ກຳລັງດຶງດູດຂອງຫວຽດນາມທີ່ມີຕໍ່ເພື່ອນມິດສາກົນ

 

ກຳລັງດຶງດູດຂອງຫວຽດນາມທີ່ມີຕໍ່ເພື່ອນມິດສາກົນ - ảnh 1
ທ່າ​ນນາງ Katherine Muller – Marin ຫົວໜ້າ​ຜູ້ຕາງໜ້າ
​ຫ້ອງການ​ອົງການ UNESCO ປະຈຳ​ຮ່າ​ໂນ້ຍ ​

    ປະຈຸບັນຫວຽດນາມພວມຢູ່ໃນທ່ວງທ່າປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ. ​ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ, ​ເປັນ​ເຂດ​ດິນ​ທີ່​ມີ​ຄວາມ​ສະຫງົບ​ສຸກ​ດ້ວຍ​ປະຊາຊົນ​ຜູ້​ທີ່​ມີ​ຄວາມ​ສະໜິດສະໜົມ ​ແລະ ມີ​ຈິດ​ໃຈ​ຮັກ​ແພງ​ແຂກ. ນັ້ນ​ແມ່ນ​ບັນດາ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຫວຽດນາມ​ໃນ​ຄວາ​ມນຶກ​ຄິດ​ຂອງ​ບັນດາ​ເພື່ອນ​ມິດ​ຊາວ​ຕ່າງ​ປະ​ເທດຊຶ່ງ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຫວຽ​ດນາມ. 

     ໃນຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ສະຫວ່າງ​ສະ​ໄຫວ​ໃນ​ພາກ​ພື້ນ ດ້ວຍ​ບັນດາ​ຜົນງາ​ນທີ່​ໜ້າ​ປະ​ທັບ​ໃຈ​ໃນ​ທຸກ​ດ້ານ. ​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​​ໃນ​ໂລກ​ພວມ​ນັບ​ມື້​ນັບ​ພັດທະນາ​ຕາມ​ແນວ​ໂນ້ມທີ່​ດີງາມ. ພ້ອມ​ກັນ​ນັ້ນ, ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ​ໃນ​ເວ​ທີ່​ສາກົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ້ງຢືນ. ທ່ານ Valeriu Arteni ອຸປະ​ທູດ​ຊົ່ວ​ຄາວ ຣູມານ​ີ ປະຈຳ​ຫວຽດນາມ ​ໃຫ​້ຮູ້​ວ່າ :

   “ ​ໃນ​ການ​ລົ​ງທຶນ​ໃໝ່​ຂອງ ຣູມານ​ີ, ບັນດາ​ວິ​ສາ​ຫະກິດ ຣູມານີ ​ໄດ້​ເອົາ​ໃຈ​ໃສ່​ພັດທະນາ​ການ​ຮ່ວມ​ມື, ພິ​ເສດ​ໃນ​ຂົງ​ເຂດ​ຕ່າງໆ​ຄື ນ້ຳມັນ​ອາຍ​ແກັດ, ການ​ກັ່ນ​ນ້ຳມັນ. ຣູມານີ ກໍ​ພວມ​ການ​ກໍ່ສ້າງ​ໂຮງງານ ກັ່ນ​ນ້ຳມັນ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມຢູ່​ຢຸງກວດ. ຫວຽດນາມ​ກໍ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ ຣູມານີ ​ໃນ​ກຸ່ມ​ບັນດາ​ປະ​ເທດ​ອາ​ຊຽນ. ອາດ​ຈະ​ເວົ້າ​ໄດ້​ວ່າ ຢູ່​ອາຊີ ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຣູມານີ ​ແມ່ນ​ການ​ພົວພັນ​ຍຸດ​ທະ​ສາດ, ລະຫວ່າງ 2 ປະ​ເທ​ດ ​ໄດ້​ມີ​ການ​ເຈລະ​ຈາຂັ້ນ​ສູງ​ໃນ​ບັນດາ​ຂົງ​ເຂດ​ດ້ວຍ​ກອບ​ກົດໝາຍ​ພິ​ເສດ​ເມື່ອ​ທຽບ​ໃສ່​ກັບ​ການ​ພົວພັນ​ກັບປະ​ເທດ​ຕ່າງໆ. ພວກ​ເຮົາ​ໄດ້​ມີ​ສາຍ​ພົວພັນ​ມິດຕະ ພາບ ​ແລະ ການ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ການ​ພົວພັນ​ປະຈຸ​ບັນ​ພວມ​ມຸ່ງ​ໄປ​ສູ່​ອະນາ​ຄົດ ”

