ກຽມພ້ອມຮັບກາລະໂອກາດຈາກສັນຍາການຄ້າຫວຽດນາມ- ສະຫະພັນເສດຖະກິດ ອາຊີ - ເອີລົບ

(vovworld)- ວັນ​ທີ 5/10, ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະພັນ​​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ (EAEU) ມີ​ຜົນ​ສັກ​ສິ​ດ​ຢ່າງ​ເປັນ​ທາ​ງ​ການ. ນີ້​ແມ່ນ​ບາດ​ລ້ຽວ​ສຳ​ລັບ​ຫວຽດ​ນາມ ເມື່ອ​ຕະ​ຫລາດ ລັດ​ເຊຍ ແລະ 4 ປະ​ເທດ​ອື່ນ​ໃນ​​ສະ​ຫະພັນ ມີ​ພື້ນ​ຖານ​ເສດ​ຖະ​ກິດ​ເພີ່ມ​ເຕີມ​ກັບ​ຫວຽດ​ນາມ. ຫວຽດ​ນາມ ໄດ້​ພ້ອມ​ແລ້ວ​ຕ້ອນ​ຮັບ​ບັນ​ດາ​ກາ​ລະ​ໂອ​ກາດ​ກໍ​ຄື​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ເມື່ອ​ສັນ​ຍາ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈາກ​ບັນ​ດາ​ຝ່າຍ.

ກຽມພ້ອມຮັບກາລະໂອກາດຈາກສັນຍາການຄ້າຫວຽດນາມ- ສະຫະພັນເສດຖະກິດ ອາຊີ - ເອີລົບ - ảnh 1
ພາບ​ປະ​ກອບ


        ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ແລະ  ສະ​ຫະພັນເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ນັ້ນ​ແມ່ນບັນ​ດາ​ປະ​ເທດ​ສະ​ມາ​ຊິກ​, ຊື່ງ​ລວມ​ມີ: ລັດ​ເຊຍ, ເບ​ລາ​ຣຸດ, ກາ​ຊັກ​ສະ​ຖານ, ອາກ​ເມ​ນີ ແລະ ກຽກ​ກິດ​ສະ​ຖານ ເລີ່ມ​ປະ​ຕິ​ບັດ​ແຕ່​ເດືອນ 3/2013. ສັນ​ຍາ​ສະ​ບັບ​ນີ້​ໄດ້​ຮັບ​ການ​ລົງ​ນາມ ເມື່ອ​ວັນ​ທີ 29/5/2015 ຢູ່ ກາ​ຊັກ​ສະ​ຖານ.

        ສັນ​ຍາ​ດັ່ງ​ກ່າວ​ລວມ​ມີ ບັນ​ດາ​ພັນ​ທະ​ຂອງ​ສອງ​ຝ່າຍ​ກ່ຽວ​ກັບ​ຫັນ​ຂົງ​ເຂດ​ການ​ຄ້າ​ການ​ບໍ​ລິ​ການ​ລະ​ຫວ່າງ​ສອງ​ຝ່າຍ​ເປັນ​ເສ​ລີ, ປະ​ຕິ​ບັດ​ການ​ລົງ​ທຶນ ແລະ ການເຄື່ອນ ຍ້າຍ​ ຂອງ​ສ່ວນ​ບຸກ​ຄົນ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເປີດ​ປະ​ຕູ​ຕະ​ຫລາດ​ກັບ 9.927 ປະ​ເພດ​ພາ​ສີ (87,4- 95,7%).  ກຸ່ມ​ປະ​ເທດ​ສະ​ມາ​ຊິກບໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເປີດ​ປະ​ຕູ​ຕະ​ຫລາດ​ແມ່ນ 1.433 ປະ​ເພດ​ພາ​ສີ. ໃນ​ນັ້ນ ປະ​ເພດສິນ​ຄ້າຈຳ​ນວນ​ຫນຶ່ງ​ຂອງ​ຫວຽດ​ນາມ​ທີ່​ມີ​ທ່າ​ແຮງ​ໄດ້​ຮັບ​ການ​ບຸ​ລິ​ມະ​ສິດ​ຢູ່​ໃນ​ລະ​ດັບ​ສູງ​ພໍ​ສົມ​ຄວນ.

