເຊັນຂໍ້ຕົກລົງນິວເຄຼຍ ອີຣານ, ຜູ້ຕາງໜ້າບັນດາປະເທດດັ່ງກ່າວໄດ້ຫວັງວ່າ ຂໍ້ຕົກລົງນີ້ ຈະຊ່ວຍປິດໜຶ່ງໃນຈຳນວນສຳເນົານິວເຄຼຍສັບສົນທີ່ສຸດໃນໂລກ, ຄ້າຍຄືກັນກັບສຳເນົານິວເຄຼຍ ສປປ.ເກົາຫຼີ ໄວ້. ແຕ່ຄວາມຈິງພັດສະແດງໃຫ້ເຫັນວ່າ ການເຊັນຂໍ້ຕົກລົງ ແລະ ການເຄົາລົບຂໍ້ຕົກລົງຂອງຝ່າຍຕ່າງໆພັດແມ່ນບັນຫາທີ່ແຕກຕ່າງກັນ ./.

ຕອບກັບ

ຂ່າວ/ບົດ​ອື່ນ