   ປີ 2012 ແມ່ນປີທີ່ຫຍຸ້ງຍາກສຳລັບພື້ນຖານເສດຖະກິດໂລກ ແລະ ຫວຽດນາມກໍບໍ່ສາມາດຫຼີກລ້ຽງຈາກຜົນສະທ້ອນ. ແຕ່ແຫຼ່ງເງິນລົງທຶນໂດຍກົງ ຂອງຕ່າງປະ​ເທດ​ເຂົ້າ​ຫວຽດນາມ​ນັ້ນ ຍັງ​ຄົງ​ແມ່ນ​ຕົວ​ເລກ​ທີ່​ເປັນ​ໜ້າ​ຊື່ນ​ຊົມດ້ວຍ​ຈຳນວນ 13 ຕື້ USD  ຍ້ອນຫວຽດນາມ​ມີ​ຫຼາຍ​ປັດ​ໄຈ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຄື ກຳລັງ​ແຮງ​ງານ​ຫຼວງ​ຫຼາຍ ​ແລະ ຂະຫຍັນ​ຂັ່ນ​ເຄື່ອນ. ຫວຽດນາມ​ແມ່ນ​ຕະຫຼາດ​ຈຳໜ່າຍ​ສິນຄ້າ​ຢ່າງ​ຫຼວງ​ຫຼາຍ​ໃນ​ພາກ​ພື້ນ ​ແລ​ະ ພິເສດຫວຽດນາມ​ມີ​ທີ່​ຕັ້ງຍຸດ​ທະ​ສາດ ​ແລະ ພື້ນຖານ​ເສດຖະກິດ​ພວມ​ຄ່ອຍໆ​ຫັນ​ເປັນ​ເສລີ​ໃນ​ພາຍ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ Tobiaslim ນັກທຸລະກິດ ສິງກະ​ໂປ ​ໃຫ້​ຮູ້​ວ່າ : ​

   “ ຂ້າພະ​ເຈົ້າ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ຮັບ​ໃຊ້​ການ​ກິນ​ດື່ມ, ດັ່ງ​ນັ້ນ, ຢູ່​ຫວຽດນາມ, ວຽກ​ງານນີ້​ກໍ​ມີ​ຄວາມ​ສະດວກ​ສະບາຍ​ຫຼາຍ​ຢ່າງ. ​ແຕ່​ສິ່ງ​ສຳຄັນ ​ແມ່ນ​ຜະລິດ​ຕະພັນ​ຕ້ອງ​ແທດ​ເໝາະ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ. ​ເມື່ອ​ຂ້າພະ​ເຈົ້າ​ເລີ່​ມຕົ້ນ​ວຽກ​ງານ ດຳ​ເນີນ​ທຸ​ລະ​ກິດ, ຂ້າພະ​ເຈົ້າ​ພຽງ​ສຸມ​ໃສ່​ແຂກ​ຕ່າງປະ​ເທດ, ຊຶ່ງ​ສວນ​ຫຼາຍ​ແມ່ນ​ຊາວ ສ.​ເກົາຫຼີ ”  