       ກາ​ລະ​ໂອ​ກາດ​ໃຫຍ່​ໃຫ້​ແກ່​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ

        ດ້ວຍ​ອັດ​ຕາ​ສ່ວນ ເກືອບ 90% ປະ​ເພດ​ພາ​ສີ​ນຳ​ເຂົ້າໄດ້​ຮັບ​ການ​ລົບ​ລ້າງ, ຫລຸດ​ຜ່ອນ​, ໃນ​ນັ້ນ 59,3% ​ຖືກ​ລົບ​ລ້າງ​ພາຍ​ຫລັງ​ສັນ​ຍາ​ດັ່ງ​ກ່າວ​ມີ​ຜົນ​ສັກ​ສິດ ນັ້ນ​ແມ່ນ​ທ່າ​ໄດ້​ປຽບ​ໃຫຍ່​ສຸດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໃນ​ການ​ແກ້​ງ​ແຍ້ງ​ກັບ​ບັນ​ດາ​ປະ​ເທດ​ອື່ນ. ຄາດ​ຄະ​ເນ​ວ່າ ສັນ​ຍາ​ສະ​ບັບ​ນີ້​ຈະ​ຊ່ວຍ​ວົງ​ເງິນ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ​ສອງ​ຝ່າຍ​ເພີ່ມ​ຂ​ຶ້ນ​ແຕ່ 700 ລ້ານ USD ປະ​ຈຸ​ບັນ ຂຶ້ນ​ເຖິງ 1 ຕື້ USD ໃນ 1-2 ປີ ຈະ​ມາ​ເຖິງ. ຫວຽດ​ນາມ ຈະ​​ແມ່ນ​ປະ​ເທດ​ສະ​ຫນອງ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບຢືນ​ອັນ​ດັບ​ທີ 8 ກ້າວ​ຂຶ້ນ​ອັນ​ດັບ​ທີ4 ຢູ່ ຕະ​ຫລາດນີ້. ໃນ​ຂະ​ນະ​ນັ້ນ, ສິນ​ຄ້າ​ປະ​ເພດ​ເກີບ, ກະ​ເປົາ ຈະ​ມີ 77% ​ໄດ້​ ລົບ​ລ້າງ, ຫລຸດ​ຜ່ອນ, 73% ຈະ​ລົບ​ລ້າງ​ຢ່າງ​ສິ້ນ​ເຊິງ ດ້ວຍ​ວິ​ວັດ​ການ​ປະ​ຕິ​ບັດ​ໃນ​ໄລ​ຍະຍາວ​ສຸດ​ແມ່ນ 5 ປີ. ນອກນັ້ນ, ມີ 95% ປະ​ເພດ​ສິນ​ຄ້າ​ສິນ​ໃນ​ນ້ຳ​ໄດ້​ຮັບ​ການ​ເປີດ​ປະ​ຕູ​ໃນ​ວິ​ວັດ​ການ​ຍາວສຸດ​ແມ່ນ 10 ປີ. ທ່ານ ບຸ່ຍ​ຮູຍ​ເຊີນ, ຫົວ​ຫນ້າ​ກົມ​ສົ່​ງ​ເສີມ​ການ​ຄ້າ (ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ) ຕີ​ລາ​ຄາ​ວ່າ:

        “ນີ້​ແມ່ນ​ທ່າ​ໄດ້​ປຽບ​ອັນ​ໃຫຍ່​ຫລວງ ເພາະ​ວ່າ ພວກ​ເຮົາ​ບໍ່​ຕ້ອງແກ້ງ​ແຍ້ງກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່​ປະ​ເທດ​ເພື່ອນ​ມິດ. ຂົງ​ເຂດມີ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ມີ 5 ປະ​ເທດ, ດ້ວຍ​ຜູ້​ໃຊ້​ສອຍ ແມ່ນ 189 ລ້ານຄົນ ແລະ ເຂດ​ເສດ​ຖະ​ກິດ​ລວມ​ມູ​ນ​ຄ່າ 2200 ຕື້ USD. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຂົງ​ເຂດນີ້ບໍ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ປານ​ໃດ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ເງື່ອນ​ໄຂ​ຂຸດ​ຄົ້ນ.​ສິ່ງ​ສຳ​ຄັນ​ທີ 2 ນັ້ນ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ດຶງ​ດູດ​ການ​ລົງ​ທຶນ ແລະ ເຕັກ​ໂນ​ໂລ​ຊີ, ພິ​ເສດ ແມ່ນ​ເຕັກ​ໂນ​ໂລ​ຊີ​ສຳ​ຄັນ​ໃນ​ບັນ​ດາ​ຂະ​ແຫນງ​ຜະ​ລິດກົນ​ຈັກ, ເຄ​ມີ, ເປັນ​ຕົ້ນ​ແມ່ນ​ພະ​ລັງ​ງານ​ຈາກ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ ສະ​ຫະພັນ ​ຄື: ລັດ​ເຊຍ  ແລະ ເບ​ລາ​ຣຸ​ດ.”

