ກຳລັງຫນູນໃຫມ່ ໃນການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ສິງກະໂປ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ, ທ່ານ ປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin ພ້ອມດ້ວຍພັນລະຍາ ນຳຫນ້າຄະນະຜູ້ແທນສະພາແຫ່ງຊາດ ສິງກະໂປ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 18 ຫາວັນທີ 20 ພຶດສະພາປີ 2022. ນີ້ແມ່ນການຢ້ຽມຢາມຄັ້ງທີ 2 ຂອງການນຳຂັ້ນສູງສອງປະເທດ ນັບແຕ່ຕົ້ນປີ 2022 ມາຮອດປະຈຸບັນ (ພາຍຫລັງການຢ້ຽມຢາມທາງລັດຖະກິດສິງກະໂປຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເມື່ອເດືອນ ກຸມພາປີ 2022). ການຢ້ຽມຢາມຫວຽດນາມ ຄັ້ງນີ້ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງສອງຝ່າຍ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ແລະ ການຮ່ວມມືຢ່າງແຫນ້ນແຟ້ນມຸ່ງໄປເຖິງພ້ອມກັນຟື້ນຕົວພາຍຫລັງໂລກລະບາດໂຄວິດ 19.

ກຳລັງຫນູນໃຫມ່ ໃນການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ສິງກະໂປ - ảnh 1ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin. ພາບ:edwiretimes.com

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin ແລະ ຄະນະຜູ້ແທນສະພາແຫ່ງຊາດ ສິງກະໂປ ແມ່ນດຳເນີນໄປໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ, ໃນນັ້ນ ມີການຮ່ວມມືຢ່າງແຫນ້ນແຟ້ນລະຫວ່າງສະພາແຫ່ງຊາດ ສອງປະເທດໃນໄລຍະຜ່ານມາ.

ເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດໃນການຊຸກຍູ້ການພົວພັນສອງຝ່າຍ

ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin ແມ່ນການເຄື່ອນໄຫວດ້ານການເມືອງການຕ່າງປະເທດສຳຄັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສິງກະໂປ ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ.

ໄລຍະຜ່ານມາ ການຮ່ວມມືລັດຖະສະພາ ລະຫວ່າງຫວຽດນາມ ແລະ ສິງກະໂປ ດຳເນີນໄປຢ່າງແຫນ້ນແຟ້ນ, ໃນນັ້ນ ມີໝາກຜົນແທດຈິງຂອງການເຈລະຈາທາງໄກລະຫວ່າງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ແລະ ປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin (ເດືອນກໍລະກົດປີ 2021). ສະພາແຫ່ງຊາດຫວຽດນາມ ຊຸດທີ XV ກໍ່ໄດ້ສ້າງກຸ່ມລັດຖະສະພາມິດຕະພາບ ຫວຽດນາມ - ອາຊຽນ, ເປັນຂົວຕໍ່ເພື່ອເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາຜູ້ແທນສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາບັນດາປະເທດ ອາຊຽນ, ໃນນັ້ນ ມີສິງກະໂປ ພ້ອມທັງປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ເລື່ອງ ສອງຝ່າຍ ເພີ່ມທະວີການແບ່ງປັນບົດຮຽນ ປະກາດໃຊ້ນະໂຍບາຍກົດໝາຍຢ່າງທັນການ ໄດ້ຫນູນຊ່ວຍລັດຖະບານ ສອງປະເທດ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ເພື່ອຊ່ວຍຟື້ນຕົວເສດຖະກິດ ສັງຄົມ ພາຍຫລັງໂລກລະບາດໂຄວິດ 19; ພິຈາລະນາແລກປ່ຽນຄຳເຫັນ ກ້າວໄປເຖິງການເຊັນຂໍ້ຕົກລົງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແມ່ນພື້ນຖານເພື່ອຜັນຂະຫຍາຍການເຄື່ອນໄຫວຮ່ວມມື ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ສະພາແຫ່ງຊາດສອງປະເທດ ຍາມໃດກໍ່ຕັ້ງຫນ້າສະຫນັບສະຫນູນລັດຖະບານສອງປະເທດ ຜັນຂະຫຍາຍການປະຕິບັດບັນດາສັນຍາ, ຂໍ້ຕົກລົງຮ່ວມມືສອງຝ່າຍບັນລຸປະສິດທິຜົນສູງສຸດ.