    ຕາມ​ການ​ສະ​ຖີຕິ​ຂອງ​ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງ​ຄົມ​ຫວຽດນາມ​ແລ້ວ, ປະຈຸ​ບັນ ມີ​ຊາວ​ຕ່າງປະ​ເທດ​ປະມານ 78.000 ຄົນ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ​ໃນ​ນັ້ນ ມີ​ຫຼາຍ​ຄົນ​ມາ​ຫວຽດນາມ ກໍ​ບໍ່​ເພື່ອ​ຄວາມ​ຕ້ອງການ​ຂອງ​ວຽກ​ງານ, ຫາກ​ເລີ່​ມມາ​ຈາກ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ. ​ໂດຍ​ໄດ້​ເຄີຍ​ໄປ​ທ່ອງ​ທ່ຽວ​ ​ແລະ ​ເຮັດ​ວຽກ​ຢູ່ ຫຼາຍ​ປະ​ເທດ​ໃນ​ໂລກ, ​ແຕ່​ສຸດ​ທ້າຍ ນາງ Brenda Meiklejohn ຊາວ​ອົດ​ສະ​ຕາ​ລີ ​ໄດ້​ເລືອກ​ເອົາ​ປະ​ເທດ​ຫວຽດນາມ​ແມ່ນ​​ແຫ່ງ​​ເພື່ອ​ດຳລົງ​ຊີວິດ​ຍາວ​ນານ. ນາງ​ໄດ້ ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ເປັນ​ເວລາ 9 ປີ​ແລ້ວ ​ແລະ ​ໃນ​ໄລຍະ​ເວລາ​ນີ້ ນາງ​ໄດ້​ມີ​ອະນຸສອນ​ຫຼາຍ​ຢ່າງ​ທີ່​ໜ້າ​ຈັບ​ອົກ​ຈັບ​ໃຈ, ນາງ​ໄດ້​ຢູ່​ຮ່ວມ​ກັບ​ຄອບຄົວ​ຊາວ​ຫວຽດນາມ, ​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ຈິດ​ໃຈ​ຖານ​ເພື່ອນ​ບ້ານ​ໃກ້​ຄຽງ​ຂອງ​ຊາວ​ຫວຽດນາມ. ​ແລະ ກໍ​ຍັງມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ລຽບ​ງ່າຍ​ທີ່​ສຸດ ​ໄດ້​ເຮັດ​​ໃຫ້​ນາງ​ເພີ່ມ​ຄວາມ​ຮັກ​ແພງ​ປະ​ເທດ​ຫວຽດນາມ. ນາງ Brenda Meiklejohn ​ເວົ້າ​ວ່າ 
   “ ຂ້າພະ​ເຈົ້າ​ມັກ​ໄປ​ຕະຫຼາດ​ຍາມ​ເຊົ້າ. ບັນຍາ​ກາດຢູ່​ຫັ້ນ​ຟົດ​ຟື້ນ, ມີ​ຄົນ​ມາ​ຊື້​ຂາຍ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ. ບັນດາ​ຜູ້​ຂາຍ​ເຄື່ອງ​ແມ່ນ​ຜູ້​ໃຈດີ. ບາງ​ຄັ້ງ, ​​ໄປ​ຮອດ​ຕະຫຼາດ, ພວກ​ຊາວ​ຂາຍ​ຍັງ​ແນະນຳ​ໃຫ້​ຂ້າພະ​ເຈົ້າ​ຮູ້​ວ່າ ຄວນ​ຊື້​ຂອງ​ກິນ​ຊະນິດ​ໃດ​ເມືອ​ກິນ​ຈະ​ແຊບ. ຂ້າພະ​ເຈົ້າມັກ​ໄປ​ຕະຫຼາດ​ຢູ່​ນີ້, ຂອງ​ກິນ​ຊະນິດ​ໃດ​ກໍ​​ແມ່ນ​ຂອງ​ກິນ​ສົດ ​ແລະ ​ແຊບ. ຢູ່​ນີ້​ແມ່ນ​ແຕກ​ຕ່າງ​ກັບ​ຢູ່​ອົດ​ສະ​ຕາ​ລີ​ຢູ່​ບ່ອນ​ວ່າ ມີ​ຜູ້​ຂາຍຂອງ​ກິນ​ຢູ່​ຕາມ​ຖະໜົນ, ສວ່ນຢູ່ອົດ​ສະ​ຕາ​ລີ, ພວກ​ຂ້າພະ​ເຈົ້າ​ຕ້ອງ​ໄປ​ຮ້ານ​ຊັບ​ພະ​ສິນຄ້າ​ເພື່ອ​ຊື້​ຂອງ​ກິນ ”