        ທ່ານ ດັ້ງ​ຮ່​ວາງ​ຫາຍ, ຫົວ​ຫນ້າ​ກົມ​ຕະ​ຫລາດ ເອີ​ລົບ ( ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ) ໄດ້​ສັງ​ເກດ​ວ່າ ສະ​ຫະພັນ ເສດ​ຖະ​ກິດ ອາ​ຊີ ເອີ​ລົບ (EAEU) ແມ່​ນ​ຕະ​ຫລາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ສອດ​ຄ່ອງ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ມີ​ທ່າ​ແຮງ​ຂອງ​ຫວຽດ​ນາມ. ນອກນັ້ນ, ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທຳ​ອິດ​ທີ່​ໄດ້​ເຂົ້າ​ຮ​່ວມ​ການລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີກັ​ບ ພັນ​ທະ​ພາບນີ້, ສະ​ນັ້ນ ກາ​ລະ​ໂອ​ກາດ​ສຳ​ລັບ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ແມ່ນ​ໃຫຍ່​ຫລວງ​ທີ່​ສຸດ. ຕາມ​ກາ​ນ​ຄິດ​ໄລ່, ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະພັນ ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ມີ​ຜ​ົນ​ສັກ​ສິດ ຈະ​ຊ່ວຍ​ເພີ່ມ​ວົງ​ເງິນ​ສອງ​ຝ່າຍ ແຕ່ 4 ຕື້ USD ປະ​ຈຸ​ບັນໃຫ້​ຂຶ້ນ​ເຖິງ 8-10 ຕື້ USD.

       ວິ​ສາ​ຫະ​ກິດ​ເປັນ​ເຈົ້າ​ການ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ

ປະ​ຈຸ​ບັນ ມີ​ວິ​ສາ​ຫະ​ກິດ​ປະ​ມານ 940 ແຫ່ງ​ເຂົ້າ​ຮ່ວມ​ການ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ ສະ​ຫະພັນ ເສດ​ຖະ​ກິດ ອາ​ຊີ ເອີ​ລົບ, ໃນ​ນັ້ນ ມີ​ປະ​ມານ 200 ແຫ່ງ ມີ​ວົງ​ເງິນ​ສົ່ງ​ອອກ​ສິນ​ຄ້າ​ໃຫຍ່, ກວມ 90% ຍອດ​ວົງ​ເງິນ​ສົ່ງ​ອອກ, ສ່ວນ​ຫລາຍ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂະ​ແຫນງ​ຄື: ສິນ​ໃນ​ນ້ຳ, ກາ​ເຟ, ຢາງ​ພາ​ລາ, ຊາ, ເຂົ້າ​ສານ, ໝາກ​ມ່ວງ​ຫິ​ມະ​ພານ, ໝາກ​ພິກ​ໄທ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ, ໄມ້, ເຂົ້າ​ໜົມ. ເພື່ອ​ຍາດ​ແຍ່ງ​ ​ທ່າ​ໄດ້​ປຽບ​ໂດຍ​ສັນ​ຍາ​ດັ່ງ​ກ່າວ​ນຳ​ມາ​ໃຫ້, ມີ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ຫລາຍ​ແຫ່ງ​ໄດ້​ມາ​ນະ​ພະ​ຍາ​ຍາມ​ກະ​ກຽມ​ໃຫ້​ກາ​ລະ​ໂອ​ກາດ​ສົ່ງ​ອອກ​ສິນ​ຄ້າ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນນີ້, ໃຫ​ຍ່​ສຸດ​ນັບ​ແຕ່ການ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາ​ຕະ​ຫລອດ​ຮອດ​ການ​ເພີ່ມ​ທະ​ວີ​ການ​ສຳ​ຜັດ​ກັບ​ຕະ​ຫລາດ. ທ່ານ ດີງ​ຕວນ​ແອງ, ຜູ້​ອຳ​ນວ​ຍ​ການ​ໃຫຍ່ ບໍ​ລິ​ສັດ​ຫຸ້​ນ​ສ່ວນ Ladoza ໃຫ້​ຮູ້​ວ່າ:

        “ເພື່ອ​​ຍາດ​ແຍ່ງກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ຫວຽດ​ນາມ ແລະ ພັນ​ທະ​ພາບ ເສດ​ຖະ​ກິດ ອາ​ຊີ ເອີ​ລົບ, ບໍ​ລິ​ສັດ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຸມ​ໃສ່​ນຳ​ເຂົ້າ​ບັນ​ດາ​ວັດ​ຖຸ​ດິບ​ຫນັງ ຈາກ​ອິນ​ເດຍ ແລະ ບັນ​ດ​ເຄືື່ອງ​ກົນ​ຈັກ ດ້ວຍ​ອັດ​ຕາ​ພາ​ສີ 0%. ປະ​ຈຸ​ບັນ ພວກ​ຂ້າ​ພະ​ເຈົ້າ​ພວມ​ຊອກ​ຫາ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ​ຄື: ເມ​ຊີ​ໂກ ແລະ ພວມ​ດຳ​ເນີນ​ການ​ສົ່ງ​ອອກ​ໄປ​ຍັງ​ບັນ​ດາ​ປ​ະ​ເທດນີ້ ດ້ວຍ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຄື: ກະ​ເປົ​າ​ເປ້, ກະ​ເປົາ. ພ້ອມ​ກັນ​ນັ້ນ, ກໍ່​ອອກ​ແບບ​ຜະ​ລິດ​ຕະ​ພັນ​ໃຫມ່ປະ​ມານ 20 ປະ​ເພດ ເພື່ອ​ສົ່ງ​ອອກ​ໄປ​ຍັງ​ບັນ​ດາ​ຕະ​ຫລາດ​ໃນ​ປີ 2017.”

        ເຖິ​ງວ່າ ກາ​ລະ​ໂອ​ກາດ​ກວ​ມອັດ​ຕາ​ສ່ວນ​ຕະ​ຫລາດ ສະ​ຫະພັນ ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ພວມ​ມີ​ຢູ່​ແລ້ວ ແຕ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ກໍ​ຄວນ​ກະ​ກຽມ​ເງື່ອນ​ໄຂ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຢ່າງ​ດີ, ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ​ຢ່າງ​ເຂັ້ມ​ງວດ​ກໍ​ຄື​ແກ້ງ​ແຍ້ງ​ກັບ​ສິນ​ຄ້າ​ຂອງ​ປະ​ເທດ​ອື່ນຢ່າງ​ສະ​ເຫມີ​ພາບ. ທ່ານ​ນາງ ຫງວຽນ​ແຄງງອກ, ຮອງ​ຫົວ​ຫນ້າ​ກົມ​ຕະ​ຫລາດ ເອີ​ລົບ (ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ) ໄດ້​ສະ​ເຫນີ​ແນະ​ວ່າ ວິ​ສາ​ຫະ​ກິດ ຄວນ​ຄົ້ນ​ຄ້​ວາ​ແຕ່​ລະ​ປະ​ເພດ​ພາ​ສີຢ່າງ​ລະ​ອຽດ, ພິ​ເສດ​ແມ່ນ​ຫລັກ​ການ​ຕົ້ນ​ກຳ​ເນີດ​ສິນ​ຄ້າ. ຄຽງ​ຄູ່​ກັນ​ນັ້ນ​, ຫນຶ່ງ​ໃນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ເມື່ອ​ພົວ​ພັນ​ແລກ​ປ່ຽນ​ສິນ​ຄ້າ​ກັບ​ພາກ​ພື້ນນີ້ ແມ່ນ​ຄ່າ​ໃຊ້​ຈ່າຍ​ການ​ຂົນ​ສົ່ງ​ສູງ. ສິ່ງ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງວິ​ສາ​ຫະ​ກິດ​ຕ້ອງ​ມີ​ລະ​ບົບ​ສາງ, ບ່ອນ​ເກັບ​ມ້ຽນ​ສິນ​ຄ້າເພື່ອ​ຫລຸດ​ຜ່ອນ​​ຄ່າ​ໃຊ້​ຈ່າຍ​ຂົນ​ສົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