ອົງການນິຕິບັນຍັດສອງປະເທດ ໄດ້ພົບປະແລກປ່ຽນເປັນປະຈຳ, ພົບປະກັນຢູ່ບັນດາເວທີປາໄສ AIPA, IPU, ປຶກສາຫາລືເຊິ່ງກັນແລະກັນເປັນປະຈຳ ແລະ ແບ່ງປັນຫລາຍຈຸດຄ້າຍຄືກັນສືບຕໍ່ສະຫນັບສະຫນູນຫລັກໝັ້ນລວມຂອງອາຊຽນ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງໂດຍສັນຕິ, ບົນພື້ນຖານກົດໝາຍສາກົນ.

ພ້ອມກັນພັດທະນາ

ການພົວພັນລະຫວ່າງ ສິງກະໂປ ແລະ ຫວຽດນາມ ນັບມື້ນັບພັດທະນາຢ່າງແຮງນັບແຕ່ເມື່ອສອງປະເທດສ້າງການພົວພັນທາງການທູດໃນປີ 1973. ສິງກະໂປ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສຳຄັນສຳລັບກິດຈະການພັດທະນາຂອງຫວຽດນາມ. ພາຍຫລັງ 9 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນລະຫວ່າງສອງປະເທດ ພວມພັດທະນາຢ່າງຮອບດ້ານໃນທຸກຂົງເຂດ. ສິງກະໂປແມ່ນປະເທດລົງທຶນໃຫຍ່ອັນດັບ 2 ເຂົ້າຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 67,5 ຕື້ USD. ໃນ 20  ປີຜ່ານມາ, ບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ເຄື່ອນໄຫວນັບມື້ນັບມີປະສິດທິຜົນ, ປະກອບສ່ວນຕັ້ງຫນ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ສອງປະເທດສືບຕໍ່ສະແດງໃຫ້ເຫັນຄວາມປາດຖະຫນາຢາກຮັກສາການພົວພັນຄູ່ຮ່ວມມືໃນອະນາຄົດ ດ້ວຍການເປີດກວ້າງໄປຍັງຂົງເຂດໃຫມ່.ສິງກະໂປ ກໍ່ປາດຖະຫນາຢາກຮ່ວມມືກັບຫວຽດນາມ ໃນການພັດທະນາແບບຍືນຍົງ ເມື່ອຫວຽດນາມ ເພີ່ມການລົງທຶນເຂົ້າພື້ນຖານໂຄງລ່າງແບບຍືນຍົງ ແລະ ພະລັງງານຜະລິດຄືນໃຫມ່, ດ້ວຍຄາດໝາຍບໍ່ປ່ອຍອາຍພິດ ກາກບອນ ໃນປີ 2050. ເມື່ອຕີລາຄາກ່ຽວກັບທ່າອ່ຽງລົງທຶນຂອງບັນດາວິສາຫະກິດ ສິງກະໂປ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ:

“ບາງນັກລົງທຶນມີຄວາມສົນໃຈຫລາຍເຖິງການຜະລິດ Hydrogen ຈາກພະລັງງານສະອດາດ ແລະ ຫວຽດນາມ ກ່ໍ່ຢາກພັດທະນາໄປຕາມທິດນີ້ ເພາະພວກເຮົາຢາກຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງຫລາຍເຂດໃນການພັດທະນາພະລັງງານໃຊ້ແຮງລົມ, ພະລັງງານແສງຕາເວັນ ພ້ອມທັງພັດທະນາພະລັງງານໃຫມ່ ນັ້ນແມ່ນຜະລິດ Hydrogen”

ບັນດາການນຳ ສິງກະໂປ ໄດ້ຢັ້ງຢືນເປັນຫລາຍຄັ້ງວ່າ ໄດ້ຖືເປັນສຳຄັນ ແລະ ປາດຖະຫນາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ນັບທັງໃນຂອບເຂດສອງຝ່າຍ ແລະ ຫລາຍຝ່າຍ. ບັນລຸໄດ້ໝາກຜົນນີ້ ກໍ່ຍ້ອນລະດັບຄວາມໄວ້ເນື້ອເຊື່ອໃຈສູງຢູ່ຂັ້ນການເມືອງ, ການພົວພັນຄູ່ຮ່ວມມືພ້ອມກັນຮັບຊະນະໃນໄລຍະຍາວ ແລະ ການພົວພັນຢ່າງແຫນ້ນແຟ້ນລະຫວ່າງປະຊາດຊົນສອງປະເທດ.

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin ຈະສືບທອດມູນເຊື້ອດັ່ງກ່າວ, ຍາດແຍ່ງລັກສະນະເພີ່ມເຕີມໃຫ້ກັນຂອງສອງພື້ນຖານເສດຖະກິດ, ສ້າງກຳລັງຫນູນຕື່ມອີກໃຫ້ແກ່ການຮ່ວມມືສອງຝ່າຍ ຫວຽດນາມ - ສິງກະໂປ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