    ພ້ອມ​ກັບ​ທ່ວງທ່າ​ເຊ​ື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພາບ​ພົດ​ປະ​ເທດ​ຫວຽດນາມ​ພວມ​ນັບ​ມື້​ນັບ​ກາຍ​​​ເປັນທີ່​ຮູ້ຈັກ​ກັນ​ດີ​ຂອງ​ເພື່ອນ​ມິດສາ​ກົນ. ​ໃນ​ຊຸມ​ປີ​ມໍ່​ມາ​ນີ້, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​ມາ​ຫວຽດນາມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ພຽງ​ໃນ​ເດືອນ 01/2013, ຈຳນວນ​ແຂກ​ສາກົນ​ມາ​ຫວຽດນາມ​ບັນລຸ 65.000 ກ່ວາ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 2,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ປະຈຸ​ບັນ, ຫວຽດນາມ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ສຳລັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ສະຫະ​ສະມາຄົມ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ (USTOA) , ຫວຽດນາມ​ອາດ​ຈະ​ຢືນ​ອັນ​ດັບ​ທີ່ 2 ​ໃນ​ຈຳນວນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ຫາ​ກໍ​ພົ້ນ​ເດັ່ນ ທີ່​ຮັບ​ການ​ເລືອກ​ເຟັ້ນຈາກ​ແຂກ​ທ່ອງ​ທ່ຽວ​ໃນ​ປີ 2013. ບັນດາ​ທິວ​ທັດ​ທຳ​ມະ​ຊາດ, ມໍລະດົກ​ວັດທະນະທຳ​ໂລກ​ຢູ່​ຫວຽດນາມ ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດຜົນ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າ​ມາ​ຫວຽດນາມ​ເພື່ອ​ຊອກຄົ້ນ​ຫາ​ຄວາມ​ລຶກລັບ​ມະຫັດສະຈັນ. ທ່າ​ນນາງ Katherine Muller – Marin ຫົວໜ້າ​ຜູ້ຕາງໜ້າ​ຫ້ອງການ​ອົງການ UNESCO ປະຈຳ​ຮ່າ​ໂນ້ຍ ​ເປີດ​ເຜີຍ​ວ່າ: 
“ ຂ້າພະ​ເຈົ້າ​ຊົມ​ຊອບ​ຫວຽດນາມ​ທີ່​ສຸດ. ຂ້າພະ​ເຈົ້າ​ໄດ້​ໄປ​ທ່ອງ​ທ່ຽວ​ຫຼາຍ​ແຫ່ງຈາກ​ພາກ​ເໜືອ​ຕະຫຼອດ​ລົງ​ຮອດ​ພາກ​ໃຕ້ ​ແລະ ​ໄດ້​ຮັບ​ປະທານ​ອາຫານ​ຫຼາຍ​ເຍືອງ​ຂອງ​ຫວຽດນາມ, ອັນ​ໄດ້​ຊ່ວຍ​ໃຫ້ ຂ້າພະ​ເຈົ້າ​ສາມາດ​ເຂົ້າ​ໃຈ​ວ່າ ​ເປັນ​ຫຍັງ​ຢູ່​ແຫ່ງຕ່າງໆ​ພັດ​ມີ​ຄວາມ​ແຕກ​ຕ່າງ​ກັນ, ວິທີ​ປຸ່ງ​ແຕ່ງອາຫານ​ກໍແຕກ​ຕ່າງ​ກັນ, ມີ​ລົດ​ຊາດແຕກ​ຕ່າງ​ກັນ, ການ​ນຸ່ງຖື, ນິດ​ໄສ​ໃຈຄໍກໍແຕກ​ຕ່າງ​ກັນ. ​ເປັນ​ໜ້າ​ຈັບ​ໃຈ​ເມື່ອ​ເຫັນ​ວ່າ​ບັນດາ​ພື້ນຖານ​ວັດທະນະທຳ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີ ​ແລະ ແຕກ​ຕ່າງ​ກັນ ​ໄດ້​ໂຮມ​ເຂົ້າກັນ​ເປັນ​ປະ​ເທດ​ຊາດ ”

      ປະ​ເທດ​ຫວຽດນາມ​ພວມ​ພັດທະນາ​ໄປ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ​ແລະ ພວມ​ໝັ້ນ​ໝາຍ​ສ້າງອະນາຄົດ​ທີ່​ດີ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ. ພ້ອມ​ກັບ​ບັນດາ​ຈຸດ​ວັດທະນະທຳ​ພື້ນ​ເມືອງ, ວິຖີ​ຊີວິດ​ແບບ​ລຽບ​ງາຍ, ສະໜິດສະໜົມ​ຂອງ​ຊາວ​ຫວຽດນາມ​ ​ໄດ້​ສ້າງ​ເປັນ​ກຳລັງ​ດຶງ​ດູດ​ຂອງ​ຫວຽດນາມ​ໃນ​ສາຍຕາ​ຂອງ​ເພື​່ອນມິດສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